ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ກັບ ສະ​ພາ​ອັງ​ກິດ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ຫົວ​ຄິດ​ປະ​ດິດ​ສ້າງ

11:45 | 06/11/2021

ຍ​ສ​ໝ - ທ່ານ​ຮອງ​ລັດ​ຖະ​ມົນ​ຕີກະຊວງ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອ​ງ​ທ່ຽວ ຮ່​ວາງ​ດ້າວ​ເກືອງ ໄດ້​ຕີ​ລາ​ຄາ​ສູງ ການ​ໜູນ​ຊ່ວຍ​ຂອງ​ສະ​ພາ​ອັງ​ກິດ​ໃນ​ການ​ສົມ​ທົບ ແລະ ໜູນ​ຊ່ວຍ ຫວຽດ​ນາມ ປະ​ຕິ​ບັດ​ຍ​ຸດ​ທະ​ສາດ​ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ອຸດ​ສ​າ​ຫະ​ກຳ ວັດ​ທະ​ນະທຳ.

ທ່ານ​ລັດ​ຖະ​ມົນ​ຕີ​ ບຸນ​ແທັງ​ເຊີນ ພົບ​ປະ​ກັບ​ທ່ານນາງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ພັດ​ທະ​ນາ ອັງ​ກິດ ທ່ານ​ລັດ​ຖະ​ມົນ​ຕີ​ ບຸນ​ແທັງ​ເຊີນ ພົບ​ປະ​ກັບ​ທ່ານນາງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ພັດ​ທະ​ນາ ອັງ​ກິດ
ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ເກິ່ນ​ເທີ ເຮັດ​ວຽກ​ກັບ​ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ FNF ປະ​ຈຳ ຫວຽດ​ນາມ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ເກິ່ນ​ເທີ ເຮັດ​ວຽກ​ກັບ​ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ FNF ປະ​ຈຳ ຫວຽດ​ນາມ
ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ກັບ ສະ​ພາ​ອັງ​ກິດ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ຫົວ​ຄິດ​ປະ​ດິດ​ສ້າງ
ທ່ານ​ຮອງ​ລັດ​ຖະ​ມົນ​ຕີກະຊວງ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອ​ງ​ທ່ຽວ ຮ່​ວາງ​ດ້າວ​ເກືອງ ເຮັດ​ວຽກ​ກັບ​ບັນ​ດາ​ການ​ນຳ​ອັງ​ກິດ (ພາບ: bvhttdl.gov.vn)

ໃນ​ຂອບ​ເຂດ​ການ​ຢ້ຽ​ມ​ຢາມ, ເຮັດ​ວຽກ ແລະ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ຄັ້ງ​ທີ 26 ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ແມ່ ​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າອ​າກາດ (COP26) ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢູ່ ລາ​ຊະ​ອາ​ນາ​ຈັກ​ອ​ັງ​ກິດ ໃນ​ລ​ະ​ຫວ່າງວັນ​ທີ 31 ຕຸ​ລາ​ ຫາ ວັນ​ທີ 3 ພ​ະ​ຈິກ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອ​ງ​ທ່ຽວ ຮ່​ວາງ​ດ້າວ​ເກືອງ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ການ​ນຳ​ຂອງ​ສະ​ພາອ​ັງ​ກິດ ຢູ່ Glasgow, ລວມ​ມີ​ທ່ານ​ນາງ Alison Barrett - ຜູ້​ອຳ​ນວຍ​ການ​ຮ່ວມ​ມື​ວັດ​ທະ​ນະ​ທຳ​ເຂດ, ທ່ານ Charlie Walker ຜູ້​ອຳ​ນວຍ​ການ​ເຄືອ​ຂ່າຍ​ທົ່ວ​ໂລກ, ທ່ານ Christopher Wade - ຜູ້​ອຳ​ນວຍ​ການ​ຍຸດ​ທະ​ສາດ​ຂອງ ສະ​ພາ​ອັງ​ກິດ.

ເຂົ້າ​ຮ່ວມ​ການ​ເຮັດ​ວຽກ ຍັງ​ມີ​ທ່ານ​ນາງ ຫງວຽນ​ເຟືອງ​ຮ່​ວາ, ຫົວ​ໜ້າ​ກົມ​ຮ່ວມ​ມື​ສາ​ກົນ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ.

ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີກະຊວງ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອ​ງ​ທ່ຽວ ຮ່​ວາງ​ດ້າວ​ເກືອງ ຢັ້ງ​ຢືນ​ວ່າ ໃນ​ໄລ​ຍະ​ຜ່ານມາ, ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ໄດ້​ຊຸກ​ຍູ້ ແລະ ບັນ​ລຸ​ໄດ້​ບັນ​ດາ​ບາດ​ກ້າວ​ໃດ​ໜຶ່ງ ໃນ​ກາ​ນ​ຮ່ວມ​ມື​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ພິ​ເສດ​ຮັບ​ຮ​ອງ​ເອົາ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ກັບ​ສະ​ພາ​ອັງ​ກິດ.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີກະຊວງ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອ​ງ​ທ່ຽວ ຮ່​ວາງ​ດ້າວ​ເກືອງ ຕີ​ລາ​ຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ ສະ​ພາ​ອັງ​ກິດ​ໃນ​ການ​ສົມ​ທົບ ແລະ ໜູນ​ຊ່ວຍ ຫວຽດ​ນາມ ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ.

ຜູ້​ຕາງ​ໜ້າ​ສະ​ພາ​ອັງ​ກິດ ແບ່ງ​ປັນວ່າ ຫວຽດ​ນາມ ມີ​ທີ່​ຕັ້ງ​​ສຳ​ຄັນພິເສດໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ອັງ​ກິດ.

ສະ​ພາ​ອັງ​ກິດ​ມີ​ຄວາມ​ເອົາ​ໃຈ​ໃສ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ໄວ​ໜຸ່ມ ໂດຍຜ່ານ​ບັນ​ດາ​ໂຄງ​ການກ່ຽວ​ກັບ​ສິ​ລະ​ປະ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ໄວ​ໜຸ່ມ​ສະ​ແດງ​ແນວ​ຄິດ​ຈິດ​ໃຈ ແລະ ​ສະ​ເໜີ​ວິ​ທີ​ການແກ້ໄຂ​ຕໍ່​ບັນ​ດາ​ບັນ​ຫາ​ສັງ​ຄົມ​ຄື​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ອົບ​ພະ​ຍົບ…

ໄປ​ຄຽງ​ຄູ່​ກັນ​ນັ້ນ, ສະ​ພາ​ອັງ​ກິດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ຄູ່​ມື​ໃຫ້​ແກ່​ບັນ​ດາ​ວິ​ສ​າຫະ​ກິດ ເລີ່ມ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ປະ​ດິດ​ຄິດ​ສ້າງ…

ບົນ​ພື້ນ​ຖານ​ນັ້ນ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈັດ​ຕັ້ງ​ບັນ​ດາ​ໂຄງ​ການ, ເຫດ​ການ​ສະ​ເຫຼີມ​ສະຫຼອງ ການ​ສ້າງ​ການ​ພົວ​ພັນ​ທາງ​ກາ​ນ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ຄົບ​ຮອບ 50 ປີ​ໃນ​ປີ 2023, ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ ແລະ ປະ​ດິດ​ຄິດ​ສ້າງ, ປະ​ກອບ​ສ່ວນ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ ໃນ​ໄລ​ຍະ​ຈະ​ມາ​ຖິງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.