ກຸ່ມທີ 5: ການລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດບັນລຸປະມານ 80 ຕື້ດົ່ງໃນ 6 ເດືອນຕົ້ນປີ.

09:03 | 23/06/2024

ຍສໝ - ຕອນບ່າຍວັນທີ 21 ມິຖຸນາ, ກຸ່ມທີ 5 ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບເບື້ອງຕົ້ນ ເພື່ອແບ່ງປັນປະສົບການໃນວຽກງານ​ການ​ທູດ​ປະຊາຊົນຢູ່ບັນດາແຂວງທາງພາກຕາເວັນຕົກສ່ຽງໃຕ້ ປີ 2024 ຢູ່ ແຂວງກຽນຢາງ.

ນັກສຶກສາລາວ 91 ຄົນຢູ່ໂຮງຮຽນມິດຕະພາບ 80 ມີຄອບຄົວທີສອງຢູ່ ຫວຽດນາມ ຕື່ມອີກ
ມີ 80 ກວ່າຮ້ານໂຄສະນາເຜີຍແຜ່ອາຫານການກິນ ນິງທ້ວນ
ກຸ່ມທີ 5: ການລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດບັນລຸປະມານ 80 ຕື້ດົ່ງໃນ 6 ເດືອນຕົ້ນປີ.

Toàn cảnh hội nghị. / ພາບທີ່ກອງປະຊຸມ.

ບົດລາຍງານທີ່ກອງປະຊຸມໃຫ້ຮູ້ວ່າ: 6 ເດືອນຕົ້ນ ປີ 2024, ບັນດາສະຫະພັນບັນດາອົງການມິດຕະພາບໃນກຸ່ມທີ 5 ໄດ້ເປັນເຈົ້າການ, ມີໄຫວພິບມນການສະເໜີ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວທີ່ຫຼາກຫຼາຍ ແລະ ແທດຈິງທີ່ນຳມາເຊິ່ງປະສິດທິຜົນສູງໃຫ້ແກ່ວຽກງານ​ການ​ທູດ​ລະຫວ່າງ​ປະຊາຊົນ. ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຢູ່​ທ້ອງ​ຖິ່ນ​ຫຼາຍ​ແຫ່ງ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ກ່ຽວກັບໝາກຜົນ​ການ​ເຄື່ອນ​ໄຫວຈາກ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ, ຄະນະ​ພັກ​ແຂວງ, ນະຄອນ, ຄະນະ​ກຳມະການ​ປະຊາຊົນ​ແຂວງ, ອົງການ​ລັດ ແລະ ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ.

ຫຼາຍເຫດການທາງການເມືອງໄດ້ຮັບການເປັນເສນາທິການ ແລະ ປະສານສົມທົບຈາກບັນດາສະມາຊິກກຸ່ມທີ 5 ຈັດຕັ້ງຢ່າງສະຫງ່າຜ່າເຜີຍ ແລະ ເຕັມໄປດ້ວຍນ້ຳໃຈມິດຕະພາບດ້ວຍການເຂົ້າຮ່ວມຂອງບັນດາກົງສຸນໃຫຍ່, ອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນ. ຄະນະຜູ້ແທນ ແລະ ຜູ້ອຸປະຖໍາຫຼາຍຄະນະໄດ້ມາເຮັດວຽກ, ມີຄວາມພໍໃຈຕໍ່ການປະສານງານ ແລະ ມີຄວາມກະຕືລືລົ້ນຕ້ອນຮັບຄະນະຜູ້ແທນເມື່ອມາເຮັດວຽກຢູ່ສະຫະພັນບັນດາອົງການມິດຕະພາບແຂວງ/ນະຄອນ. ຄຽງ​ຂ້າງ​ນັ້ນ, ຫຼາຍ​ທ້ອງ​ຖິ່ນ​ກໍ່​ມີ​ຄວາມ​ສົນ​ໃຈ​ປະຕິບັດ​ວຽກ​ງານ​ຂອງ​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເປັນ​ຢ່າງ​ດີ; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ສະຖານທູດ, ​ກົງສຸນ​ໃຫຍ່ ​ແລະ ບັນດາຜູ້ປະສານງານຢູ່ຕ່າງປະ​ເທດ ​ເພື່ອ​ກຳໄດ້ສະພາບ​ການ​ຂອງຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ເປັນເສນາທິການ ​ແລະ ໜູນ​ຊ່ວຍ​ກ່ຽວກັບ​ບັນຫາ​ຊີວິດສັງຄົມ, ການ​ສຶກສາ, ເອກະສານ​ປະຈຳ​ຕົວ ​ແລະ ການ​ຮ່ວມ​ມືດ້ານເສດຖະກິດຢ່າງທັນການ... ພິ​ເສດ​ແມ່ນ​ຊາວ​ ຫວຽດນາມ ທີ່ອາ​ໄສ​ຢູ່ ກຳປູ​ເຈຍ. ໂດຍຜ່ານ​ນັ້ນ​ ກໍ່ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ມິດຕະພາບ​ລະຫວ່າງ​ບັນດາ​ສະມາຊິກ​ກຸ່ມ​ທີ 5 ​ເວົ້າ​ສະ​ເພາະ ​ກັບບັນດາ​ປະ​ເທດ​ອື່ນໆ.

