ດ່ານັ້ງ ນໍາໜ້າປະເທດກ່ຽວກັບດັດຊະນີກຳລັງຄວາມສາມາດແກ່ງແຍ້ງ ດ້ານທ່ອງທ່ຽວ

ດ່ານັ້ງ ນໍາໜ້າປະເທດກ່ຽວກັບດັດຊະນີກຳລັງຄວາມສາມາດແກ່ງແຍ້ງ ດ້ານທ່ອງທ່ຽວ

ຍສໝ - ຕາມ​ສະພາທີ່ປຶກສາການທ່ອງທ່ຽວ (TAB) ປະກາດ​ໃນ​ວັນ​ທີ 18 ມັງກອນ​, ນະຄອນດ່ານັ້ງ ນຳໜ້າ​ປະ​ເທດກ່ຽວກັບດັດຊະນີກຳລັງຄວາມສາມາດແກ່ງແຍ້ງ ການທ່ອງທ່ຽວ ດ້ວຍ 4,7 ຄະແນນ, ຖັດມາ​ແມ່ນກວາງ​ນິງ (4,68 ຄະແນນ), ​ແຂວງ​ແຄ໋ງຮວ່າ (4,56 ຄະແນນ).

ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ+3 ຄັ້ງທີ 21

ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ+3 ຄັ້ງທີ 21

ໃນຂອບເຂດເວທີປາໄສການທ່ອງທ່ຽວອາຊຽນ (ATF) 2022, ວັນທີ 19 ມັງກອນ, ກຳປູເຈຍ ແລະ ສ.ເກົາຫຼີ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ+ 3 (ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 21. ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານ ດວ່ານວັນຫວຽດ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ.

ງານແຂ່ງຂັນ Motorkhana ຫວຽດນາມ 2021 ທີ່ຟົດຟື້ນມ່ວນຊື່ນຢູ່ ມິດິ່ງ

ງານແຂ່ງຂັນ Motorkhana ຫວຽດນາມ 2021 ທີ່ຟົດຟື້ນມ່ວນຊື່ນຢູ່ ມິດິ່ງ

ຍສໝ - ງານ​​ແຂ່ງຂັນ Motorkhana ຫວຽດນາມ 2021 ​ໂດຍ​ບໍລິສັດ​ສະມາຄົມ​ກິລາ​ລົດຍົນ​ຈຳກັດ ​ຈັດຕັ້ງຢູ່​ສະໜາມ​ແຂ່ງຂັນ F1, ​ໂດຍມີການເຂົ້າຮ່ວມຂອງນັກ​ກິລາ 40 ຄົນ​.

ທົດ​ລອງການ​ທ່ອງ​ທ່ຽວ “ໜັງສືຜ່ານແດນວັກ​ຊິນ”, ນະ​ຄອນ​ຝຸກວັກ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 1000 ເທື່ອ​ຄົນ

ທົດ​ລອງການ​ທ່ອງ​ທ່ຽວ “ໜັງສືຜ່ານແດນວັກ​ຊິນ”, ນະ​ຄອນ​ຝຸກວັກ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 1000 ເທື່ອ​ຄົນ

ຍ​ສ​ໝ - ວັນ​ທີ 17 ມັງ​ກອນ, ພະ​ແນ​ກ​ການ​ທ່ອງ​ທ່ຽວ​ແຂວງ ກຽນ​ຢາງ​ ໃຫ້​ຮູ້​ວ່າ ພາຍ​ຫຼັງ​ການ​ປະ​ຕິ​ບັດ​ໄລ​ຍະທີ 1 ໂຄງ​ການ​ທົດ​ລອງ​ການ​ທ່ອງ​ທ່ຽວ “ໜັງສືຜ່ານແດນວັກ​ຊິນ” ມາ​ເປັນ​ເວ​ລາ 1 ເດືອນ, ນະ​ຄອນ​ຝຸກວັກ​ ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່​ຽວ​ປະ​ມານ 1000 ຄົນ ທີ່ມາ​ຈາກ ສ.ເກົາຫຼີ, ໄທ, ລາວ, ອຸດ​ເບ​ກິດ​ສະ​ຖານ ແລະ ກາ​ຊັກ​ສະ​ຖານ. ໃນ​ນັ້ນ​ມີ 4 ກຸ່ມ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ໄປ​ຍັງຝຸກວັກ ດ້ວຍ​ເຮືອ​ບິນ​ສ່ວນ​ຕົວ.

