ຝຸກວັກ ຕ້ອນ​ຮັບຄະ​ນະ​ແຂກ​ທ່ອງ​ທ່ຽວ​ທຳ​ອິດ​ມາ​ ຫວຽດ​ນາມ ດ້ວຍໜັງສືຜ່ານແດນ​ວັກ​ຊິນ

19:38 | 18/11/2021

ຍ​ສ​ໝ - ວັນ​ທີ 20 ພະ​ຈິກ, ນ​ະ​ຄອນ​ຝຸກວັກ (ແຂວງ​ກຽນ​ຢາງ) ຈະ​ຕ້ອ​ນ​ຮັບ​ຄະ​ນະ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ​ທຳ​ອິດ ໃນ​ໄລ​ຍະ​ປົກ​ກະ​ຕິ​ແບບ​ໃໝ່ ພາຍຫຼັງ​ການ​ປິດ​ປະ​ຕູຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ມາ​ເປັນ​ເວ​ລາ ເກືອບ 2 ປີ.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 50.000 ໂດ​ສ ໂດຍ​ລັດ​ຖະ​ບ​ານ ໂອ​ຕາ​ລິດ ມອບ​ໃຫ້ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 50.000 ໂດ​ສ ໂດຍ​ລັດ​ຖະ​ບ​ານ ໂອ​ຕາ​ລິດ ມອບ​ໃຫ້
ກ​ະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ 50.000 ໂດ​ສ ຈາກ ລັດ​ຖະ​ບານ ໂອ​ຕາ​ລິດ ກ​ະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ 50.000 ໂດ​ສ ຈາກ ລັດ​ຖະ​ບານ ໂອ​ຕາ​ລິດ
ຝຸກວັກ ຕ້ອນ​ຮັບຄະ​ນະ​ແຂກ​ທ່ອງ​ທ່ຽວ​ທຳ​ອິດ​ມາ​ ຫວຽດ​ນາມ ດ້ວຍໜັງສືຜ່ານແດນ​ວັກ​ຊິນ
ພາບ​ປະ​ກອບ: thanhnien.vn

ຄາດ​ວ່າ ແຂກ​ທ່ອງ​ທ່ຽວ ສ.ເກົາຫຼີ 209 ຄົນ ຈະ​ມາ​ຝຸກວັກ​ໃນ​ຖ້ຽວ​ບິນ​ຂອງ ບໍ​ລິ​ສັດ​ການ​ບິນ Vietjet, ພັກ​ຜ່ອນ​ທ່ອງ​ທ່ຽວ​ຢູ່ Vinpearl ເປັນ​ເວ​ລາ 4 ວັນ 3 ຄືນ ດ້ວຍ​​ການທ່ອງທ່ຽວແບບ​ຄົບ​ວົງ​ຈອນ ນັບ​ແຕ່​ຖ້ຽວ​ບິນຕະຫຼອດ​ຮອດ​ສະ​ຖານ​ທີ່​ພັກຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ, ບັນ​ດາ​ການ​ເຄື່ອນ​ໄຫວ​ລະຫຼິ້ນ ບັນ​ເທິງແບບຊັ້ນ​ສູງຂອງເຂດ​ທ່ອງ​ທ່ຽວ ຝຸກວັກ United Center ໂດຍ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວທີ່​ຕອບ​ສະ​ໜອງ​ທຸກ​ຄວາມ​ຕ້ອງ​ການ.

