ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ

16:23 | 13/03/2024

ຍສໝ - ວັນທີ 11 ມີນາ, ຢູ່ນິວຢອກ (ອາເມລິກາ), ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 68 ຄະນະກຳມະການຖານະຕຳແໜ່ງແມ່ຍິງ (CSW68) ຂອງສະພາເສດຖະກິດ ແລະສັງຄົມ ສະຫະປະຊາຊາດ (ECOSOC)

ວາມສະເໝີພາບລະຫວ່າງຍິງ-ຊາຍໃນການຫັນເປັນດີຈີຕອນຢູ່ ຫວຽດນາມ: ແມ່​ຍິງ​ຕ້ອງ​ກະ​ກຽມ​ທັກ​ສະ​ຫຍັງ ວາມສະເໝີພາບລະຫວ່າງຍິງ-ຊາຍໃນການຫັນເປັນດີຈີຕອນຢູ່ ຫວຽດນາມ: ແມ່​ຍິງ​ຕ້ອງ​ກະ​ກຽມ​ທັກ​ສະ​ຫຍັງ
ນັກຂ່າວກັບບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ນັກຂ່າວກັບບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

ວັນທີ 11 ມີນາ, ຢູ່ນິວຢອກ (ອາເມລິກາ), ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 68 ຄະນະກຳມະການຖານະຕຳແໜ່ງແມ່ຍິງ (CSW68) ຂອງສະພາເສດຖະກິດ ແລະສັງຄົມ ສະຫະປະຊາຊາດ (ECOSOC) ດ້ວຍຫົວຂໍ້ “ຍູ້ໄວການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ມອບສິດໃຫ້ແກ່ແມ່ຍິງ ແລະເດັກນ້ອຍ ຮັບຮອງເອົາການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ເພີ່ມທະວີລະບອບລະບຽບການ ແລະສະໜອງດ້ານການເງິນທີ່ມີການຄິດເຖິງແງ່ມູມຂອງເພດຍິງ-ຊາຍ”.

ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ

ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ. (ພາບ: TTXVN)

ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ກ່າວຄຳເຫັນຊີ້ແຈ້ງເຖິງບາງຜົນງານຂອງຫວຽດນາມໃນວຽກງານຄວາມສະເໝີພາບລະຫວ່າງຍິງ-ຊາຍ; ໂດຍຢັ້ງຢືນວ່າ ແມ່ຍິງໃນປະຈຸບັນແມ່ນກຳລັງທີ່ບໍ່ສາມາດຂາດໄດ້ໃນທຸກວິວັດທະນາການໃນທຸກລະດັບຂອງສັນຕິພາບ, ຄວາມໝັ້ນຄົງ, ຄວາມກ້າວໜ້າຂອງສັງຄົມ ແລະການພັດທະນາແບບຍືນຍົງ, ຄວນສຸມໃສ່ຊ່ວຍແມ່ຍິງບືນຕົວຂຶ້ນເສີມຂະຫຍາຍເຮັດຈົນສຸດຄວາມສາມາດຂອງຕົນເພື່ອເຂົ້າຮ່ວມເຄື່ອນໄຫວຂອງຊີວິດດ້ານເສດຖະກິດ, ການເມືອງ ແລະສັງຄົມ; ເຊີດຊູການມອບສິດໃຫ້ແກ່ແມ່ຍິງ ແລະເດັກຍິງໃນວິທະຍາສາດ, ເຕັກໂນໂລຢີ, ການຫັນປ່ຽນດີຈີຕອນ, ຕິດພັນກັບການປ້ອງກັນ, ຕ້ານການຈຳແນກການປະພຶດ ແລະໃຊ້ຄວາມຮຸນແຮງໃນອິນເຕີແນັດ, ເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງສະພາບແວດລ້ອມສາກົນແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາກວມລວມ ແລະຍືນຍົງ, ແກ້ໄຂສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່. ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ກໍ່ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດ ແລະຄູ່ຮ່ວມມືເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ, ມອບສິດໃຫ້ແກ່ແມ່ຍິງ, ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ.

ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ໄດ້ມີການພົບປະສອງຝ່າຍກັບທ່ານນາງ Viola Amherd ປະທານາທິບໍດີສະວິດ, ທ່ານນາງ Evika Silina ນາຍົກລັດຖະມົນຕີລັດເວຍ, ທ່ານ Achim Steiner ຜູ້ອຳນວຍການໃຫຍ່ໂຄງການ ພັດທະນາສະຫະປະຊາຊາດ (UNDP), ທ່ານ Eric Adams ເຈົ້າຄອງນະຄອນນິວຢອກ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.