ຊຸດເສື້ອຍາວ ຫວຽດນາມ ອວດອ້າງຄວາມງາມຢູ່ງານບຸນວັດທະນະທຳ Canberra ຄັ້ງທີ 25

15:29 | 21/02/2023

ແບ່ງ​ປັນ​ກັບ​ແຂກ​ເຂົ້າ​ຊົມ, ນ້ອງໆ​ນັກ​ສຶກ​ສາ ໄດ້​ເຂົ້າ​ຮ່ວມ​ງາ​ນ​ວາງ​ສະ​ແດງ​ຊຸດ​ເສື້ອ​ຍາວ​ສະ​ແດງ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ປິ​ຕິ​ຊົມ​ຊື່ມ ເມື່ອ​ໄດ້​ແນະ​ນຳ​ຊຸດ​ເສື້ອ​ຍາວ ຫວຽດ​ນາມ ກັບ​ສື່ມວນ​ຊົນ​ອົດ​ສະ​ຕາ​ລີ ແລະ ເພື່ອນ​ມິດ​ສາ​ກົນ.

ງານບຸນວັດທະນະທຳ ແລະກິລາຊົນເຜົ່າຊ໊ານຈີ 2021 ງານບຸນວັດທະນະທຳ ແລະກິລາຊົນເຜົ່າຊ໊ານຈີ 2021
ງານບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຫ່ງຊາດ - ນີງບິ່ງ 2018 ງານບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຫ່ງຊາດ - ນີງບິ່ງ 2018
ຊຸດເສື້ອຍາວ ຫວຽດນາມ ອວດອ້າງຄວາມງາມຢູ່ງານບຸນວັດທະນະທຳ Canberra ຄັ້ງທີ 25
ພາບ​ປະ​ກອບ: ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ

ອາ​ທິດ​ຜ່ານ​ມາ, ສະຖານທູດ ຫວຽດນາມ ຢູ່ ອົດສະຕາລີ ພ້ອມດ້ວຍ ສະຖານທູດປະເທດຕ່າງໆທີ່ຂຶ້ນກັບ ອາຊຽນ ຢູ່ນະຄອນຫຼວງ Canberra ຈັດກິດຈະກຳທີ່ມີຊື່ວ່າ “ໝູ່ບ້ານ ອາຊຽນ” ໃນຂອບເຂດງານບຸນວັດທະນະທຳ Canberra ຄັ້ງທີ 25 ໄດ້ໄຂຂຶ້ນຢູ່ນະຄອນຫຼວງນີ້. ນີ້ແມ່ນຄັ້ງທີ 5 ທີ່ທັງ 10 ປະເທດ ອາຊຽນ ພ້ອມກັນສົມທົບໂຄສະນາເຜີຍແຜ່ເຖິງໝູ່ປະຊາຊົນ ອົດສະຕາລີ ກ່ຽວກັບປະເທດຊາດ, ຜູ້ຄົນ, ວັດທະນະທຳ ແລະ ອາຫານປະຈໍາຊາດຂອງແຕ່ລະປະເທດ.

ຢູ່ກິດຈະກຳນີ້, ຫວຽດນາມ ໄດ້ວາງສະແດງສື່ສິ່ງພິມວັດທະນະທຳ, ຜະລິດຕະພັນການຄ້າ, ເຄື່ອງທີ່ລະນຶກ, ຂໍ້ມູນການທ່ອງທ່ຽວ ກໍ່ຄືການເຜີຍແຜ່ໂຄສະນາໃຫ້ແກ່ໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອົດສະຕາລີ ຄົບຮອບ 50 ປີ (1973-2023). ແວ່ຢ້ຽມຊົມຮ້ານຂາຍເຄື່ອງຂອງ ຫວຽດນາມ, ມີແຂກທ່ອງທ່ຽວຫຼາຍໆຄົນໃຫ້ຄວາມສົນໃຈຊອກຮູ້ຂໍ້ມູນກ່ຽວກັບທັດສະນີຍະພາບທີ່ມີຊື່ສຽງ ເພື່ອກະກຽມໃຫ້ແກ່ການທ່ອງທ່ຽວຢູ່ “ປະເທດຫວຽດນາມ”. ແຂກທ່ອງທ່ຽວຫຼາຍຄົນພໍອົກພໍໃຈເມື່ອໄດ້ຮ່ວມສຳຫຼວດ ແບ່ງປັນຄວາມເຂົ້າໃຈ ກ່ຽວກັບ ຫວຽດນາມ ແລະ ໄດ້ຮັບຂອງຂວັນທີ່ລະນຶກຕ່າງໆຈາກ ຫວຽດນາມ. ພິເສດ, ຫວຽດນາມ ໄດ້ວາງສະແດງຊຸດເສື້ອຍາວທີ່ປະທັບໃຈ ປະກອບສ່ວນເຊີດຊູຊຸດເສື້ອຍາວ ຫວຽດນາມ ເວົ້າສະເພາະ ແລະ ວັດຖະນະທຳ ຫວຽດນາມ ເວົ້າລວມ, ໄດ້ຮັບການຕອບສະໜອງຢ່າງສຸດອົກສຸດໃຈຈາກຜູ້ຊົມ.

ແບ່ງ​ປັນ​ກັບ​ແຂກ​ເຂົ້າ​ຊົມ, ນ້ອງໆ​ນັກ​ສຶກ​ສາ ໄດ້​ເຂົ້າ​ຮ່ວມ​ງາ​ນ​ວາງ​ສະ​ແດງ​ຊຸດ​ເສື້ອ​ຍາວ​ສະ​ແດງ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ປິ​ຕິ​ຊົມ​ຊື່ມ ເມື່ອ​ໄດ້​ແນະ​ນຳ​ຊຸດ​ເສື້ອ​ຍາວ ຫວຽດ​ນາມ ກັບ​ສື່ມວນ​ຊົນ​ອົດ​ສະ​ຕາ​ລີ ແລະ ເພື່ອນ​ມິດ​ສາ​ກົນ.

ນ້ອງໆ​ນັກ​ສຶກ​ສາ ຫວັງ​ວ່າ​ຈະ​ເຂົ້າ​ຮ່ວມຫຼາຍ​ເຫດ​ການ​ທີ່​ຄ້າຍ​ຄື​ກັນ, ພ້ອມ​ທັງ​ໃຫ້​ຮູ້​ວ່າ ເພື່ອນ​ມິດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຕ່າງໆ​ຍາມ​ໃດ​ກໍ່​ມີ​ຄວາມ​ປະ​ທັບ​ໃຈ ແລະ ເອົາ​ໃຈ​ໃສ່​​ຊອກ​ຮູ້ເມື່ອ​ພວກ​ນ້ອງໆ​ນຸ່ງ​ຊຸດ​ເຊື້ອ​ຍາວ ຫວຽດ​ນາມ. ຜ່ານ​ນັ້ນ ນ້ອງໆ​ມີ​ໂອ​ກາດ​ແນະ​ນຳ​ກ່ຽວ​ກັບ​ປະ​ເທດ​ຊາດ​ຂອງ​ຕົນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.