ຫມູ່ເກາະ ເຈື່ອງຊາ: ເຮືອນ​ຍາມ DK1 ຕ້ອນ​ຮັບ​ບຸນ​ເຕັດ

17:46 | 11/02/2024

ຍສໝ - ຕອນ​ຄ່ຳ​ວັນ​ທີ 30 ​ບຸນ​ເຕັດ, ​ເຮືອນ​ຂຸດ​ເຈາະ DK1/10 ຢູ່​ເຂດ​ນ້ຳ​ຊໍ ກ່າ​ເມົາ ​ໄດ້​ຟົດ​ຟື້ນ​ດ້ວຍ​ສຽງ​ດົນຕີ, ຮ້ອງ​ເພງ, ​ແລະ ສຽງ​ຫົວ. ພະນັກງານ, ນັກຮົບໄດ້ເຕົ້າໂຮມກັນຮ້ອງເພງຄາລາໂອເກະ, ແຂ່ງຂັນເກັບດອກໄມ້ປະຊາທິປະໄຕ ແລະ ຍົກສູງບົດບາດຂອງບັນດາທ່ານເພື່ອແລກປ່ຽນຄວາມມຸ່ງຫວັງໃນຕົ້ນລະດູໃບໄມ້ປົ່ງ.

ກອງບັນຊາການທະຫານເຮືອ ເຂດ 2 ພົບປະຄະນະປະຕິບັດງານໄປຢ້ຽມຢາມ, ອວຍພອນບຸນເຕັດຮ້ານເວນຍາມ DK1 ກອງບັນຊາການທະຫານເຮືອ ເຂດ 2 ພົບປະຄະນະປະຕິບັດງານໄປຢ້ຽມຢາມ, ອວຍພອນບຸນເຕັດຮ້ານເວນຍາມ DK1
ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Sydney ຕິດ​ພັນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຜ່ານ​ບັນ​ດາ​ການ​ລະຫຼິ້ນ​ພື້ນ​ເມືອງ​ວັນ​ບຸນ​ເຕັດ ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Sydney ຕິດ​ພັນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຜ່ານ​ບັນ​ດາ​ການ​ລະຫຼິ້ນ​ພື້ນ​ເມືອງ​ວັນ​ບຸນ​ເຕັດ

ຢູ່ທີ່ນີ້ ຍາມໃດກໍ່ມີທະຫານເຮືອ ຍາມທັງເວັນແລະຄືນ ເພື່ອປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ລະດູບານໃໝ່ກຳລັງວຽນມາ ຢູ່ເຮືອນຍາມ DK1.

ນອກຈາກ ໝໍ້ໜຶ້ງເຂົ້ົ້າຕົ້ົ້ມ ໃນຕອນແລງຂອງວັນທີ 29 ​ບຸນ​ເຕັດ, ໂຮງເໝົາຍັງຂ້າໝູ ແລະ ໄກ່, ຫໍ່ໄສ້ກອກ, ປຸງແຕ່ງຊີ້ນແຊ່ແຂງ, ຫົວຜັກບົ່ວດອງ, ກະລໍ່າປີ, ຕື່ມເຂົ້າໜຽວເພື່ອສະເຫຼີມສະຫຼອງປີໃໝ່. ວັດຖຸ​ດິບ​ໄດ້​ຂົນ​ສົ່ງ​ໂດຍກຳ​ປັ່ນ​ເຈື່ອງ​ຊາ 04 ຂອງກອງ​ບັນຊາ​ການ​ທະຫານ​ເຮືອ​ເຂດ 2 ​ເມື່ອ 3 ອາທິດ​ຜ່ານ​ມາ ​ພ້ອມ​ກັບ​ສະບຽງ​ອາຫານ​ຈຳນວນ​ໜຶ່ງ​ທີ່​ທະຫານ​ໄດ້​ຜະລິດ. “ພວກ​ຂ້າ​ພະ​ເຈົ້າ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ບັນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊື່ນ​ທີ່​ສຸດ​ໃຫ້​ບັນ​ດາ​ທະ​ຫານ​ຄື​ເທ​ດ​ຢູ່​ແຜ່ນ​ດິນ​ໃຫຍ່”.

ຫມູ່ເກາະ ເຈື່ອງຊາ: ເຮືອນ​ຍາມ DK1 ຕ້ອນ​ຮັບ​ບຸນ​ເຕັດ

ເຮືອນ​ຍາມ DK1 ຕ້ອນ​ຮັບ​ບຸນ​ເຕັດ

ເຮືອນຍາມ DK1 ແມ່ນກຸ່ມການບໍລິການເສດຖະກິດ - ວິທະຍາສາດເຕັກນິກ ໂດຍ ຫວຽດນາມ ສ້າງຕັ້ງຂຶ້ນພາຍໃຕ້ຮູບແບບບັນດາເຮືອນຍານ ຢູ່ທ່າມກາງທະເລ, ຫ່າງຈາກດິນຕໍ່ແຜ່ນປະມານ 250 – 350 ໄມທະເລ. ຢູ່ທີ່ນີ້ ຍາມໃດກໍ່ມີທະຫານເຮືອ ຍາມທັງເວັນແລະຄືນ ເພື່ອປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ລະດູບານໃໝ່ກຳລັງວຽນມາ ຢູ່ເຮືອນຍາມ DK1. ສະຫາຍ ຟ້າມວັນເຍິນ ທະຫານເຮືອໜຸ່ມ ຫາກໍ່ມາເຮືອນຍາມ DK1 ເປັນເວລາໜຶ່ງເດືອນ ເພື່ອປະຕິບັດໜ້າທີ ໃຫ້ຮູ້ວ່າ:

ນ້ອງຮູ້ສຶກກະຕືລືລົ້ນ, ປິຕິຊົມຊື່ນ ແລະ ຕື້ນຕັນໃຈຫຼາຍ. ຢູ່ທີ່ນີ້ ນ້ອງໄດ້ຮັບຄວາມເອົາໃຈໃສ່, ເບິ່ງແຍງດູແລ ຈາກບັນດາອ້າຍນ້ອງ, ດັ່ງນັ້ນ ພໍ່ແມ່ຢູ່ບ້ານຈົ່ງຮັກສາສຸຂະພາບ, ລູກຈະປະຕິບັດສຳເລັດໜ້າທີ່ແລ້ວກັບຄືນເມືອບ້ານຢ້ຽມຢາມພໍ່ແມ່”

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.