ກຸ່ມທີ 5: ການລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດບັນລຸປະມານ 80 ຕື້ດົ່ງໃນ 6 ເດືອນຕົ້ນປີ.

ໂຄງການຫ້ອງຮຽນຢູ່ໂຮງຮຽນປະຖົມ ລອງແທ້ງ 2 (ເມືອງ ຢົງຢ່ຽງ) ໄດ້ຮັບການອຸປະຖຳຈາກອົງການ Sunflower Mission (ອາເມລິກາ) ໂດຍການລະດົມຂອງສະຫະພັນບັນດາອົງການມິດຕະພາບແຂວງ ກຽນຢາງ ດ້ວຍມູນຄ່າທັງໝົດກວ່າ 4,2 ຕື້ດົ່ງ ໄດ້ເປີດສະຫຼອງ, ມອບຮັບ ແລະ ນຳເຂົ້ານໍາໃຊ້ໃນຫວ່າງມໍ່ໆມານີ້.

ວຽກງານ​ລະດົມ​ການ​ຊ່ວຍ​ເຫຼືອ​​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຢູ່​ທ້ອງ​ຖິ່ນ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ (ບັນລຸ 78 ຕື້, ​ເພີ່ມ​ຂຶ້ນ 8% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ ​ປີ 2023). ໝາກຜົນນີ້ຊ່ວຍແກ້ໄຂບັນດາບັນຫາຮີບດ່ວນຂອງທ້ອງຖິ່ນໃນຫຼາຍຂົງເຂດເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ການສຶກສາ, ສາທາລະນະສຸກ ແລະ ສິ່ງແວດລ້ອມ; ກໍ່ສ້າງຂົວ, ເຮືອນ, ໂຮງຮຽນ; ໜູນຊ່ວຍບັນດາເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກເຊັ່ນ: ເດັກນ້ອຍ, ຜູ້ເຖົ້າຜູ້ແກ່ທີ່ຢູ່ໂດດດ່ຽວ, ຊົນເຜົ່າສ່ວນໜ້ອຍ ແລະ ຄົນທຸກຍາກຢູ່ເຂດຫ່າງໄກສອກຫຼີກ. ໂດຍຜ່ານ​ນັ້ນ, ກໍ່ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ, ປັບປຸງ ​ແລະ ​ຍົກສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ຂະບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳ ກຶວລອງ.

ວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງ, ທັນເວລາ ແລະ ເປັນປົກກະຕິ, ເລືອກເອົາຂອບເຂດ ແລະ ລະດັບຂໍ້ມູນໃຫ້ເໝາະສົມ, ແທດຈິງ ແລະ ມີປະສິດທິຜົນ; ຮູບແບບການໂຄສະນາເຜີຍແຜ່ທີ່ຫຼາກຫຼາຍ, ຕິດພັນກັບໜ້າທີ່ລະອຽດ; ຂໍ້ມູນຂ່າວສານ ແລະ ການໂຄສະນາເຜີຍແຜ່ທີ່ມີຈຸດສຸມ ແລະ ຈຸດເໜັ້ນຕາມແຕ່ລະຫົວຂໍ້. ຄຽງຂ້າງນັ້ນ, ສະຫະພັນບັນດາອົງການມິດຕະພາບທ້ອງຖິ່ນຫຼາຍແຫ່ງ ໄດ້ເປັນເຈົ້າການໃນການນຳເອົາວຽກງານດ້ານຫັນເປັນສັງຄົມເຂົ້າໃນບັນດາການເຄື່ອນໄຫວ​ການ​ທູດ​​ປະຊາຊົນ, ດ້ວຍຫຼາຍຮູບຫຼາຍແບບ ແລະ ວິທີການທີ່ເໝາະສົມເພື່ອເສີມຂະຫຍາຍກຳລັງແຮງໃນຂະບວນການປະຕິບັດຂອງບັນດາອົງການຈັດຕັ້ງ, ວິສາຫະກິດ,ສ່ວນບຸກຄົນພາຍໃນ ແລະ ຕ່າງປະເທດ.

