ທ່ຽວຊົມໃຈກາງນະຄອນໂຮ່ຈີມິນ ດ້ວຍລົດເມສອງຊັ້ນ

06:40 | 15/11/2021

Tour ທ່ອງທ່ຽວໄດ້ໄປຜ່ານ 30 ເສັ້ນທາງ ແລະເກືອບ 20 ສະຖານທີ່ທ່ອງທ່ຽວວັດຖຸບູຮານ ແລະກິດຈະກໍາທີ່ທັນສະໄໝຂອງນະຄອນທີ່ໄດ້ໃຊ້ຊື່ລຸງໂຮ່.

ຂະ​ແໜງ​ການ​ສຶກ​ສາ ຢຶດ​ໝັ້ນ​ເດີນ​ຕາມ​ເປົ້າ​ໝາຍ​ຄຸນ​ນະ​ພາບ ຂະ​ແໜງ​ການ​ສຶກ​ສາ ຢຶດ​ໝັ້ນ​ເດີນ​ຕາມ​ເປົ້າ​ໝາຍ​ຄຸນ​ນະ​ພາບ
ຜູ້ມີສິດເລືອກຕັ້ງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຕີລາຄາສູງຄຸນນະພາບກອງປະຊຸມສະພາແຫ່ງຊາດ ຜູ້ມີສິດເລືອກຕັ້ງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຕີລາຄາສູງຄຸນນະພາບກອງປະຊຸມສະພາແຫ່ງຊາດ
ນຊຸມມື້ຜ່ານມາ, Tour ທ່ອງທ່ຽວໄດ້ດຶງດູດຄວາມສົນໃຈຂອງຊາວນະຄອນເປັນຈໍານວນຫຼວງຫຼາຍ. ພາບ: qdnd.vn
ພາບປະກອບ

ລາຍການທ່ອງທ່ຽວໃຈກາງນະຄອນໂຮ່ຈີມິນ ດ້ວຍລົດເມສອງຊັ້ນ ໄດ້ເລີ່ມເຄື່ອນໄຫວຄືນໃໝ່ພາຍຫຼັງຢຸດຊົ່ວຄາວ ເພື່ອປ້ອງກັນ ແລະຕ້ານພະຍາດໂຄວິດ - 19.

Tour ທ່ອງທ່ຽວໄດ້ໄປຜ່ານ 30 ເສັ້ນທາງ ແລະເກືອບ 20 ສະຖານທີ່ທ່ອງທ່ຽວວັດຖຸບູຮານ ແລະກິດຈະກໍາທີ່ທັນສະໄໝຂອງນະຄອນທີ່ໄດ້ໃຊ້ຊື່ລຸງໂຮ່. ຈຸດຮັບ-ສົ່ງແຂກຕົ້ນຕໍຂອງ Tour ທ່ອງທ່ຽວແມ່ນຢູ່ໂຮງໄປສະນີນະຄອນໂຮ່ຈີມິນ, ຖະໜົນຍ່າງຫງວຽນເຫວ້... ພ້ອມກັບສະຖານທີ່ທ່ອງທ່ຽວຈຳນວນໜຶ່ງ ຄື: ສວນອະນຸສາວະລີປະທານໂຮ່ຈີມິນ, ຫໍພິພິຕະພັນຮ່ອງຮອຍສົງຄາມ, ສວນສາທາລະນະລາມເຊີນ... ດ້ວຍທ່າໄດ້ປຽບທີ່ໄດ້ຊົມຕົວເມືອງຈາກມູມສູງນັ້ນ, Tour ທ່ອງທ່ຽວໄດ້ນໍາເອົາສິ່ງທີ່ຫນ້າສົນໃຈ ແລະຈັບອົກຈັບໃຈຫຼາຍຢ່າງມາໃຫ້ນັກທ່ອງທ່ຽວ.

ຫວ່າງແລ້ວນີ້, ພະແນກທ່ອງທ່ຽວນະຄອນໂຮ່ຈີມິນ ໄດ້ສົມທົບກັບບັນດາວິິສາຫະກິດທ່ອງທ່ຽວເລີ່ມເຄື່ອນໄຫວຫຼາຍລາຍການທ່ອງທ່ຽວທີ່ເປັນເອກະລັກສະເພາະ ແລະດູດດື່ມ ເພື່ອຮັບໃຊ້ຄະນະແຂກທ່ອງທ່ຽວທຳອິດຂອງຂະແໜງທ່ອງທ່ຽວນະຄອນ.

ຕາມນັ້ນແລ້ວ, ບໍລິສັດໃຫຍ່ທ່ອງທ່ຽວໄຊງ່ອນ-ຈຳກັດຜູ້ດຽວ (Saigontourist Group) ເປີດລາຍການທ່ອງທ່ຽວຊົມແມ່ນ້ຳແບກດັ່ງ (ເມືອງ 1) - ເກິ່ນເຢີ ດ້ວຍເຮືອໄວ. ບໍລິສັດຮູບພາບ Hop On-Hop Off ຫວຽດນາມ ຈຳກັດ ກໍ່ເລີ່ມຈັດລາຍການທ່ຽວຊົມໃຈກາງນະຄອນດ້ວຍລົດເມສອງຊັ້ນຄືນໃໝ່. ສອງລາຍການທ່ອງທ່ຽວນີ້ໄດ້້ຮັບຄວາມຫວັງວ່າຈະປະກອບສ່ວນເພີ່ມຄວາມດຶງດູດໃຫ້ຕະຫຼາດທ່ອງທ່ຽວນະຄອນໃນໄລຍະຈະມາເຖິງ.

ໄຊພອນ

ເຫດການ
302 Found

Found

The document has moved here.