ຫຼາຍການເຄື່ອນໄຫວທີ່​ຟົດຟື້ນ​ໃນ​ງານ​ບຸນເກັບໝາກໝັ້ນປີ 2024 ຢູ່​ຕາ​ແສງເຂດຊາຍແດງ ​ເງ້ອານ

ຫຼາຍການເຄື່ອນໄຫວທີ່​ຟົດຟື້ນ​ໃນ​ງານ​ບຸນເກັບໝາກໝັ້ນປີ 2024 ຢູ່​ຕາ​ແສງເຂດຊາຍແດງ ​ເງ້ອານ

ຍສໝ - ວັນ​​ບຸນເກັບໝາກໝັ້ນປີ 2024 ໄດ້ຈັດ​ຂຶ້ນ​ຢູ່​ຕາ​ແສງ ເມື່ອງຫຼົງ (ເມືອງ ກີ​ເຊີນ, ແຂວງ ເງ້​ອານ) ດ້ວຍການເຄື່ອນໄຫວວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫຼາຍຢ່າງຂອງ​ຊາວ​ເຜົ່າ​ ມົ້ງ ແລະ ແມ່ນ​ເຫດການ ເພື່ອແຜ່ກະຈາຍ​ສີສັນຂອງ​ເຂດ​ຊາຍ​ແດນ ​ແລະ ​ໂຄສະນາ, ແນະນຳ​ເຄື່ອງໝາຍການຄ້າຂອງໝາກໝັ້ນ ຕ່າມຮວາ.

ກອງປະຊຸມພົບປະຢູ່ຫຼັກໝາຍຈຸດຕັດກັນຂອງເສັ້ນຊາຍແດນ ຫວຽດນາມ - ລາວ - ຈີນ

ກອງປະຊຸມພົບປະຢູ່ຫຼັກໝາຍຈຸດຕັດກັນຂອງເສັ້ນຊາຍແດນ ຫວຽດນາມ - ລາວ - ຈີນ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ​ຢູ່​ຫຼັກ​ໝາຍຈຸດຕັດກັນຂອງເສັ້ນຊາຍ​ແດນ 3 ປະ​ເທດ​ ​ຫວຽດ​ນາມ - ລາວ - ຈີນ, ສອງປ້ອມປ້ອງກັນຊາຍແດນ A Pa Chai ​ແລະ ແຊ​ນເທື້ອງ (ກອງບັນຊາການທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ດ້ຽນບຽນ, ຫວຽດນາມ) ​ໄດ້​ດຳ​ເນີນ​ກອງປະຊຸມພົບປະ​ກັບ ກົມຕຳຫຼວດ​ເມືອງ ຍອດອູ, ​ແຂວງ ຜົ້ງ​ສາລີ (ລາວ) ແລະ ກອງຮ້ອຍຄຸ້ມຄອງຊາຍແດນ ຢ່າງແທງ, ແຂວງ ຢູນໜານ (ຈີນ).

ຊຸກຍູ້ຄວາມຮູ້ດ້ານຂໍ້ມູນຂ່າວສານຕ່າງປະເທດ ໃຫ້ແກ່ບັນດາກຳລັງເຂົ້າຮ່ວມການເຄື່ອນໄຫວຢູ່ເຂດຊາຍແດນ

ຊຸກຍູ້ຄວາມຮູ້ດ້ານຂໍ້ມູນຂ່າວສານຕ່າງປະເທດ ໃຫ້ແກ່ບັນດາກຳລັງເຂົ້າຮ່ວມການເຄື່ອນໄຫວຢູ່ເຂດຊາຍແດນ

ຍສໝ - ໃນລະຫວ່າງວັນທີ 13 – 17 ພຶດສະພາ, ຢູ່ນະຄອນ ບ໋ວນມາທ້ວນ, ໂຮງຮຽນບຳລຸງສ້າງຜູ້ຄຸ້ມຄອງຂໍ້ມູນຂ່າວສານ ແລະ ສື່ສານ (ກະຊວງຖະແຫລງຂ່າວ ແລະ ສື່ສານ) ໄດ້ຈັດຕັ້ງຊຸດຝຶກອົບຮົມຄວາມຮູ້, ຄວາມສາມາດ, ວິຊາສະເພາະຂໍ້ມູນຂ່າວສານໃຫ້ແກ່ບັນດາກຳລັງທີ່ເຂົ້າຮ່ວມການ​ເຄື່ອນ​ໄຫວຂໍ້ມູນຂ່າວສານຕ່າງປະເທດ ​ຢູ່​ເຂດ​ຊາຍ​ແດນ.

