ມີ 10,000 ກວ່າຄົນເຂົ້າຮ່ວມງານມະຫາກຳກິລາ SEA Games ຄັ້ງທີ 31

16:18 | 11/12/2021

ຍສໝ - ວັນ​ທີ 7 ທັນວາ​ນີ້, ຫ້ອງການ​ສະຫະພັນ​ກິລາ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (SEAGF) ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສະພາ SEAGF ດ້ວຍ​ຮູບ​ແບບ​ອອນ​ລາຍ.

SEA Games 31 ຄາດວ່າຈະຈັດຂຶ້ນໃນເດືອນ ພຶດສະພາ 2022 SEA Games 31 ຄາດວ່າຈະຈັດຂຶ້ນໃນເດືອນ ພຶດສະພາ 2022
ຫວຽດນາມ ​ເປັນ​ປະ​ເທດ​​ເຈົ້າພາບ​ຈັດ SEA Games 31 ​ໃນປີ 2021 ຫວຽດນາມ ​ເປັນ​ປະ​ເທດ​​ເຈົ້າພາບ​ຈັດ SEA Games 31 ​ໃນປີ 2021

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຮ່ວາງ​ດ່າວ​ເກື່ອງ, ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ - ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 31 ຢືນຢັນ​ວ່າ: ຫວຽດນາມ ປາດ​ຖະໜາ​ຢາກ​ຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 31 ຢູ່​ຮ່າ​ໂນ້ຍ ຕາມ​ແຜນການ​ແຕ່​ ວັນທີ 21 ເດືອນ​ພະຈິກ - 2 ເດືອນທັນວາ 2021. ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ຢູ່ຫວຽດນາມ ຫວ່າງມໍ່ໆມານີ້, ຄວາມຄືບໜ້າໃນການກະກຽມງານມະຫາກຳກິລາຊີເກມ ຄັ້ງທີ 31 ຖືກຊັກຊ້າ ແລະ ຫຼາຍສະຖານທີ່ກໍ່ຕ້ອງໄດ້ຢຸດການເຄື່ອນໄຫວ ເພື່ອປ້ອງ​ກັນ​ພະ​ຍາດ​. ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 31 ​ໄດ້​ລາຍ​ງານ​ຕໍ່​ລັດຖະບານ ​ເພື່ອ​ອະນຸຍາດ​ໃຫ້​ເລື່ອນ​ເວລາ​ຈັດ​ງານ​ມະຫາ​ກຳ​ກິລາ SEA Games…

ມີ 10,000 ກວ່າຄົນເຂົ້າຮ່ວມງານມະຫາກຳກິລາ SEA Games ຄັ້ງທີ 31
ມີ 10,000 ກວ່າຄົນເຂົ້າຮ່ວມງານມະຫາກຳກິລາ SEA Games ຄັ້ງທີ 31. (ພາບ: laodong)

ພວກຂ້າພະເຈົ້າຫວັງ​ວ່າ​ ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ ​ແລະ ສະໜັບສະໜູນ​ຂອງ​ສະຫະພັນ​ກິລາ​ໂອ​ລິ​ມປິກ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້, ຄະນະ​ກຳມະການ​ໂອ​ລິ​ມປິກບັນດາປະເທດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້, ບັນດາ​ຜູ້​ແທນ​ ​ເພື່ອ​ຫວຽດນາມໄດ້ຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 31 ​ຢ່າງ​ຜົນສຳ​ເລັດ​ຕາມ​ເວລາ​ທີ່​ປະກາດ​ມາ​ຂ້າງ​ເທິງ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ກິລາ​ ໃນຂົງເຂດອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຕື່ມ​ອີກ ຕາມຄຳຂວັນຂອງງານມະຫາກຳກິລາຊີເກມ ຄັ້ງທີ 31 “ເພື່ອອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າ”.

ຄະນະ​ຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 31 ​ໄດ້​ລາຍ​ງານ​ຄວາມ​ຄືບ​ໜ້າ​ການ​ກະກຽມ​ຢ່າງ​ລະອຽດພໍສົມຄວນ. ຕາມ​ນັ້ນ​ແລ້ວ, ງານ​ມະຫະກຳກິລາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 12/5/2022 ​ແລະ ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 23/5/2022, ​ເຊິ່ງຈະ​ຈັດ​ຂຶ້ນ​ຢູ່​ນະຄອນ ຮ່າ​ໂນ້ຍ, ບັກ​ນິງ, ຫາຍ​ເຢືອງ, ຫາຍ​ຟອງ, ກວາງ​ນິງ, ຮ່າ​ນາມ, ນາມ​ດິ້ງ, ນິງບິ່ງ, ຮວ່າບິ່ງ, ຫວີງຟຸກ, ຟູ໋ເຖາະ ແລະ ບັກຢາງ. SEA Games 2022 ຢູ່ ຫວຽດນາມ ຄາດວ່າຈະມີ 40 ປະເພດກິລາ ແລະ 526 ເນື້ອໃນ ດ້ວຍຈຳນວນຜູ້ເຂົ້າຮ່ວມເຖິງ 10.000 ຄົນ.

ກ່ຽວ​ກັບ​ມາດ​ຕະການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ​ໃນ​ກອງ​ປະຊຸມ, ທ່ານ ຫງວຽນ​ວັນ​ຟຸ, ຜູ້ຕາງໜ້າ​ອະນຸກຳມະການການແພດ ​ແລະ ຕ້ານ​ຢາ Doping ກໍ່​ປະກາດ​ບັນດາ​ຂໍ້​ກຳນົດ​ທີ່​ຈຳ​ເປັນ ​ແລະ ຕອບ​ຄຳ​ຊັກ​ຖາມ​ໃຫ້​ບັນດາ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ຄະນະຈັດ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 31 ​​ຕາມ​ຄຳ​ແນະນຳ​ຂອງ​ກະຊວງ​ສາທາລະນະ​ສຸກ​ ໃນ​ການ​ປ້ອງ​ກັນ​ພະຍາດ​ໃນໄລຍະດຳເນີນງານມະຫະກຳກິລາ​ວ່າ: ການ​ປະຖົມພະຍາບານ, ວິເຄາະກວດ​ພະຍາດ​ໂຄ​ວິດ-19 ຈະ​ຈັດ​ໃຫ້​ຢູ່​ສະຖານ​ທີ່​ແຂ່ງຂັນ. ບັນດານັກກິລາ, ຄູຝຶກ ແລະ ເຈົ້າໜ້າທີ່ທີມ ຈະໄດ້ຮັບການວິເຄາະກວດຫາ ໂຄ​ວິດ-19 ຢ່າງເປັນປະຈຳ. ທີ່​ກອງ​ປະຊຸມ, ຄະນະ​ກຳມະການ​ໂອ​ລິມ​ປິກ​ແຫ່ງ​ຊາດ​ກຳປູ​ເຈຍ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​ການ​ກະກຽມ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 32 ທີ່​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 5-17 ພຶດສະພາ 2023 ທີ່​ນະຄອນຫຼວງພະນົມ​ເປັນ (ກຳປູ​ເຈຍ) ດ້ວຍ​ຄຳ​ຂວັນ "ກິລາ: ດຳລົງ​ຊີວິດ​ໃນ​ສັນຕິພາບ".

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.