"ຄວາມເຊື່ອໝັ້ນ ແລະຄວາມຄາດຫວັງ": ຢັ້ງຢືນຖານະ ແລະສີສັນຂອງວັດທະນະທໍາຫວຽດນາມ

06:18 | 25/11/2021

ຍສໝ - ຫວ່າງແລ້ວນີ້, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມລາຍການສະແດງສິລະປະພິເສດດ້ວຍຫົວຂໍ້ "ຄວາມເຊື່ອໝັ້ນ ແລະຄວາມຄາດຫວັງ" ເຊິ່ງໄຂຂຶ້ນຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ. ລາຍການດັ່ງ ກ່າວ ໂດຍຄະນະໂຄສະນາສຶກສາສູນກາງ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ສົມທົບກັບບັນດາກະຊວງ, ຂະແໜງການ ແລະອົງການທີ່ກ່ຽວຂ້ອງຈັດຂຶ້ນເພື່ອຂ່ຳນັບຮັບຕ້ອນກອງປະຊຸມວັດທະນະທຳທົ່ວປະເທດ 2021 (ເຊິ່ງໄດ້ດຳເນີນໃນວັນທີ 24 ພະຈິກ).

ນຳຕະຫຼາດຫຼັກຊັບຂອງຫວຽດນາມ ເຂົ້າກຸ່ມ 4 ໃນອາຊຽນ ນຳຕະຫຼາດຫຼັກຊັບຂອງຫວຽດນາມ ເຂົ້າກຸ່ມ 4 ໃນອາຊຽນ
​ສືບ​ຕໍ່​ເພີ່ມ​ພູນ​ຄູ​ນ​ສ້າງ​ການ​ພົວ​ພັນ ອາ​ຊຽນ - ຈີນ ໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ສືບ​ຕໍ່​ເພີ່ມ​ພູນ​ຄູ​ນ​ສ້າງ​ການ​ພົວ​ພັນ ອາ​ຊຽນ - ຈີນ ໃຫ້​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ
"ຄວາມເຊື່ອໝັ້ນ ແລະຄວາມຄາດຫວັງ": ຢັ້ງຢືນຖານະ ແລະສີສັນຂອງວັດທະນະທໍາຫວຽດນາມ
"ຄວາມເຊື່ອໝັ້ນ ແລະຄວາມຄາດຫວັງ": ຢັ້ງຢືນຖານະ ແລະສີສັນຂອງວັດທະນະທໍາຫວຽດນາມ. ພາບ: TTXVN

ລາຍການສະແດງສິລະປະພິເສດ "ຄວາມເຊື່ອໝັ້ນ ແລະຄວາມຄາດຫວັງ" ແມ່ນໄດ້ຈັດຂຶ້ນຢ່າງພິຖິພິຖັນ, ເຕັມໄປດ້ວຍຄວາມຄິດ, ມີຄວາມໝາຍຍ້ອງຍໍກຳລັງສິລະປະອາຊີບຜ່ານການເຂົ້າຮ່ວມກວ່າ 10 ຫົວໜ່ວຍສິລະປະໃນທົ່ວປະເທດ. ທີມງານຈັດສ້າງໄດ້ສະແດງໃຫ້ເຫັນຄວາມ ຫຼາກຫຼາຍ ແລະອຸດົມສົມບູນຂອງລາຍການສະແດງທີ່ມີສີສັນວັດທະນະ ທໍາຂອງເຂດ, ພາກ, ແຕ່ພາກເໜືອ, ພາກກາງ, ເຂດໄຕງວຽນ ຕະຫຼອດຮອດພາກໃຕ້. ການສະແດງໃຊ້ເວລາ 100 ນາທີ ແລະໄດ້ແບ່ງອອກເປັນ 3 ພາກຄື: ປະເທດຊາດ (ໄລຍະວັດທະນະທຳສ້າງຊາດ); ເສັ້ນທາງທີ່ພວກເຮົາເດີນໄປ (ໄລຍະວັດທະນະທໍາການປະຕິວັດ, ກ້າວໜ້າ, ເຕັມໄປດ້ວຍສີສັນວັດທະນະທໍາຊາດ) ແລະຄວາມຈະເລີນຮຸ່ງເຮືອງຂອງຫວຽດນາມ (ໄລຍະການເຊື່ອມໂຍງວັດທະນະທໍາ ແລະການພັດທະນາ).

ບັນດາລາຍການສະແດງໃນລາຍການລວມມີ: “ຕາເວັນຂຶ້ນຢູ່ ດິນແດນຫວຽດນາມ”; “ປະເທດຊາດຮຽກເອີ້ນ”; “ສຽງກ່ອມຂອງປະເທດຊາດ”; “ບ້ານເກີດເມືອງນອນຂອງຂ້າພະເຈົ້າປ່ຽນແປງໃໝ່”... ຫົວຂໍ້ການສະແດງ ສິລະປະໄດ້ເປັນການຢັ້ງຢືນຖານະບົດບາດ ແລະທີ່ຕັ້ງຂອງວັດທະນະທຳ ໃນວິວັດການພັດທະນາປະເທດຊາດ, ຖືຄຸນຄ່າວັດທະນະທຳ ແລະມະນຸດ ເປັນພື້ນຖານ, ເປັນກໍາລັງແຮງພາຍໃນ ເພື່ອຮັບປະກັນການພັດທະນາແບບ ຍືນຍົງ ແລະການເຊື່ອມໂຍງ.

ໄຊພອນ

ເຫດການ