ຄະ​ນະ​ແຂກ​ທ່ອງ​ທ່ຽວ​ບົນ​ຖ້ຽວ​ບິນໝາຍເລກ VJ3749 ບິນ​ຈາກ​ສະ​ໜາມ​ບິນ Incheon (ສ.ເກົາຫຼີ) ຈະ​ເຂົ້າ​ເມືອງ​ຢູ່​ສະ​ໜາມ​ບິນ​ສາ​ກົນ ຝຸກວັກ ໃນ​ເວ​ລາ 12 ໂມງ​ຂອງວັນ​ທີ 22 ພະ​ຈິກ. ທຸກໆ​ວິ​ວັດ​ການ​ເດີນ​ທາງ​ຂອງຄະ​ນະ ໂດຍ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຂອງ Vinpearl ເຊິ່ງແມ່ນ ບໍ​ລິ​ສັດ​ທ່ອງ​ທ່ຽວ Marketing Highland ສົມ​ທົບ​ກັບ​ບໍ​ລິ​ສັດ​ການ​ບິນ Vietjet ສ້າງ​ຂຶ້ນ, ນຳ​ບັນ​ດາ​ແຂກ​ທ່ອງ​ທ່ຽວທີ່​ມີ​ໜັງສືຜ່ານແດນວັກ​ຊິນ ມາ​ທ່ອງ​ທ່ຽວ​ຢູ່ ຝຸກວັກ United Center ຕາມ​ການ​ແນະ​ນຳການຕ້ອນຮັບ​ແຂ​ກ​ທ່ອງ​ທ່ຽວ​ສາ​ກົນຂອງ ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ແລະ ພະ​ແນກ​​ທ່ອງ​ທ່ຽວ ກຽນ​ຢາງ.

ພາຍຫຼັງ​ເຂົ້າ​ເມືອງ, ແຂກ​ທ່ອງ​ທ່ຽວ​ຈະດຳ​ເນີນ​ການກວດ​ກາ​ສຸ​ຂະ​ພາບຢູ່​ສະ​ໜາມ​ບິນ, ຕິດ​ຕັ້ງ​ໂປ​ແກຼມ IGOVN ແລະ PC-COVID ກ່ອນ​ທີ່​ຈະ​ໄປ​ຍັງໂຮງ​ແຮມ. ໃນ​ໄລ​ຍະ​ທ່ອງ​ທ່ຽວ 4 ວັນ 3 ຄືນ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ການ​ວິ​ໄຈ​ຫາ​ເຊື້ອ ໂຄວິດ - 19 ໂດຍ​ໄວ 2 ຄັ້ງ ໃນ​ວັນ​ທຳ​ອິດ ແລະ ວັນ​ສຸດ​ທ້າຍຂອງຂະ​ບວນການທ່ອງທ່ຽວ​. ດ້ວຍ​​ຜົນ​ເປັນ​ລົບ, ແຂກ​ທ່ອງ​ທ່ຽວ ອາດ​ຈະ​ໄປ​ຢ້ຽມ​ຊົມ, ລະຫຼິ້ນ​ບັນ​ເທີງ, ກິນ​ດື່ມ, ຊື້​ເຄື່ອງ​ຂອງຢູ່​ທຸກ​ສະ​ຖານ​ທີ່​ທີ່ໜ້າສົນໃຈ​ຢ່າງ​ຖືກ​ຕ້ອງ​ຕາມ​ວິ​ວັດ​ການໜັງສືຜ່ານແດນວັກ​ຊິນ.

ພະ​ນັກ​ງານ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ທີ່​ມີ​ໜັງສືຜ່ານແດນ​ວັກ​ຊິນ ໝົດ​ທຸກ​ຄົນ ລ້ວນ​ແຕ່​ໄດ້​ຮັບ​ຈັດ​ຕັ້ງ​ການກິນ, ​ຢູ່, ​ເຮັດ​ວຽກ​ຢູ່​ກັບ​ທີ່, ຈຳ​ກັດ​ການ​ເດີນ​ທາງ​ໄປ​ມາ, ດຳ​ລົງ​ຊີ​ວິດ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອ​ດ​ໄພ​ສູງ​ທີ່​ສຸດ, ຕິດ​ຕາມ​ທຸກວິ​ວັດ​ການ​ພົບ​ປະ​ກັບ​ແຕ່​ລະ​ຄົນ, ວັດ​ແທກ​ອຸນ​ຫະ​ພູມ​ຮ່າງ​ກາຍກ່ອນ ແລະ ຫຼັງເຮັດ​ວຽກ​ໃນມື້.

ພາຍຫຼັງ​ຮັບ​ຄະ​ນະ​ແຂກ​ທ່ອງ​ທ່ຽວ​ທຳ​ອິດ​ໃນ​ວັນ​ທີ 20 ພ​ະ​ຈິກ, ຄາດ​ວ່າ ຝຸ​ກວັກ ຈະ​ຮັບ 20 ຖ້ຽວ​ບິນ​ສາ​ກົນ/ເດືອນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.