VNHIP ໜູນ​ຊ່ວຍ 1,8 ຕື້​ດົ່ງ ​ເພື່ອ​ປັບປຸງຄຸນ​ນະພາ​ບຊີວິດການເປັນຢູ່ໃຫ້ແກ່​ເດັກນ້ອຍ ​ແລະ ຊາວ​ໜຸ່ມ​ຢູ່ ດ່າ​ນັງ

VNHIP ໜູນ​ຊ່ວຍ 1,8 ຕື້​ດົ່ງ ​ເພື່ອ​ປັບປຸງຄຸນ​ນະພາ​ບຊີວິດການເປັນຢູ່ໃຫ້ແກ່​ເດັກນ້ອຍ ​ແລະ ຊາວ​ໜຸ່ມ​ຢູ່ ດ່າ​ນັງ

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ດ່າ​ນັງ ຫາ​ກໍ່​ໄດ້​ອອກ​ມະຕິ​ສະບັບ​ເລກທີ 959/QD-UBND ລົງ​ວັນ​ທີ 8 ພຶດສະພາ 2024 ວ່າດ້ວຍການອະນຸມັດ​ການ​ຮັບບ້ວງ​ເງິນ​ເກືອບ 1,8 ຕື້​ດົ່ງ​ຈາກ​ໂຄງການປັບປຸງຄຸນ​ນະພາ​ບຊີວິດການເປັນຢູ່ໃຫ້ແກ່​ເດັກນ້ອຍ ​ແລະ ຊາວ​ໜຸ່ມ​ອາຍຸ​ຕ່ຳ​ກວ່າ 25 ປີ ທີ່ຮັບ​ຜົນ​ກະທົບ​ຈາກ​ເຊື້ອ HIV/AIDS ຢູ່​ນະຄອນ ດ່າ​ນັງ ໂດຍ​ອົງການ Vietnam Health Improvement Projects (VNHIP) ອຸປະຖຳ.

ສະພາສິດທິມະນຸດສະຫະປະຊາຊາດໄດ້ຮັບຮອງເອົາບົດລາຍງານປະເທດ UPR Cycle IV ຂອງຫວຽດນາມ

ສະພາສິດທິມະນຸດສະຫະປະຊາຊາດໄດ້ຮັບຮອງເອົາບົດລາຍງານປະເທດ UPR Cycle IV ຂອງຫວຽດນາມ

ຍສໝ - ຕອນ​ບ່າຍ​ວັນ​ທີ 10 ພຶດສະພາ, ຢູ່​ສຳນັກງານ​ອົງການ​ສະຫະ​ປະຊາ​ຊາດ​ທີ່​ນະຄອນ​ເຈ​ນີວາ ປະ​ເທດ​ສະ​ວິດ, ຄະນະ​ເຮັດ​ວຽກ​ກ່ຽວ​ກັບ​ການກົນໄກກວດຄືນກຳນົດເວລາ​ແຜ່ໄປທົ່ວ (UPR) ຮອບ​ທີ 4 ຂອງ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ ໄດ້​ຕົກລົງ​ຮັບຮອງ​ເອົາ​ບົດ​ລາຍ​ງານ​ແຫ່ງ​ຊາດ UPR ຂອງ​ຫວຽດນາມ.

ຫວຽດນາມ ປະຕິເສດ ສໍຳລັບບົດລາຍງານສິດເສລີທາງສາສະໜາສາກົນປີ 2024 ຂອງຄະນະກຳມະການເສລີທາງສາສະໜາສາກົນ

ຫວຽດນາມ ປະຕິເສດ ສໍຳລັບບົດລາຍງານສິດເສລີທາງສາສະໜາສາກົນປີ 2024 ຂອງຄະນະກຳມະການເສລີທາງສາສະໜາສາກົນ

ຍສໝ - ວັນ​ທີ 9 ພຶດສະພາ 2024, ຢູ່​ທີ່​ກອງ​ປະຊຸມ​ຂ່າວ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ, ​ໃນການຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວສະເໜີໃຫ້ຮູ້ວ່າ ກ່ຽວກັບວິຈານຂອງ​ ຫວຽດນາມ ກ່ຽວກັບບົດ​ລາຍ​ງານ​ສິດ​ເສລີ​ທາງ​ສາສະໜາ​ປີ 2024 ຂອງ​ກຳມາທິການການ​ເສລີ​ທາງ​ສາສະໜາ​ສາກົນ (USCIRF), ທ່ານນາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຟ້າມທູຮັ່ງ ​ເນັ້ນ​ໜັກວ່າ:

