ຍົກສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ

11:45 | 24/06/2024

ຍສໝ - ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ລັດ​ເຊຍ Vladimir Putin ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ​ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍແທງເຊີນ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ຄວາມ​ໝາຍ ​ແລະ ໝາກຜົນ​ອັນ​ພົ້ນ​ເດັ່ນ​ຂອງ​ການ​ຢ້ຽມຢາມຄັ້ງນີ້. ຂໍແນະນໍາເນື້ອໃນຂອງການສໍາພາດ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ
ບັນດາລຸ້ນນັກສຶກສາ ຫວຽດນາມ ຢູ່ ລັດເຊຍ - ຂົວເຊື່ອມຕໍ່ມິດຕະພາບ
ຍົກສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ

Bộ trưởng Ngoại giao Bùi Thanh Sơn. / ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍ​ແທງ​ເຊີນ.

ນັກຂ່າວ: ເມື່ອບໍ່ດົນມານີ້, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ທ່ານລັດຖະມົນຕີຊ່ວຍໃຫ້ຮູ້ຄວາມໝາຍຂອງການຢ້ຽມຢາມຄັ້ງນີ້ໄດ້ບໍ?

ທ່ານ​ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ບຸຍແທງເຊີນ: ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ​ພັກ​ກອມ​ມູນິດ ​ຫວຽດນາມ ຫງວຽນ​ຝູຈ້ອງ, ທ່ານ​ປະທານາທິບໍດີ ​ສະຫະພັນ​ ລັດ​ເຊຍ Vladimir Putin ​ໄດ້​ມາ​ຢ້ຽມຢາມ​ທາງ​ລັດຖະກິດ​ຢູ່ ຫວຽດນາມ ​ແຕ່​ວັນ​ທີ 19 – 20 ມີຖຸນາ ປີ 2024. ນີ້​ແມ່ນ​ການ​ຢ້ຽມຢາມ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ​ຢ່າງ, ​ເຊິ່ງສາມາດ​ຖື​ວ່າ​ເປັນ​ຈຸດ​ພົ້ນ​ເດັ່ນ​ຂອງ​ການ​ຕ່າງປະ​ເທດ​ ຫວຽດນາມ ​​ປີ 2024 ​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ບັນດາ​ຈຸດ​ສຸມ​ຄື:

​ໜຶ່ງແມ່ນ, ການ​ຢ້ຽມຢາມໄດ້​ຢືນຢັນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​​ສະເໝີຕົ້ນສະເໝີປາຍຂອງ​ ຫວຽດນາມ ​ແມ່ນ ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນ​ຫຼາຍ​ຝ່າຍ, ຫັນ​ເປັນຫຼາຍຮູບຫຼາຍແບບການ​ພົວພັນ​ຕ່າງປະ​ເທດ​ເພື່ອ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ, ເປັນເຈົ້າການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຮອບດ້ານ, ເລິກເຊິ່ງກວ້າງຂວາງ​, ເປັນມິດ, ເປັນຄູ່​ຮ່ວມ​ງານທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ​ເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ສາ​ກົນ. ​ໂດຍ​ການ​ຕ້ອນຮັບ​ທ່ານ​ປະທານາທິບໍດີ Putin, ຫວຽດນາມ ຢືນຢັນ​ວ່າ ຍາມ​ໃດ​ກໍ່​ຖື​ ລັດ​ເຊຍ ​ເປັນໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ທີ່​ສຸດ​ຂອງ​ຕົນ, ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານ​ກັບ ລັດ​ເຊຍ ​ແລະ ​ເຮັດໃຫ້ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານເລິກເຊິ່ງກວ່າອີກ.

