ຂຸດ​ຄົ້ນວັດທະນະທໍາ​ພື້ນ​ເມືອງ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ​ຢູ່​ຫວຽດນາມ

14:56 | 13/11/2021

ຍສໝ - ບັນດາການໂອ້ລົມເຈລະຈາ “​ດຳລົງ​ຊີວິດ​ກັບ​ວັດທະນະທໍາພື້ນເມືອງ” ​ໄດ້ຈັດຂຶ້ນ​ໃນ​ວັນ​ທີ 10 ພະຈິກ ດ້ວຍ​ຮູບ​ແບບ​ອອນ​ລາຍ, ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ພາຍ​ໃນ ​ແລະສາກົນນັບ​ຫຼາຍຮ້ອຍ​ຄົນ​, ​ໃນ​ນັ້ນ ​ມີ​ບັນດາ​ນັກ​ຊ່ຽວຊານ​ດ້ານ​ວັດທະນະທຳ​ໄດ້ພ້ອມກັນ​ແລກປ່ຽນ ​ແລະປຶກສາ​ຫາລື.

ຫວຽດ​ນາມ ຮຽກຮ້ອງສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຂົ້າ​ເຖິງ​ມະ​ນຸດ​ສະ​ທຳ​ຢູ່​ເອ​ທິ​ໂອ​ເປຍ ຫວຽດ​ນາມ ຮຽກຮ້ອງສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຂົ້າ​ເຖິງ​ມະ​ນຸດ​ສະ​ທຳ​ຢູ່​ເອ​ທິ​ໂອ​ເປຍ
ການ​ຍິງ​ຈະຫຼວດສົ່ງ​ດາວ​ທຽມ NanoDragon ຂອງ​ຫວຽດ​ນາມ​ໄດ້​ຢ່າງ​ສຳ​ເລັດ​ຜົນ ການ​ຍິງ​ຈະຫຼວດສົ່ງ​ດາວ​ທຽມ NanoDragon ຂອງ​ຫວຽດ​ນາມ​ໄດ້​ຢ່າງ​ສຳ​ເລັດ​ຜົນ
ພາບປະກອບ
ພາບປະກອບ

ເຫດການ​ໂດຍ​ມະຫາວິທະຍາ​ໄລ​ຫວຽດນາມ - ຍີ່ປຸ່ນ (ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ) ​ແລະພັນທະມິດລິ​ເລີ່​ມວັດທະນະທຳ​ຫວຽດນາມ ເປັນປະທານ ຈັດຕັ້ງ, ​ເພື່ອ​ແນ​ໃສ່ເກັບກໍາ​ຂໍ້​ມູນ​ຂ່າວສານ ​ແລະຊ່ວຍ​ປະຊາຊົນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ສີສັນ, ການຫັນປ່ຽນຂອງວັດທະນະທໍາພື້ນເມືອງໃນຍຸກປະຈຸ​ບັນ ຕາມ 2 ທິດຕົ້ນຕໍ: ວັດທະນະທໍາພື້ນເມຶອງໃນພື້ນຖານອຸດສາກະກໍາວັດທະນະທໍາ ແລະໃນພື້ນຖານດີຈີຕອນ.

​ໃນ​ພາກວັດທະນະທໍາພື້ນເມຶອງໃນພື້ນຖານ​ອຸດສາຫະກຳ​ວັດທະນະທຳ, ຄະນະ​ຈັດ​ຕັ້ງ​ປາດ​ຖະໜາ​ຢາກ​ນຳ​ມາເຊິ່ງ​ທັດສະນະ​ຫຼາຍ​ດ້ານ​ກ່ຽວວັດທະນະທໍາ​ພື້ນ​ເມືອງ​ໃນ​ອຸດສາຫະກຳ​ວັດທະນະທຳ ດ້ວຍ​ທັດສະນະ​ຂອງ​ຫວຽດນາມ ກໍ່​ຄື​ເມື່ອ​ທຽບ​ໃສ່​ກັບ​ພາກ​ພື້ນ ​ແລະ ໂລກ.

ເນື້ອໃນວັດທະນະທໍາພື້ນເມຶອງໃນພື້ນຖານດີຕອນມຸ່ງໄປເຖິງການຊອກຮູ້, ການສະແດງອອກ, ການອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າຂອງພື້ນຖານດີຈີຕອນ. ດ້ວຍ​ເນື້ອ​ໃນ​ນີ້, ຄະນະ​ຈັດ​ຕັ້ງ​ປາດ​ຖະໜາ​ຢາກ​ນຳ​ມາເຊິ່ງ​ການ​ແບ່ງປັນ​ກ່ຽວ​ກັບ​ການ​ປະຕິບັດ, ​ເປີດ​ກວ້າງ​ການ​ຮ່ວມ​ມື, ຂໍ້​ລິ​ເລີ່​ມໃໝ່​ເພື່ອ​ຊຸກຍູ້​ວຽກ​ງານ​ອະນຸລັກ​ຮັກສາ, ຫັນ​ວັດທະນະທໍາພື້ນເມຶອງເປັນດີຈີຕອນ ​ແລະເພີ່ມທະວີການຄົ້ນຫາຕົວຈິງກ່ຽວກັບວັດທະນະທໍາພື້ນເມືອງໃນພື້ນຖານດີຈີຕອນຂອງປະຊາຊົນ.

ໄຊພອນ

ເຫດການ
302 Found

Found

The document has moved here.