ກຸ່ມທີ 5: ການລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດບັນລຸປະມານ 80 ຕື້ດົ່ງໃນ 6 ເດືອນຕົ້ນປີ.

ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ​ປະສົບການ​ດ້ານ​ການ​ທູດ​​ປະຊາຊົນ​​ທີ່​ກອງ​ປະຊຸມ.

ທີ່​ກອງ​ປະຊຸມ, ນອກຈາກ​ໄດ້​ແບ່ງປັນ​ຫຼາຍ​ປະສົບ​ການ​ທີ່​ດີ, ວິທີການທີ່ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ມີ​ປະສິດທິ​ຜົນ​ໃນ​ການ​ພົວພັນ​ທາງ​ການ​ທູດ​ປະຊາຊົນ, ​ກໍ່ຄື​ປະສົບ​ການ​ໃນ​ວຽກ​ງານ​ຂົນຂວາຍທີ່ບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ທ້ອງ​ຖິ່ນ​ຍັງ​ຮຽກຮ້ອງ​ໃຫ້​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ສືບ​ຕໍ່​ສະ​ເໜີ​ໃຫ້​ບັນດາ​ອົງການ​ຢູ່ສູນ​ກາງ​ຫັນເປັນລະອຽດບັນດາ​ເອກະສານ​ກ່ຽວຂ້ອງ​ເຖິງ​ການ​ທູດປະຊາຊົນ; ສ້າງ​ແຜນການ​ປະສານ​ສົມທົບ​ກັບ​ບັນດາ​ທ້ອງ​ຖິ່ນ​ໃນ​ກຸ່ມ​ທີ 5 ​ເພື່ອ​ສະ​ຫຼັບ​ກັນ​ຈັດ​ກອງ​ປະຊຸມ​ສົ່ງເສີມການລະດົມການ​ຊ່ວຍ​ເຫຼືອ​ກັບ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ; ສັງ​ລວມ​ບັນດາ​ຕົວ​ແບບ​ທີ່​ດີ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ແບ່ງປັນ​ກັບ​ບັນດາ​ທ້ອງ​ຖິ່ນ​ໃນ​ກຸ່ມ; ​ເພີ່ມ​ທະວີ​ການ​ເປີດ​ຊຸດ​ອົບຮົມ ​ແລະ ບຳລຸງ​ສ້າງ​ວິຊາ​ສະ​ເພາະ​ກ່ຽວ​ກັບ​ການ​ລະດົມ​ການ​ຊ່ວຍ​ເຫຼືອ​ທີ່ບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ ​ແລະ ບັນດາ​ລະບຽບ​ກົດໝາຍ​ທີ່​ກ່ຽວຂ້ອງ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ໃຫ້​ແກ່​ພະນັກງານທີ່ຮັບຜິດຊອບວຽກງານ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດຂອງກຸ່ມ…

ກອງ​ປະຊຸມ​ຍັງ​ໄດ້​ເຫັນ​ດີເປັນເອກະພາບ​ກ່ຽວ​ກັບ​ທິດ​ທາງ ​ແລະ ໜ້າ​ທີ່ຈຸດສຸມຂອງ​ວຽກ​ງານ​ໃນ 6 ​ເດືອນ​ທ້າຍ ​ປີ 2024 ບົນ​ພື້ນຖານ​ປະຕິບັດ​ຢ່າງ​ໃກ້​ຊິດ​ຫົວ​ຂໍ້ ​ປີ 2024 “ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ການ​ທູດປະຊາຊົນ​ເພື່ອ​ປະຕິບັດ​ບັນດາ​ເປົ້າໝາຍ​ພັດທະນາ​ເສດຖະກິດ - ວັດທະນະທຳ - ສັງຄົມຂອງປະເທດ".

ກຸ່ມທີ 5: ການລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດບັນລຸປະມານ 80 ຕື້ດົ່ງໃນ 6 ເດືອນຕົ້ນປີ.

ບັນດາຜູ້ແທນຖ່າຍຮູບທີ່ລະນຶກຢູ່ກອງປະຊຸມ.