ອີກປະຕູໜຶ່ງໃຫ້ແກ່ການພົວພັນການຄ້າ ຫວຽດນາມ - ຈີນ

ອີກປະຕູໜຶ່ງໃຫ້ແກ່ການພົວພັນການຄ້າ ຫວຽດນາມ - ຈີນ

ຍສໝ - ຕອນ​ເຊົ້າ​ວັນ​ທີ 9 ພຶດສະພາ, ຢູ່​ແຂວງ ກວາງ​ນິງ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ເຫັນ​ດີ​ເປັນ​ເອກະສັນ ​ກ່ຽວ​ກັບ​ແຜນການ​ຈັດ​ຕັ້ງ​ພິທີ​ເປີດ​ດ່ານ​ຊາຍ​ແດນ​ສອງ​ປະ​ເທດ​ຢ່າງ​ເປັນ​ທາງ​ການ​ຄື: ທາງ​ເຂົ້າ ບັກ​ຟອງ​ຊິງ (ຫວຽດນາມ) - ​ລິ​ຮ່ວາ (ຈີນ) ​ຢູ່ກມ 0 ​ແລະ ຂົວ​ດ່ານ​ຊາຍ​ແດນ ຮ່ວາງ​ໂມ - ດົ່ງ​ຈູງ.

ກອງທະຫານຊ່າງແສງ ຫວຽດນາມ ເປີດນຳໃຊ້ຄ້າຍອັດສະລິຍະຢູ່ Abyei

ກອງທະຫານຊ່າງແສງ ຫວຽດນາມ ເປີດນຳໃຊ້ຄ້າຍອັດສະລິຍະຢູ່ Abyei

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ (7 ພຶດສະພາ 1954 – 7 ພຶດສະພາ 2024), ຄະນະ​ກອງທະຫານຊ່າງແສງ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ​ກອງ​ທະຫານ​ອັດສະລິຍະ​ຢູ່​ຖານ​ທີ່​ໝັ້ນ​ທາງ​ຫຼວງ (​ເຂດ Abyei, ອາ​ຟຣິກາ).

69 ປີ ແຫ່ງການເດີນທາງ ປົກປັກຮັກສາທະເລອັນສະຫງ່າງາມຂອງນັກຮົບກອງທັບເຮືອປະຊາຊົນຫວຽດນາມ

69 ປີ ແຫ່ງການເດີນທາງ ປົກປັກຮັກສາທະເລອັນສະຫງ່າງາມຂອງນັກຮົບກອງທັບເຮືອປະຊາຊົນຫວຽດນາມ

ຍສໝ - ເປັນເວລາ 69 ປີ (1955-2024) ແຫ່ງ​ການ​ກໍ່ສ້າງ, ຕໍ່ສູ້, ຍາດ​ໄດ້​ໄຊຊະນະ ແລະ ​ເຕີບ​ໃຫ່ຍ, ບັນດາຮຸ້ນພະນັກງານ, ນັກຮົບ​ກອງທັບ​ເຮືອ ​ປະຊາຊົນ​ຫວຽດນາມ ໄດ້ສືບທອດກັນເສີມສ້າງ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າ​ງາມ​ຂອງ​ເຫຼົ່າທັບ.

Peace Trees ຫວຽດ​ນາມ ໜູນ​ຊ່ວຍ​ການ​ກໍ່​ສ້າງຕົວແບບໂຮງ​ຮຽນ​ອະ​ນຸ​ບານ K-ing ຢູ່​ຕາ​ແສງຊາຍແດນ ກວາງ​ບິ່ງ.

Peace Trees ຫວຽດ​ນາມ ໜູນ​ຊ່ວຍ​ການ​ກໍ່​ສ້າງຕົວແບບໂຮງ​ຮຽນ​ອະ​ນຸ​ບານ K-ing ຢູ່​ຕາ​ແສງຊາຍແດນ ກວາງ​ບິ່ງ.

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ບິ່ງ ​ໄດ້​ອອກ​ມະຕິ​ສະບັບ​ເລກທີ 1116/QD-UBND ລົງ​ວັນ​ທີ 3 ພຶດສະພາ 2024 ກ່ຽວ​ກັບ​ການ​ຮັບຮອງ​ເອົາ​ໂຄງການ​ກໍ່ສ້າງ​ຕົວແບບໂຮງຮຽນ​ອະນຸບານ K-ing ຢູ່​ຕາ​ແສງຊາຍແດນ ຈ້ອງຮວາ (​ເມືອງ​ ມິງຮວາ) ​ໂດຍ​ອົງການ Peace Trees ຫວຽດນາມ (PTVN) ອຸປະຖຳ.

