ໂຮ້ຍ​ອານ ​ຈະ​ເປີດ​ປະ​ຕູ​ຢ້ຽມ​ຊົມ​ນັບ​ແຕ່​ວັນ​ທີ 15 ພະ​ຈິກ ແລະ ຫຼຸດ​ລາ​ຄາປີ້​ລົງ 50%

11:30 | 14/11/2021

ຍ​ສ​ໝ - ຄະ​ນະ​ກຳ​ມະ​ການ​ນະ​ຄອນ​ໂຮ້ຍ​ອານ (ແຂວງ​ກ໋​ວາງ​ນາມ) ໃຫ້​ຮູ້​ວ່າ ນະ​ຄອນ​ໄດ້​ຕົກລົງ​ເປີດ​ປະ​ຕູ​ເຄື່ອນ​ໄຫວ​ເຂົ້າ​ຢ້ຽມ​ຊົມ​​ທ່ອງ​ທ່ຽວ ຢູ່​ບັນ​ດາ​ສະ​ຖານ​ທີ່​ນັດ​ພົບ​ໂດຍ​ລັດ​ຄຸ້ມ​ຄອງ​ນັບ​ແຕ່​ວັນ​ທີ 15 ພະ​ຈິກ.

ໂຮ້ຍ​ອານ ແລະ ຊາ​ປາ ແມ່ນ​ບັນ​ດາ​ສະ​ຖານເພື່ອ​​ຖ່າຍຮູບ​ງາມ​ທີ່​ສຸດ ຢູ່ ຫວຽດ​ນາ ໂຮ້ຍ​ອານ ແລະ ຊາ​ປາ ແມ່ນ​ບັນ​ດາ​ສະ​ຖານເພື່ອ​​ຖ່າຍຮູບ​ງາມ​ທີ່​ສຸດ ຢູ່ ຫວຽດ​ນາ
ອັດການ​ເຄື່ອນ​ໄຫວ “ຊຸມ​ວັນ​ແຫ່ງວັດ​ທະ​ນະ​ທຳ ​ສ.ເກົາຫຼີ​ ຢູ່ ກ໋​ວາງ​ນາມ, ໂຮ້ຍ​ອານ 2021” ອັດການ​ເຄື່ອນ​ໄຫວ “ຊຸມ​ວັນ​ແຫ່ງວັດ​ທະ​ນະ​ທຳ ​ສ.ເກົາຫຼີ​ ຢູ່ ກ໋​ວາງ​ນາມ, ໂຮ້ຍ​ອານ 2021”
ໂຮ້ຍ​ອານ ​ຈະ​ເປີດ​ປະ​ຕູ​ຢ້ຽມ​ຊົມ​ນັບ​ແຕ່​ວັນ​ທີ 15 ພະ​ຈິກ  ແລະ ຫຼຸດ​ລາ​ຄາປີ້​ລົງ 50%
ພາບ​ປະ​ກອບ: ໂຮ້ຍ​ອານ

ຢູ່​ເຂດ​ເມືອງ​ເກົ່າ, ຈະ​ຈັດ​ຕັ້ງຄືນ​ບັນ​ດາ​ການ​ເຄື່ອນ​ໄຫວຄື “ຖະ​ໜົນຄົນ​ຍ່າງ ແລະ ລົດທີ່​ບໍ່​ມີ​ເຄື່ອງ​ຈັກ”, “ຖະ​ໜົນ​ກາງ​ຄືນ”, ເຄື່ອນ​ໄຫວ​ຕາມ​ຄຳ​ແນະ​ນຳ​ຢ້ຽມ​ຊົມ​ຢູ່​ເຂດ​ເມືອງ​ເກົ່າ ໂຮ້ຍ​ອານ, ໝູ່​ບ້ານ​ເຄື່ອງ​ປັ້ນ​ດິນ​ເຜົາ ແທັງ​ຮ່າ, ໝູ່​ບ້ານ​ຜັກ ຈ່າ​ເກ໊, ເຂດ​ມໍ​ລະ​ດົກ​ປະ​ຫວັດ​ສາດ ປ່າ​ໝາກ​ພ້າວ ໄບ​ເມົາ ແລະ ເກາະ ກູ່​ລາວ​ຈ່າມ. ເພື່ອ​ຈັດ​ຕັ້ງ​ການ​ຢ້ຽມ​ຊົມ​ທ່ອງ​ທ່ຽວ, ສູນ​ວັດ​ທະ​ນະ​ທຳ​ກິ​ລາ ແລະ ວິທະຍຸ​ກະ​ຈາຍ​ສຽງ ແລະ ໂທ​ລະ​ພາບ ໂຮ້ຍ​ອານ ໄດ້​ສະ​ເໜີ​ໂຄງ​ການທ່ອງ​ທ່ຽວ ໃນ​ຕອນ​ກາງເວັນ ແລະ ກາງ​ຄືນ, ບັນ​ດາ​ຈຸດ​ພ​ັກ​, ຈຸດ​ຮັບ​ແຂກ ແລະ ຄັດ​ເລືອກ​ບັນ​ດາ​ສະ​ຖານ​ທີ່​ຮ່ອງຮອຍປະຫວັດສາດໃນ​ Tour ທ່ອງ​ທ່ຽວ ທີ່​ຮັບ​ປະ​ກັນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕາມຫຼັກ​ການ​ທ່ອງ​ທ່ຽວ​ທີ່​ປອດ​ໄພ”.

