ສິນ​ຄ້າ​ສົ່ງ​ອອກ​ໄປ​ຍັງ​ອາ​ເມ​ລິ​ກາ​ຜ່ານ​ທາງ​ທະ​ເລ ຫວຽດ​ນາມ ຍືນ​ຢູ່​ອັນ​ດັບ​ທີ 2 ຂອງ ອາ​ຊີ ​

16:49 | 03/02/2023

ຍ​ສ​ໝ - ຂໍ້​ມູນ​ຈາກ​ກົມ​ການເດີນທະເລ ຫວຽດ​ນາມ (ກະ​ຊວງ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ) ໃຫ້​ຮູ້​ວ່າ ຕາມການສະຖິຕິຂອງ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ສະ​ແດງ​ໃຫ້​ເຫັນ​ວ່າ ຈຳ​ນວນ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ນຳ​ເຂົ້າ​ຜ່ານ​ທາງ​ທະ​ເລ​ຂອງ ຫວຽດ​ນາມ ໄປ​ຍັງ ອາ​ເມ​ລິ​ກາ ຢຶນ​ຢູ່​ອັນ​ດ​ັບ​ທີ 2 ໃນ​ອາ​ຊີ (ຖັດ​ຈ​າກ​ຈີນ)

ການ​ສົ່ງ​ອອກ ຫວຽດ​ນາມ ມີ​ທ່າ​ໄດ້​ປຽບຫຼາຍ​ຢ່າງ​ຢູ່ ອັງ​ກິດ ການ​ສົ່ງ​ອອກ ຫວຽດ​ນາມ ມີ​ທ່າ​ໄດ້​ປຽບຫຼາຍ​ຢ່າງ​ຢູ່ ອັງ​ກິດ
ເວ​ທີ​ປາ​ໄສ​ສົ່ງ​ເສີ​ມການ​ດຳ​ເນີນ​ທຸ​ລະ​ກິດ ຫວຽດ​ນາມ - ກູ​ບາ ເວ​ທີ​ປາ​ໄສ​ສົ່ງ​ເສີ​ມການ​ດຳ​ເນີນ​ທຸ​ລະ​ກິດ ຫວຽດ​ນາມ - ກູ​ບາ
ພາບ​ປະ​ກອບ: baogiaothong.vn
ພາບ​ປະ​ກອບ: baogiaothong.vn

ສິນ​ຄ້າ​ສົ່ງ​ອອກ​ໄປ​ຍັງ​ອາ​ເມ​ລິ​ກາ​ຜ່ານ​ທາງ​ທະ​ເລ ຫວຽດ​ນາມ ຍືນ​ຢູ່​ອັນ​ດັບ​ທີ 2 ຂອງ ອາ​ຊີ ​

ຂໍ້​ມູນ​ຈາກ​ກົມ​ການ​ເດີນ​ທະເລ ຫວຽດ​ນາມ (ກະ​ຊວງ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ) ໃຫ້​ຮູ້​ວ່າ ຕາມການ​ສະ​ຖິ​ຕິ​ຂອງ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ສະ​ແດງ​ໃຫ້​ເຫັນ​ວ່າ ຈຳ​ນວນ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ນຳ​ເຂົ້າ​ຜ່ານ​ທາງ​ທະ​ເລ​ຂອງ ຫວຽດ​ນາມ ໄປ​ຍັງ ອາ​ເມ​ລິ​ກາ ຢຶນ​ຢູ່​ອັນ​ດ​ັບ​ທີ 2 ໃນ​ອາ​ຊີ (ຖັດ​ຈ​າກ​ຈີນ)

