ຈັດຕັ້ງສັບປະດາ “ມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທໍາຫວຽດນາມ”

13:00 | 04/11/2021

ສັບປະດາ “ມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທໍາຫວຽດນາມ” ປີ 2021 ຈະດໍາເນີນໃນລະຫວ່າງວັນທີ 18 ຫາວັນທີ 23 ພະຈິກ ຢູ່ໝູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ (ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ).

ຮອງປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມເອີລົບ ຢ່າງຈົບງາມ ຮອງປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມເອີລົບ ຢ່າງຈົບງາມ
ຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ການາດາ ຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ການາດາ
ພາບປະກອບ
ພາບປະກອບ

ເຫດການຈະປະກອບສ່ວນໃຫ້ແກ່ການເຕົ້າໂຮມ, ສ້າງຄວາມສາມັກຄີລະຫວ່າງປະຊາຊົນທຸກຊັ້ນວັນນະ, ປຸກລຸກນໍ້າໃຈຮັກຊາດ, ຄວາມເອກອ້າງທະນົງໃຈ, ນໍ້າໃຈເຊີດຊູຊາດຕົນເອງ ເພື່ອຂໍ່ານັບຮັບຕ້ອນວັນມູນເຊື້ອ-ວັນສ້າງຕັ້ງແນວໂຮມປະເທດຊາດຫວຽດນາມ (ວັນທີ 18 ພະຈິກ); ຂໍ່ານັບຮັບຕ້ອນວັນມໍລະດົກວັດທະນະທໍາຫວຽດນາມ (ວັນທີ 23 ພະຈິກ) ຢ່າງສຸດໃຈ.

ກິດຈະກຳເຄື່ອນໄຫວໃນສັບປະດາ “ມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທໍາຫວຽດນາມ” ໄດ້ປະກອບສ່ວນເສີມຂະຫຍາຍສີສັນວັດທະນະທໍາຂອງ 54 ຊົນເຜົ່າຫວຽດນາມ ໃນການປະຕິບັດຂະບວນການ “ທົ່ວປວງຊົນສາມັກຄີກໍ່ສ້າງຊີວິດວັດທະນະທໍາ”; ປົກປັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທໍາຂອງວົງຄະນະຍາດຊຸມຊົນ, ກໍ່ສ້າງພື້ນຖານວັດທະນະທໍາຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ.

ໃນຂອບເຂດສັບປະດາ “ມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທໍາຫວຽດນາມ” ປີ 2021 ຄາດວ່າຈະດໍາເນີນການເຄື່ອນໄຫວ 4 ກຸ່ມຫຼັກ. ຈຸດພົ້ນເດັ່ນແມ່ນລາຍການສະແດງສິລະປະໄຂສັບປະດາ ເຊິ່ງຈະດໍາເນີນໃນຕອນຄໍ່າວັນທີ 18 ພະຈິກ. ຕໍ່ຈາກນັ້ນແມ່ນລາຍການເຄື່ອນໄຫວຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ງານວາງສະແດງແຜນຜັງ, ແນະນໍາກ່ຽວກັບເຂດລະດົມໃຫ້ສົ່ງເສີມລົງທຶນໃສ່ໝູ່ບ້ານວັດທະນະທໍາ - ທ່ອງທ່ຽວບັນດາເຜົ່າຫວຽດນາມ.

la.qdnd.vn

ເຫດການ
302 Found

Found

The document has moved here.