ການຕັດສິນນີ້ ເພື່ອແນໃສ່ຫັນຍຸດທະສາດ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ໄດ້ຢ່າງມີປະສິດທິຜົນ” ເປັນລະອຽດ, ບໍ່ປະໃຫ້ຫວຽດນາມ ຖອນຫຼັງເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ.
ຍສໝ - ວັນທີ 7 ທັນວານີ້, ຫ້ອງການສະຫະພັນກິລາອາຊີຕາເວັນອອກສ່ຽງໃຕ້ (SEAGF) ໄດ້ສົມທົບກັບຄະນະກຳມະການໂອລິມປິກຫວຽດນາມ ຈັດຕັ້ງກອງປະຊຸມສະພາ SEAGF ດ້ວຍຮູບແບບອອນລາຍ.
ຍສໝ - ໃນບັ້ນການສອບເສັງໂອລິມປິກສາກົນ ກ່ຽວກັບຟິຊິກສາດດາລາສາດ ປີ 2021 (IOAA 14), ນັກສຶກສາຫວຽດນາມ 5 ຄົນ ລ້ວນແຕ່ຍາດໄດ້ຫຼຽນ, ໃນນັ້ນມີ 2 ຫຼຽນຄຳ.
ນາງ ຫງວຽນທຸກຖຸ່ຍຕຽນ ກໍ່ຍາດໄດ້ໄຊະນະຫຼາຍທີສຸດໃນການຄັດເລືອກໃນການແຂ່ງຂັນປີນີ້.
ບັນດາທູດກິລາ ຈະນຳໃຊ້ຜົນສະທ້ອນຂອງຕົນ ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍໃນພາກພື້ນ ແລະ ມອບສິດໃຫ້ແກ່ແມ່ຍິງ ຜ່ານກິລາ ແລະ ສົ່ງສານສົ່ງເສີມໄປຍັງປະຊາຄົມ ອາຊຽນ.
ຍສໝ - “ຮ້ານວາງຂາຍສິນຄ້າແຫ່ງຊາດ ຫວຽດນາມ” ແມ່ນສະຖານທີ່ເຕົ້າໂຮມບັນດາເຄື່ອງໝາຍການຄ້າ ຫວຽດນາມ ທີ່ມີອິດທິພົນຊື່ສຽງ, ມີຄຸນນະພາບດີເພື່ອແນະນຳໄປຍັງລູກຄ້າ, ວິສາຫະກິດ ຈີນ...
ເຖິງວ່າຍັງບໍ່ຫາຍດີຈາກອາການບາດເຈັບ, ແຕ່ນັກກິລາ ເລວັນກົງ ກໍ່ຍາດໄດ້ຫຼຽນເງິນລຸ້ນນາໍ້ໜັກ 49 ກິໂລກຼາມ ທີ່ການແຂ່ງຂັນຍົກນໍ້າໜັກຄົນພິການໂລກ 2021, ດໍາເນີນຢູ່ລັດ Georgia, ສະຫະລັດອາເມລິກາ.
ຍສໝ - ຫວ່າງແລ້ວນີ້, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມລາຍການສະແດງສິລະປະພິເສດດ້ວຍຫົວຂໍ້ "ຄວາມເຊື່ອໝັ້ນ ແລະຄວາມຄາດຫວັງ" ເຊິ່ງໄຂຂຶ້ນຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ. ລາຍການດັ່ງ ກ່າວ ໂດຍຄະນະໂຄສະນາສຶກສາສູນກາງ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ສົມທົບກັບບັນດາກະຊວງ, ຂະແໜງການ ແລະອົງການທີ່ກ່ຽວຂ້ອງຈັດຂຶ້ນເພື່ອຂ່ຳນັບຮັບຕ້ອນກອງປະຊຸມວັດທະນະທຳທົ່ວປະເທດ 2021 (ເຊິ່ງໄດ້ດຳເນີນໃນວັນທີ 24 ພະຈິກ).
