ຫວຽດ​ນາມ ພວມ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ວິ​ວັດ​ຂະ​ບວນ​ການ​ເຊື່ອມ​ຕໍ່​ບັນ​ດາ​ຖ້ຽວ​ບິນ​ການ​ຄ້າ

08:07 | 20/11/2021

ຍ​ສ​ໝ - ກະ​ຊວງ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ ໄດ້​ຍື່ນ​ສະ​ເໜີ​ຕໍ່​ລັດ​ຖະ​ບານ​ແຜນ​ການ​ເຊື່ອມ​ຕໍ່​ບັນ​ດາ​ຖ້ຽວ​ບິນ​ສາ​ກົນ ກັບ​ບັນ​ດາ​ປະ​ເທດ​ຕາມ​ວິ​ວັດ​ການ​ນັບ​ແຕ່ນີ້​ຮອດ​ໄຕ​ມາດ​ທີ 3 ປີ 2022.

ການ​ຮ່ວມ​ມື​ສອງ​ຝ່າຍ ກ​ັບ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ມົງໂ​ກນ ການ​ຮ່ວມ​ມື​ສອງ​ຝ່າຍ ກ​ັບ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ມົງໂ​ກນ
ການ​ສຳ​ມະ​ນາ - ການ​ເຊື່ອມ​ໂຍງ​ຊຸກ​ຍູ້​ການ​ສົ່ງ​ອອກຜະລິດຕະພັນກະເສດ​ຫວຽດ​ນາມ​ໄປ​ສູ່​ຕະຫຼາດ ທະ​ວີບ​ເອີ​ຣົບ, ທະ​ວີບ​ອາ​ເມ​ລິ​ກາ ການ​ສຳ​ມະ​ນາ - ການ​ເຊື່ອມ​ໂຍງ​ຊຸກ​ຍູ້​ການ​ສົ່ງ​ອອກຜະລິດຕະພັນກະເສດ​ຫວຽດ​ນາມ​ໄປ​ສູ່​ຕະຫຼາດ ທະ​ວີບ​ເອີ​ຣົບ, ທະ​ວີບ​ອາ​ເມ​ລິ​ກາ
ຫວຽດ​ນາມ ພວມ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ວິ​ວັດ​ຂະ​ບວນ​ການ​ເຊື່ອມ​ຕໍ່​ບັນ​ດາ​ຖ້ຽວ​ບິນ​ການ​ຄ້າ
ພາບ​ປະ​ກອບ: TTXVN

ວັນ​ທີ 18 ພະ​ຈິກ, ໂດຍ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ແຜນ​ການ​ເຊື່ອມ​ຕໍ່​ບັນ​ດາ​ຖ້ຽວ​ບິນ​ການ​ຄ້າ, ບັນ​ດາ​ຖ້ຽວ​ບິນ​ສາ​ກົນຂອງ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ນາງ ເລ​ທິ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃຫ້​ຮູ້​ວ່າ ວັນ​ທີ 8 ພະ​ຈິກ ທີ່​ຜ່ານ​ມາ, ກະ​ຊວງ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ລັດ​ຖະ​ບານ​ແຜນ​ການ​ເຊື່ອມ​ຕໍ່​ບັນ​ດາ​ຖ້ຽວ​ບິນ​ສາ​ກົນກັບ​ບັນ​ດາ​ປະ​ເທດ​ຕາມ​ຂັ້ນ​ຕອນ ແຕ່ນີ້​ຮອດ​ໄຕ​ມາດ​ທີ 3 ປີ 2022 ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ໃຫ້​ແກ່​ບັນ​ດາ​ວິ​ສ​າ​ຫະ​ກິດກາ​ນ​ບິນ, ຊຸກ​ຍູ້​ວິ​ວັດ​ການ​ຟື້ນ​ຟູ​ເສດ​ຖະ​ກິດ, ການ​ທ່ອງ​ທ່ຽວ​ໃຫ້​ແກ່​ບັນ​ດາ​ທ້ອງ​ຖິ່ນ ແລະ ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມ, ສ້າງ​ເງື່ອນ​ໄຂ​ສະ​ດວກ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນ​ການ​ເດີນ​ທາງ​ໄປ​ມາໃຫ້​ແກ່​ປະ​ຊາ​ຊົນ ຜ່ານ​ເທື່ອ​ລະ​ກ້າວ, ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໃນ​ສະ​ພາບ​ປົກ​ກະ​ຕິ​ແບບ​ໃໝ່.

ໄລ​ຍະ​ຜ່ານ​ມາ, ລັດ​ຖະ​ບານ​ໄດ້​ເຫັນດີກັບຂໍ້​ສະ​ເໜີ​ຂອງ ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃນ​ການ​ນຳ​ໃຊ້​ໜັງ​ສື​ຜ່ານ​ແດນ​ວັກ​ຊິນ, ເປີດ​ກວ້າງ​ເປົ້າ​ໝາຍ​ເຂົ້າ​ເມືອງ ຫວຽດ​ນາມ ທີ່​ມີ​ໜັງ​ສື​ຜ່ານ​ແດນ​ວັກ​ຊິນ, ໃນ​ນັ້ນ​ມີ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ພໍ່​ແມ່​ພີ່​ນ້ອງກັບ​ເມືອ​ປະ​ເທ​ດ ທີ່​ມີ​ຄວາມ​ຕ້ອງ​ການ​ກັບ​ເມືອ​ປະ​ເທດ​ຢ້ຽມ​ຢາມ​ພໍ່​ແມ່​ພີ່​ນ້ອງ, ທ່ອງ​ທ່ຽວ…

ກະ​ຊວງ​ການ​ຕ່າງ​ປະ​ເທດ​ພວມ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ ເພື່ອ​ແນະ​ນຳ​ການ​ໝູນ​ໃຊ້​ໃນ​ຈຸດ​ເວ​ລາ​ທີ່​ເໝາະ​ສົມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.