ລີ໊ຮວ່າງນາມ ຄວ້າແຊ້ມເທັນນິດທີ່ປະເທດເອຢິບ

06:38 | 02/11/2021

ວັນທີ 31 ຕຸລາ, ຢູ່ເອຢິບ, ນັກກິລາເທັນນິດ ລີ໊ຮວ່າງນາມ ຄວ້າແຊ້ມເທັນນິດ M15 Sharm El Sheikh ພາຍຫຼັງຊະນະນັກກິລາເທັນນິດ Hady Habib (ເລບານອນ) ດ້ວຍ 2-0 ເຊັດໃນຮອບຊີງຊະນະເລີດ.

ຫວຽດນາມ ມານະພະຍາຍາມປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍລວມທົ່ວໂລກ ຫວຽດນາມ ມານະພະຍາຍາມປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍລວມທົ່ວໂລກ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ມີ​ຄວາ​ມ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດ​ນາມ ກັບ ອັງ​ກິດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ມີ​ຄວາ​ມ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດ​ນາມ ກັບ ອັງ​ກິດ
ລີ໊ຮວ່າງນາມ ຄວ້າແຊ້ມເທັນນິດທີ່ປະເທດເອຢິບ
ນັກກິລາເທັນນິດ ລີ໊ຮວ່າງນາມ ພາບ: tienphong.vn

ນັກກິລາເທັນນິດ Hady Habib ຢືນອັນດັບ 232 ສູງກວ່າ ລີ໊ຮວ່າງນາມ ໃນຕາຕະລາງຈັດອັນດັບນັກເທັນນິດຊາຍໂລກ. ເຖິງວ່າຖືກຕີລາຄາຕໍ່າກວ່າແຕ່ ຮວ່າງນາມ ເຂົ້າຮ່ວມການແຂ່ງຂັນດ້ວຍຄວາມໝັ້ນໃຈ ແລະຊະນະຢ່າງງ່າຍດາຍດ້ວຍ 6-2 ຄະແນນໃນເຊັດທີ 1. ໃນທ່າໄຊຊະນະ, ຮວ່າງນາມ ສືບຕໍ່ຊະນະເຊັດທີ 2 ດ້ວຍ 6-4 ຄະແນນ. ຊະນະນັກກິລາເທັນນິດ Hady Habib ດ້ວຍ 2-0 ເຊັດ, ຮວ່າງນາມ ໄດ້ຮັບເງິນລາງວັນກວ່າ 2.000 ໂດລາສະຫະລັດ ແລະ 10 ຄະແນນສະສົມໃນຕາຕະລາງຈັດອັນດັບ. ການແຂ່ງຂັນເທັນນິດ M15 Sharm El Sheikh ຈັດຂຶ້ນໃນລະຫວ່າງວັນທີ 25-31 ຕຸລາ ທີ່ປະເທດເອຢິບ. ນີ້ແມ່ນການແຂ່ງຂັນສຳລັບນັກກິລາອາຊີບພາຍໃນລະບົບຂອງສະຫະພັນເທັນນິດສາກົນ.

la.qdnd.vn

ເຫດການ
302 Found

Found

The document has moved here.