“ຮ້ານ​ວາງ​ຂາຍສິນ​ຄ້າ​ແຫ່ງ​ຊາດ ຫວຽດ​ນາມ” ຈະເຂົ້າໃນ​ຕະຫຼາດການຄ້າ​ເອ​ເລັກ​ໂຕ​ນິກ JD ຂອງ ຈີນ

06:50 | 02/12/2021

ຍ​ສ​ໝ - “ຮ້ານ​ວາງ​ຂາຍສິນ​ຄ້າ​ແຫ່ງ​ຊາດ ຫວຽດ​ນາມ” ແມ່ນ​ສະ​ຖານ​ທີ່​ເຕົ້າ​ໂຮມ​ບັນ​ດາ​ເຄື່ອງ​ໝາຍ​ການ​ຄ້າ ຫວຽດ​ນາມ ທີ່​ມີ​ອິດ​ທິ​ພົນ​ຊື່ສ​ຽງ, ມີ​ຄຸນ​ນະ​ພາບ​ດີ​ເພື່ອ​ແນະ​ນຳ​ໄປ​ຍັງ​ລູກ​ຄ້າ, ວິ​ສາ​ຫະ​ກິດ ຈີນ...

ຕະຫຼາດການ​ຄ້າ​​ເອ​ເລັກ​ໂຕ​ນິກຂອງ​ ຫວຽດນາມ​ ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເຕີບ​ໂຕ​ຢ່າງໜ້າ​ປະ​ທັບ​ໃຈ ຕະຫຼາດການ​ຄ້າ​​ເອ​ເລັກ​ໂຕ​ນິກຂອງ​ ຫວຽດນາມ​ ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເຕີບ​ໂຕ​ຢ່າງໜ້າ​ປະ​ທັບ​ໃຈ
ສະ​ວິດ ປ​າດ​ຖະ​ໜາ​ຢາກ​ບັນ​ລຸ​ໄດ້​ ສັນ​ຍາ​ການ​ຄ້າ​ເສ​ລີ FTA ກັບ ຫວຽດ​ນາມ ສະ​ວິດ ປ​າດ​ຖະ​ໜາ​ຢາກ​ບັນ​ລຸ​ໄດ້​ ສັນ​ຍາ​ການ​ຄ້າ​ເສ​ລີ FTA ກັບ ຫວຽດ​ນາມ
“ຮ້ານ​ວາງ​ຂາຍສິນ​ຄ້າ​ແຫ່ງ​ຊາດ ຫວຽດ​ນາມ” ຈະເຂົ້າໃນ​ຕະຫຼາດການຄ້າ​ເອ​ເລັກ​ໂຕ​ນິກ JD ຂອງ ຈີນ
ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ ຫວຽດ​ນາມ ຢູ່​ຈ​ີນ​ (ພາບ: vneconomy.vn)

ໂດຍເລີ່ມ​ຕົ້ນ​ແຕ່​ປີ 2019, ໂຄງ​ການ “ຮ້ານ​ວາງ​ຂາຍ​ສິນ​ຄ້າ​ທາງ​ອອນ​ໄລແຫ່ງ​ຊາດ” ບົນ​ບັນ​ດາ​ຕະຫຼາດການຄ້າ​ເອ​ເລັກ​ໂຕ​ນິກ ພາຍ​ໃນປະ​ເທດ ເຊິ່ງ​ກົມ​ການ​ຄ້າ​ເອ​ເລັກ​ໂຕ​ນິກ ແລະ ເສດ​ຖະ​ກິ​ດ​ດີ​ຈີ​ຕອນ (ກະ​ຊວງ​ອຸດ​ສ​າ​ຫະ​ກຳ ແລະ ການ​ຄ້າ) ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ ພວມ​ຜັນ​ຂະ​ຫຍາຍ​ ໄດ້​ຮັບ​ການ​ຕີ​ລາ​ຄາວ່າແມ່ນມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ເປີດກວ້າງ, ສຳ​ຜັດ​ກັບ​ຕະຫຼາດ​ຜ່ານ​ຮູບ​ແບບ​ຈຳໜ່າຍ​​ທີ່​ທັນ​ສະ​ໄໝ.

“ຮ້ານ​ວາງ​​ຂາຍ​ສິນ​ຄ້າແຫ່ງ​ຊາດ” ແມ່ນ​ສະ​ຖານ​ທີ່​ເຕົ້າ​ໂຮມ​ບັນ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ທີ່​ມີ​ອິດ​ທິ​ພົນ​ຊື່​ສ​ຽງ, ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບຂອງບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ເພື່ອ​ຊຸກ​ຍູ້​ການ​ແຈກ​ຢາຍ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ຜ່ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ. ພ້ອມ​ທັງ, “ຮ້ານ​ຊັບ​ພະ​ສິນ​ຄ້າ ຫວຽດ​ນາມ” ນີ້​ຈະ​ຊ່ວຍ​ໃຫ້​ຜູ້​ບໍ​ລິ​ໂພກ​ຊື້​ສິນ​ຄ້າ ຫວຽດ​ນາມ ຜ່ານ​ຊ່ອງ​ການ​ຄ້າ​ເອ​ເລັກ​ໂຕ​ນິກທີ່​ມີ​ຄຸນ​ນະ​ພາບດີ ດ້ວຍ​ລາ​ຄາ​ຕ່ຳກວ່າ.

