ຮ່າ​ໂນ້ຍ, ຫາຍ​ຟ່ອງ ​ແບ່ງປັນ​ປະສົບ​ການ​ໃນ​ດ້ານ​ການ​ທູດປະຊາຊົນ

11:44 | 23/06/2024

ຍສໝ - ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ຮ່າ​ໂນ້ຍ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ ຫາກໍ​ມີ​ການ​ພົບ​ປະ​, ແລກປ່ຽນ​ແຜນການ​ຮ່ວມ​ມື​ລະຫວ່າງ 2 ຫົວໜ່ວຍ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ, ແຂວງ ລາວ​ກາຍ ແລກປ່ຽນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ການທູດ​​ປະຊາຊົນ​
ເພີ່ມ​ທະວີ​ການ​ແບ່ງປັນ, ການ​ຮ່ວມ​ມືກ່ຽວກັບ​ວຽກງານພິມຈຳໜ່າຍລະຫວ່າງ ​ຫວຽດນາມ - ລາວ

ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ຫງອກ​ກີ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຮ່າ​ໂນ້ຍ ​ໄດ້ແຈ້ງ​ກ່ຽວ​ກັບ​ສະພາບການໆຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ຂອງກົງຈັກການຈັດຕັ້ງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ​ທ່າ​ແຮງໃນ​ການ​ເຄື່ອນ​ໄຫວ​ການ​ທູດປະຊາຊົນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຮ່າ​ໂນ້ຍ ​ໄດ້​ເປັນເຈົ້າການ​ເພີ່ມ​ທະວີວຽກງານໂຄສະນາ, ຍົກສູງທີ່ຕັ້ງ, ຮູບພາບຂອງຫົວໜ່ວຍ; ຫັນການ​ເຄື່ອນ​ໄຫວ​ການທູດປະຊາຊົນທີ່ມີ​ສີສັນ​ສະເພາະຂອງນະຄອນຫຼວງເປັນຫຼາຍຮູບຫຼາຍແບບ. ພ້ອມ​ກັນ​ນັ້ນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຮ່າ​ໂນ້ຍ ກໍ່​ສຸມ​ໃສ່​ພັດທະນາ​ການຈັດ​ຕັ້ງ, ສ້າງຕັ້ງສະມາຄົມ​ມິດຕະພາບ ຫວຽດນາມ - ສິງກະ​ໂປ ນະຄອນ ຮ່າ​ໂນ້ຍ, ເພີ່ມຈຳນວນ​ບັນດາ​ຫົວໜ່ວຍ​ສະມາຊິກ​ທັງໝົດຂຶ້ນເປັນ 26 ອົງການ.

ຮ່າ​ໂນ້ຍ, ຫາຍ​ຟ່ອງ ​ແບ່ງປັນ​ປະສົບ​ການ​ໃນ​ດ້ານ​ການ​ທູດປະຊາຊົນ
ການ​ນຳ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຮ່າ​ໂນ້ຍ ​ໄດ້​ປຶກສາ​ຫາລື​ບັນດາ​ແຜນການ​ຮ່ວມ​ມື. (ພາບ: HAUFO)

ກ່າວ​ຄຳ​ປາໄສ​ທີ່​ການ​ພົບ​ປະ, ທ່ານ ​ໂດ​້ວັນ​ບິ່ງ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ສົມທົບ​ກັນ​ຢ່າງ​ມີ​ປະສິດທິ​ຜົນ​ ຂອງສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຮ່າ​ໂນ້ຍ ໃນ​ໄລຍະ​ມໍ່ໆ​ມາ​ນີ້. ພ້ອມ​ກັນ​ນັ້ນ, ​ກໍ່ໄດ້​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ຈຳນວນໜຶ່ງ​ໃນ​ການ​ຍົກສູງກຳລັງຄວາມ​ສາມາດ​ເຄື່ອນໄຫວ​ຂອງບັນດາ​ສະມາຄົມ​ສະມາຊິກ, ປະດິດ​ສ້າງ​ແນວ​ຄິດ ​ແລະ ວິທີ​ການ​ເຄື່ອນ​ໄຫວ​ຂອງການທູດປະຊາຊົນ; ຕ້ອງມີບັນດາການ​ແກ້​ໄຂ​ ເພື່ອຍົກສູງຮູບ​ພາບ, ທີ່​ຕັ້ງ​ຂອງ​ສະຫະ​ພາບ ເວົ້າ​ສະ​ເພາະ ​ແລະ ວຽກງານການ​ທູດ​ປະຊາຊົນ ​ເວົ້າ​ລວມ.

2 ຫົວໜ່ວຍ​ໄດ້​ເຫັນ​ດີ​ເປັນ​ເອກະພາບວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວລວມ, ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ​ສະມາຊິກ; ພິ​ຈາ​ລະ​ນາການເປີດກ້ວາງການເຊື່ອມຕໍ່ກັບສະ​ຫະ​ພັນ​ບັດດາອົງ​ການມິດ​ຕະ​ພາບແຂວງ, ນະ​ຄອນຂຶ້ນກັບສູນກາງ ເພື່ອ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຮ່າ​ໂນ້ຍ ແລະ ຫາຍ​ຟ່ອງ, ປະ​ກອບ​ສ່ວນ​ເຂົ້າໃນການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມຂອງປະເທດ, ທ້ອງ​ຖິ່ນ.

ຫວຽດນາມ - ລາວ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ປະຕິ​ຮູບ​ລະບຽບການ​ການ​ບໍລິຫານ ​ແລະ ສື່ສານ ຫວຽດນາມ - ລາວ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ປະຕິ​ຮູບ​ລະບຽບການ​ການ​ບໍລິຫານ ​ແລະ ສື່ສານ

ຍສໝ - ວັນ​ທີ 4 ມິຖຸນາ, ​ໃນ​ຂອບ​ເຂດ​ການຜັນຂະຫຍາຍບົດ​ບັນທຶກ​ຊ່ວຍ​ຈຳວ່າດ້ວຍການຮ່ວມມື​ລະຫວ່າງ​ກະຊວງ​ແຮງ​ງານ ​ແລະ ສະຫວັດດິການສັງຄົມ​ ລາວ ​ແລະ ອົງການປະກັນສັງຄົມ ຫວຽດນາມ, ຄະນະປະຕິບັດງານຂອງອົງການປະກັນສັງຄົມ ຫວຽດນາມ, ໂດຍທ່ານຮອງຜູ້ອຳນວຍການໃຫຍ່ ຈຸ່ແມ້ງຊິງ ເປັນຫົວໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການປະກັນສັງຄົມແຫ່ງຊາດ ລາວ (LSSO).

ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພີ່ມ​ທະວີ​ບົດບາດ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພີ່ມ​ທະວີ​ບົດບາດ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ

ຍສໝ​ - ອາທິດແລ້ວນີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງວາລະ​ປະຊຸມເປີດກ່ຽວກັບຫົວຂໍ້ “​ເພີ່ມ​ທະວີບົດບາດ​ຂອງ ອາຟຣິກາ ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ” ພາຍໃຕ້ການເປັນປະທານຂອງ ໂມຊຳບິກ, ປະເທດປະທານສະພາຄວາມໝັ້ນຄົງ ໃນເດືອນພຶດສະພາ 2024.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.