ກົມ​ການ​ເດີນທະເລ ໃຫ້​ຮູ້​ວ່າ ໃນ​ໄລ​ຍະ​ຜ່ານ​ມາ, ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ທ່າ​ກຳ​ປັ່ນ​ນັບ​ມື້​ນັບ​ມີ​ການ​ພັດ​ທະ​ນາ​ຂອບ​ຂະ​ໜາດ​ທີ່​ທັນ​ສະ​ໄໝ, ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ ແລະ ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ທ່າ​ກຳ​ປັ່ນທະ​ເລ ຫວຽດ​ນາມ. ມີ​ນັກ​ລົງ​ທຶນຫຼາຍ​ຝ່າຍ​ໄດ້​ຂຸດ​ຄົ້ນ​ທ່າ​ກຳ​ປັ່ນ​ຢ່າງ​ເປັນ​ມື​ອາ​ຊີບ ແລະ ບັນ​ດາ​ບໍ​ລິ​ສັດ​ກຳ​ປັ່ນ​ໃຫຍ່​ຂອງ​ໂລກ ກໍ່ໄດ້​ເຂົ້າ​ຮ່ວມ​ການ​ລົງ​ທຶນ​ກໍ່​ສ້າງ ແລະ ຂຸດ​ຄົ້ນ​ທ່າ​ກຳ​ປັ່ນ​ທະ​ເລ​ຢູ່ ຫວຽດ​ນາມ.

ນອກ​ຈາກ 25 ​ເສັ້ນ​ທາງຂົ​ນ​ສົ່ງ​ໄປ​ຍັງ​ທະ​ວີບ ອາ​ເມ​ລິ​ກາ (ສຸມ​ໃສ່​ຢູ່​ສອງ​ທ່າ​ກຳ​ປັ່ນ​ນ້ຳ​ເລິກ ແລກ​ຮ​ວຽນ ແລະ ກ໊າຍ​ແມັບ - ທິ​ຫວາຍ) ແລະ 3 ເສັ້​ນ​ທາງ​ໄປ​ຍັງ ເອີ​ລົບ (ສຸມ​ໃສ່​ຢູ່​ສອງ​ທ່າ​ກຳ​ປັ່ນ​ນ້ຳ​ເລິກ ແລກ​ຮ​ວຽນ ແລະ ກາຍ​ແມບ - ທິ​ຫວາຍ) ແລ້ວ, ກົມ​ການ​ເດີນ​ທະເລ ຍັງ​ໃຫ້​ຮູ້ອີກ​ວ່າ ປັດ​ຈຸ​ບັນ ຫວຽດ​ນາມ ມີ​ເສັ້ນ​ທາງ​ຂົນ​ສົ່ງ​ພາຍ​ໃນ ອາ​ຊີ ກ່​ວາ 100 ເສັ້ນ, ສຸມ​ໃສ່​ບັນ​ດາ​ກຸ່ມ​ທ່າ​ກຳ​ປັ່ນ​ເລກ 1 (ຫ່າຍ​ຝ່ອງ, ກວາງ​ນິງ), ເລກ 3 (ດ່າ​ນັ້ງ, ກຸຍ​ເຍິນ, ກວາງ​ນາມ) ແລະ ເລກ 4 (ນະ​ຄອນ​ໂຮ່​ຈີ​ມິນ, ຫວູງ​ເຕົາ).

ປັດ​ຈຸ​ບັນ, ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ 3 ປະ​ເທດທີ່​ມີ​ປະ​ລິ​ມານ​ສິນ​ຄ້າ​ຂົນ​ສົ່ງໄປຜ່ານ ແລະ ເສັ້ນ​ທາງ​ຂົນ​ສົ່ງ​ໃຫຍ່​ທີ່​ສຸດ ໃນ​ພາກ​ພື້ນ (ພ້ອມ​ກັບ ເມ​ເລ​ເຊຍ ແລະ ສິງ​ກະ​ໂປ), ກົມ​ການ​ເດີນ​ທະເລ ​ຖະ​ແຫຼງ