ສະຫະປະຊາຊາດ ໄດ້ເລືອກເອົາປີ 2026 ເປັນປີສາກົນ ແມ່ຍິງເຮັດວຽກງານກະສິກຳ

ສະຫະປະຊາຊາດ ໄດ້ເລືອກເອົາປີ 2026 ເປັນປີສາກົນ ແມ່ຍິງເຮັດວຽກງານກະສິກຳ

ຍສໝ - ສະ​ມັດ​ຊາ​ໃຫຍ່​ສະຫະປະຊາຊາດ ຫາກກໍເຫັນດີເປັນເອກະພາບ​ຜ່ານ​ມະຕິເລືອກເອົາປີ 2026 ເປັນປີສາກົນແມ່ຍິງເຮັດວຽກງານກະສິກຳ. ມະຕິ​ດັ່ງກ່າວ​ ໂດຍກຸ່ມຫຼັກແຫຼ່ງລວມມີ: ອາ​ເມ​ລິ​ກາ, ອາກຊັງຕິນ, ໂກໂລມບີ, ຝຣັ່ງ, ອີ​ຕາ​ລີ, ຍີ່ປຸ່ນ, ມາຣົກ, ​ເປຣູ, ຟີ​ລິບ​ປິນ ​ແລະ ຫວຽດນາມ ສະເໜີ ແລະ ໄດ້ມີ 126 ປະ​ເທດອຸປະຖຳຮ່ວມ.

ຢ້ຽມຢາມ ແລະ ລະດົມໃຈພະນັກງານ, ນັກຮົບ, ປະຊາຊົນ ເຈື່ອງຊາ ແລະ ເຮືອນຖານ DK1

ຢ້ຽມຢາມ ແລະ ລະດົມໃຈພະນັກງານ, ນັກຮົບ, ປະຊາຊົນ ເຈື່ອງຊາ ແລະ ເຮືອນຖານ DK1

ຍສໝ - ໃນລະຫວ່າງວັນທີ 26 ເມສາ ຫາວັນທີ 2 ພຶດສະພາ, ຄະນະຜູ້ແທນນະຄອນ ໂຮ່ຈີມິນ ໂດຍທ່ານ ວາທີພົນເຮືອເອກ ຝ້າມຢືຊວນ, ຮອງແມ່ທັບເຮືອເປັນຫົວໜ້າຄະນະ, ແລະ ທ່ານ ຫງວຽນເຝືອກໂລກ, ຮອງເລຂາຄະນະພັກນະຄອນ, ຫົວໜ້າຄະນະຜູ້ແທນນະຄອນ ໂຮ່ຈີມິນ ໄດ້​ລົງ​ຢ້ຽມຢາມ, ​ໃຫ້​ກຳລັງ​ໃຈ ​ແລະ ມອບ​ຂອງຂວັນ​ໃຫ້​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ຢູ່​ເກາະ​ຈຳນວນ​ໜຶ່ງ​ຢູ່ ​ເຈື່ອງ​ຊາ, ​ແຂວງ​ແຄ໋ງຮ່ວາ ​ແລະ ເຮືອນຖານ DK1.

ນ້ຳໃຈທະຫານປະຊາຊົນໃນມື້ທີ່ແດດຮ້ອນ ແຫ້ງແລ້ງ

ນ້ຳໃຈທະຫານປະຊາຊົນໃນມື້ທີ່ແດດຮ້ອນ ແຫ້ງແລ້ງ

ຍສໝ - ມາ​ຮອດ​ເມືອງ ເຈີ່ນວັນເທີຍ, ອູ່ມິງ ແລະ ເຖີຍບິ່ງ ຂອງ​ແຂວງ ກາເມົາ​ ໃນ​ຊຸມ​ມື້​ສຸດ​ທ້າຍ​ຂອງ​ເດືອນ ເມສາ 2024, ຫຢູ່ຫຼາຍຄອງ​ນ້ຳ, ຮ່ອງນ້ຳກໍ​ແຫ້ງ​ແລ້ງ​​, ນ້ຳບາດານຫຼາຍ​ແຫ່ງ ກໍໝົດກ້ຽງ, ທັນຍາຫານທີ່ຫ່ຽວແຫ້ງ, ປະຊາຊົນ​ຂາດ​ທັງນ້ຳເພື່ອກິນ, ດື່ມ. ອາກາດ​ທີ່​ແຫ້ງ​ແລ້ງ​ຢູ່​ທີ່​ນີ້ ​ໄດ້​ກາຍເປັນຄວາມຮ້ອນເຮັ່ງໃຈກ່ວາ, ແຕ່ເມື່ອ​ໄດ້​ຮັບ​ນ້ຳ​ເຢັນ​ທີ່​ສົ່ງ​ມາ​ຈາກບັນດາ​ທະຫານ​ກອງທັບ​ເຮືອ ກໍ່ມີຄວາມຊຸ່ມຊື່ນໃຈກວ່າ.

ຫວຽດນາມ ໄດ້ອອກຖະແຫຼງການກ່ຽວກັບເລື່ອງຈີນປະກາດຫ້າມຫາປາຢູ່ທະເລຕາເວັນອອກ

ຫວຽດນາມ ໄດ້ອອກຖະແຫຼງການກ່ຽວກັບເລື່ອງຈີນປະກາດຫ້າມຫາປາຢູ່ທະເລຕາເວັນອອກ

ຍສໝ - ທີ່​ການ​ປະຊຸມ​ຂ່າວ​ປະຈຳ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ໃນ​ຕອນ​ບ່າຍ​ວັນ​ທີ 25 ເມສາ, ທ່ານນ່າງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າມທູຮັ່ງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຮຽກຮ້ອງ​ຈີນ​ເຄົາລົບ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ອະທິປະ​ໄຕ ​ແລະ ສິດພິພາກສາ ​ຢູ່​ເຂດ​ທະ​ເລ​ຫວຽດນາມ.

