ດ່າ​ນັ້ງ ນອນ​ໃນ Top 7 ຫາດ​ຊາຍ​ທະ​ເລ​ແຖວ​ໜ້າ​ໂລກ

22:44 | 06/02/2023

ຍ​ສ​ໝ - ຫວ່າງ​ມໍ່ໆ​ມາ​ນີ້, ໜັງ​ສື​ພິມ NZ Herald News ຂອງ ນິ​ວ​ຊີ​ແລນ ໄດ້​ປະກາດ Top 7 ຫາດ​ຊາຍ​ທະ​ເລ​ແຖວ​ໜ້າ​ໂລກ, ໃນ​ນັ້ນ ມີ​ດ່າ​ນັ້ງ​ຂອງ ຫວຽດ​ນາມ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ສະ​ຖານ​ທີ່ທ່ອງ​ທ່ຽວ​ທີ່​ດີ​ເພື່ອ​ອາບ​ແດດ​ໃນ​ໄລ​ຍະ​ຜັກ​ຜ່ອນ​ລະ​ດູ​ຮ້ອນ.

ນະ​ຄອນ​ດ່າ​ນັ້ງ ມອບ​ໂຮງ​ຮຽນ​ມິດ​ຕະ​ພາບ​ທີ່​ມີ​ມູນ​ຄ່າ 7 ຕື້​ດົ່ງ ໃຫ້​ແກ່​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແຂວງ ຈຳ​ປາ​ສັກ (ລາວ) ນະ​ຄອນ​ດ່າ​ນັ້ງ ມອບ​ໂຮງ​ຮຽນ​ມິດ​ຕະ​ພາບ​ທີ່​ມີ​ມູນ​ຄ່າ 7 ຕື້​ດົ່ງ ໃຫ້​ແກ່​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແຂວງ ຈຳ​ປາ​ສັກ (ລາວ)
ດ່າ​ນັ້ງ ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຈະ​ກາຍ​ເປັນ ດ່າ​ນັ້ງ ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຈະ​ກາຍ​ເປັນ "Silicon Valley" ຂອງ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້
ດ່າ​ນັ້ງ ນອນ​ໃນ Top 7 ຫາດ​ຊາຍ​ທະ​ເລ​ແຖວ​ໜ້າ​ໂລກ
ພາບ​ປະ​ກອບ: NZ Herald News

ດ່າ​ນັ້ງ ນອນ​ໃນ Top 7 ຫາດ​ຊາຍ​ທະ​ເລ​ແຖວ​ໜ້າ​ໂລກ

ຫວ່າງ​ມໍ່ໆ​ມາ​ນີ້, ໜັງ​ສື​ພິມ NZ Herald News ຂອງ ນິ​ວ​ຊີ​ແລນ ໄດ້​ປະກາດ Top 7 ຫາດ​ຊາຍ​ທະ​ເລ​ແຖວ​ໜ້າ​ໂລກ, ໃນ​ນັ້ນ ມີ​ດ່າ​ນັ້ງ​ຂອງ ຫວຽດ​ນາມ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ສະ​ຖານ​ທີ່ທ່ອງ​ທ່ຽວ​ທີ່​ດີ​ເພື່ອ​ອາບ​ແດດ​ໃນ​ໄລ​ຍະ​ຜັກ​ຜ່ອນ​ລະ​ດູ​ຮ້ອນ.

ຕາມ​ຜູ້​ຂຽນ Sara Bunny ແລ້ວ, ດ່າ​ນັ້ນ​ແມ່ນ​ນະ​ຄອນ​ແຄມ​ທະ​ເລ​ທີ່​ຄຶກ​ຄື້ນ​ມ່ວນ​ຊື່ນ ດ້ວຍ​ຫາຍ​ຊາຍ​ຂາວ​ຍາວ​ຢຽດ​ຢູ່​ແຄມ​ທະ​ເລ. ນີ້​ແມ່ນ​ສະ​ຖານ​ທີ່​ເໝາະ​ສົມ​ກັບ​ແຂກ​ທ່ອງ​ທ່ຽວ​ທີ່​ມີ​ຄວາມ​ນິ​ຍົມ​ຊົມ​ຊອບ​ອາບ​ແດດ.

