ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Sydney ຕິດ​ພັນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຜ່ານ​ບັນ​ດາ​ການ​ລະຫຼິ້ນ​ພື້ນ​ເມືອງ​ວັນ​ບຸນ​ເຕັດ

06:00 | 07/02/2023

ຍ​ສ​ໝ - ໂດຍ​ເຊື່ອມ​ຕົວ​ເຂົ້າ​ກັບ​ບັນ​ຍາ​ກາດ​ ຊົມ​ເຊີຍ​ພັກ, ຊົມ​ເຊີຍ​ລະ​ດູ​ບານ​ໃໝ່, ຕອນ​ຄ່ຳ​ວັນ​ທີ 4 ກຸມ​ພາ, ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Sydney (ອົດ​ສະ​ຕາ​ລີ) ໄດ້​ຈັດ​ຕັ້ງ​ລາຍ​ການ​ພົບ​ປະ​ປະ​ຊາ​ຄົມ “ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ 2023”.

ການ​ເຕີບ​ໂຕ​ຫວຽດ​ນາມ ຄາດ​ວ່າ​ຢູ່ກຸ່ມ​ລະ​ດັບ​ສູງ​ທີ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ການ​ເຕີບ​ໂຕ​ຫວຽດ​ນາມ ຄາດ​ວ່າ​ຢູ່ກຸ່ມ​ລະ​ດັບ​ສູງ​ທີ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ
ສິນ​ຄ້າ​ສົ່ງ​ອອກ​ໄປ​ຍັງ​ອາ​ເມ​ລິ​ກາ​ຜ່ານ​ທາງ​ທະ​ເລ ຫວຽດ​ນາມ ຍືນ​ຢູ່​ອັນ​ດັບ​ທີ 2 ຂອງ ອາ​ຊີ ​ ສິນ​ຄ້າ​ສົ່ງ​ອອກ​ໄປ​ຍັງ​ອາ​ເມ​ລິ​ກາ​ຜ່ານ​ທາງ​ທະ​ເລ ຫວຽດ​ນາມ ຍືນ​ຢູ່​ອັນ​ດັບ​ທີ 2 ຂອງ ອາ​ຊີ ​
ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Sydney ຕິດ​ພັນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຜ່ານ​ບັນ​ດາ​ການ​ລະຫຼິ້ນ​ພື້ນ​ເມືອງ​ວັນ​ບຸນ​ເຕັດ
ທ່ານ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ຫງວຽນ​ດັງ​ທັງ ແລະ ພັນ​ລະ​ຍາ ມອບ​ໃບ​ຍ້ອງ​ຍໍ​ໃຫ້​ແກ່​ສ່ວນ​ບຸກ​ຄົນ/ອົງ​ການ 17 ຄົນ/ອົງ​ການ​ ທີ່​ມີ​ຜົນ​ງານ​ດີ​ເດັ່ນ​

ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Sydney ຕິດ​ພັນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຜ່ານ​ບັນ​ດາ​ການ​ລະຫຼິ້ນ​ພື້ນ​ເມືອງ​ວັນ​ບຸນ​ເຕັດ

ໂດຍ​ເຊື່ອມ​ຕົວ​ເຂົ້າ​ກັບ​ບັນ​ຍາ​ກາດ​ ຊົມ​ເຊີຍ​ພັກ, ຊົມ​ເຊີຍ​ລະ​ດູ​ບານ​ໃໝ່, ຕອນ​ຄ່ຳ​ວັນ​ທີ 4 ກຸມ​ພາ, ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Sydney (ອົດ​ສະ​ຕາ​ລີ) ໄດ້​ຈັດ​ຕັ້ງ​ລາຍການ​ພົບ​ປະ​ປະ​ຊາ​ຄົມ “ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ 2023”

ເຫດ​ການ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ຮອງ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ນາງ ເຈິ່ນ​ເລ​ເຟືອງ ພ້ອມ​ກັບ​ແຂກ​ຖືກ​ເຊີນ ກ່​ວາ 200 ທ່ານ ເຊິ່ງ​ແມ່ນ​ສະ​ມາ​ຊິກ​ຂອງ​ບັນ​ດາ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ, ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ປັນ​ຍາ​ຊົນ, ນັກ​ທຸ​ລະ​ກິດ, ນັກ​ທ່ອງ​ທ່ຽວ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ແລະ ເພື່ອນ​ມິດ​ສາ​ກົນ ປະ​ຈຳ ອົດ​ສະ​ຕາ​ລີ.

ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ ຫງວຽນ​ດັ້ງ​ທັງ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ຮັບ​ຜິດ​ຊອບ​ບັນ​ດາ​ລັດ New South Wales, Queensland ແລະ ອົດ​ສະ​ຕາ​ລີ ໄດ້ຫວນ​ຄືນ​ບັນ​ດາ​ຜົນ​ງານ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ການ​ທູດ​ຂອງ​ປະ​ເທດ​ຊາດ, ການ​ພົວ​ພັນ​ອັນສະ​ໜິດ​ແໜ້ນ​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ, ກໍ່​ຄື​ແບ່ງ​ປັນ​ແງ່​ຫວັງ​ໃນ​ປີ 2023 ເມື່ອ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກາ​ນ​ພົວ​ພັນ​ທາງ​ການ​ທູດ.

ທ່ານ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ຫງວຽນ​ດັງ​ທັງ ໃຫ້​ຮູ້​ວ່າ ໃນ​ໄລ​ຍະ​ຜ່ານ​ມາ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ພວມ​ນັບ​ມື້​ນັບ​ໝັ້ນ​ແກ່ນ ແລະ ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ, ສະ​ແດງ​ໃຫ້​ເຫັນ​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ - ເສດ​ຖະ​ກິດ - ສັງ​ຄົມ. ໝາກ​ຜົນ​ນີ້ບັນ​ລຸ​ໄດ້​ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ບໍ່​ແມ່ນ​ໜ້ອຍ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ, ບັນ​ດາ​ທູດ​ປະ​ຊາ​ຊົນ ຂອງ ຫວຽດ​ນາມ ຄື​ລຸງ​ໂຮ່ ຝາກ​ຝັງ.

ທ່ານ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ຫງວຽນ​ດັງ​ທັງ ແບ່ງ​ປັນ​ວ່າ​ການ​ຫວນຄືນ​ການ​ລະຫຼິ້ນ​ພື້ນ​ເມືອງ​ໃນ​ເຫດ​ການ​ບຸນ​ເຕັດ​ປະ​ຊາ​ຄົມ​ປີ​ນີ້ ເພື່ອ​ແນ​ໃສ່​ເປົ້າ​ໝາຍ​ມຸ່ງ​ໄປ​ເຖິງ​ຄົນ​ລຸ້ນ​ໜຸ່ມ, ຜູ້​ຈະ​ພັດ​ທະ​ນາ​ກາ​ນ​ພົວ​ພັນ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ​ໃນ​ໄລ​ຍະ 50 ປີ​ຈະ​ມາ​ເຖິງ ແລະ ຍິ່ງ​ໄປ​ກ່​ວາ​ນັ້ນ​ແມ່ນ​ໄກ​ກ່​ວາ​ອີກ. ນີ້​ກໍ່​ແມ່ນ​ໂອ​ກາດ​ເພື່ອ​ຊ່ວຍ​ໃຫ້​ຄົນ​ລຸ້ນ​ໜຸ່ນ ເຂົ້າ​ໃຈ​ແຈ້ງ​ກ່​ວາ​ກ່ຽວ​ກັບ​ຮີດຄອງ​ປະ​ເພ​ນີ, ວັດ​ທະ​ນະ​ທຳ​ຂອງ​ຊາດ, ບ້ານ​ເກີດ​ເມືອງນອນ.

