ຄວາມພະຍາຍາມທີ່ຈະພາລູກເຮືອໃນກຳປັ່ນຖືກບຸກໂຈມຕີ ຢູ່ທະເລແດງກັບຄືນປະເທດໄວທີ່ສຸດເທົ່າທີ່ຈະໄວໄດ້

16:23 | 11/03/2024

ຍສໝ - ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໃຫ້ຮູ້ວ່າ: ພວມສົມທົບກັນຢ່າງຕັ້ງໜ້າກັບບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອສຳເລັດບັນດາຂັ້ນຕອນທີ່ຈຳເປັນໂດຍໄວ ແລະ ນຳຄະນະກຳມະກອນ​ລູກ​ເຮືອ​ຫວຽດນາມ ທີ່ພັກເຊົາຢູ່ Djibouti ໄດ້ກັບຄືນປະເທດ.

ຫວຽດນາມ ໄດ້ຮັບການເລືອກຕັ້ງຄືນໃໝ່ເຂົ້າໃນສະພາສິດທິມະນຸດຂອງສະຫະປະຊາຊາດ ຫວຽດນາມ ໄດ້ຮັບການເລືອກຕັ້ງຄືນໃໝ່ເຂົ້າໃນສະພາສິດທິມະນຸດຂອງສະຫະປະຊາຊາດ
ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໜູນຊ່ວຍກຸ່ມ​ລູກເຮືອໃນ​ເຫດ​ເຮືອຫ​ລົ້ມ ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໜູນຊ່ວຍກຸ່ມ​ລູກເຮືອໃນ​ເຫດ​ເຮືອຫ​ລົ້ມ

ໂດຍກ່ຽວຂ້ອງເຖິງວຽກງານປົກປ້ອງພົນລະເມືອງ ໃນກຳປັ່ນ True Confidence ທີ່ຖືກກຳລັງ Houthi ຢູ່ ເຢແມນ ບຸກໂຈມຕີຢູ່ທະເລແດງໃນວັນທີ 6 ມີນາ, ຕອນຄ່ຳວັນທີ 9 ມີນາ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເອຢິບ ໃຫ້ຮູ້ວ່າ ພວມຕັ້ງໜ້າສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງເພື່ອປະຕິບັດສຳເລັດລະບຽບການທີ່ຈຳເປັນໂດຍໄວ ແລະ ນຳກຸ່ມລູກເຮືອ ຫວຽດນາມ ພວມອາໄສຢູ່ Djibouti ກັບເມືອ ປະເທດ.

ຄວາມພະຍາຍາມທີ່ຈະພາລູກເຮືອໃນກຳປັ່ນຖືກບຸກໂຈມຕີ ຢູ່ທະເລແດງກັບຄືນປະເທດໄວທີ່ສຸດເທົ່າທີ່ຈະໄວໄດ້

ລູກເຮືອຊາວຫວຽດນາມ 3 ຄົນ ມີສຸຂະພາບທີ່ເປັນປົກກະຕິ (ພາບ: VOV)

ຕາມນັ້ນແລ້ວ, ສະຖານທູດ ຫວຽດນາມ ປະຈຳ ເອຢິບ ແລະ ສະຖານທູດ ຫວຽດນາມ ປະຈຳ ສະຫະລັດ ອາຣັບ ເອມີເລັດ (UAE) ພວມຮີບດ່ວນປະຕິບັດສຳເລັດຂັ້ນຕອນອອກໜັງສືຜ່ານແດນ ໃຫ້ແກ່ລູກເຮືອ ຫວຽດນາມ 3 ຄົນ. ບັນດາລູກເຮືອນີ້ ຖືກເສຍເອກະສານສ່ວນຕົວ, ໃນນັ້ນມີ ໜັງສືຜ່ານແດນ, ພາຍຫຼັງການບຸກໂຈມຕີ. ຄາດວ່າ ວັນທີ 13 ມີນາຈະມາເຖິງ, ບັນດາລູກເຮືອ ອາດຈະໄດ້ຮັບໜັງສືຜ່ານແດນໃໝ່ໂດຍອົງການຕາງໜ້າການຕ່າງປະເທດ ຫວຽດນາມ ປະຈຳ UAE ສະໜອງ.

ສະມາຊິກລູກເຮືອເຫຼົ່ານີ້ໄດ້ສູນເສຍເອກະສານລະບຸຕົວຕົນທັງໝົດ, ລວມທັງໜັງສືຜ່ານແດນ, ຫຼັງຈາກການໂຈມຕີ. ຄາດ​ວ່າ, ໃນວັນ​ທີ 13 ມີນາ, ກຸ່ມລູກເຮືອ​ ສາ​ມາດ​ໄດ້​ຮັບ​ໜັງ​ສື​ຜ່ານ​ແດນ​ໃໝ່​ໂດຍ​ອົງ​ການ​ຜູ້​ຕາງ​ໜ້າ​ການ​ທູດ​ຫວຽດ​ນາມ ປະ​ຈຳ UAE. ໃບ​ຢັ້ງ​ຢືນ​ການ​ເສຍ​ຊີ​ວິດ​ຂອງ​ລູກ​ເຮືອ ດັ້ງຢູຍກ່ຽນ, ຜູ້​ເສຍ​ຊີ​ວິດ​ໃນ​ການ​ໂຈມ​ຕີ, ຍັງ​ຄາດ​ວ່າ​ຈະ​ສໍາ​ເລັດ​ກ່ອນ​ເວ​ລາ​ນີ້.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.