ເພີ່ມຖ້ຽວບິນສາກົນຫຼາຍຖ້ຽວ

ເພີ່ມຖ້ຽວບິນສາກົນຫຼາຍຖ້ຽວ

ຍສໝ - ກົມການບິນ​ຫວຽດນາມ ຫາ​ກໍ່​ຕົກລົງ​ເພີ່ມຖ້ຽວບິນສາກົນຫຼາຍຖ້ຽວ​ໄປ​ຍັງ​ຍີ່ປຸ່ນ, ສ.​ເກົາຫຼີ, ​ໄຕ້ຫວັນ (ຈີນ) ​ແລະ ສິງກະ​ໂປ.

ນະ​ຄອນ​ຮ່າ​ໂນ້ຍ ແມ່ນ 1 ໃນ​ຈຳ​ນວນ 10 ນະ​ຄອນ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ​ທີ່​ສຸດ​ໃນ​ໂລກສຳລັບຊາວ​ຕ່າງ​ປະ​ເທດ

ນະ​ຄອນ​ຮ່າ​ໂນ້ຍ ແມ່ນ 1 ໃນ​ຈຳ​ນວນ 10 ນະ​ຄອນ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ​ທີ່​ສຸດ​ໃນ​ໂລກສຳລັບຊາວ​ຕ່າງ​ປະ​ເທດ

ຍ​ສ​ໝ - ເຖິງວ່າ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແຕ່​ມີຫຼາຍ​ອົງ​ການ​ຈັດ​ຕັ້ງ, ອົງ​ການ​ສື່ມວນ​ຊົນ​ທ່ອງ​ທ່ຽວ​ສາ​ກົນ ຍັງ​ຕີ​ລາ​ຄາ, ຈັດ​ຮ່າ​ໂນ້ຍ​ເຂົ້າ​ກຸ່ມ​ບັນ​ດາ​ນະ​ຄອນ​ທ່ອງ​ທ່ຽວທີ່​ດຶງ​ດູດ​ໃຈ​ທີ່​ສຸດ​ໃນ​ໂລກ.

ກົມ​ໃຫຍ່​ກິ​ລາກາຍ​ຍະ​ກຳ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບວຽກ​ງານ​ປີ 2021 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2022 ຂອງ ກິ​ລາ ຫວຽດ​ນາມ

ກົມ​ໃຫຍ່​ກິ​ລາກາຍ​ຍະ​ກຳ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບວຽກ​ງານ​ປີ 2021 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2022 ຂອງ ກິ​ລາ ຫວຽດ​ນາມ

ຍສ​ໝ - ຫວ່າງແລ້ວນີ້, ກົມ​ໃຫຍ່​ກິ​ລາກາຍ​ຍະ​ກຳ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບວຽກ​ງານ​ປີ 2021 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2022 ຂອງ ກິ​ລາ ຫວຽດ​ນາມ.

ຮ່າ​ໂນ້ຍ ໄດ້​ເຂົ້າ​ໃນກຸ່ມ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ທີ່​ສຸດ​ໃນ​ໂລກ

ຮ່າ​ໂນ້ຍ ໄດ້​ເຂົ້າ​ໃນກຸ່ມ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ທີ່​ສຸດ​ໃນ​ໂລກ

ວາລະສານ Time ຂອງ ອາເມລິກາ ກໍໄດ້ເລືອກເອົາ ນະຄອນຫຼວງ ຮ່າໂນ້ຍ ເປັນ 1 ໃນ 3 ສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ ທີ່ນອນໃນກຸ່ມ 100 ສະຖານທີ່ທ່ອງທ່ຽວງາມທີ່ສຸດໃນໂລກ, ນັ້ນຄື: ນະຄອນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ຝູກວັກ (ກຽນຢາງ).

