ນັກ​ກິ​ລາ Taekwondo ເຈົາ​ຕວຽດ​ເວິນ ແມ່ນ​ໜຶ່ງ ໃນ​ຈຳ​ນວນ “ທູດ​ກິ​ລາ​ຍິງ ອາ​ຊຽນ” 10 ຄົນ

16:44 | 03/12/2021

ບັນດາທູດກິລາ ຈະນຳໃຊ້ຜົນສະທ້ອນຂອງຕົນ ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍໃນພາກພື້ນ ແລະ ມອບສິດໃຫ້ແກ່ແມ່ຍິງ ຜ່ານກິລາ ແລະ ສົ່ງສານສົ່ງເສີມໄປຍັງປະຊາຄົມ ອາຊຽນ.

ສ້າງ​ລັດ​ຖະ​ບານ​ດີ​ຈີ​ຕອນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ສຳ​ຄັນ​ແຖວ​ໜ້າ ສ້າງ​ລັດ​ຖະ​ບານ​ດີ​ຈີ​ຕອນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ສຳ​ຄັນ​ແຖວ​ໜ້າ
ຍ້ອງ​ຍໍ​ຊົມ​ເຊີຍ​ນັກ​ສຶ​ກ​ສາ ລາວ ແລະ ກຳ​ປູ​ເຈຍ ຜູ້​ດີ​ເດັ່ນ​ຈຳ​ນວນ 107 ຄົນ ຍ້ອງ​ຍໍ​ຊົມ​ເຊີຍ​ນັກ​ສຶ​ກ​ສາ ລາວ ແລະ ກຳ​ປູ​ເຈຍ ຜູ້​ດີ​ເດັ່ນ​ຈຳ​ນວນ 107 ຄົນ
ນັກ​ກິ​ລາ Taekwondo ເຈົາ​ຕວຽດ​ເວິນ ແມ່ນ​ໜຶ່ງ ໃນ​ຈຳ​ນວນ “ທູດ​ກິ​ລາ​ຍິງ ອາ​ຊຽນ” 10 ຄົນ. ພາບ:
ນັກ​ກິ​ລາ Taekwondo ເຈົາ​ຕວຽດ​ເວິນ ແມ່ນ​ໜຶ່ງ ໃນ​ຈຳ​ນວນ “ທູດ​ກິ​ລາ​ຍິງ ອາ​ຊຽນ” 10 ຄົນ. ພາບ: tienphong.vn

ອາຊຽນ ໄດ້ແຕ່ງຕັ້ງນັກກິລາ ແລະ ເຈົ້າໜ້າທີ່ກິລາທີ່ດີເດັ່ນ 10 ຄົນ ເປັນ “ທູດກິລາຍິງ ອາຊຽນ” ໃນນັ້ນມີນັກກິລາ Taekwondo ຫວຽດນາມ ເຈົາຕວຽດເວິນ. ຂໍ້ລິເລີ່ມນີ້ ແມ່ນສ່ວນໜຶ່ງໃນບັ້ນຍຸດທະສາດ “WeScore ASEAN” ໂດຍ ຍີ່ປຸ່ນ ອຸປະຖຳ. ບັນດາທູດກິລາ ຈະນຳໃຊ້ຜົນສະທ້ອນຂອງຕົນ ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍໃນພາກພື້ນ ແລະ ມອບສິດໃຫ້ແກ່ແມ່ຍິງ ຜ່ານກິລາ ແລະ ສົ່ງສານສົ່ງເສີມໄປຍັງປະຊາຄົມ ອາຊຽນ.

ບັນດາທູດກິລາຍິງນີ້ຈະແບ່ງປັນທັດສະນະຂອງຕົນ ກ່ຽວກັບການມອບສິດໃຫ້ແກ່ແມ່ຍິງ ໃນລາຍການໂອ້ລົມກັນ ທີ່ໄດ້ຈັດຂຶ້ນຢູ່ ສຳນັກງານຄະນະເລຂາອາຊຽນ ໃນວັນທີ 3 ທັນວາ, ກົງກັບວັນ ຄົນພິການສາກົນ ແລະ ບັ້ນຍຸດທະສາດທີ່ໄດ້ຈັດຂຶ້ນໃນທຸກປີດ້ວຍຫົວຂໍ້ “16 ວັນກະທຳຕ້ານການໃຊ້ຄວາມຮຸນແຮງທາງເພດ”.

vovworld.vn

ເຫດການ
302 Found

Found

The document has moved here.