ຫວຽດນາມ ມີຫຼາຍບາດກ້າວ​ໃຫຍ່​ໃນ​ການ​ແກ້​ໄຂ​ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ແລະ ຊຸກຍູ້​ສິດທິ​ຂອງ​ແມ່ຍິງ

ຫວຽດນາມ ມີຫຼາຍບາດກ້າວ​ໃຫຍ່​ໃນ​ການ​ແກ້​ໄຂ​ຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ແລະ ຊຸກຍູ້​ສິດທິ​ຂອງ​ແມ່ຍິງ

ຍສໝ - ໂດຍຕອບ​ສຳພາດກັບສື່ມວນຊົນ, ທ່ານ​ນາງ Caroline Nyamayamombe, ຫົວໜ້າ​ຜູ້ຕາງໜ້າ UN Women ຫວຽດນາມ ​ໃຫ້​ຮູ້​ວ່າ ຫວຽດນາມ ​ໄດ້​ມີຫຼາຍບາດກ້າວໃຫຍ່​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ ເພື່ອ​ແກ້​ໄຂ​ຄວາມ​ບໍ່​ສະເໝີພາບລະຫວ່າງຍິງ-ຊາຍ ແລະ ຊຸກຍູ້​ສິດທິ​ຂອງ​ແມ່ຍິງໃນ​ຫຼາຍ​ຂົງ​ເຂດຕ່າງໆ, ລວມມີ ກົດໝາຍ, ການ​ເມືອງ, ການ​ສຶກສາ ແລະ ວຽກເຮັດງານທຳ.

ໜູນຊ່ວຍວິ​ສາ​ຫະ​ກິດ​ໂດຍແມ່​ຍິງເປັນເຈົ້າຂອງ ​ເຂົ້າ​ຮ່ວມບັນດາລະບົບສະໜອງ

ໜູນຊ່ວຍວິ​ສາ​ຫະ​ກິດ​ໂດຍແມ່​ຍິງເປັນເຈົ້າຂອງ ​ເຂົ້າ​ຮ່ວມບັນດາລະບົບສະໜອງ

ຍສໝ - ປະຈຸ​ບັນ​ຢູ່​ ຫວຽດນາມ, ມີຫຼາຍກວ່າ 20% ຂອງ​ເຈົ້າຂອງວິ​ສາ​ຫະ​ກິດຂະໜາດກາງ ແລະ ນ້ອຍ ແມ່ນ​ແມ່ຍິງ; 51% ຂອງ​ວິ​ສາ​ຫະ​ກິດ ຫວຽດ​ນາມ ມີ​ແມ່ຍິງໃນ​ໂຄງ​ປະ​ກອບ​ການ​ເປັນ​ເຈົ້າ​ຂອງ, ເຊິ່ງສູງ​ກວ່າ​ບັນ​ດາ​ປະ​ເທດ. ເຖິງຢ່າງໃດກໍ່ຕາມ, ບັນດາວິ​ສາ​ຫະ​ກິດໂດຍ​ແມ່ຍິງເປັນ​ເຈົ້າ​ຂອງ ສ່ວນຫຼາຍຢູ່ຂັ້ນຕ່ຳທີ່ສຸດຂອງບັນດາລະບົບສະໜອງໃນຫຼາຍຂະແໜງການ ແລະ ປະສົບກັບຄວາມຫຍຸ້ງຍາກໃນການຕອບສະໜອງຄວາມຮຽກຮ້ອງຕ້ອງການຊື້ເຄື່ອງຂອງບັນດາບໍລິສັດໃຫຍ່.

ກະຊວງບັນຊາທະຫານ ແຂວງບິ່ງດິ້ງ ໄດ້ມາຢ້ຽມຢາມ, ອວຍພອນປີໃໝ່ ແລະ ກວດພະຍາດຢູ່ລາວ

ກະຊວງບັນຊາທະຫານ ແຂວງບິ່ງດິ້ງ ໄດ້ມາຢ້ຽມຢາມ, ອວຍພອນປີໃໝ່ ແລະ ກວດພະຍາດຢູ່ລາວ

ຍສໝ - ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ​ຂອງ​ຊາວ​ເຜົ່າ​ມົ້ງ, ​ແຕ່​ວັນ​ທີ 24 – 31 ມີນາ, ກະຊວງ​ບັນຊາທະຫານ ​ແຂວງບິ່ງ​ດິ້ງ ໄດ້​ຈັດ​ຕັ້ງ​ການ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່, ມອບ​ຂອງຂວັນ, ກວດ​ພະຍາດ, ສະໜອງ​ຢາ​ປົວ​ພະຍາດ​ໃຫ້​ປະຊາຊົນ​ບັນດາກຸ່ມບ້ານກະຈິດ, ເມືອງບາຈຽງ, ແຂວງຈໍາປາສັກ ແລະ ກຸ່ມບ້ານລະຫາວ, ແຂວງອັດຕະປື (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ).