ສອງແມ່ນ, ການ​ຢ້ຽມຢາມ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ທີ່ 2 ປະ​ເທດ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ລົງ​ນາມ​ໃນ​ສົນທິສັນຍາ​ກ່ຽວ​ກັບ​ຫຼັກການ​ພື້ນຖານ​ການ​ພົວພັນ​ມິດຕະພາບ​ ຫວຽດນາມ - ລັດ​ເຊຍ (ວັນທີ 16 ມິຖຸນາ ປີ 1994 – ວັນທີ 16 ມິຖຸນາ ປີ 2024), ກ້າວ​ເຂົ້າ​ສູ່​ສະ​ເຫຼີ​ມສະຫຼອງ 75 ປີວັນ​ສ້າງ​ຕັ້ງ​ການພົວພັນທາງການທູດ (ວັນທີ 30 ມັງກອນ ປີ 1950 – ວັນທີ 30 ມັງກອນ ປີ 2025) ແມ່ນໂອກາດເພື່ອໃຫ້ສອງຝ່າຍຕີລາຄາບັນດາໝາກຜົນທີ່ບັນລຸໄດ້ ແລະ ກຳນົດທິດທາງ ເພື່ອນຳການພົວພັນຮ່ວມມື ແລະ ການພົວພັນຄູ່ຮ່ວມມື ຫວຽດນາມ - ລັດເຊຍ ໃນໄລຍະຈະມາເຖິງ ພັດທະນາຢ່າງຮອບດ້ານ, ມີປະສິດທິຜົນ ແລະ ແທດຈິງກວ່າອີກ.

​ສາມແມ່ນ, ການ​ຢ້ຽມຢາມ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ ​ຫວຽດນາມ ​ໃນ​ການ​ຜັນຂະຫຍາຍນະ​ໂຍບາຍ​ການ​ຕ່າງປະ​ເທດທາງທິດ​ຕາ​ເວັນ​ອອກ​ຂອງ ລັດ​ເຊຍ. ​ໃນ​ຫຼາຍ​ກວ່າ 2 ທົດ​ສະ​ວັດ​ໃນການ​ນຳພາ​ສະຫະພັນ​ ລັດ​ເຊຍ, ນີ້​ແມ່ນ​ຄັ້ງ​ທີ 5 ທີ່ປະທານາທິບໍດີ ລັດເຊຍ Vladimir Putin ມາ​ຢ້ຽມຢາມ ຫວຽດນາມ, ພ້ອມກັນນັ້ນ ກໍ່​ແມ່ນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ ທ່ານ ​ພາຍຫຼັງ​ທີ່ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ສະ​ໄໝ​ທີ 5 ​ໃນ​ເດືອນ ມີນາ ປີ 2024. ບັນດາການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ Vladimir Putin ໄດ້ສ້າງຂີດໝາຍອັນເດັ່ນຊັດ​ ແລະ ​ປະ​ກອບ​ສ່ວນເຂົ້າໃນການ​ສ້າງ​ພື້ນຖານ​ອັນ​ສຳຄັນ​ໃຫ້​ແກ່​ການ​ພັດທະນາຂອງ​ການ​ພົວພັນ ຫວຽດນາມ - ສະຫະພັນ ​ລັດ​ເຊຍ, ​ໃນ​ນັ້ນ​ມີ​ການ​ລິ​ເລີ່​ມ ​ແລະ ໜູນ​ຊ່ວຍ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ສະຫະພັນ​ ລັດ​ເຊຍ​ ​ປີ 2001 ​ແລະ ​ໄດ້​ຍົກ​ລະດັບ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃນປີ 2012.

​ສີ່ແມ່ນ, ສອງ​ຝ່າຍ​ໄດ້​ອອກ “ຖະ​ແຫຼ​ງການ​ຮ່ວມ​ລະຫວ່າງ ​ສາທາລະນະ​ລັດ ​ສັງຄົມ​ນິຍົມ ຫວຽດນາມ ​ແລະ ສະຫະພັນ​ ລັດ​ເຊຍ ກ່ຽວ​ກັບ​ການ​ລົງ​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ບົນ​ພື້ນຖານ 30 ປີ​ແຫ່ງ​ຜົນສຳ​ເລັດ​ໃນ​ການ​ປະຕິບັດ​ສົນທິສັນຍາ​ກ່ຽວກັບບັນດາຫຼັກການ​ພື້ນຖານຂອງການພົວພັນ​ມິດຕະພາບ​ ຫວຽດນາມ - ລັດ​ເຊຍ”. ສະແດງໃຫ້ເຫັນຄວາມ​ຕັດສິນ​ໃຈ​ຂອງ​ການ​ນຳ ​ແລະ ປະຊາຊົນ​ສອງ​ປະ​ເທດ ​ເພື່ອ​ເຮັດ​ໃຫ້​ການ​ຮ່ວມ​ມື​ລະຫວ່າງສອງຝ່າຍນັບມື້ນັບ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ໃນ​ທຸກ​ຂົງ​ເຂດ, ສົມ​ກັບລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາຢູ່ພາກ​ພື້ນ ​ແລະ​ ໃນ​ໂລກ​.