ຍສໝ - ເມື່ອບໍ່ດົນມານີ້, ຖ້ຽວບິນ VN417 ຂອງບໍລິສັດການບິນ Vietnam Airlines ມາຈາກ ເຊອຸນ (ສ.ເກົາຫຼີ) ໄປຍັງ ດານັງ (ຫວຽດນາມ) ໄດ້ລົງຈອດຢ່າງປອດໄພຢູ່ສະໜາມບິນສາກົນດ່ານັງ.
ຍສໝ - ຄຽງຄູ່ກັບບັນດາວັດຖຸພັນອື່ນໆ, ເຄື່ອງປັ້ນດິນເຜົາກໍ່ໄດ້ສ້າງເອກະລັກສະເພາະໃຫ້ແກ່ສີສັນວັດທະນະທໍາຊາຮວິ່ງ, ພື້ນຖານວັດທະນະທຳທີ່ຮຸ່ງເຮືອງເຫຼືອງເຫຼື້ອມຢູ່ພາກກາງຍຸກດຶກດຳບັນ.
ພະແນກທ່ອງທ່ຽວນະຄອນໂຮ່ຈີມິນ ຫາກໍ່ສ້າງແຜນຮ່າງຈັດຕັ້ງການຕ້ອນຮັບແຂກທ່ອງທ່ຽວສາກົນທີ່ນໍາໃຊ້ໜັງສືຜ່ານແດນສຸຂະພາບເອເລັກໂຕນິກ ມາຍັງນະຄອນແຕ່ເດືອນທັນວາ 2021, ແຕ່ກ່ອນຄາດຄະເນວ່າຈະຮັບແຂກທ່ອງທ່ຽວໃນຕົ້ນປີ 2022, ດ້ວຍ 3 ໄລຍະ.
ໃນຕອນຄຳ່ວັນທີ 21 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມລາຍການສິລະປະພິເສດດ້ວຍຫົວຂໍ້ “ຄວາມເຊື່ອໝັ້ນ ແລະ ຄາດຫວັງ”. ລາຍການໄດ້ຖ່າຍທອດສົດຜ່ານຊ່ອງໂທລະພາບ VTV1, ຂອງສະຖານີໂທລະພາບ ຫວຽດນາມ.
ຍສໝ - ກະຊວງຄົມມະນາຄົມ ແລະ ຂົນສົ່ງ ໄດ້ຍື່ນສະເໜີຕໍ່ລັດຖະບານແຜນການເຊື່ອມຕໍ່ບັນດາຖ້ຽວບິນສາກົນ ກັບບັນດາປະເທດຕາມວິວັດການນັບແຕ່ນີ້ຮອດໄຕມາດທີ 3 ປີ 2022.
ຍສໝ - ວັນທີ 20 ພະຈິກ, ນະຄອນຝຸກວັກ (ແຂວງກຽນຢາງ) ຈະຕ້ອນຮັບຄະນະແຂກທ່ອງທ່ຽວສາກົນ ທຳອິດ ໃນໄລຍະປົກກະຕິແບບໃໝ່ ພາຍຫຼັງການປິດປະຕູຍ້ອນໂລກລະບາດໂຄວິດ - 19 ມາເປັນເວລາ ເກືອບ 2 ປີ.
ວັນທີ 17 ພະຈິກ, ແຂວງ ກວາງນາມ ຈະຕ້ອນຮັບແຂກທ່ອງທ່ຽວ 203 ຄົນ ແລະ ວັນທີ 18 ພະຈິກຈະຕ້ອນຮັບ ແຂກທ່ອງທ່ຽວ 226 ຄົນ, ມາພັກເຊົາຢູ່ເຂດພັກຜ່ອນບຳລຸງສຸຂະພາບຄົບວົງຈອນ ນາມໂຮ້ຍອານຢູ່ເມືອງ ຢຸຍຊວຽນ.
