ທ່ານຮອງປະທານຄະນະກຳມະການປຶກສາການເມືອງແຫ່ງຊາດປະເທດຈີນ ໄດ້ຕ້ອນຮັບບັນດາຜູ້ແທນເຂົ້າຮ່ວມເວທີປາໄສປະຊາຊົນຫວຽດນາມ - ຈີນ ຄັ້ງທີ 12

09:17 | 25/06/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 24 ມິຖຸນາ​ນີ້, ຢູ່​ຫໍ​ສະພາ​ປະຊາຊົນ​ນະຄອນຫຼວງ​ປັກ​ກິ່ງ, ປະ​ເທດ​ຈີນ, ສະຫາຍ ຈູເກື່ອງ, ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ຄະນະ​ກຳມະການ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ປະເທດ​ຈີນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຫວຽດນາມ - ຈີນຄັ້ງ​ທີ 12.

ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນ “ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ
ຫວຽດນາມ ເປັນປະທານຈັດຕັ້ງກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 12

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ສະຫາຍຈູເກື່ອງ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂອງ​ສອງ​ປະ​ເທດ ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ປະຊາຊົນ​ຫວຽດນາມ - ຈີນ ຄັ້ງ​ທີ 12; ຍິນ​ດີ​ຕ້ອນ​ຮັບ​ສະ​ຫາຍ ຟ່ານແອັງເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ບັນດາ​ຜູ້​ແທນ​ຫວຽດນາມ ທີ່​ມາ​ຢ້ຽມຢາມ​ຈີນ ​ແລະ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຄັ້ງ​ນີ້; ​ເນັ້ນ​ໜັກ​ວ່າ, ​ເວທີ​ປາ​ໄສ​ປີ​ນີ້​ມີ​ຄວາມ​ໝາຍ​ທີ່​ສຸດ, ​ເມື່ອ​ຈັດ​ຂຶ້ນ​ຢູ່​ແຂວງ​ໂຫໜານ, ​ແມ່ນ​ບ້ານ​ເກີດ​ຂອງ​ປະທານ Máo Zédōng.

ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ທີ່​ໄດ້​ຮັບ​ການ​ສ້າງສາ ​ໂດຍ​ທ່ານ​ປະທານ​ປະ​ເທດ Mao Zedong ​ແລະ ປະທານ ​ໂຮ່ຈີ​ມິນ ພວມ​ພັດທະນາ​ຢ່າງ​ຕັ້ງໜ້າ ​ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ​ສູງ​ກວ່າ ​ແລະ ມີ​ການ​ຮ່ວມ​ມືຢ່າງ​ແທດ​ຈິງ; ​ໃນ​ໄລຍະ​ຢ້ຽມຢາມ​ທາງ​ລັດຖະກິດ​ຢູ່​ຫວຽດນາມ ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈີນ Xí Jìnpíng, 2 ຝ່າຍ​ໄດ້​ບັນລຸ​ຄວາມ​ເຂົ້າ​ໃຈ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ປະຊາ​ຄົມ​ແບ່ງປັນອະນາຄົດ​ຈີນ-ຫວຽດນາມ ທີມີຄວາມໝາຍ​ຍຸດທະສາດ​.

​ໂດຍ​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ຫວຽດນາມ ​ໃນ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການ​ປະດິດ​ສ້າງ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ການ​ພົວພັນ​ລະຫວ່າງ​ຈີນ-ຫວຽດນາມ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສະຫາຍຈູເກື່ອງ ​ໃຫ້​ຮູ້​ວ່າ: ຈີນ ພວມ​ຢູ່​ໃນ​ຂະ​ບວນການ​ຊຸກຍູ້​ການ​ຫັນ​ເປັນ​ແບບ​ທັນ​ສະ​ໄໝ​ແບບ​ຈີນ, ຫວຽດນາມ ກໍ່​ພວມ​ສ້າງສາການ​ຫັນ​ເປັນ​ທັນ​ສະ​ໄໝ​, ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ ປະສົບ​ການ​ຂອງ 2 ຝ່າຍ ​ຈະ​ສ້າງ​ກຳລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ; ​ເນັ້ນ​ໜັກ​ວ່າ ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ, ຕ້ອງ​ປະຕິບັດ​ຄວາມ​ຮັບ​ຮູ້​ຮ່ວມ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ປະກອບສ່ວນ​ກໍ່ສ້າງ​ປະຊາ​ຄົມ​ແບ່ງປັນອະນາຄົດ​ຈີນ-ຫວຽດນາມ.

ທ່ານຮອງປະທານຄະນະກຳມະການປຶກສາການເມືອງແຫ່ງຊາດປະເທດຈີນ ໄດ້ຕ້ອນຮັບບັນດາຜູ້ແທນເຂົ້າຮ່ວມເວທີປາໄສປະຊາຊົນຫວຽດນາມ - ຈີນ ຄັ້ງທີ 12
ທ່ານຮອງປະທານຄະນະກຳມະການປຶກສາການເມືອງແຫ່ງຊາດປະເທດຈີນ ໄດ້ຕ້ອນຮັບບັນດາຜູ້ແທນເຂົ້າຮ່ວມເວທີປາໄສປະຊາຊົນຫວຽດນາມ - ຈີນ ຄັ້ງທີ 12