ນັກຂ່າວ: ຂໍຮຽນທ່ານລັດຖະມົນຕີສາມາດໃຫ້ຮູ້ກ່ຽວກັບບັນດາໝາກຜົນອັນພົ້ນເດັ່ນທີ່ສອງຝ່າຍບັນລຸໄດ້ໃນຂອບເຂດການຢ້ຽມຢາມໄດ້ບໍ່?

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸຍ​ແທງ​ເຊີນ: ສາມາດ​ເວົ້າ​ໄດ້​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ ລັດເຊຍ Vladimir Putin ​ໄດ້​ສ້າງ​ກຳລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ຫວຽດນາມ ​- ລັດ​ເຊຍ. ຜ່ານ​ຖະ​ແຫຼງການ​ຮ່ວມ, ​ເອກະສານ​ການ​ຮ່ວມ​ມື 11 ສະບັບໄດ້ຮັບການລົງນາມ ​ແລະ ບັນດາການ​ພົບ​ປະ, ​ແລກປ່ຽນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະພາບ​ກ່ຽວ​ກັບ​ບັນດາ​ທິດ​ທາງ​ໃຫຍ່ ​ເພື່ອແນ່ໃສ່ເຮັດໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ລັດ​ເຊຍ ເລິກເຊິ່ງກວ່າ ​ໃນ​ບັນດາດ້ານ​ຄື:

ໜຶ່ງແມ່ນ, ​ເພີ່ມ​ທະວີ​ການ​ໂອ້ລົມສົນທະນາ, ການ​ພົບປະ​ລະຫວ່າງ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ ​ແລະ ​ທຸກ​ຊ່ອງ​ທາງ; ຜັນ​ຂະຫຍາຍ​ກົນ​ໄກການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນ ສະຫະປະຊາຊາດ, APEC, ບັນດາກົນໄກການຮ່ວມມື ອາຊຽນ - ລັດເຊຍ… ລັດເຊຍ ຢືນຢັນການສະໜັບສະໜູນໃຫ້ ຫວຽດນາມ ເປັນເຈົ້າພາບ ປີ APEC 2027 ແລະ ພ້ອມແລ້ວທີ່ຈະສົມທົບກັບ ຫວຽດນາມ ຈັດຕັ້ງເຫດການສໍາຄັນນີ້ໃຫ້ປະສົບຜົນສໍາເລັດ; ສືບ​ຕໍ່​ສະໜັບສະໜູນ​ບົດບາດ​ໃຈກາງ​ຂອງ ​ອາ​ຊຽນ ​ໃນ​ໂຄງ​ປະກອບ​ພາກ​ພື້ນ.

