ຫວຽດນາມ ມານະພະຍາຍາມຮັບປະກັນຄວາມສາມັກຄີ ເປັນເອກະພາບຂອງ ອາຊຽນ

14:02 | 06/02/2023

ດ້ວຍຖານະສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້ເພື່ອແນໃສ່ປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີເປັນເອກະພາບ, ເຫັນດີເຫັນພ້ອມໃນ ອາຊຽນ, ຜ່ານນັ້ນຍົກສູງທີ່ຕັ້ງ, ຖານະບົດບາດຂອງ ຫວຽດນາມ ໃນ ອາຊຽນ ແລະ ເວທີປາໄສສາກົນ.

ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມ ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມ
ຫວຽດນາມ ຈັດຕັ້ງ ພິທີຊັກທຸງ ອາຊຽນ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງ ອາຊຽນ ຫວຽດນາມ ຈັດຕັ້ງ ພິທີຊັກທຸງ ອາຊຽນ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງ ອາຊຽນ
ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ (ພາບ: VOV)
ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ (ພາບ: VOV)

ເຖິງວ່າແມ່ນກອງປະຊຸມປະຈຳປີຂອງ ອາຊຽນ ກໍ່ຕາມ ແຕ່ກອງປະຊຸມປີນີ້ໄດ້ດຳເນີນໄປໃນສະພາບການທີ່ພິເສດ. ອາຊຽນ ພວມຢູ່ໃນໄລຍະປະສົບກັບຄວາມຫຍຸ້ງຍາກ. ບັນດາປະເທດ ສະມາຊິກ ອາຊຽນ ລ້ວນແຕ່ຕ້ອງຜ່ານຜ່າໂລກລະບາດ ໂຄວິດ - 19, ພວມຢູ່ໃນໄລຍະເປີດປະຕູປະເທດຊາດ, ຟື້ນຟູຄືນໃໝ່, ຍັງມີຫຼາຍບັນຫາເສດຖະກິດ, ສັງຄົມຕ້ອງໄດ້ແກ້ໄຂ. ໃນຈູດເວລາທີ່ໂຄວິດ - 19 ຄ່ອຍໆໝົດໄປ, ກາລະໂອກາດຟື້ນຟູປະກົດຂຶ້ນ, ສະພາບແວດລ້ອມສາກົນ ແລະ ພາກພື້ນ ມີບັນດາການຜັນແປດ້ານພູມສາດການເມືອງ ແລະ ເສດຖະກິດສັບສົນທີ່ສຸດ ແລະ ບໍ່ສະດວກຄື: ການປະທະກັນ, ວິກິດການດ້ານພະລັງງານ, ເງິນເຟີ້, ການເໜັງຕີງຂອງອັດຕາແລກປ່ຽນເງິນຕາ… ກໍ່ຜົນສະທ້ອນຫຼາຍຢ່າງເຖິງຄວາມຫວັງຟື້ນຟູຂອງ ອາຊຽນ.

ໃນສະພາບການນັ້ນ, ກອງປະຊຸມຄັ້ງນີ້ແມ່ນໂອກາດເພື່ອໃຫ້ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ແລກປ່ຽນ, ເປັນເອກະພາບ ກ່ຽວກັບທິດເດີນຂອງກຸ່ມ, ສະເໜີຂໍ້ລິເລີ່ມ, ມາດຕະການຕ່າງໆ ເພື່ອຮັບມືກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ກ່າວມາຂ້າງເທິງນັ້ນ, ປັບປຸງຄວາມສາມັກຄີພາຍໃນກຸ່ມ, ເພີ່ມທະວີບົດບາດໃຈກາງຂອງ ອາຊຽນ ຢູ່ພາກພື້ນ ກໍ່ຄືສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ຄວາມມານະພະຍາຍາມຟື້ນຟູຂອງທັງສະມາຄົມເວົ້າລວມ ແລະ ຂອງແຕ່ລະປະເທດສະມາຊິກເວົ້າສະເພາະ. ນີ້ແມ່ນເຫດຜົນເພື່ອໃຫ້ປະເທດເຈົ້າພາບ ອິນໂດເນເຊຍ ຄັດເລືອກຫົວຂໍ້ຂອງປີ 2023 ແມ່ນ “ຂອບຂະໜາດ ອາຊຽນ: ຈຸດໃຈກາງຂອງການເຕີບໂຕ”.

ອງປະຊຸມຄັ້ງນີ້ມີ 3 ວາລະສຳຄັນ. ວາລະທຳອິດ ແມ່ນກ່ຽວກັບສົນທິສັນຍາສ້າງ ອາຊີຕາເວັນອອກສ່ຽງໃຕ້ ໃຫ້ກາຍເປັນພາກພື້ນປອດອາວຸດນິວເຄຼຍ (SEANWFZ) ຈັດຂຶ້ນໃນວັນທີ 2 ກຸມພາ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ຖືວ່າ: ອາຊຽນ ປອດອາວຸດນິວເຄຼຍ ບໍ່ໝາຍຄວາມວ່າຈະບໍ່ໄດ້ນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ. ບັນຫາທີ່ວາງອອກໃນປະຈຸບັນແມ່ນ ການຮ່ວມມືຄຸ້ມຄອງ, ຕິດຕາມກວດກາຄືແນວໃດ. ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ໃຫ້ຮູ້ວ່າ:

“ຫວຽດນາມ ໄດ້ປະກອບຄຳເຫັນ, ປຶກສາຫາລືສ້າງແຜນການເຄື່ອນໄຫວປະຕິບັດສົນທິສັນຍາສ້າງ ອາຊີຕາເວັນອອກສ່ຽງໃຕ້ໃຫ້ກາຍເປັນພາກພື້ນປອດອາວຸດນິວເຄຼຍ ໃນໄລຍະ 5 ປີຈະມາເຖິງ, ພິເສດແມ່ນເປັນເອກະພາບ, ສ້າງສຽງເວົ້າລວມ, ວິທີລວມກັບບັນດາປະເທດຄູ່ຮ່ວມມືເພື່ອໃຫ້ເຂົາເຈົ້າກຽມພ້ອມເຂົ້າຮ່ວມ ຫຼື ໃຫ້ຄຳໝັ້ນສັນຍາເຄົາລົບສົນທິສັນຍາ. ນີ້ແມ່ນບັນຫາສັບສົນທີ່ສຸດ, ພິເສດແມ່ນໃນສະພາບແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ໂດຍສະເພາະແມ່ນບັນດາປະເທດມີອາວຸດນິວເຄຼຍ ນັບມື້ນັບເພີ່ມຂຶ້ນ”.

ທີ່ວາລະປະຊຸມຂອງສະພາປະສານງານ ອາຊຽນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ພ້ອມກັບການນຳການທູດບັນດາປະເທດ ອາຊຽນ ໄດ້ສ້າງສຳເລັດກົດລະບຽບຜູ້ສັງເກດການຂອງ Timor Leste ໃນອາຊຽນ, ສ້າງວິວັດການໃຫ້ແກ່ Timor Leste ກາຍເປັນສະມາຊິກທາງການຂອງ ອາຊຽນ.

ທີ່ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ພ້ອມກັບລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ພິຈາລະນາ, ຕີລາຄາວິວັດການປະຕິບັດຂໍ້ຕົກລົງ 5 ຂໍ້ ກ່ຽວກັບບັນຫາ ມຽນມາ ເຊິ່ງການນຳ ອາຊຽນ ໄດ້ເປັນເອກະພາບມາແຕ່ເດືອນ ເມສາ 2022. ພ້ອມດຽວກັນນັ້ນ, ແມ່ນພິຈາລະນາມາດຕະການຍົກສູງກຳລັງຄວາມສາມາດ, ປະສິດທິຜົນການເຄື່ອນໄຫວຂອງບັນດາອົງການ, ລະບອບລະບຽບການໃນອາຊຽນ. ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ເນັ້ນໜັກວ່າ:

“ນີ້ແມ່ນບັນຫາ ຫວຽດນາມ ໄດ້ຍົກອອກໃນປີເປັນປະທານ ອາຊຽນ ແລະ ປະຈຸບັນ ພວມພ້ອມກັບ ອາຊຽນ ຜັນຂະຫຍາຍວຽກງານນີ້. ກອງປະຊຸມຈະປຶກສາຫາລືບາງບັນຫາໃນການພົວພັນຂອງ ອາຊຽນ ກັບບັນດາຄູ່ຮ່ວມມື. ບັນຫາສາກົນ ແລະ ພາກພື້ນຕ່າງໆທີ່ພົ້ນເດັ່ນໃນປະຈຸບັນກໍ່ແມ່ນຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງ, ສົ່ງຜົນສະທ້ອນໂດຍກົງເຖິງ ອາຊຽນ. ໜ້າທີ່ຂອງຄະນະຜູ້ແທນ ຫວຽດນາມ ແມ່ນຕ້ອງປະກອບຄຳເຫັນ, ປະກອບສ່ວນສຽງເວົ້າ, ສະເໜີຂໍ້ລິເລີ່ມ ເພື່ອແນໃສ່ສ້າງສຽງເວົ້າລວມ, ຮັບປະກັນຄວາມສາມັກຄີເປັນເອກະພາບຂອງ ອາຊຽນ. ມີແຕ່ເຮັດໄດ້ແນວນັ້ນຈຶ່ງສາມາດຮັກສາບົດບາດໃຈກາງຂອງ ອາຊຽນ, ພາບພົດຂອງ ອາຊຽນໃນບັນດາເວທີປາໄສສາກົນໄດ້”.

ນັບແຕ່ເມື່ອເຂົ້າເປັນສະມາຊິກ ອາຊຽນ, ຍາມໃດ ຫວຽດນາມ ກໍ່ສະແດງບົດບາດເປັນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ກຽມພ້ອມນຳພາ, ປະກອບສ່ວນສ້າງລະບຽບການຂອງ ອາຊຽນ. ປີ 2023 ແລະ ປີ 2024, ແມ່ນເວລາ ທີ່ອາຊຽນ ສຸມຄວາມມານະພະຍາຍາມເພື່ອສ້າງວິໄສທັດ ອາຊຽນ ຫຼັງປີ 2025, ກຽມພ້ອມກຳນົດທິດໃຫ້ແກ່ໄລຍະພັດທະນາໃໝ່ຂອງປະຊາຄົມພາຍຫຼັງເກືອບ ສອງທົດສະວັດນັບແຕ່ມີກົດບັດ ອາຊຽນ ເປັນຕົ້ນມາ. ພາຍໃຕ້ການປະສານງານຂອງ ອິນໂດເນເຊຍ ແລະ ດ້ວຍການເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າຂອງ ບັນດາປະເທດສະມາຊິກ, ໃນນັ້ນມີ ຫວຽດນາມ, ພວກເຮົາເຊື່ອໝັ້ນວ່າ ອາຊຽນ ຈະບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ./.

ເຫດການ
302 Found

Found

The document has moved here.