ເຊື່ອມຕົວເຂົ້າກັບບັນຍາກາດບຸນປີໃໝ່ປະຈຳຊາດຢູ່ງານວາງສະແດງ “ບຸນເຕັດໃນເມື່ອກ່ອນ”

ເຊື່ອມຕົວເຂົ້າກັບບັນຍາກາດບຸນປີໃໝ່ປະຈຳຊາດຢູ່ງານວາງສະແດງ “ບຸນເຕັດໃນເມື່ອກ່ອນ”

ພິທີໄຂງານວາງສະແດງ “ບຸນເຕັດໃນເມື່ອກ່ອນ” ເພື່ອແນໃສ່ວາດພາບສ່ວນໜຶ່ງຂອງບຸນປີໃໝ່ປະຈຳຊາດ ຫວຽດນາມ ຜ່ານເອກະສານທີ່ໄດ້ເກັບຮັກສາ.

ປັບປຸງພື້ນຖານໂຄງລ່າງ ແລະ ຜະລິດຕະພັນ, ປະກອບສ່ວນພັດທະນາການທ່ອງທ່ຽວແບບຍືນຍົງ

ປັບປຸງພື້ນຖານໂຄງລ່າງ ແລະ ຜະລິດຕະພັນ, ປະກອບສ່ວນພັດທະນາການທ່ອງທ່ຽວແບບຍືນຍົງ

ຍສໝ - ທ້ອງຖິ່ນທ່ອງທ່ຽວທີ່ສຳຄັນຫຼາຍແຫ່ງ ໃຫ້ບຸລິມະສິດປະຕິບັດບັນດາວິທີແກ້ໄຂ ເພື່ອແນໃສ່ເພີ່ມທະວີການດຶງດູດການລົງທຶນພື້ນຖານໂຄງລ່າງ, ຫັນບັນດາຜະລິດຕະພັນເພື່ອແນໃສ່ສ້າງການພັດທະນາແບບຍືນຍົງໃຫ້ແກ່ຂະແໜງເສດຖະກິດທົ່ວໄປນີ້.

ເຜີຍ​ແຜ່​ຮູບ​ພາບ​ສັດນໍາໂຊກ ​ຮັບ​ໃຊ້​ຖະ​ຫນົນ​ດອກ​ໄມ້ ຫງວຽນ​ເຫ້ວ ສຳ​ລັບ​ປີ​ ຂານ 2022

ເຜີຍ​ແຜ່​ຮູບ​ພາບ​ສັດນໍາໂຊກ ​ຮັບ​ໃຊ້​ຖະ​ຫນົນ​ດອກ​ໄມ້ ຫງວຽນ​ເຫ້ວ ສຳ​ລັບ​ປີ​ ຂານ 2022

ຍສໝ - ​ຍັງເຫຼືອອີກປະມານ 8 ວັນ, ບັນດາສັດນໍາໂຊກເສືອ ​ຈະ​ຖືກ​ມອບໄປຍັງ​ຖະໜົນ​ ຍ່າງ ຫງວຽນ​ເຫ້ວ (​ເມືອງ 1) ​ເພື່ອປະຕິບັດຂອດຕິດຕັ້ງປະກອບ​ຢູ່​ຖະໜົນ​ດອກ​ໄມ້​ໃນ​ປີຂານ 2022.