ຄຳ​ສັ່ງກ່າວຂອງ​ທ່ານ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ຫງວຽນ​ດັງ​ທັງ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຮງ​ຈາກ​ພໍ່​ແມ່​ພີ່​ນ້ອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ທ່ານ ໂຮ່​ມິງ​ຢາງ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ນະ​ຄອນ Sydney ກ່​ວາ 20 ປີ ສະ​ແດງ​ຄວາມ​ຕຶ້ນ​ຕັນ​ໃຈ​ທ່າມ​ກາງ​ບັນ​ຍາ​ກາດທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ນ້ຳ​ໃຈ​ຂອງ​ປະ​ຊາ​ຄົມວ່າ: ຂ້າ​ພະ​ເຈົ້າ​ດີ​ໃຈ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ໂຄງ​ການ​ບຸນ​ເຕັດ​ປະ​ຊາ​ຄົມ​ໃນ​ມື້​ນີ້. ບັນ​ຍາ​ກາດ​ອົບ​ອຸ່ນທີ່ສຸດ ແລະ ຜູ້​ໃດ​ກໍ່​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ. ພາຍຫຼັງ ປະ​ເທດ​ເຮົາ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ພະ​ຍາດ​ໂຄວິດ - 19 ເປັນ​ເວ​ລາ 2 – 3 ປີ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ ໃນ​ປີ 2023, ປະ​ເທດ​ເຮົາ​ຈະ​ປະ​ສົບ​ກັບ​ຄວາມ​ສະ​ດວກ, ເພື່ອ​ໃຫ້​ທຸກ​ຄົນ​ລ້ວນ​ແຕ່​ຮ່ວມ​ແຮ່ງ​ຮ່ວມ​ໃຈ​ສ້າງ​ສາປະ​ເທດ​ໃຫ້​ດີ​ງາມ​ກ່​ວາ​ອີກ.

ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ການ​ລະຫຼິ້ນ​ຕ່າງໆ, ກໍ່ຍັງ​ມີ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ ທີ່​ໄດ້​ຮັບ​ການ​ສ້າງ​ແບບ​ພິ​ຖີ​ພິ​ຖັນ, ແນະ​ນຳ​ບັນ​ດາ​ຮູບ​ແບບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ​ຢ່າງ​ອຸ​ດົມ​ສົມ​ບູນ ໂດຍຄະ​ນະ​ຈັດ​ຕັ້ງ​ກໍ່​ໄດ້​ປະ​ສານ​ສົມ​ທົບ​ເປັນ​ຢ່າງ​ດີ, ເພື່ອ​ຊ່ວຍ​ໃຫ້​ປະ​ຊາ​ຄົມ​ຊາວ​ຊາ​ວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໄດ້​ຕ້ອນ​ຮັບ​ບຸນ​ລະ​ດູ​ບານ​ໃໝ່​ທີ່​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ​ຫວຽດ.

ທຸກ​ຄົນ​ສ່ວນຫຼາຍ​ທີ່ເຂົ້າ​ຮ່ວມ​ງານ ລ​ວ້ນ​ແຕ່​ມີ​ຄວາມ​ຮູ້​ສຶກວ່າ ລາຍ​ການ “ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີ​ດ​ເມືອງນອນ 2023” ໂດຍ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນ​າມ ປະ​ຈຳ Sydney ຈັດ​ຕັ້ງ​ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໝົດ​ທຸກ​ຄົນ.

ໃນ​ບັນ​ຍາ​ກາດ​ບຸນ​ເຕັດ​ປະ​ຊາ​ຄົມ​ທີ່​ອົບ​ອຸ່ນ ແລະ ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ, ທ່ານ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ຫງວຽນ​ດັງ​ທັງ ແລະ ແຂກ​ຖືກ​ເຊີນ​ໝົດ​ທຸກ​ຄົນ ໄດ້​ຍົກ​ຈອກອວຍ​ພອນ​ສຸ​ຂະ​ພາບ​ໃຫ້​ກັນ, ປີ​ໃໝ່​ປະ​ສົບ​ຜົນ​ສຳ​ເລັດ ແລະ ພ້ອມ​ກັ​ນ​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ໃນ​ວັນ​ບຸນ​ເຕັດ​ຂອງ ຫວຽດ​ນາມ.

ເນື່ອງ​ໃນ​ໂອ​ກາດ​ນີ້, ທ່ານ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ຫງວຽນ​ດັງ​ທັງ ແລະ ພັນ​ລະ​ຍາ ໄດ້​ເປັນ​ກຽດ ມອບ​ໃບ​ຍ້ອງ​ຍໍ​ໃຫ້​ແກ່​ສ່ວນ​ບຸກ​ຄົນ/ອົງ​ການ 17 ຄົນ/ອົງ​ການ​ ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ຄົ້ນ​ຄ້​ວາ, ຮ່ຳ​ຮຽນ ແລະ ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ແກ່​ການ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ມຸນ​ຄ່າ​ວັດ​ທະ​ນະ​ທຳ, ມະ​ນຸດ​ສະ​ທຳ​ຂອງ​ຊາດ ຫວຽດ​ນາມ ໃນ​ປີ​ຜ່ານ​ມາ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.