ໂຮ້ຍ​ອານ ຈະຫຼຸດ​ຄ່າ​ປີ້ທ່ອງ​ທ່ຽວ​ເຂດ​ເມືອງ​ເກົ່າ​ ແລະ ບັນ​ດາ​ໝູ່​ບ້ານ​ຫັດ​ຖະ​ກຳລົງ 50%, ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ - ສະ​ແດງ​ສິ​ລະ​ປະ, ເຫດ​ການ, ງານ​ບຸນ​ທີ່​ດຶງ​ດູດ​ໃຈ ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ລະຫຼິ້​ນ​ບັນ​ເທິງຂອງປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ, ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ, ສະ​ຖານ​ທີ່​ພັກ​ເຊົາ, ສະ​ຖານ​ທີ່​ຢ້ຽມ​ຊົມ… ກໍ່​ໄດ້ມີຫຼາຍ​ໂປ​ໂມ​ຊັນ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດນີ້.

ໂຮ້ຍ​ອານ​ໄດ້​ຂຶ້ນ​ແຜນ​ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ການ​ທ່ອງ​ທ່ຽວ​ໃນ​ສະ​ພາບ​ການ​ປົກ​ກະ​ຕິ​ແບບໃໝ່, ປະ​ຕິ​ບັດ​ຢ່າງ​ຖືກ​ຕ້ອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ “ປະມວນມາດຖານ​ການ​ທ່ອງ​ທ່ຽວ​ທີ່​ປອດ​ໄພ” ໃນ​ບໍ​ລິ​ເວນ​ນະ​ຄອນ, ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ ໂຮ້ຍ​ອານ “ການ​ທ່ອງ​ທ່ຽວສີຂຽວ”, ຈັດ​ຕັ້ງ​ບັນ​ດາ​ໂຄງ​ການ​ທ່ອງ​ທ່ຽວ​ແບບ​ຄົບວົງ​ຈອນໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ສາ​ກົນ ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ກ່ຽວ​ກັບ​ການ​ເຂົ້າ​ເມືອງ ແລະ ແຍກ​ຕົວດ້ານ​ສາ​ທາ​ລະ​ນະ​ສຸກຢ່າງຄົບຊຸດ.

ທ່ານ ຟານ​ຊວັນ​ແທັງ - ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ການ​ທ່ອງ​ທ່ຽວ ກ໋​ວາງ​ນາມ ໃຫ້​ຮູ້​ວ່າ: “ເປີດ​ປະ​ຕູ​ຕ້ອງ​ຄັດ​ເລືອກ​ບຸກ​ຄະ​ລາ​ກອນ, ເຄື່ອນ​ໄຫວ​ຄືນ​ກົງ​ຈັກ ແລະ ພິ​ເສດ​ແມ່ນ​ຕ້ອງ​ມີ​ຄ່າ​ໃຊ້​ຈ່າຍ​ຂອບຂະໜາດໃຫຍ່… ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ເວົ້າ​ເຖິງ​ຄວາມ​ເປັນ​ຫ່ວງ ເມື່ອ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນຢູ່ຫຼາຍ​ທ້ອງ​ຖິ່ນ, ໃນ​ນັ້ນ​ມີ ກ໋​ວາງ​ນາມ”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.