ຮ່າລອງ ໄດ້ຮັບລາງວັນເມືອງທ່ອງທ່ຽວສະອາດອາຊຽນ 2022

ຮ່າລອງ ໄດ້ຮັບລາງວັນເມືອງທ່ອງທ່ຽວສະອາດອາຊຽນ 2022

ຍສໝ - ຕາມ​ຂໍ້​ມູນ​ຂອງ​ກົມ​ໃຫຍ່​ທ່ອງ​ທ່ຽວ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ) ແລ້ວ, ນະຄອນ ຮ່າ​ໂນ້ຍ ​ແມ່ນ​ໜຶ່ງ​ໃນ 3 ນະຄອນ​ທີ່​ຕາງໜ້າ​ໃຫ້​ຫວຽດນາມ ​ໄດ້​ຮັບ​ລາງວັນ​ນະຄອນ​ທ່ອງ​ທ່ຽວ​ສະອາດ​ອາ​ຊຽນ 2022 ທີ່​ເວທີ​ປາ​ໄສ​ການທ່ອງທ່ຽວ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ - ATF ປີ 2022; ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 18-20 ມັງ​ກອນ 2022, ຢູ່​ນະ​ຄອນ Sihanoukville, ປະ​ເທດ​ກຳ​ປູ​ເຈຍ.

ດ່າລາດ, ຫວຸງເຕົ່າ ແລະ ຮ້າລອງ ໄດ້ຮັບລາງວັນນະຄອນທ່ອງທ່ຽວສະອາດອາຊຽນ 2022

ດ່າລາດ, ຫວຸງເຕົ່າ ແລະ ຮ້າລອງ ໄດ້ຮັບລາງວັນນະຄອນທ່ອງທ່ຽວສະອາດອາຊຽນ 2022

ຍສໝ - ຕາມ​ຂໍ້​ມູນ​ຂອງ​ກົມ​ໃຫຍ່​ທ່ອງ​ທ່ຽວ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ), ນະຄອນດ່າ​ລາດ (​ເລິມ​ດົງ), ນະຄອນ​ຫວຸງ​ເຕົ່າ (ແຂວງບາ​ເຣ້ຍ - ຫວຸງເຕົ່າ) ​ແລະ ນະຄອນ ຮ້າ​ລອງ (​ແຂວງກວາງ​ນິງ) ​ແມ່ນ 3 ນະຄອນ ຕາງໜ້າ​ໃຫ້​ຫວຽດນາມ ​ໄດ້​ຮັບ​ລາງວັນ​ນະຄອນ​ທ່ອງ​ທ່ຽວ​ສະອາດ​ອາ​ຊຽນ 2022 ທີ່​ເວທີ​ປາ​ໄສ​ການທ່ອງທ່ຽວ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ - ATF 2022.

ຄົ້ນຫາ​ຄວາມ​ງາມ​ທີ່​ໜ້າ​ຕື່ນ​ເຕັ້ນ​ຂອງ​ຖ້ຳເຊີນດ່ອງ- ຖ້ຳ​ໃຫຍ່​ທີ່​ສຸດ​ໃນ​ໂລກ

ຄົ້ນຫາ​ຄວາມ​ງາມ​ທີ່​ໜ້າ​ຕື່ນ​ເຕັ້ນ​ຂອງ​ຖ້ຳເຊີນດ່ອງ- ຖ້ຳ​ໃຫຍ່​ທີ່​ສຸດ​ໃນ​ໂລກ

ຍສໝ - ຖ້ຳ​ເຊີນ​ດ່ອງ ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ແຂວງ​ກວາງ​ບິ່ງ, ຂຶ້ນ​ກັບ​ປ່າ​ສະຫງວນ​ແຫ່ງ​ຊາດຟອງ​ຍາ - ​ເກ​ບ່າງ (ຕາ​ແສງ​ເຊີນ​ແຈກ, ​ເມືອງ​ໂບ້​ແຈກ, ​ແຂວງກວາງ​ບິ່ງ) ​ແລະ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ລະບົບ​ໃຕ້​ດິນ​ເຊື່ອມ​ຕໍ່​ຖ້ຳ​ກວ່າ 150 ຖ້ຳ​ຕ່າງໆຢູ່ຫວຽດນາມ ໃກ້ກັບຊາຍແດນລາວ.