ສອງແມ່ນ, ຢືນຢັນ​ວ່າ ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ ​ແລະ ຈຸດ​ສຸມ​ຂອງ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ. 2 ຝ່າຍ​ຈະ​ສົມທົບ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ​ເຫັນ​ດີ​ເປັນເອກະພາບ​ມາດ​ຕະການ​ແກ້​ໄຂ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື; ຍົກສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາກົນ​ໄກ​ການຮ່ວມ​ມື​ສອງ​ຝ່າຍ, ພິ​ເສດ​ແມ່ນ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ ​ແລະ ວິທະຍາສາດ - ​ເຕັກນິກ; ​ເຫັນ​ດີ​ເປັນເອກະພາບ ​ແລະ ຜັນ​ຂະຫຍາຍ​ແຜນ​ການສັງລວມການ​ພັດທະນາ​ການ​ຮ່ວມ​ມື ​ຫວຽດນາມ - ລັດ​ເຊຍ ຮອດ​ ປີ 2030 ໂດຍ​ໄວ. 2 ຝ່າຍ​ຈະ​ສົມທົບ​ກັນ​​​ຂຸດຄົ້ນບັນດາທ່າໄດ້ປຽບຂອງສົນທິສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ​ເອີ​ລົບ ໃຫ້ຫຼາຍສຸດ​, ສືບ​ຕໍ່​ລົບ​ລ້າງ​ສິ່ງ​ກີດຂວາງ​ດ້ານ​ການ​ຄ້າ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່ການຄ້າສອງ​ຝ່າຍ; ເປີດກວ້າງ​ການ​ເຂົ້າ​ເຖິງ​ທ້ອງຕະ​ຫລາດ ​ລັດ​ເຊຍ ເພື່ອ​ສົ່ງ​ອອກ​ສິນ​ຄ້າ​ອຸ​ປະ​ໂພກ, ຜະ​ລິດ​ຕະ​ພັນ​ກະເສດ ແລະ ສິນ​ທະ​ເລ​ຂອງ ​ຫວຽດ​ນາມ; ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ​ໂດຍ​ສະ​ເພາະ​ແມ່ນ​ພື້ນຖານ​ໂຄງ​ລ່າງ ​ແລະ ພະລັງງານ.

ສາມແມ່ນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ ​ເພື່ອ​ຕອບ​ສະໜອງ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ​​ແບບໃໝ່ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍຝ່າຍກ່ຽວກັບການປ້ອງ​ກັນ​ຊາດ - ປ້ອງກັນຄວາມສະຫງົບ, ພິ​ເສດ​ແມ່ນ​ບັນດາ​ກົນ​ໄກ​ຂອງ​ ອາ​ຊຽນ ​ເຊັ່ນ: ​ເວທີ​ປາ​ໄສ​ພາກ​ພື້ນ ​ອາ​ຊຽນ (ARF), ກອງ​ປະຊຸມ​ຂັ້ນສູງ ​ອາຊີ​ຕາ​ເວັນ​ອອກ (EAS), ກອງ​ປະຊຸມລັດຖະມົນຕີປ້ອງ​ກັນ​ປະ​ເທດ ອາ​ຊຽນ ເປີດກວ້າງ (ADMM+), ປະ​ກອບ​ສ່ວນ​ເຂົ້າໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ສະຫງົບ, ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ ​ອາ​ຊີ - ປາ​ຊີ​ຟິກ ​ແລະ​ ໃນ​​ໂລກ.

ສີ່ແມ່ນ, ຍູ້ແຮງ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ - ບຳລຸງ​ສ້າງ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ການທ່ອງທ່ຽວ, ​ແຮງ​ງານ, ວັດທະນະທຳ, ສິລະ​ປະ, ກິລາ, ການ​ຮ່ວມ​ມື​ທ້ອງ​ຖິ່ນ, ການພົບປະ​ແລກປ່ຽນ​ປະຊາຊົນ ​ແລະ ການ​ສຶກສາ​ລຸ້ນໜຸ່ມ... ​ເພື່ອ​ເສີມ​ຂະຫຍາຍ​ພື້ນຖານ​ມະນຸດສະທຳ​ທີ່​ໝັ້ນຄົງ​ໃຫ້​ແກ່​ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ສອງ​ຝ່າຍ​ໄດ້​ລົງ​ນາມ​ເອກະສານ​ຮ່ວມ​ມື 11 ສະບັບ​ລະຫວ່າງ​ບັນດາ​ກະຊວງ, ຂະແໜງການ ​ແລະ ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ, ສ້າງ​ແຮງຜັກດັນ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ ລັດ​ເຊຍ ​ແລະ ຊາວ​ ລັດ​ເຊຍ ຢູ່ ຫວຽດນາມ ໄດ້ດຳລົງ​ຊີວິດ, ຮ່ຳຮຽນສຶກສາ ​ແລະ ​ເຮັດ​ວຽກ​ຢ່າງ​ໝັ້ນຄົງ, ​ເປັນ​ຂົວເຊື່ອມ​ຕໍ່​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