Tour ທ່ອງທ່ຽວໄດ້ໄປຜ່ານ 30 ເສັ້ນທາງ ແລະເກືອບ 20 ສະຖານທີ່ທ່ອງທ່ຽວວັດຖຸບູຮານ ແລະກິດຈະກໍາທີ່ທັນສະໄໝຂອງນະຄອນທີ່ໄດ້ໃຊ້ຊື່ລຸງໂຮ່.
ວັນທີ 13 ພະຈິກ, ທີມ Jiu-Jitsu ຫວຽດນາມ ໄດ້ເດີນທາງກັບມາຫວຽດນາມ ພາຍຫຼັງສຳເລັດການເຂົ້າຮ່ວມຊິງແຊ້ມ Jiu-Jitsu ໂລກ 2021 ທີ່ຈັດຂຶ້ນຢູ່ສະຫະລັດອາຣັບເອມີເຣດ.
ຍສໝ - ຄະນະກຳມະການນະຄອນໂຮ້ຍອານ (ແຂວງກ໋ວາງນາມ) ໃຫ້ຮູ້ວ່າ ນະຄອນໄດ້ຕົກລົງເປີດປະຕູເຄື່ອນໄຫວເຂົ້າຢ້ຽມຊົມທ່ອງທ່ຽວ ຢູ່ບັນດາສະຖານທີ່ນັດພົບໂດຍລັດຄຸ້ມຄອງນັບແຕ່ວັນທີ 15 ພະຈິກ.
ຍສໝ - ບັນດາການໂອ້ລົມເຈລະຈາ “ດຳລົງຊີວິດກັບວັດທະນະທໍາພື້ນເມືອງ” ໄດ້ຈັດຂຶ້ນໃນວັນທີ 10 ພະຈິກ ດ້ວຍຮູບແບບອອນລາຍ, ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນພາຍໃນ ແລະສາກົນນັບຫຼາຍຮ້ອຍຄົນ, ໃນນັ້ນ ມີບັນດານັກຊ່ຽວຊານດ້ານວັດທະນະທຳໄດ້ພ້ອມກັນແລກປ່ຽນ ແລະປຶກສາຫາລື.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ເຫັນດີຕໍ່ນະໂຍບາຍ ການທົດລອງຕ້ອນຮັບນັກທ່ອງທ່ຽວສາກົນ ທີ່ມາຍັງຫວຽດນາມ ຕາມຂໍ້ສະເໜີຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກ່ຽວກັບການແນະນຳຊົ່ວຄາວໃນການທົດລອງຕ້ອນຮັບນັກທ່ອງທ່ຽວສາກົນ ທີ່ມາຍັງຫວຽດນາມ.
ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ເຊື່ອມຕໍ່ບັນດາການເຄື່ອນໄຫວ ເສດຖະກິດ ສັງຄົມ ໃນສະພາບປົກກະຕິໃນສະພາວະທີ່ໂຄວິດ - 19 ຍັງຄົງຜັນແປຢ່າງສັບສົນ. ນີ້ແມ່ນໂອກາດ ເພື່ອໃຫ້ຂະແໜງທ່ອງທ່ຽວຢູ່ທ້ອງຖິ່ນຕ່າງໆ ຟື້ນຟູການເຄື່ອນໄຫວທີ່ປອດໄພ ຕ້ອນຮັບແຂກມາທ່ຽວຊົມທັດສະນະສຶກສາ ພັກຜ່ອນຢ່ອນອາລົມຢູ່ບັນດາເຂດທ່ອງທ່ຽວທີ່ລືຊື່ຂອງ ຫວຽດນາມ.
ຕອນບ່າຍວັນທີ 8 ພະຈິກ, ຂໍ້ມູນຈາກສະຫະພັນບານເຕະຫວຽດນາມ (VFF) ໃຫ້ຮູ້ວ່າ ການແຂ່ງຂັນຊິງອັນດັບທີ 3 ແລະຊີງຊະນະເລີດບານເຕະຍິງ ຊິງແຊ້ມແຫ່ງຊາດ 2021 ຈະຈັດຂຶ້ນໃນວັນທີ 10 ພະຈິກ.