ພາຍ​ຫຼັງ​ຜັນ​ຂະ​ຫຍາຍ​ຢ່າງ​ຟົດ​ຟື້ນ, ດຶງ​ດູດ​ໄດ້​ຄວາມ​ສົນ​ໃຈ​ຈາກ​ຜູ້​ບໍ​ລິ​ໂພກ​ຫວຽດ​ນາມ, ຮອດ​ທ້າຍ​ປີ 2020, ກົມ​ການ​ຄ້າ​ເອ​ເລັກ​ໂຕ​ນິກ ແລະ ເສດ​ຖະ​ກິດ​ດີ​ຈີ​ຕອນ ສືບ​ຕໍ່​ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ “ຮ້ານ​ວາງ​ຂາຍ​ສິນ​ຄ້າ ຫວຽດ​ນາມ ແບບ​ທາງ​ໄກ​ແຫ່ງ​ຊາດ” ໃນ​ຕະຫຼາດ​ການ​ຄ້າ​ເອ​ເລັກ​ໂຕ​ນິກພາຍ​ໃນ ​ລວມ​ມີ Sendo, Voso (Viettel Post) ແລະ Tiki.

ປີນີ້, ເປັນ​ຄັ້ງ​ທຳ​ອິດທີ່ຮ້ານ​ວາງ​​ຂາຍ​ສິນ​ຄ້າແຫ່ງ​ຊາດ ຫ​ວຽດ​ນາມ ຈະ​ນຳ​ມາ​ຂາຍ​ຢູ່ ຕະຫຼາດ​ເອ​ເລັກ​ໂຕ​ນິກ JD.com ຂອງ ຈີນ, ນີ້​ຈະ​ແມ່ນ​ເຂດ​ວາງ​ສະ​ແດງ​ສິນ​ຄ້າ ຫວຽດ​ນາມ ທຳ​ອິດ​ບົນ​ພື້ນ​ຖານ​ການ​ຄ້າ​ເອ​ເລັກ​ໂຕ​ນິກສາ​ກົນ ດ້ວຍ​ບັນ​ດາ​ຜະ​ລິດ​ຕ​ະ​ພັນຫວຽດ​ນາມ ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ໄດ້ຈຳໜ່າຍ​ເຖິງ​ມື​ຂອງ​ຜູ້​ບໍ​ລິ​ໂພກ​ຢູ່​ຕະຫຼາດ​ປະ​ເທດ​ນຳ​ເຂົ້າໂດຍກົງ ເຊິ່ງ​ຜັນ​ຂະ​ຫຍາຍ​ຜ່ານ​ວິ​ທີ​ການ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຂ້າມ​ຊາຍ​ແດນ.

ການ​ຮ່ວມ​ມື​ລະ​ຫວ່າງ ກົມ​ການ​ຄ້າ​ເອ​ເລັກ​ໂຕ​ນິກ ແລະ ເສດ​ຖະ​ກິດ​ດີ​ຈີ​ຕອນ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ພ້ອມ​ກັບ​ບັນ​ດາ​ໜ່ວຍ​ງານ, ຄູ່​ຮ່ວມ​ມື​ຄື Vinanutrifood, Viettel Post, VPBank… ໃນ​ວຽກ​ງານ​ເຄື່ອນ​ໄຫວ “ຮ້ານ​ວາງ​​ຂາຍ​ສິນ​ຄ້າແຫ່ງ​ຊາດ ຫ​ວຽດ​ນາມ” ໃນ​ຕະຫຼາດ​ການ​ຄ້າ​ເອກ​ເລັກ​ໂຕ​ນິກ JD.com ຈະ​ສ້າງ​​ຮ້ານ​ຈຳໜ່າຍ​ໃໝ່ ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ສິນ​ຄ້າ​ໄປ​ຍັງ​ຕະຫຼາດ ​ຈີນ ຕື່ມ​ອີກ, ຊຸກ​ຍູ້​ການ​ພົວ​ພັນ​ການ​ຄ້າ, ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ​ສູງຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ຈີນ ຢ່າງ​ສະ​ດວກ ແລະ ມີ​ປະ​ສິ​ດ​ທິ​ຜົນ.

ທ່ານ​ ດັ່ງ​ຮ່​ວາງ​ຫ໋າຍ, ຫົວ​ໜ້າ​ກົມ​ການ​ຄ້າເອ​ເລັກ​ໂຕ​ນິກ ແລະ ເສດ​ຖະ​ກິດ​ດີ​ຈີ​ຕອນ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໃຫ້​ຮູ້​ວ່າ ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່, ວິ​ສາ​ຫະ​ກິດ​ດຳ​ເນີນ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຂ້າມ​ຊາຍ​ແດນ ຕ້ອງ​ມີ​ເວ​ລາ ແລະ ມີ​ຄວາມ​ຕັດ​ສິນ​ໃຈ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ ໜູນ​ຊ່ວຍ​ຢ່າງ​ຕັ້ງ​ໜ້າ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂັ້ນ​ສູງ​ກາງ, ທ້ອງ​ຖິ່ນ, ຫວັງ​ວ່າ “ຮ້ານ​ວາງ​​ຂາຍ​ສິນ​ຄ້າແຫ່ງ​ຊາດ ຫ​ວຽດ​ນາມ ໃນ​ຕະຫຼາ​ດການຄ້າ​ເອ​ເລັກ​ໂຕ​ນິກ JD.com ຈະ​ສ້າງ​ຊ່ອງ​ຈຳໜ່າຍ​ສິນ​ຄ້າ ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ ຫວຽດ​ນາມ ຕື່ມອີກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.