ຫວຽດນາມ ​ເດັດດ່ຽວປະຕິເສດຄຳ​ຮຽກສິດທັງໝົດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ທີ່​ຜິດ​ກົດໝາຍ​ສາກົນ

ຫວຽດນາມ ​ເດັດດ່ຽວປະຕິເສດຄຳ​ຮຽກສິດທັງໝົດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ທີ່​ຜິດ​ກົດໝາຍ​ສາກົນ

ຍສໝ - ຫວຽດນາມ ມີ​ພື້ນຖານ​ນິຕິ​ກຳ ແລະ ຫຼັກຖານປະຫວັດສາດ​ຢ່າງ​ຄົບ​ຖ້ວນ ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ ຫວຽດນາມ ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ທີ່ສອດຄ່ອງກັບກົດໝາຍ​ສາກົນ.

ຊາວຫວຽດນາມ 3 ຄົນ ບໍລິຈາກເລືອດຢ່າງຫາຍາກ ເພື່ອຊ່ວຍເຫຼືອຄົນເຈັບອັງກິດ

ຊາວຫວຽດນາມ 3 ຄົນ ບໍລິຈາກເລືອດຢ່າງຫາຍາກ ເພື່ອຊ່ວຍເຫຼືອຄົນເຈັບອັງກິດ

ຍສໝ - ວັນ​ທີ 25 ມີນາ​ນີ້, ​ໂຮງໝໍ​ Cho Ray ​ໄດ້​ປະກາດ​ວ່າ, ມີ​ຊາວ​ຫວຽດນາມ 3 ຄົນ​ຫາ​ກໍ່​ບໍລິຈາກ​ເລືອດ​ຫາ​ຍາກ ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ເຈັບ​ອາຍຸ 64 ປີ​ສັນຊາດ​ອັງກິດ.

ການສົນທະນາກ່ຽວກັບກົນໄກການທົບທວນຕາມການກຳນົດເວລາ ຂອງສະຫະປະຊາຊາດກ່ຽວກັບສິດທິມະນຸດ

ການສົນທະນາກ່ຽວກັບກົນໄກການທົບທວນຕາມການກຳນົດເວລາ ຂອງສະຫະປະຊາຊາດກ່ຽວກັບສິດທິມະນຸດ

ຍສໝ - ໃນວັນ​ທີ 21 ມີນາ​ນີ້, ຢູ່​ກົມ​ການ​ຕ່າງປະ​ເທດ, ກະຊວງ​ຕຳຫຼວດ ​ໄດ້​ຈັດ​ການສົນທະນາ​ປຶກສາ​ຫາລື​ ກ່ຽວ​ກັບ​ກົນ​ໄກ​ການທົບທວນ​ທົ່ວ​ໂລກ​ກ່ຽວ​ກັບ​ສິດທິ​ມະນຸດ (UPR). ການສົນທະນາ​ ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 80 ກວ່າ​ຫົວໜ່ວຍ, ທ້ອງ​ຖິ່ນ​ໃນກະຊວງ​ຕຳຫຼວດ, ​ໂດຍ​ທ່ານພົນຈັດຕະວາ ຫງວຽນ​ວັນ​ກີ, ຮອງ​ຫົວໜ້າ​ກົມ​ການ​ຕ່າງປະ​ເທດ​ເປັນ​ປະທານ.

ມີຫຼາຍກິດຈະກຳພິເສດຢູ່ບຸນເຕັດ ເມື່ອງເຊ

ມີຫຼາຍກິດຈະກຳພິເສດຢູ່ບຸນເຕັດ ເມື່ອງເຊ

ຍສໝ - ຕອນ​ຄ່ຳ​ວັນ​ທີ 18 ມີນາ, ຢູ່​ຕາ​ແສງ ເຊີນ​ຖິວ, ​ເມືອງ​ພູດ​ອຍ ກວາງ​ເຊີນ (​ແທງ​ຮ໋ວາ), ງານ​ບຸນ​ເມື່ອງເຊ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ເຜົ່າ​ໄທ ​ແລະ ປະຊາຊົນ​ລາວ​ນັບ​ພັນ​ຄົນ​ຢູ່​ເຂດ​ຊາຍ​ແດນ​ຕາ​ເວັນ​ຕົກ​ແທງ​ຮ່ວາ ​ແລະ ແຂວງຫົວພັນ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ).

