ຫວຽດ​ນາມ ລອດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ຈຸດ​ນັດ​ພົບ​ທີ່ຄວນ​ຄົ້ນ​ຫາ​ຢູ່​ອາ​ຊີ

09:10 | 13/02/2023

ຍ​ສ​ໝ - ຕາມ​ໜັງ​ສື​ພິມ Telegraph (ອັງ​ກິດ) ແລ້ວ, ປັດ​ຈຸ​ບັນ ແມ່ນ​ຈຸດ​ເວ​ລາ​ເໝາະ​ສົມ​ທີ່​ສຸ​ດ​ເພື່ອ​ຄົ້ນ​ຫາ​ອາ​ຊີ. ໃນ​ນັ້ນ, ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ນັດ​ພົບ​ຄວນ​ມາ​ໃນ​ທັນ​ທີ.

ນັກ​ຮຽນ​ພາ​ສາ​ຫວຽດ ຢູ່​ໂຮນ​ລັງ ຫໍ່​ເຂົ້າ​ຕົ້ມ​ຮັບ​ປີ​ໃໝ່ ນັກ​ຮຽນ​ພາ​ສາ​ຫວຽດ ຢູ່​ໂຮນ​ລັງ ຫໍ່​ເຂົ້າ​ຕົ້ມ​ຮັບ​ປີ​ໃໝ່
ຄົ້ນ​ຫາ​ວັດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ແຂວງ​ຈ່າ​ວິງ ຄົ້ນ​ຫາ​ວັດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ແຂວງ​ຈ່າ​ວິງ
ພາບ​ປະ​ກອບ: Telegraph.
ພາບ​ປະ​ກອບ: Telegraph.

ຫວຽດ​ນາມ ລອດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ຈຸດ​ນັດ​ພົບ​ທີ່ຄວນ​ຄົ້ນ​ຫາ​ຢູ່​ອາ​ຊີ

ຕາມ​ໜັງ​ສື​ພິມ Telegraph (ອັງ​ກິດ) ແລ້ວ, ປັດ​ຈຸ​ບັນ ແມ່ນ​ຈຸດ​ເວ​ລາ​ເໝາະ​ສົມ​ທີ່​ສຸ​ດ​ເພື່ອ​ຄົ້ນ​ຫາ​ອາ​ຊີ. ໃນ​ນັ້ນ, ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ນັດ​ພົບ​ຄວນ​ມາ​ໃນ​ທັນ​ທີ.

ພາຍຫຼັງ​ພະ​ຍາດ​ໂຄວິດ - 19, ອາ​ຊີ​ ພວມ​ເປີດ​ກາ​ນ​ບໍ​ລິ​ການ​ທ່ອງ​ທ່ຽວ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ທົ່ວ​ໂລກ. ການ​ບໍ​ລິ​ການ​ເດີນ​ທາງ​ທາງ​ການ​ບິນ, ທາງ​ທະ​ເລ ແລະ ທາງ​ບົກ​ພວມ​ໄດ້​ຮັບ​ການ​ຟື້ນ​ຟູ, ບັນ​ດາ​ສະ​ໜາມ​ບິນ​ພວມ​ຄຶກ​ຄື້ນ​ມ່ວນ​ຊື່ນ, ຖັນ​ແຖວ​ລົດ​ແທັກ​ຊີ ກໍ່​ພວມ​ກະ​ຕື້​ລືຫຼົ້ນ ເມື່ອ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ເປັນ​ຈຳ​ນວນຫຼາຍ.

ດັ່ງ​ນັ້ນ​, ໜັງ​ສື​ພິມ Telegraph ຖື​ວ​່າ ປັດ​ຈຸ​ບັນ ແມ່ນ​ຈຸດ​ເວ​ລາ​ເໝາະ​ສົມ ເພື່ອ​ປະ​ຕິ​ບັດ​ການ​ເດີນ​ທາງ​ທ່ອງ​ທ່ຽວ ໜຶ່ງ ຫຼື ຫຼາຍ​ປະ​ເທດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ອາ​ຊີ. ສາຍ​ເຫດ​ແມ່ນ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ຢູ່​ແຫ່ງ​ນີ້​ຍັງ​ບໍ່ຫຼາຍ​ປານ​ໃດ ແລະ ແຂກ​ທ່ອງ​ທ່ຽວ​ອາດ​ຈະ​ມີ​ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ຈັບ​ອົກ​ຈັບ​ໃຈ​ຢູ່ ອາ​ຊີ ຕື່ມອີກ.

ເພື່ອ​ຊ່ວຍ​ໃຫ້​ແຂກ​ທ່ອງ​ທ່ຽວ​ສາ​ມາດ​ມີ​ການ​ເລືອກ​ເອົາ​ຢ່າງ​ງ່າຍ​ດາຍ, ໜັງ​ສື​ພິມ Telegraph ໄດ້​ຍົກ​ອອກ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່ ອາ​ຊີ ແລະ ຫວຽດ​ນາມ ຢູ່​ຕຳ​ແໜ່ງ​ທຳ​ອິດ.

ເວົ້າ​ເຖິງ ຫວຽດ​ນາມ, ໜັງ​ສື​ພິມ​ນີ້ ໃຫ້​ຮູ້​ວ່າ ມີ​ທິວ​ທັດ​ທຳ​ມະ​ຊາດທີ່​ສວຍ​ງາມ ແລະ ມີຫຼາຍ​ສິ່ງ​ທີ່​ຈັບ​ອົກ​ຈັບ​ໃຈ ແຕ່​ເໜືອ​ຮອດ​ໃຕ້. ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ແຂກ​ທ່ອງ​ທ່ຽວ​ອາດ​ຈະ​ຄົ້ນ​ຫາ​ເສັ້ນ​ທາງ​ຢູ່​ອ້ອມ​ແອ້ມ​ໜອງ​ ຮ່​ວານ​ກຽມ ແລະ ຮັບ​ຊົມ​ການ​ສະ​ແດງ​ຕຸກ​ກະ​ຕາ​ນ້ຳ ທີ່​ເປັນ​ມູ​ນ​ເຊື້ອ, ຫຼັງ​ຈາກ​ນັ້ນ​ແມ່ນ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ ດ້ວຍ​ລົດ​ໄຟ​ ທົ້ງ​ເຍິດ ແລ່ນ​ແຕ່​ເໜືອ​ຮອດໃຕ້​ຂອງ ຫວຽດ​ນາມ.

ກັບ​ຄືນດ້ວຍ​ຂະ​ບວນ​ການ​ລົດ​ໄຟ​, ແຂກ​ທ່ອງ​ທ່ຽວ​ສືບ​ຕໍ່​ມາ​ຍັງນະ​ຄອນ​ໂຮ່​ຈີ​ມິນ ເພື່ອ​ຄົ້ນ​ຫາ​ບາງ​ເຂດ​ຄ້າ​ຂາຍ ແລະ ກິນ​ດື່ມ​ທີ່​ເປັນຫຼາຍ​ຮູບ​ແບບ, ກໍ່​ຄື​ຢ້ຽມ​ຊົມ​ຫໍ​ພິ​ພິຕະພັນຫຼັກ​ຖານ​ສົງ​ຄາມ - ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.