ຫຼົງໄຫຼກັບທິວທັດອັນງົດງາມຢູ່ວັດທີ່ມີພະພຸດທະຮູບອົງໃຫຍ່ທີ່ສຸດໃນປະເທດຫວຽດນາມ

ຫຼົງໄຫຼກັບທິວທັດອັນງົດງາມຢູ່ວັດທີ່ມີພະພຸດທະຮູບອົງໃຫຍ່ທີ່ສຸດໃນປະເທດຫວຽດນາມ

ຍສໝ - ດ້ວຍວັດວາອາຮາມທີ່ພົ້ນເດັ່ນ ແລະຮູບແບບສະຖາປັດຕະຍະກຳທີ່ເປັນ ເອກະລັກສະເພາະ, ຊ໊ອກຈັງ ເຮັດໃຫ້ຫຼາຍຄົນແປກປະຫຼາດ ເມື່ອເຫັນແຫ່ງນີ້ ສວຍງາມ ຄືກັບທຸກແຫ່ງໃນປະເທດໄທ ຫຼື ກຳປູເຈຍ.

ຄວາມຕ້ອງການໄປທ່ຽວພາຍໃນປະເທດເພີ່ມຂຶ້ນສູງໃນປີ 2022

ຄວາມຕ້ອງການໄປທ່ຽວພາຍໃນປະເທດເພີ່ມຂຶ້ນສູງໃນປີ 2022

ວັນທີ 11 ມັງກອນ, ສະພາໃຫ້ຄໍາປຶກສາດ້ານການທ່ອງທ່ຽວ (TAB) ສົມທົບກັບຄະນະຄົ້ນຄວ້າພັດທະນາເສດຖະກິດພາກເອກະຊົນ (ຄະນະ IV) - ຂຶ້ນກັບສະພາໃຫ້ຄໍາປຶກສາກ່ຽວກັບການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊາບຜົນການສໍາຫຼວດທ່າອຽງ ແລະຄວາມຕ້ອງການໄປທ່ຽວໃນໄລຍະປັບຕົວຢ່າງປອດໄພ, ມີໄຫວພິບ, ຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

ບິນຢູ່ເທິງ

ບິນຢູ່ເທິງ "ປະຕູສະຫວັນ" ໃນ "ເມືອງຮ້ອຍປີ"

ຍສໝ - ​ບໍ່​ພຽງ​ແຕ່​ໄດ້​ປຽບເໝືອນດັ່ງ “ຊາ​ປາ​ແຫ່ງ​ແຂວງເງ້ອານ”, “ດ່າລາດແຫ່ງແຂວງ ເງ້ອານ” ກໍ່ຕາມ, ​ເມືອງ​ລົ໋ງ ຍັງໄດ້ຮູ້ຈັກເຖິງແມ່ນ “ເມືອງ​ຮ້ອຍ​ປີ” ເພາະ​ວ່າ​ລະດັບອາ​ຍຸ​ຍືນ​ຂອງ​ຊາວ​ທ້ອງຖິ່ນຍາມໃດກໍ່​ສູງ​​.

ຖະໜົນ​ເມືອງເກົ່າ​ຮ່າ​ໂນ້ຍ ຮຸ່ງເຮືອງເຫຼືອງເຫຼື້ອມ​ດ້ວຍ​ສີສັນ​ພື້ນ​ເມືອງ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດປີຂານ

ຖະໜົນ​ເມືອງເກົ່າ​ຮ່າ​ໂນ້ຍ ຮຸ່ງເຮືອງເຫຼືອງເຫຼື້ອມ​ດ້ວຍ​ສີສັນ​ພື້ນ​ເມືອງ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດປີຂານ

ຍສໝ - ໃນຊຸມວັນນີ້, ຖະໜົນຮ່າງມ໊າ ເຕັມໄປດ້ວຍສີແດງ ແລະສີເຫຼືອງ ຈາກໂຄມໄຟ, ຄຳກອນຄູ່ (ປະຕິຄູ່), ຊອງອັງເບົາ, ເຈົ້າພໍ່ຂຸນຄັງ ຫຼືສີຂຽວຂອງເຂົ້າຕົ້ມ... ທຸກສິ່ງທຸກຢ່າງ ສ້າງເປັນພາບທີ່ເຕັມໄປດ້ວຍສີສັນຕ້ອນຮັບປີໃໝ່ປະຈໍາຊາດປີຂານ 2022 ທີ່ໃກ້ຈະວຽນມາແລ້ວ.

