ຫວຽດນາມຍາດໄດ້ 2 ຫຼຽນຄຳໂອລິມປິກສາກົນດ້ານຟິຊິກສາດດາລາສາດ ປີ 2021

11:38 | 09/12/2021

ຍສໝ - ໃນບັ້ນການສອບເສັງ​ໂອ​ລິ​ມປິກ​ສາກົນ ​ກ່ຽວ​ກັບຟິຊິກສາດດາລາສາດ ປີ 2021 (IOAA 14), ນັກ​ສຶກສາ​ຫວຽດນາມ 5 ຄົນ​ ລ້ວນແຕ່ຍາດ​ໄດ້​ຫຼຽນ, ​ໃນ​ນັ້ນ​ມີ 2 ຫຼຽນ​ຄຳ.

ອັດງານມະຫາກຳກິລາການທະຫານສາກົນ Army Games 2021 ຢູ່ຫວຽດນາມ: ຫວຽດນາມຄ້ວາໄດ້ 1 ຫຼຽນຄຳ ແລະ 1 ຫຼຽນ ເງິນ ອັດງານມະຫາກຳກິລາການທະຫານສາກົນ Army Games 2021 ຢູ່ຫວຽດນາມ: ຫວຽດນາມຄ້ວາໄດ້ 1 ຫຼຽນຄຳ ແລະ 1 ຫຼຽນ ເງິນ
ນັກຮຽນຫວຽດນາມ ຍາດໄດ້ 4 ຫຼຽນຄຳທີ່ການແຂ່ງຂັນຄະນິດສາດໜຸ່ມສາກົນ ນັກຮຽນຫວຽດນາມ ຍາດໄດ້ 4 ຫຼຽນຄຳທີ່ການແຂ່ງຂັນຄະນິດສາດໜຸ່ມສາກົນ

ນັກ​ຮຽນ​ທີ່​ໄດ້​ຮັບ​ລາງວັນ​ ແມ່ນມາ​ຈາກ​ຊັ້ນ​ຮຽນ ມ 7 ຟີ​ຊິກ 1, ໂຮງຮຽນມັດທະຍົມປາຍ ຮ່າໂນ້ຍ - Amsterdam. ຫງວຽນແຂັງເຕິມ ແລະ ເຈິ່ນດິງຢູງ ຍາດ​ໄດ້​ຫລຽນ​ຄຳ; ຫງວຽນແມ້ງດຶກ ຍາດໄດ້ຫຼຽນເງິນ; ເລດຶກອ່ານ ​ແລະ ດີງເຈິ່ນຫາຍຈຽນ ຍາດ​ໄດ້​ຫຼຽນ​ທອງ.

ບັ້ນການສອບເສັງ​ໂອ​ລິ​ມປິກ​ສາກົນ ​ກ່ຽວ​ກັບຟິຊິກສາດດາລາສາດ (IOAA) ແມ່ນບັ້ນການສອບເສັງ ໂອ​ລິ​ມປິກ ວິທະຍາສາດສາກົນ ສໍາລັບນັກຮຽນມັດທະຍົມ ທີ່ຈັດຂຶ້ນເພື່ອຮັບຮູ້ບົດບາດອັນໃຫຍ່ຫຼວງໃນຂົງເຂດດາລາສາດ ແລະ ຟີຊິກສາດດາລາສາດ​ ໃນຊີວິດປະຈໍາວັນ, ໃນການສຶກສາຂອງໄວຫນຸ່ມ ແລະ ໃນການເພີ່ມ​ທະວີ​ການ​ແລກປ່ຽນ​ສາກົນ. ການສອບເສັງ IOAA ແມ່ນບໍລິຫານໂດຍ ຄະນະກໍາມະການສາກົນ ດ້ວຍສະມາຊິກທີ່ໄດ້ຖືກເລືອກຕັ້ງຈາກອົງການຈັດຕັ້ງຕ່າງໆໃນທົ່ວໂລກ.

ຫວຽດນາມຍາດໄດ້ 2 ຫຼຽນຄຳໂອລິມປິກສາກົນດ້ານຟິຊິກສາດດາລາສາດ ປີ 2021
ຫວຽດນາມຍາດໄດ້ 2 ຫຼຽນຄຳໂອລິມປິກສາກົນ ດ້ານຟິຊິກສາດດາລາສາດ ປີ 2021. (ພາບ: hanoimoi)

IOAA ຄັ້ງ​ທໍາ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໃຫມ່​, ປະ​ເທດ​ໄທ ​ໃນ​ເດືອນ​ພະ​ຈິກ​ປີ 2007​. ທຸກໆປີ, ບັ້ນການສອບເສັງ​ໂອ​ລິ​ມປິກ​ສາກົນ ​ກ່ຽວ​ກັບຟິຊິກສາດດາລາສາດທີ່ຈັດຂຶ້ນຢູ່ປະເທດຕ່າງໆ ໄດ້ຕ້ອນຮັບການເຂົ້າຮ່ວມ ຂອງນັກຮຽນມັດທະຍົມປາຍຫຼາຍຮ້ອຍຄົນ ທີ່ມັກວິຊາຟີຊິກສາດ ແລະ ດາລາສາດ.

ທີ່​ງານ​ແຂ່ງ​ຂັນ IOAA ຄັ້ງ​ທີ 10 ປີ 2016 ຢູ່​ປະ​ເທດ ອິນ​ເດຍ, ເປັນ​ປີ​ທຳ​ອິດ​ທີ່​ເຂົ້າ​ຮ່ວມ, ທິມ ​ຮ່າ​ໂນ້ຍ ຕາງໜ້າ​ໃຫ້​ທິມຫວຽດນາມ ຄວ້າໄດ້ຫຼຽນ​ເງິນ 1 ຫຼຽນ​ ແລະ ລາງວັນ​ຊົມ​ເຊີຍ 4 ລາງວັນ.

ໃນບັນດາ​ບັ້ນການສອບເສັງ IOAA ປີ 2017 ທີ່​ປະ​ເທດ​ໄທ, ຄັ້ງ​ທີ 12 ປີ 2018 ຢູ່ ​ຈີນ ​ແລະ ຄັ້ງ​ທີ 13 ​ໃນ​ປີ 2019 ທີ່​ປະ​ເທດ​ຮຸງ​ກາຣີ, ທິມນັກຮຽນ​ນະຄອນຫຼວງ​​ຮ່າ​ໂນ້ຍ ຕາງໜ້າ​ໃຫ້ ຫວຽດນາມ ລ້ວນ​ແຕ່​ຍາດ​ໄດ້​ຫຼຽນ​ຄຳ, ຫຼຽນ​ເງິນ, ຫຼຽນ​ທອງ.

​ບັ້ນການສອບເສັງ IOAA ຄັ້ງທີ 14 ປີ 2021 ໄດ້ຈັດຂຶ້ນຢູ່ ໂຄໂລມເບຍ ໃນຮູບແບບອອນໄລນ໌ລະຫວ່າງວັນທີ 14 ຫາ 21 ພະຈິກ 2021 ດ້ວຍການເຂົ້າຮ່ວມຂອງ 50 ປະເທດ ແລະ ເຂດແຄ້ວນ ປະກອບມີ 60 ທີມ ເຊິ່ງເປັນການແຂ່ງຂັນໃຫຍ່ທີ່ສຸດທີ່ເຄີຍມີມາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.