ນັກກິລາ ເລວັນກົງ ຍາດໄດ້ຫຼຽນເງິນທີ່ການແຂ່ງຂັນຍົກນ້ຳໜັກໂລກ

06:35 | 01/12/2021

ເຖິງວ່າຍັງບໍ່ຫາຍດີຈາກອາການບາດເຈັບ, ແຕ່ນັກກິລາ ເລວັນກົງ ກໍ່ຍາດໄດ້ຫຼຽນເງິນລຸ້ນນາໍ້ໜັກ 49 ກິໂລກຼາມ ທີ່ການແຂ່ງຂັນຍົກນໍ້າໜັກຄົນພິການໂລກ 2021, ດໍາເນີນຢູ່ລັດ Georgia, ສະຫະລັດອາເມລິກາ.

ເພີ່ມທະວີການແບ່ງປັນກ່ຽວກັບວຽກງານຂົນຂວາຍປະຊາຊົນລະຫວ່າງຫວຽດນາມ ແລະກຳປູເຈຍ ເພີ່ມທະວີການແບ່ງປັນກ່ຽວກັບວຽກງານຂົນຂວາຍປະຊາຊົນລະຫວ່າງຫວຽດນາມ ແລະກຳປູເຈຍ
ທ່ານລັດຖະມົນຕີ Koichi Haguida: ຍີ່ປຸ່ນ ຍາມໃດກໍ່ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າ ໃນອາຊີ ທ່ານລັດຖະມົນຕີ Koichi Haguida: ຍີ່ປຸ່ນ ຍາມໃດກໍ່ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າ ໃນອາຊີ
ນັກກິລາ ເລວັນກົງ ຍາດໄດ້ຫຼຽນເງິນທີ່ການແຂ່ງຂັນຍົກນ້ຳໜັກໂລກ
ນັກກິລາ ເລວັນກົງ ຍາດໄດ້ຫຼຽນເງິນທີ່ການແຂ່ງຂັນຍົກນ້ຳໜັກໂລກ. ພາບ: T.P

ພາຍຫຼັງຍົກນໍ້າໜັກ 3 ເທື່ອ, ຜົນງານດີທີ່ສຸດທີ່ ເລວັນກົງ ຍົກໄດ້ແມ່ນ 170 ກິໂລກຼາມ, ໜ້ອຍກວ່າ 4 ກິໂລກຼາມ ເມື່ອທຽບໃສ່ຜູ້ໄດ້ອັນດັບທີ 1 ນັ້ນແມ່ນ Q.Sami (ຈໍແດນ). ດ້ວຍຜົນງານດັ່ງກ່າວ, ເລວັນກົງ ບັນລຸມາດຖານເຂົ້າຮ່ວມ Paralympic Paris 2024. ທີ່ Paralympic Tokyo 2020, ເລວັນກົງ ແລະ Q.Sami ລ້ວນແຕ່ຍົກນາໍ້ໜັກໄດ້ເທົ່າກັນແມ່ນ 173 ກິໂລກຼາມ, ແຕ່ Q.Sami ໄດ້ຫຼຽນຄໍາຍ້ອນວ່າມີນາໍ້ໜັກຕົວເບົາກວ່າເລວັນກົງ. ທີ່ການແຂ່ງຂັນຍົກນໍ້າໜັກຄົນພິການໂລກ 2021 ດໍາເນີນໃນລະຫວ່າງວັນທີ 27 ພະຈິກ ຫາວັນທີ 5 ທັນວາ ຢູ່ລັດ Georgia. ຄະນະນັກກິລາຄົນພິການຫວຽດນາມ ເຂົ້າຮ່ວມການແຂ່ງຂັນມີນັກກິລາ 4 ຄົນ, ລວມມີ: ເລວັນກົງ, ຫງວຽນບິ່ງອານ, ດັ້ງທິລິງເຟື້ອງ ແລະເຈົາຮວ່າງຕວຽດລວານ.

la.qdnd.vn

ເຫດການ
302 Found

Found

The document has moved here.