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ: ຫວຽດນາມ ໃຫ້ຄຳໝັ້ນສັນຍາໃນລະດັບສູງເພື່ອຮັບປະກັນຄວາມສະເໝີພາບທາງເພດ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ: ຫວຽດນາມ ໃຫ້ຄຳໝັ້ນສັນຍາໃນລະດັບສູງເພື່ອຮັບປະກັນຄວາມສະເໝີພາບທາງເພດ

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮ່ວາງ​ຢາງ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ສຳຄັນ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 68 ຂອງ​ຄະນະກຳມະການ ສະ​ຖາ​ນະ​ພາບ​ຂອງ​ແມ່​ຍິງ (CSW) ​ແລະ ບັນດາ​ສານ​ທີ່​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ໂວທິແອງຊວນ ​ເນັ້ນ​ໜັກ​ ໃນພິທີ​ເປີດ​ກອງ​ປະຊຸມ​ ວັນທີ 11 ມີນາ​ນີ້.

ຊາວໜຸ່ມກອງທັບເຮືອ ຕອບສະໜອງເດືອນຊາວໜຸ່ມ 2024, ເຜີຍແຜ່ການປູກຈິດສຳນຶກກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ

ຊາວໜຸ່ມກອງທັບເຮືອ ຕອບສະໜອງເດືອນຊາວໜຸ່ມ 2024, ເຜີຍແຜ່ການປູກຈິດສຳນຶກກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ

ຍສໝ - ຕອບ​ສະໜອງ​ເດືອນ​ຊາວ​ໜຸ່ມ 2024, ພະນັກງານ, ສະມາຊິກ​ສະພາ​ຊາວ​ໜຸ່ມ​ບັນດາ​ອົງການ, ໜ່ວຍ​ງານ​ກອງທັບ​ເຮືອ​ເຂດ 2 ​ແລະ ກອງທັບ​ເຮືອ​ເຂດ 5 ​ໄດ້​ພ້ອມ​ກັນ​ຈັດ​ຕັ້ງ​​ວັນ​ເສົາອາສາ​ສະໝັກ.

ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ

ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ

ຍສໝ - ວັນທີ 11 ມີນາ, ຢູ່ນິວຢອກ (ອາເມລິກາ), ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 68 ຄະນະກຳມະການຖານະຕຳແໜ່ງແມ່ຍິງ (CSW68) ຂອງສະພາເສດຖະກິດ ແລະສັງຄົມ ສະຫະປະຊາຊາດ (ECOSOC)

ຄວາມພະຍາຍາມທີ່ຈະພາລູກເຮືອໃນກຳປັ່ນຖືກບຸກໂຈມຕີ ຢູ່ທະເລແດງກັບຄືນປະເທດໄວທີ່ສຸດເທົ່າທີ່ຈະໄວໄດ້

ຄວາມພະຍາຍາມທີ່ຈະພາລູກເຮືອໃນກຳປັ່ນຖືກບຸກໂຈມຕີ ຢູ່ທະເລແດງກັບຄືນປະເທດໄວທີ່ສຸດເທົ່າທີ່ຈະໄວໄດ້

ຍສໝ - ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໃຫ້ຮູ້ວ່າ: ພວມສົມທົບກັນຢ່າງຕັ້ງໜ້າກັບບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອສຳເລັດບັນດາຂັ້ນຕອນທີ່ຈຳເປັນໂດຍໄວ ແລະ ນຳຄະນະກຳມະກອນ​ລູກ​ເຮືອ​ຫວຽດນາມ ທີ່ພັກເຊົາຢູ່ Djibouti ໄດ້ກັບຄືນປະເທດ.

ເປີດໂຄງການເດືອນຊາວໜຸ່ມ ແລະ ເດືອນມີນາຊາຍແດນຢູ່ແຂວງ ດັກລັກ

ເປີດໂຄງການເດືອນຊາວໜຸ່ມ ແລະ ເດືອນມີນາຊາຍແດນຢູ່ແຂວງ ດັກລັກ

ຍສໝ - ໃນຕອນບ່າຍວັນທີ 25 ກຸມພາ, ຢູ່ເມືອງບ່ວນໂດນ, ຄະນະຊາວໜຸ່ມແຂວງ ດັກລັກ ໄດ້ຈັດພິທີປະກາດເດືອນຊາວໜຸ່ມ ແລະ ເດືອນ​ມີນາ​ຊາຍ​ແດນ 2024 ດ້ວຍການເຂົ້າຮ່ວມຂອງບັນດາການນໍາທ້ອງຖິ່ນ, ພ້ອມດ້ວຍສະມາຊິກສະຫະພັນ ແລະ ເດັກນ້ອຍໃນຂອບເຂດທົ່ວປະເທດເປັນຈໍານວນຫຼວງຫຼາຍ.

