ຈະມີ 5 ເມືອງ ໄດ້ທົດລອງຕ້ອນຮັບນັກທ່ອງທ່ຽວສາກົນ

19:07 | 11/11/2021

ຍສໝ - ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ເຫັນ​ດີ​ຕໍ່​ນະ​ໂຍ​ບາຍ ​ການ​ທົດ​ລອງ​ຕ້ອນ​ຮັບ​ນັກ​ທ່ອງທ່ຽວ​ສາ​ກົນ ທີ່ມາຍັງ​ຫວຽດ​ນາມ ຕາມ​ຂໍ້ສະ​ເໜີ​ຂອງ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ​ກ່ຽວ​ກັບ​ການແນະ​ນຳ​ຊົ່ວ​ຄາວ​ໃນ​ການ​ທົດ​ລອງ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ ທີ່​ມາຍັງຫວຽດ​ນາມ.

ທົດລອງການຕ້ອນຮັບນັກທ່ອງທ່ຽວສາກົນ ມາຢ້ຽມຢາມ ຝູກ໋ວກ ທົດລອງການຕ້ອນຮັບນັກທ່ອງທ່ຽວສາກົນ ມາຢ້ຽມຢາມ ຝູກ໋ວກ
ແຂວງແຂັງຮ່ວາ ຈະຕ້ອນຮັບນັກທ່ອງທ່ຽວສາກົນ ທີ່ມີ “ປັດສະປໍວັກຊີນ” ແຂວງແຂັງຮ່ວາ ຈະຕ້ອນຮັບນັກທ່ອງທ່ຽວສາກົນ ທີ່ມີ “ປັດສະປໍວັກຊີນ”

ຕາມ​ນັ້ນ​ແລ້ວ, ຂັ້ນຕອນການ​ທົດ​ລອງ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ ​ຈະ​ໄດ້​ຮັບ​ການຜັນຂະຫຍາຍ​ເປັນ 3 ​ໄລຍະ​ຄື:

​ໄລຍະ​ທີ 1 (​ແຕ່​ເດືອນພະຈິກ 2021), ຫວຽດນາມ ຈະ​ທົດ​ລອງຕ້ອນຮັບນັກທ່ອງທ່ຽວສາກົນ​ຕາມ​ບັນດາ​ໂຄງການ​ທ່ອງ​ທ່ຽວແບບຄົບວົງຈອນ, ຜ່ານບັນດາ​ຖ້ຽວ​ບິນແບບເຊົ່າ ແລະ ການ​ຄ້າ​ສາກົນ​ໃນ​ບັນດາ​ຂົງ​ເຂດ, ສະຖານ​ທີ່​ບໍລິການ​ທ່ອງ​ທ່ຽວ ​ທີ່​ໄດ້​ຄັດ​ເລືອກ​ຢູ່​ນະຄອນຝູກວກ (ກ່ຽນຢາງ), ແຂ໊ງຫ່ວາ, ກວາງນາມ, ດານັ້ງ, ກວາງນິງ.

ຈະມີ 5 ເມືອງ ໄດ້ທົດລອງຕ້ອນຮັບນັກທ່ອງທ່ຽວສາກົນ
ຈະມີ 5 ເມືອງ ໄດ້ທົດລອງຕ້ອນຮັບນັກທ່ອງທ່ຽວສາກົນ. (ພາບ: VOV)

ໄລຍະທີ 2 (ແຕ່ເດືອນມັງກອນ 2022), ເປີດກວ້າງຂອບເຂດນັກທ່ອງທ່ຽວສາກົນ, ເຊື່ອມຕໍ່ບັນດາປາຍທາງ ໂດຍຜ່ານຖ້ຽວບິນແບບເຊົ່າ ແລະ ຖ້ຽວບິນການຄ້າສາກົນຕາມປົກກະຕິ. ບັນດາ​ນັກທ່ອງທ່ຽວສາກົນ ​ສາມາດ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ທ່ອງ​ທ່ຽວ ທີ່​ສົມທົບ​​ຫຼາຍ​ປາຍທາງ​ ພາຍຫຼັງ​ສຳ​ເລັດ​ໂຄງການ​ທ່ອງ​ທ່ຽວ​ຢູ່​ຈຸດໝາຍ​ທຳ​ອິດ ​ພາຍ​ໃນ 7 ວັນ ເບື້ອງຕົ້ນແມ່ນ​ເຊື່ອມ​ຕໍ່ ແຂວງກ່ຽນຢາງ, ແຂ໊ງຫ່ວາ, ກວາງນາມ, ດານັ້ງ, ກວາງນິງ ​ແລະ ອາດ​ຈະ​ເພີ່ມ​ບາງ​ທ້ອງ​ຖິ່ນ​ອີກ​ດ້ວຍ (ຖ້າ​ມີ​ເງື່ອນ​ໄຂ ​ແລະ ມີ​ຂໍ້​ສະ​ເໜີ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ).

ໃນ​ໄລຍະ​ທີ 3, ຫວຽດນາມ​ ຈະ​ເປີດປະຕູຕະຫຼາດ​ນັກ​ທ່ອງ​ທ່ຽວ​ສາກົນທັງໝົດ. ໃນໄລຍະເລີ່ມຕົ້ນຂອງໄລຍະທີ 3 ແມ່ນຈະອີງໃສ່ສະພາບການໂລກລະບາດຕົວຈິງ ແລະ ຕີລາຄາຜົນການຕ້ອນຮັບນັກທ່ອງທ່ຽວສາກົນໃນ 2 ໄລຍະທຳອິດ.

ເມື່ອ​ເຂົ້າ​ມາ​ຫວຽດ​ນາມ, ນັກ​ທ່ອງ​ທ່ຽວ​ຕ້ອງ​ໄດ້​ຮັບປະກັນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພາກບັງຄັບຈຳ​ນວນ​ໜຶ່ງ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.