ປຸກ​ລະ​ດົມ​ການ​ເສັງ “​​Check-in ແຜ່​ກະ​ຈາຍມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ຢ່າງ​ປອດ​ໄພ

06:18 | 08/11/2021

ຍ​ສ​ໝ - ກະຊວງສາທາລະນະສຸກ ຫວຽດນາມ ປຸກລະດົມການເສັງ “Check-in ແຜ່ກະຈາຍມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19” ໄປສູ່ສັງຄົມດ້ວຍສານທີ່ວ່າ “ຍາມໃດກໍຈົ່ງຢູ່ໃນທ່າເປັນເຈົ້າການຕ້ານໂລກລະບາດ ແລະ ຮັກສາຫຼັກການ “5 ປະການ ແລະ ສັກວັກຊິນ”...

ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັ​ບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ-19: ສັກ​ວັກ​ຊິນ​ກັນ​​ໂຄວິດ-19 ໄວ​ທີ່​ສຸດ​ເທົ່າທີ່​ສາ​ມາດ​ເຮັດ​ໄດ້ ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັ​ບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ-19: ສັກ​ວັກ​ຊິນ​ກັນ​​ໂຄວິດ-19 ໄວ​ທີ່​ສຸດ​ເທົ່າທີ່​ສາ​ມາດ​ເຮັດ​ໄດ້
ທົ່ວ​ໂລກ​ມີ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກ່​ວາ 5 ລ້ານ​ຄົນ ທົ່ວ​ໂລກ​ມີ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກ່​ວາ 5 ລ້ານ​ຄົນ
ປຸກ​ລະ​ດົມ​ການ​ເສັງ “​​Check-in ແຜ່​ກະ​ຈາຍມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ຢ່າງ​ປອດ​ໄພ
ພາບ​ປະ​ກອບ: moh.gov.vn

ນີ້​ແມ່ນ​ການ​ເສັງ​ໂຄ​ສະ​ນາ ທີ່ສະຫງວນໃຫ້ແກ່ພະນັກງານຂະແໜງສາທາລະນະສຸກ ແລະ ແມ່ນການ​ເຄື່ອນ​ໄຫວ​ທຳ​ອິດຂອງບັ້ນເຄື່ອນໄຫວ “ສ້າງແຜ່ນກຳບັງຄວບ”, ດ້ວຍສານທີ່ວ່າ “ທັງຄອບຄົວປອດໄວຣັດ, ຮ່ວມກັນດຳລົງຊີວິດຢ່າງມ່ວນຊື່ນ” ໂດຍກະຊວງສາທາລະນະສຸກປະຕິບັດ.

ຕາມ​ນັ້ນ​ແລ້ວ, ຜ່ານ​ຂົວ​ເຊື່ອມ​ຕໍ່ ແລະ ຄຳ​ຮຽກ​ຮ້ອງ​ໄປ​ຍັງ​ສັງ​ຄົມ ຈາກ​ບັນ​ດາ​ພະ​ນັກ​ງານ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ, ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ ກ່າວ​ເຕື​ອນ​ຄວາມ​ສຳ​ຄັນ​ໃນ​ການ​ສ້າງແຜ່ນ​ກຳ​ບັງຄວບ, ນັ້ນ​ແມ່ນ​ສັກ​ວັກ​ຊິນ ຄົບ 2 ເຂັມ ແລະ ຍາມ​ໃດ​ກໍ່​ປະ​ຕິ​ບັດຫຼັກການ 5 ປະ​ການ. ເລື່ອງ​ຂາດ​ໜຶ່ງໃນ 2 ປັດ​ໄຈ​ນີ້ແມ່ນ​ລ້ວນ​ແຕ່​ເຮັດ​ໃຫ້ຫຼຸດ​ຜ່ອນ​ຄວາມ​ສາ​ມາດ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ແຕ່​ລະ​ຄົນ, ຊ້ຳ​ບໍ່​ໜຳ​ໃນ​ທົ່ວ​ສັງ​ຄົມ.

ເພ​າ​ະ​ສະ​ນັ້ນ, ເຖິງວ່າ​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ຢ່າງ​ຄົບ​ຖ້ວນ 2 ເຂັ​ມ​ແລ້ວ​ກໍ່​ຕາມ, ແຕ່ປະ​ຊາ​ຊົນ​ຈົ່ງ​ສືບ​ຕໍ່ຮັກ​ສາ​ການ​ປະ​ຕິ​ບັດ 5 ປະ​ການ​ຢ່າງ​ຄົບ​ຖວ້ນ, ເພື່ອ​ສ້າງ ແຜ່ນ​ກຳ​ບັງ​ຄວບ ເພື່ອ​ປົ​ກ​ປ້ອງ​ຕົນ​ເອງ​ຕໍ່​​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ຍັງ​ຄົງ​ມີ​ຄວາມ​ສ່ຽງ​ເກີດ​ໂລກ​ລະ​ບາດ​ໃນ​ບໍ່​ວ່າ​ເວ​ລາ​ໃດ.

ການ​ເສັງ​ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 28 ຕຸ​ລາ ຫາ​ວັນ​ທີ 11 ພະ​ຈິກ, ລວມ​ມີ​ລາງ​ວັນ​ບຸກຄົນ ແລະ ລາງວັນ​ລວມ​ໝູ່ ດ້ວຍຍອດ​ລາງວັນ​ຂຶ້ນ​ເຖິງ 72,5 ລ້ານ​ດົ່ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.