ຫມູ່ເກາະ ເຈື່ອງຊາ: ເຮືອນ​ຍາມ DK1 ຕ້ອນ​ຮັບ​ບຸນ​ເຕັດ

ຫມູ່ເກາະ ເຈື່ອງຊາ: ເຮືອນ​ຍາມ DK1 ຕ້ອນ​ຮັບ​ບຸນ​ເຕັດ

ຍສໝ - ຕອນ​ຄ່ຳ​ວັນ​ທີ 30 ​ບຸນ​ເຕັດ, ​ເຮືອນ​ຂຸດ​ເຈາະ DK1/10 ຢູ່​ເຂດ​ນ້ຳ​ຊໍ ກ່າ​ເມົາ ​ໄດ້​ຟົດ​ຟື້ນ​ດ້ວຍ​ສຽງ​ດົນຕີ, ຮ້ອງ​ເພງ, ​ແລະ ສຽງ​ຫົວ. ພະນັກງານ, ນັກຮົບໄດ້ເຕົ້າໂຮມກັນຮ້ອງເພງຄາລາໂອເກະ, ແຂ່ງຂັນເກັບດອກໄມ້ປະຊາທິປະໄຕ ແລະ ຍົກສູງບົດບາດຂອງບັນດາທ່ານເພື່ອແລກປ່ຽນຄວາມມຸ່ງຫວັງໃນຕົ້ນລະດູໃບໄມ້ປົ່ງ.

ໄດ້ຮັບເອົາພົນລະເມືອງ 69 ຄົນກັບປະເທດຜ່ານດ່ານຊາຍແດນ ໄຕຈ່າງ

ໄດ້ຮັບເອົາພົນລະເມືອງ 69 ຄົນກັບປະເທດຜ່ານດ່ານຊາຍແດນ ໄຕຈ່າງ

ຍສໝ - ວັນທີ 16 ມັງກອນ, ຢູ່ດ່ານຊາຍແດນສາກົນ ໄຕຈ່າງ, ທະຫານປ້ອງກັນຊາຍແດນແຂວງ ດ້ຽນບຽນ ໄດ້ສົມທົບກັບຕໍາຫຼວດແຂວງ ປະຕິບັດສໍາເລັດຂັ້ນຕອນການຮັບເອົາພົນລະເມືອງ 69 ຄົນ ໂດຍຕໍາຫຼວດແຂວງຜົ້ງສາລີ, ລາວ ມອບສົ່ງ.

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ຕ້ອນ​ຮັບລະ​ດູ​ບານ​ໃໝ່ ຢູ່​ເຈື່ອງ​ຊາ” 2024: ຂົວ​ຕໍ່​​ແຫ່ງ​ຄວາມ​ຮັກ​ຈາກ​ເຂດ​ດິນ​ຕໍ່​ແຜ່ນ​ກັບເຂດທະ​ເລ​ໝູ່​ເກາະ”

ລາຍ​ການ​ສະ​ແດງ​ສິ​ລະ​ປະ “ຕ້ອນ​ຮັບລະ​ດູ​ບານ​ໃໝ່ ຢູ່​ເຈື່ອງ​ຊາ” 2024: ຂົວ​ຕໍ່​​ແຫ່ງ​ຄວາມ​ຮັກ​ຈາກ​ເຂດ​ດິນ​ຕໍ່​ແຜ່ນ​ກັບເຂດທະ​ເລ​ໝູ່​ເກາະ”

ຍສໝ - ຕອນຄ່ຳວັນທີ 25 ມັງກອນ, ຢູ່ສະຖານີວິທະຍຸກະຈາຍສຽງ - ໂທລະພາບ ກອງທັບ, ຮ່າໂນ້ຍ ໄດ້ດຳເນີນລາຍການສະແດງສິລະປະພິເສດ “ຕ້ອນຮັບລະດູບານໃໝ່ ຢູ່ເຈື່ອງຊາ” 2024

ຊຸກຍູູ້ການພັດທະນາຂອງວິສາຫະກິດໂດຍແມ່ຍິງແມ່ນເຈົ້າຂອງຢູ່ ຫວຽດນາມ

ຊຸກຍູູ້ການພັດທະນາຂອງວິສາຫະກິດໂດຍແມ່ຍິງແມ່ນເຈົ້າຂອງຢູ່ ຫວຽດນາມ

ຍສໝ - ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແລະ ທະນາຄານ​ພັດທະນາ​ອາຊີ (ADB) ​ໄດ້​ເປັນ​ປະທານ​ຮ່ວມ​ໃນ​ການ​ຈັດ​ພິມ​ເຜີຍ​ແຜ່​ການ​ສຶກສາ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ຂອງ​ແມ່ຍິງ​ຫວຽດນາມ.

|< < 1 2 3 4 5 > >|
ເຫດການ
302 Found

Found

The document has moved here.