Sara Bunny ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຫາດ​ຊາດ ມີ​ເຄ ແລະ ຫາດ​ຊາຍ ມີ​ອານ ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ ທີ່​ຮົກ​ເຮື້ອ ພ້ອມ​ກັບ​ນ້ຳ​ທີ່​ໃສ​ເຢັນ, ຊາຍ​ຂາວ, ແດດ​ເຫຼືອງ. ສະ​ຖານ​ທີ່​ແຫ່ງ​ນີ້​ຍັງ​ດຶງ​ດູດ​ດ້ວຍ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ທີ່​ຈັບ​ອົກ​ຈັບ​ໃຈ ແລະ ອາ​ຫານ​ການ​ກິນ​ເຂດ​ທະ​ເລ​ທີ່​ແຊບ​ນົວ.

ດ່າ​ນັ້ງ ມີ​ເສັ້ນ​ທາງ​ທີ່ສວຍ​ງາມ​ດ້ວຍ​ຂົວ​ທີ່ແປກໃໝ່​ຫຼາຍ​ແຫ່ງ. ຂົວ​ມັງ​ກອນ ມີ​ຮູບ​ໂຕ​ມັງ​ກອນ ແລະ ຊີດ​ນ້ຳ​ອອກຈາກ​ປາກ, ໃນ​ຂະ​ນະ​ທີ່​ຂົວ​ຄຳ ​ມີ​ເສັ້ນ​ທາງຍາວ​ກ່​ວາ 150 ແມັດ, ພົ້ນ​ເດັ່ນ​ກ່​ວາ​ໝູ່​ແມ່ນ​ຜົນ​ງານ​ແກະ​ຄວັດ​ສະຫຼັກ​ມື​ຍັກທີ່ຊວ້ານຊູເອົາ​ຂົວ.

ກ່ອນ​ໜ້າ​ນັ້ນ, ເມື່ອ​ປີ 2005, Fober ອາ​ເມ​ລິ​ກາ ໄດ້​ຄັດ​ເລືອ​ກ​ຫາດ​ຊາຍ​ທະ​ເລ ດ່າ​ນັ້ງ​ ແມ່ນ​ໜຶ່ງ​ໃນ 6 ຫາດ​ຊາຍ​ທີ່​ຈັບ​ໃຈ​ທີ່​ສຸດ​ໂລກ. Fober ກໍ່​ນຳ​ຊື່​ນະ​ຄອນ​ດ່າ​ນັ້ງ​ເຂົ້າ​ບັນ​ດາ​ຊີ​ລາຍ​ຊື່ “ນະ​ຄອນ​ສວຍ​ງາມ ແລະ ມີ​ຄ່າ​ໃຊ້​ຈ່າຍ​ເໝາະ​ສົມ​ທີ່​ສຸດສຳລັບຊາວ​ຕ່າງ​ປະ​ເທດ” ໃນ​ປີ 2019. ສ່ວນ The Guardian (ອັງ​ກິດ) ກໍ່​ຈັດ​ຂົວ​ຄຳ - ດ່າ​ນັ້ງ ເຂົ້າ Top ຂົວຍ່າງ​ທີ່​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ໃນ​ໂລກ ດ້ວຍ​ການ​ອອກ​ແບບ​ທີ່​ໃໝ່​ອ່ຽມ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ ໃນ​ປີ 2018.

ນອກ​ຈາກ​ນັ້ນ, ຫາດ​ຊາຍ ດ່າ​ນັ້ງ ຍັງ​ມີ​ຊື່​ຢູ່​ໃນ​ບັນ​ຊີ​ລາຍ​ຊື່ 7 ຫາດ​ຊາຍ​ແຖວ​ໜ້າ​ໂລກ ຂອງ NZ Herald News, ຢູ່​ອາ​ຊີ ຍັງ​ມີ​ຫາດ​ຊາຍ Fulong (ໄຕ້ຫວັນ, ຈີນ), ສ່ວນ​ຫາດ​ຊາຍທີ່​ຍັງ​ເຫຼືອ​ລວມ​ມີ: Praia da Joatinga (ບ​ຣາ​ຊິນ), Glass (Califonia, ອາ​ເມ​ລິ​ກາ), Blavand (ເດນ​ມາກ), Parnu (Estonia) ແລະ Rugen (ເຢຍ​ລະ​ມັນ).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.