ກວາງນິງ ເຊື່ອມຕໍ່ຖ້ຽວບິນການຄ້າ ກັບນະຄອນໂຮ່ຈິມິນ ຄືນໃໝ່ ແຕ່ວັນທີ 27 ຕຸລາ

11:30 | 30/10/2021

ຍສໝ - ແຕ່​ວັນ​ທີ 27 ຕຸລາ​ນີ້, ​ບັນດາເສັ້ນທາງ​ຖ້ຽວ​ບິນການ​ຄ້າ​ຢູ່​ສະໜາມ​ບິນ​ສາກົນ​ ເວີນໂດນ (​ແຂວງ​ກວາງ​ນິງ) ​ໄດ້​ເລີ່​ມດຳ​ເນີນ​ການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ, ​ໂດຍ​ເລີ່​ມ​ແຕ່​ເສັ້ນທາງ​ ເວີນໂດນ - ນະຄອນ​ໂຮ່ຈິ​ມິນ.

ກວາງນິງ ຈັດຕັ້ງ 50 ເຫດການ ເພື່ອກະຕຸ້ນການທ່ອງທ່ຽວ ກວາງນິງ ຈັດຕັ້ງ 50 ເຫດການ ເພື່ອກະຕຸ້ນການທ່ອງທ່ຽວ
ຫວຽດນາມ ຢືນອັນດັບທີ 27 ໃນໂລກກ່ຽວກັບການນຳໃຊ້ປັນຍາປະດິດ ຫວຽດນາມ ຢືນອັນດັບທີ 27 ໃນໂລກກ່ຽວກັບການນຳໃຊ້ປັນຍາປະດິດ

ເພື່ອ​ຮັບ​ປະ​ກັນ​ການ​ປ້ອງ​ກັນ​ພະ​ຍາດ, ຜູ້​ໂດຍ​ສານ​ທີ່​ອອກ​ຈາກ​ສະ​ໜາມ​ບິນ ເຕຶນເຊິີນຍຶດ ໄປ​ຫາ​ສະ​ໜາມ​ບິນ ເວີນໂດນ ຈະ​ຕ້ອງມີ​ຜົນ​ກວດວິໄຈເປັນລົບຕໍ່ SARS-CoV-2 ດ້ວຍ​ວິ​ທີ RT-PCR ຫຼື ​ກວດວິເຄາະ​ໄວ, ພາຍໃນ 72 ຊົ່ວ​ໂມງ ​ກ່ອນເວລາອອກເດີນທາງຂອງຖ້ຽວບິນ.

ກວາງນິງ ເຊື່ອມຕໍ່ຖ້ຽວບິນການຄ້າ ກັບນະຄອນໂຮ່ຈິມິນ ຄືນໃໝ່ ແຕ່ວັນທີ 27 ຕຸລາ
ກວາງນິງ ເຊື່ອມຕໍ່ຖ້ຽວບິນການຄ້າ ກັບນະຄອນໂຮ່ຈິມິນ ຄືນໃໝ່ ແຕ່ວັນທີ 27 ຕຸລາ. (ພາບ: baoquangninh)

ຖ້າເດີນທາງຈາກສະໜາມບິນ ເວີນໂດນ, ຜູ້ໂດຍສານຕ້ອງປະຕິບັດຕາມ 1 ໃນ 3 ເງື່ອນໄຂ ຄື: ໃບຢັ້ງຢືນການສັກວັກຊີນກັນພະຍາດໂຄວິດ-19 ຄົບ 2 ເຂັມ (ສັກຄັ້ງສຸດທ້າຍແມ່ນໃຫ້ຢ່າງໜ້ອຍສຸດ 14 ວັນ ແລະ ບໍ່ເກີນ 12 ເດືອນກ່ອນວັນອອກເດີນທາງ); ຫຼື ມີໃບຢັ້ງຢືນການຫາຍດີຈາກ COVID-19 ຫຼື ໃບຢັ້ງຢືນການອອກໂຮງໝໍບໍ່ເກີນ 6 ເດືອນ ກ່ອນເວລາອອກເດີນທາງ; ​ຕ້ອງມີ​ຜົນ​ກວດວິໄຈເປັນລົບຕໍ່ SARS-CoV-2 ດ້ວຍ​ວິ​ທີ RT-PCR ຫຼື ​ກວດ​ວິເຄາະແບບໄວ, ພາຍໃນ 72 ຊົ່ວ​ໂມງ​ ກ່ອນເວລາອອກເດີນທາງຂອງຖ້ຽວບິນ.

ທ່ານ ຟ້າ​ມງອກ​ເຊົາ, ຜູ້​ອຳ​ນວຍ​ການ​ສະ​ໜາມ​ບິນ ເວີນໂດນ ໄດ້ຢືນ​ຢັນ​ວ່າ ສະ​ໜາມ​ບິນ​ສາ​ກົນ ເວີນໂດນ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ເຖິງ​ຄວາມ​ປອດ​ໄພ​ຂອງ​ພະ​ນັກ​ງານ ແລະ ປະ​ຊາ​ຊົນ​ເປັນ​ອັນ​ດັບ​ໜຶ່ງ.

ການ​ເຊື່ອມຕໍ່​ເສັ້ນທາງ​ຖ້ຽວ​ບິນການ​ຄ້າ ເວີນໂດນ - ນະຄອນ ​ໂຮ່ຈີ​ມິນ ຄືນໃໝ່​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ ການ​ເດີນທາງ​ຂອງ​ປະຊາຊົນ ລະຫວ່າງ​ບັນດາ​ທ້ອງ​ຖິ່ນດັ່ງກ່າວ ​ໃນ​ສະພາບ​ທີ່​ລັດຖະບານ​ອະນຸຍາດ​ໃຫ້​ເປີດ​ຖ້ຽວ​ບິນ​ໂດຍສານ​ ພາຍ​ໃນ​ປະ​ເທດ​ເປັນ​ປົກກະຕິຄືນ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ, ມີໄຫວ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຢ່າງມີ​ປະສິດທິ​ຜົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.