ປີ 2022, ສະ​ມັດ​ຕະ​ພາບ​ສິນ​ຄ້​າ​ຂົນ​ສົ່ງ​ຜ່ານ​ທ່າກຳປັ່ນທະ​ເລ​ບັນ​ລ 733 ລ້ານ​ໂຕນ, ເພີ່ມ​ຂຶ້ນ 4% ເມື່ອ​ທຽບ​ໃສ່​ກັບ​ປີ 2021. ໃນ​ນັ້ນ ປະ​ລິ​ມານ​ສິນ​ຄ້າຕູ້​ຄອນ​ເທນ​ເນີ ໄປຜ່ານ​ທ່າ​ກຳ​ປັ່ນ​ທະ​ເລ ຫວຽດ​ນາມ ກໍ່​ພວມ​ຢູ່​ໃນ​ທ່າ​ເຕີບ​ໂຕ, ບັນ​ລຸ​ກ່​ວາ 25,1 ລ້ານ TEUS ເພີ່ມ​ຂຶ້ນ 5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.

ຕາມ​ພື້ນ​ຖານ​ຊື້​ຂາຍ ຕູ້​ຄອນ​ເທນ​ເນີ​ທົ່ວ​ໂລກ Container xChange ແລ້ວ, ລະ​ບົບ​ສະ​ໜອງ​ທົ່ວ​ໂລກ​ໃນ​ໄລ​ຍະ​ຜ່ານ​ມາ ພວມ​ຫັນ​ປ່ຽນ​ໄປ​ຍັງ​ບັນ​ດາ​ປະ​ເທດ​ຢູ່​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ຄື ສິງ​ກະ​ໂປ, ມາ​ເລ​ເຊຍ, ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ອື່ນ​ ຍ້ອນ​ນະ​ໂຍ​ບາຍ​ Zero-Covid ຂອງ​ຈີນ. Container xChange ໃຫ້​ຂໍ້ສັງ​ເກດ​ວ່າ ບັນ​ດາ​ບໍ​ລິ​ສັດ​ຂົນ​ສົ່ງ​ ຕູ້​ຄອນ​ເທນ​ເນີ​ທົ່ວ​ໂລກ ພວມ​ຊອກ​ຫາ​ວິ​ທີ​ການ​ຫັນ​ບັນ​ດາ​ເສັ້ນ​ທາງ​ການ​ຄ້າ​ສິນ​ຄ້າ, ຈາກ​ເສັ້ນ​ທາງ​ເສັ້ນ​ດຽວ​ກາຍ​ເປັນ​ເສັ້ນ​ທາງຫຼາຍ​ເສັ້ນ. ໃນ​ນັ້ນ, ມີ​ບັນ​ດາ​ປະ​ເທດ​ຄື: ມາ​ເລ​ເຊຍ, ຫວຽດ​ນາມ ແລະ ສິງ​ກະ​ໂປ ທີ່​ພວມ​ພົ້ນເດັ່ນຂຶ້ນ​ຄື​ຄູ່​ຮ່ວມ​ມື​ທີ່​ເຂັ້ມແຂງ​​ໃນ​ການ​ແກ້ງ​ແຍ້ງ​ກັນ​ກ່ຽວ​ກັບ​ການ​ຂົນ​ສົ່ງ​ການ​ຄ້າ ຕູ້ Container.

ອາດ​ເຫັນ​ໄດ້​ວ່າ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທ່າ​ກຳ​ປັ່ນ ຫວຽດ​ນາມ ໃນ​ປັດ​ຈຸ​ບັນ​ແມ່ນ​ປະ​ຖົມ​ປັດ​ໄຈ​ເພື່ອ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ກຳ​ປັ່ນ​ນຳ​ໃຊ້​ທ່າ​ກຳ​ປັ່ນ ຫວຽດ​ນາມ ເປັນ​ຂັ້ນ​ຕອນ​ທີ່ສຳ​ຄັນ​ໃນ​ລະ​ບົບການ​ເດີນ​ທະເລ​ໃນ​ທົ່ວ​ໂລກ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.