ເນັ້ນໜັກວ່າ, ເວທີປາໄສປະຊາຊົນຫວຽດນາມ - ຈີນ ໄດ້ຈັດຕັ້ງໂດຍສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະມາຄົມມິດຕະພາບການທູດປະຊາຊົນຈີນ ກາຍເປັນເວທີປາໄສສຳຄັນຂອງການພົວພັນແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ ທີໄດ້ເນັ້ນໜັກຢ່າງແຮງໃນຖະ​ແຫຼງ​ການຮ່ວມປີ 2023, ປະ​ກອບ​ສ່ວນ​ເພື່ອ "ສ້າງ​ພື້ນ​ຖານ​ສັງ​ຄົມ​ທີເຂັ້ມ​ແຂງ"; ສະຫາຍ ຈູເກື່ອງ ໄດ້ສະເໜີວ່າເວທີປາໄສຄັ້ງນີ້ ສືບຕໍ່ປະຕິບັດຢ່າງຕັ້ງໜ້າກ່ຽວກັບຄວາມຮັບຮູ້ລວມລະດັບສູງ, ຕັ້ງໜ້າພັດທະນາການພົວພັນຜ່ານບັນດາການພົບປະແລກປ່ຽນປະຊາຊົນ ແລະ ຜູ້ຊົງຄຸນວຸດທິຂອງ 2 ປະເທດ, ບັນດາຜູ້ແທນເຂົ້າຮ່ວມເວທີປາໄສເພື່ອປຶກສາຫາລືຢ່າງຕັ້ງໜ້າ ກ່ຽວກັບບັນດາບັນຫາຮ່ວມມືສອງຝ່າຍໃນຂົງເຂດການເມືອງ; ເສດຖະກິດ - ສັງຄົມ, ວັດທະນະທຳ, ປະກອບສ່ວນ​ແນະນຳ​ຊຸກຍູ້​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ສະຫາຍ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ມາ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຢູ່​ຈີນ; ຊົມ​ເຊີຍ​ບັນດາ​ຜົນງານ​ທີ່​ປະຊາຊົນ​ຈີນ​ບັນລຸ​ໄດ້​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ ນຳ​ໂດຍ​ທ່ານ​ເລຂາທິການ​ໃຫຍ່ Xi Jinping; ​ເນັ້ນ​ໜັກ​ວ່າ, ສອງ​ທ່ານ​ເລຂາທິການ​ໃຫຍ່​ສອງ​ປະ​ເທດ ​ລ້ວນ​ແຕ່​ຖື​ເປັນ​ສຳຄັນ​ບົດບາດ​ຂອງ​ການ​ທູດ​ປະຊາຊົນ, ​ໃນ​ນັ້ນ, ​ເວທີ​ປາ​ໄສ​ປະຊາຊົນ​ຫວຽດນາມ - ຈີນ ຈັດ​ຕັ້ງ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະມາຄົມມິດຕະພາບການທູດປະຊາຊົນຈີນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ, ປະກອບສ່ວນ​ຊຸກຍູ້​ການ​ແລກປ່ຽນ​ປະຊາຊົນ​ ແລະ ​ສ້າງ​ພື້ນຖານ​ສັງຄົມ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ເນັ້ນໜັກເຖິງບົດບາດຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ແມ່ນອົງການຮັບຜິດຊອບວຽກງານການທູດປະຊາຊົນຫວຽດນາມ, ທ່ານ ຟານແອງເຊີນ ຖືວ່າ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຍາມໃດກໍ່ມີການພົວພັນທາງການທູດຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືຂອງຈີນ ພ້ອມ​ກັບ​ສະມາຄົມ​ມິດຕະພາບ​ການທູດ​ປະຊາຊົນ​ຈີນ, ​ໄດ້​ສົມທົບ​ກັນໃນການ​ຈັດ​ຕັ້ງ 11 ​ເວທີ​ປາ​ໄສ​ປະຊາຊົນ​ຫວຽດນາມ-​ຈີນ​ຢ່າງ​ສຳ​ເລັດ​ຜົນ, ສ້າງ​ກົນ​ໄກ​ແລກປ່ຽນ​ທີ່​ຈິງ​ໃຈ, ກົງ​ໄປ​ກົງ​ມາ, ມີຄວາມສ້າງສັນ ​ແລະ ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະມາຄົມມິດຕະພາບ​ການທູດ​ປະຊາຊົນ​ຈີນ, ສະມາຄົມ​ມິດຕະພາບ​ຫວຽດນາມ-ຈີນ ​ແລະ ສະມາຄົມ​ມິດຕະພາບ​ຈີນ-ຫວຽດນາມ ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ກໍ່ສ້າງ​ພື້ນຖານ​ສັງຄົມ​ທີ່​ເຂັ້ມ​ແຂງ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນ “ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນ “ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ

ໃນບົດຂຽນເອົາລົງເມື່ອວັນທີ 26 ຕຸລາ, ໜັງສືພິມ ກວານຈ໋ຽວ, ກະບອກສຽງຂອງພັກກອມມູນິດ ຈີນ, ເນັ້ນໜັກວ່າ: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈະແມ່ນການນຳຕ່າງປະເທດຄົນທຳອິດມາຢ້ຽມຢາມປະເທດນີ້ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດ ຈີນ.

ການປຶກສາຫາລືດ້ານການເມືອງ ຫວຽດນາມ - ອິນເດຍ ຄັ້ງທີ 12 ການປຶກສາຫາລືດ້ານການເມືອງ ຫວຽດນາມ - ອິນເດຍ ຄັ້ງທີ 12

ຍສໝ-ຕອນບ່າຍວັນທີ 30 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ບູຍແທັງເຊີນ ໄດ້ຕ້ອນຮັບ ທ່ານຮອງລັດຖະມົນຕີ ການຕ່າງປະເທດ ອິນເດຍ Saurabh Kumar ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ແລະ ທັງເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ແລະ ການເຈລະຈາຍຸດທະສາດ ຄັ້ງທີ 9 ລະຫວ່າງກະຊວງການຕ່າງປະເທດຂອງ 2 ປະເທດ ໃນລະຫວ່າງວັນທີ ...

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.