​ຫ້າແມ່ນ, ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ມີ​ການ​ແລກປ່ຽນ​ຢ່າງ​ກົງໄປກົງມາ ​ແລະ ​ໄວ້ເນື້ອເຊື່ອໃຈ​ໃນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຕາມ​ນັ້ນ​ແລ້ວ, 2 ຝ່າຍ​ຢືນຢັນ​ຈະສະໜັບສະໜູນ​ລະບົບ​ການ​ພົວພັນ​ສາກົນ​ທີ່​ຍຸຕິ​ທຳ, ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ກົດ​ບັດ​ ສະຫະ​ປະຊາ​ຊາດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ແກ້​ໄຂ​ການຂັດແຍ້ງກັນໂດຍ​ສັນຕິ​ວິທີ, ​ໂດຍ​ບໍ່​ມີ​ການ​ນາບ​ຂູ່ ຫຼື ​ໃຊ້​ກຳລັງຮຸນ​ແຮງ, ບໍ່ແຊກແຊງເຂົ້າວຽກງານພາຍໃນເຊິ່ງກັນ ແລະ ກັນ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ສະໜັບສະໜູນ​ການ​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ເຮືອ ​ແລະ ການ​ບິນ; ຫ້າມ​ໃຊ້​ກຳລັງຮຸນ​ແຮງ ​ຫຼື​ ນາບ​ຂູ່​ນຳ​ໃຊ້​ກຳລັງຮຸນ​ແຮງ, ​ແກ້​ໄຂ​ການຂັດແຍ່ງກັນ​ໂດຍ​ສັນຕິ​ວິທີ​ຕາມ​ຫຼັກການ​ຂອງ​ກົດ​ບັດ​ ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ ​ສະຫະ​ປະຊາ​ຊາດ​ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ປີ 1982; ສະໜັບສະໜູນ​ການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ບັນລຸ​ໄດ້​ກົດແຫ່ງການ​ປະພຶດ​ຢູ່​ ທະ​ເລ​ຕາ​ເວັນ​ອອກ (COC) ໂດຍໄວ.

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດຢູ່ ຫວຽດນາມ ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດເຊຍ Vladimir Putin ໄດ້​ປະສົບຜົນ​ສຳ​ເລັດຢ່າງຈົບງາມ.

ນັກຂ່າວ: ຂໍຂອບໃຈທ່ານລັດຖະມົນຕີ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ, ແຂວງ ລາວ​ກາຍ ແລກປ່ຽນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ການທູດ​​ປະຊາຊົນ​ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ, ແຂວງ ລາວ​ກາຍ ແລກປ່ຽນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ການທູດ​​ປະຊາຊົນ​

ຍສໝ - ວັນ​ທີ 12 ມິຖຸນາ 2024, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​ຕ້ອນຮັບ ແລະ ​ເຮັດ​ວຽກ​ກັບ​ຄະນະ​ປະຕິບັດງານ​ແຂວງ ລາວ​ກາຍ ​ໂດຍ​ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ລາວ​ກາຍ ຈິ້ງຊວນເຈື່ອງ ເປັນຫົວໜ້າຄະນະ. ​ເຂົ້າ​ຮ່ວມພ້ອມກັນກັບຄະນະ ມີການ​ນຳ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ລາວ​ກາຍ ແລະ ຜູ້ຕາງໜ້າ​ບັນດາ​ພະ​ແນ​ກ, ຂະແໜງການ​ຂອງ​ແຂວງ.

ການທູດປະຊາຊົນ - ກຸນແຈຄຳທີ່ຜູກພັນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ການທູດປະຊາຊົນ - ກຸນແຈຄຳທີ່ຜູກພັນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ

​ຍສໝ - ໃນ​ສະພາບ​ການຜັນແປ​ຢ່າງ​ສັບສົນ​ໃນ​ໂລກ ​ແລະ ພາກ​ພື້ນ, ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ລັດ​ເຊຍ ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຜ່ານ​ບັນດາ​ຊ່ອງ​ທາງ​ການ​ເມືອງ​ລະດັບ​ສູງ, ການ​ທູດ​ແຫ່ງ​ລັດ ​ເທົ່າ​ນັ້ນ ຫາກ​ຍັງ​ດຳ​ເນີນຜ່ານ​ບັນດາ​ຊ່ອງ​ທາງ​ການ​ທູດ​​ປະຊາຊົນ​ອີກ​ດ້ວຍ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.