ນຳເຂດທົ່ງພຽງແມ່ນ້ຳແດງ ກາຍເປັນເຂດກຳລັງໜູນແກ່ການພັດທະນາແຖວໜ້າ

15:30 | 14/02/2023

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ຍູ້​ແຮງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເຂດ, ຊຸກ​ຍູ້​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ, ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ, ພັດ​ທະ​ນາ​ລະ​ບົບ​ຕົວ​ເມືອງ ແລະ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ - ສັງ​ຄົມ, ພັດ​ທະ​ນາ​ເຂດ​ກາຍ​ເປັນ​ສູນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ຕິດ​ພັນ​ກັບ​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ, ດີ​ຈີ​ຕອນ​ແຖວ​ໜ້າ​ຂອງ​ທົ່ວ​ປະ​ເທດ.

ຫວຽດ​ນາມ - Uzbekistan ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍຢ່າງໃນ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ - Uzbekistan ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍຢ່າງໃນ​ການ​ຮ່ວມ​ມື​ສອງ​ຝ່າຍ
ການປະຕິຮູບການບໍລິຫານ: ໄມ້ງັດເພື່ອພັດທະນາເສດຖະກິດ, ສັງຄົມ ການປະຕິຮູບການບໍລິຫານ: ໄມ້ງັດເພື່ອພັດທະນາເສດຖະກິດ, ສັງຄົມ
ນຳເຂດທົ່ງພຽງແມ່ນ້ຳແດງ ກາຍເປັນເຂດກຳລັງໜູນແກ່ການພັດທະນາແຖວໜ້າ
ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VOV)

ວັນທີ 12 ກຸມພາ, ຢູ່ນະຄອນ ຮ້າລອງ, ແຂວງ ກ໋ວາງນິງ ໄດ້ຈັດກອງປະຊຸມຜັນຂະຫຍາຍໂຄງການເຄື່ອນໄຫວປະຕິບັດມະຕິເລກທີ 30 ລົງວັນທີ 23 ພະຈິກ 2022 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ແລະ ການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳແດງ ແລະ ສົ່ງເສີມການລົງທຶນເຂດດ້ວຍຫົວຂໍ້ “ການຮ່ວມສຳພັນພັດທະນາ - ປ່ຽນແປງໃໝ່ປະດິດຄິດສ້າງ - ສີຂຽວ ແລະ ຍືນຍົງ”.

ກ່າວຄຳເຫັນທີ່ກອງປະຊຸມໂດຍກະຊວງແຜນການ ແລະ ການລົງທຶນຈັດຕັ້ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຢ່າງ​ສຸດ​ຂີດ​ເພື່ອ​ພັດ​ທະ​ນາເຂດ​ທົ່​ງ​ພຽງ​ແມ່​ນຳ​ແດງ​ໂດຍ​ໄວ, ຍືນ​ຍົງ, ເພື່ອ​ເຂດ​ກາຍ​ເປັນ​ເຂດ​ກຳ​ລັງ​ໜູນ​ພັດ​ທະ​ນາ​ແຖວ​ໜ້າ, ມີ​ບົດ​ບາດ​ກຳ​ນົດ​ທິດ, ນຳ​ໜ້າ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດຄືນ​ໃໝ່ ແລະ ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊ​າດ. ທ່າ​ນ​ກ່າວ​ວ່າ:

“ສຸມໃສ່ປະຕິບັດສຳເລັດລະບອບລະບຽບການວາງແຜນຜັງ ແລະ ນະໂຍບາຍຮ່ວມສຳພັນເຂດໃນປະຈຸບັນ. ທັງເຮັດທັງຖອດຖອນບົດຮຽນ, ພິເສດແມ່ນບັນດາບົດຮຽນເຊິ່ງເຮົາພວມສະສົມມາໄດ້ໃນວິວັດການສ້າງແຜນຜັງ. ວຽກງານວາງແຜນຜັງແມ່ນສຳຄັນ ແລະ ການວາງແຜນຜັງຕ້ອງສ້າງກຳລັງໜູນໃໝ່, ສ້າງກຳລັງກະຕຸ້ນໃໝ່, ສ້າງບັນຍາກາດພັດທະນາໃໝ່, ສ້າງແຫຼ່ງບັນດາໃຈໃໝ່, ສ້າງມູນຄ່າເພີ່ມໃໝ່. ການວາງແຜນຜັງດີ ໂຄງການຈຶ່ງດີ, ມີໂຄງການດີຈຶ່ງມີນັກລົງທຶນດີ, ມີນັກລົງທຶນດີຈຶ່ງມີປະສິດທິຜົນ ແລະ ມີປະສິດທິຜົນຈຶ່ງສາມາດຍົກສູງມູນຄ່າເພີ່ມຂອງທ້ອງຖິ່ນໄດ້”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ຍູ້​ແຮງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເຂດ, ຊຸກ​ຍູ້​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ, ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ, ພັດ​ທະ​ນາ​ລະ​ບົບ​ຕົວ​ເມືອງ ແລະ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ - ສັງ​ຄົມ, ພັດ​ທະ​ນາ​ເຂດ​ກາຍ​ເປັນ​ສູນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ຕິດ​ພັນ​ກັບ​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ, ດີ​ຈີ​ຕອນ​ແຖວ​ໜ້າ​ຂອງ​ທົ່ວ​ປະ​ເທດ.

ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ, ວິ​ສາ​ຫະ​ກິດ, ຄູ່​ຮ່ວມ​ມື​ພັດ​ທະ​ນາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ້​ຮ່ວມ​ເດີ​ນ​ທາງ​ກັບ​ລັດ​ຖະ​ບານ, ມີ​ຍຸດ​ທະ​ສາດ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ,ຍືນ​ຍົງ. ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ​, ທ້ອງ​ຖິ່​ນ​ກໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ຄວາມ​ສະ​ດວກ, ປອດ​ໄພ, ປອດ​ໄສ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.