ສັບປະດາ “ມະຫາສາມັກຄີບັນດາເຜົ່າ-ມໍລະດົກວັດທະນະທໍາຫວຽດນາມ” ປີ 2021 ຈະດໍາເນີນແຕ່ວັນທີ 18-23 ພະຈິກ ຢູ່ໝູ່ບ້ານວັດທະນະທໍາ, ທ່ອງທ່ຽວບັນດາເຜົ່າຫວຽດນາມ (ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ).
ຍສໝ - ກະຊວງສາທາລະນະສຸກ ຫວຽດນາມ ປຸກລະດົມການເສັງ “Check-in ແຜ່ກະຈາຍມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19” ໄປສູ່ສັງຄົມດ້ວຍສານທີ່ວ່າ “ຍາມໃດກໍຈົ່ງຢູ່ໃນທ່າເປັນເຈົ້າການຕ້ານໂລກລະບາດ ແລະ ຮັກສາຫຼັກການ “5 ປະການ ແລະ ສັກວັກຊິນ”...
ຍສໝ - ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຮ່ວາງດ້າວເກືອງ ໄດ້ຕີລາຄາສູງ ການໜູນຊ່ວຍຂອງສະພາອັງກິດໃນການສົມທົບ ແລະ ໜູນຊ່ວຍ ຫວຽດນາມ ປະຕິບັດຍຸດທະສາດພັດທະນາບັນດາຂະແໜງອຸດສາຫະກຳ ວັດທະນະທຳ.
ສັບປະດາ “ມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທໍາຫວຽດນາມ” ປີ 2021 ຈະດໍາເນີນໃນລະຫວ່າງວັນທີ 18 ຫາວັນທີ 23 ພະຈິກ ຢູ່ໝູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ (ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ).
ດ້ວຍການເອົາຊະນະຕໍ່ທິມມຽນມາ 1 ປະຕູຕໍ່ 0, ທິມບານເຕະແຫ່ງຊາດ U23 ຫວຽດນາມ ສາມາດເຂົ້າແຂ່ງຂັນຮອບຊີງຊະນະເລີດກິລາບານເຕະອາຊີ 2022.
ວັນທີ 31 ຕຸລາ, ຢູ່ເອຢິບ, ນັກກິລາເທັນນິດ ລີ໊ຮວ່າງນາມ ຄວ້າແຊ້ມເທັນນິດ M15 Sharm El Sheikh ພາຍຫຼັງຊະນະນັກກິລາເທັນນິດ Hady Habib (ເລບານອນ) ດ້ວຍ 2-0 ເຊັດໃນຮອບຊີງຊະນະເລີດ.
ຍສໝ - ແຕ່ວັນທີ 27 ຕຸລານີ້, ບັນດາເສັ້ນທາງຖ້ຽວບິນການຄ້າຢູ່ສະໜາມບິນສາກົນ ເວີນໂດນ (ແຂວງກວາງນິງ) ໄດ້ເລີ່ມດຳເນີນການເຄື່ອນໄຫວຢ່າງເປັນທາງການ, ໂດຍເລີ່ມແຕ່ເສັ້ນທາງ ເວີນໂດນ - ນະຄອນໂຮ່ຈິມິນ.
ຕອນບ່າຍວັນທີ 27 ຕຸລາ, ທີ່ Kyrgyzstan, ທີມຊາດ U.23 ຫວຽດນາມ ຊະນະທີມຊາດ U.23 ໄຕ້ຫວັນ (ສປ ຈີນ) 1:0 ປະຕູ ຢູ່ນັດເປີດສາກກຸ່ມ I, ຮອບຄັດເລືອກ U.23 ອາຊີ 2022.