ພິທີສະເຫຼີມສະຫຼອງວັນສິດທິມະນຸດສາກົນ | |
ຫວຽດນາມ ແລະ ຄວາມມານະພະຍາຍາມຮັບປະກັນສິດທິມະນຸດຢ່າງຮອບດ້ານ |
ເລື່ອງ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ແມ່ນຜົນສຳເລັດທີ່ໃຫຍ່ຫຼວງຂອງວຽກງານການຕ່າງປະເທດຫຼາຍຝ່າຍ.
ຕອນບ່າຍວັນທີ 15 ກຸມພາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນໃນການຖະແຫຼງຂ່າວຂອງໜ່ວຍປະຕິບັດງານລະຫວ່າງຂະແໜງການກ່ຽວກັບເລື່ອງ ຫວຽດນາມ ຮັບດຳລົງບົດບາດເປັນສະມາຊິກ ສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດະຮຸ່ງຫວຽດ ຢັ້ງຢືນວ່າ ເລື່ອງ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ແມ່ນຜົນສຳເລັດທີ່ໃຫຍ່ຫຼວງຂອງວຽກງານການຕ່າງປະເທດຫຼາຍຝ່າຍ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດະຮຸ່ງຫວຽດ ໃຫ້ຂໍ້ສັງເກດວ່າ:
![]() |
“ປັດຈຸບັນ, ສະພາບການໂລກເວົ້າລວມ ພວມມີການຜັນແປສັບສົນຫຼາຍຢ່າງ, ໂດຍສະເພາະແມ່ນການແກ້ງແຍ້ງລະຫວ່າງບັນດາປະເທດໃຫຍ່, ການປະທະກັນ, ຂັດແຍ່ງກັນລະຫວ່າງບັນດາປະເທດ. ເພາະວ່ານັ້ນ ໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງໃຫ້ ຫວຽດນາມ ໃນການເຂົ້າຮ່ວມສະພາສິດທິມະນຸດໃນໄລຍະຈະມາເຖິງ. ໃນຄັ້ງນີ້, ຄວາມຫວັງຂອງສາກົນ ກໍຄືຂອງການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ ກໍສູງກວ່າເກົ່າ. ດ້ານໜຶ່ງຕ້ອງຮັບປະກັນການເຂົ້າຮ່ວມ, ປະກອບສ່ວນໃນຖານະເປັນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ປະຕິບັດໜ້າທີ່ຂອງຕົນຢ່າງຄົບຖ້ວນ. ອີກດ້ານອື່ນ, ພວກເຮົາກໍຕ້ອງມີຂໍ້ລິເລີ່ມບຸລິມະສິດ, ແນວຄວາມຄິດໃໝ່ເພື່ອສະແດງບົດບາດເປັນເຈົ້າການ, ຕັ້ງໜ້າ ແລະ ພະຍາຍາມເສີມຂະຫຍາຍບົດບາດນຳພາຢ່າງແທ້ຈິງ”.
![]() |
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດະຮຸ່ງຫວຽດ (ພາບ: dangcongsan.vn) |
ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດະຮຸ່ງຫວຽດ ສະເໜີໃຫ້ບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງ ຈົ່ງຍູ້ແຮງວຽກງານຄົ້ນຄວ້າ, ຄາດຄະເນ ແລະ ການສື່ສານໂຄສະນາ ເພື່ອຮັບປະກັນການປະຕິບັດບົດບາດເປັນສະມາຊິກ ສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ໃຫ້ເປັນຢ່າງດີ.
ຄຳຮຸ່ງ