ກ່າວ​ຄຳ​ປາໄສທີ່​ກອງ​ປະຊຸມ, ທ່ານ ​ເຈິນ​ຈິ່​ຢູ໊ງ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກຽນ​ຢາງ, ຮອງຫົວໜ້າ​ກຸ່ມ​ທີ 5 ​ໃຫ້​ຮູ້​ວ່າ: ​ໃນ 6 ​ເດືອນ​ຕົ້ນ​ ປີ 2024, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ບັນດາ​ແຂວງ, ນະຄອນ​ໃນ​ກຸ່ມ ກໍ່ລ້ວນແຕ່ໄດ້ເປັນເຈົ້າການໃນການ​ສ້າງ ​ແລະ ປະຕິບັດບັນດາ​ໂຄງການ​ດຳ​ເນີນ​ງານ​ ​ແລະ ຂະບວນການແຂ່ງຂັນ​ ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ປຸກລະດົມ ແລະ ກໍ່ໄດ້ເຮັດສຳເລັດ​ບັນດາ​ເນື້ອ​ໃນ ​ແລະ ຄາດໝາຍ​ທີ່​ວາງ​ອອກ​ໃນ 6 ​ເດືອນ​ຕົ້ນ ​ປີ 2024 ຢ່າງຄົບຖ້ວນ; ພະຍາຍາມ​ຕິດຕາມ​​ບັນດາ​ເອກະສານ​ຊີ້​ນຳ​ຂອງ​ສູນ​ກາງ​ກ່ຽວ​ກັບ​ວຽກ​ງານ​ການ​ທູດປະຊາຊົນ​ຢ່າງ​ໃກ້ຊິດ; ຄຸນນະພາບລະດັບວິຊາສະເພາະ ແລະ ຄວາມສາມາດຂອງພະນັກງານທີ່ເຮັດວຽກງານການ​ທູດປະຊາຊົນຂອງສະຫະພັນບັນດາອົງການມິດຕະພາບຢູ່ບັນດາແຂວງ, ນະຄອນໃນກຸ່ມໃຫ້ນັບມື້ນັບໄດ້ຮັບການປັບປຸງດີຂຶ້ນ, ໂດຍພື້ນຖານແມ່ນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານທີ່ໄດ້ຮັບມອບໝາຍ.

ທ່ານ ເຈິນ​ຈີ້ິ່ຢູ໊ງ ກໍ່​ຫວັງ​ວ່າ ພາຍຫຼັງ​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ແຂວງ, ນະຄອນ​ຈະ​ຖອດ​ຖອນ​ບົດຮຽນ​ປະສົບ​ການ​ເພື່ອ​ບັນລຸ​ໄດ້​ບັນດາໝາກຜົນອັນ​ໃຫຍ່​ຫຼວງ​ໃນ​ເວລາຈະມາເຖິງ.

ສປປ ລາວ: 9 ເດືອນຕົ້ນປີ ມູນຄ່າການສົ່ງອອກ ສິນຄ້າ ບັນລຸເກືອບ 6 ຕື້ໂດລາ ສປປ ລາວ: 9 ເດືອນຕົ້ນປີ ມູນຄ່າການສົ່ງອອກ ສິນຄ້າ ບັນລຸເກືອບ 6 ຕື້ໂດລາ

ຍສໝ - 9 ເດືອນຕົ້ນປີ 2023 ນີ້, ມູນຄ່າການສົ່ງອອກສິນຄ້າ ປະຕິບັດໄດ້ 5.954,75 ລ້ານໂດລາສະຫະລັດ, ເທົ່າກັບ 72,94% ຂອງແຜນການ, ຄາດວ່າໝົດປີຈະປະຕິບັດໄດ້ 8.036,99 ລ້ານໂດລາສະຫະລັດ, ເທົ່າກັບ 97,71% ຂອງແຜນການ

ທະຫານ 80 ຄົນ ຂອງກອງທັບປະຊາຊົນລາວ ໄດ້ສຳເລັດການຝຶກຊ້ອມວຽກງານພະລາທິການຢູ່ຫວຽດນາມ ທະຫານ 80 ຄົນ ຂອງກອງທັບປະຊາຊົນລາວ ໄດ້ສຳເລັດການຝຶກຊ້ອມວຽກງານພະລາທິການຢູ່ຫວຽດນາມ

ຍສໝ - ຕອນບ່າຍວັນທີ 7 ກັນຍາ, ກົມໃຫຍ່ພະລາທິການ ສົມທົບກັບວິທະຍາຄານພະລາທິການ ຈັດຕັ້ງພິທີປິດຊຸດຝຶກອົບຮົບວຽກງານພະລາທິການໃຫ້ແກ່ພະນັກງານກອງທັບປະຊາຊົນລາວ.

ມິງດຶກ

ເຫດການ
302 Found

Found

The document has moved here.