ໂຮ່ວັນອີ ລອດເຂົ້າທອັບຜູ້ເຝົ້າປະຕູ 10 ຄົນທີ່ດີເດັ່ນທີ່ສຸດໃນໂລກ

ໂຮ່ວັນອີ ລອດເຂົ້າທອັບຜູ້ເຝົ້າປະຕູ 10 ຄົນທີ່ດີເດັ່ນທີ່ສຸດໃນໂລກ

ເວັບໄຊ FutsalPlanet ຫາກໍ່ປະກາດບັນຊີລາຍຊື່ທອບ “ຜູ້ເຝົ້າປະຕູ 10 ຄົນທີ່ດີເດັ່ນທີ່ສຸດຢູ່ໂລກໃນ ປີ 2021, ໃນນັ້ນມີ ໂຮ່ວັນອີ ຂອງທີມ futsal ຫວຽດນາມ.

ກວາງນາມ ຈະເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2022

ກວາງນາມ ຈະເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2022

ຍສໝ - ແຂວງ ກວາງ​ນາມ ໄດ້​ຈັດ​ຕັ້ງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2022 ຢ່າງ​ເປັນ​ທາງ​ການ ດ້ວຍ​ຫົວ​ຂໍ້ “ກວາງ​ນາມ - ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວສີ​ຂຽວ”. ຄາດ​ວ່າ​ພິທີ​ໄຂ​ງານ​ວາງສະ​ແດງ​ຈະ​ຈັດ​ຂຶ້ນ​ຢູ່​ແຂວງ​ກວາງ​ນາມ​ ໃນ​ເດືອນ ມີນາ 2022.

AFC ຍ້ອງ​ຍໍ​ສັນ​ລະ​ເສີນ​ທ່ານ​ໝໍ​ກິ​ລາ ຫວຽດ​ນາມ 2 ຄົນ

AFC ຍ້ອງ​ຍໍ​ສັນ​ລະ​ເສີນ​ທ່ານ​ໝໍ​ກິ​ລາ ຫວຽດ​ນາມ 2 ຄົນ

ຍ​ສ​ໝ - ສະ​ຫະ​ພັນ​ບານ​ເຕະ ອາ​ຊີ (AFC) ຫາ​ກໍ່​ປະ​ກາດ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ທ່ານ​ໝໍ ທີ່​ໄດ້​ຮັບ​ກາ​ນ​ຍ້ອງ​ຍໍ​ສັນ​ລະ​ເສີນ​ຢູ່​ພິ​ທີ​ມອບ​ລາງວັນ ການ​ແພດ AFC ຄັ້ງ​ທີ 3, ຫ​ວຽດ​ນາມ ມີ​ທ່ານ​ໝໍ 2 ຄົນ ມີ​ຄວາມ​ເປັນ​ກຽດ​ໄດ້​ຮັບ​ລາງວັນ​ອຸ​ທິດ​ສ່ວນ 15 ປີ ຂອງ​ຄະ​ນະ​ແພດ​ໝໍ AFC ເຊິ່ງແມ່ນ ທ່ານ​ໝໍ ຫງວຽນ​ຈ້ອງ​​ຮ່ຽນ ແລະ ທ່ານ​ໝໍ ນາງ ຟ້າມ​ທິ​ທຸຍ.

ຮູບ​ແບບຫຼີ້ນ​ກິ​ລາ​ໃໝ່​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ແມ່​ນ້ຳ ເຮົ້າ

ຮູບ​ແບບຫຼີ້ນ​ກິ​ລາ​ໃໝ່​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ແມ່​ນ້ຳ ເຮົ້າ

ທ່ານຜູ້ຟັງທີ່ເຄົາລົບ! ເຖິງວ່າເຄີຍ startup ດ້ວຍຫຼາຍໂຄງການກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ, ອຸປະກອນເອເລັກໂຕນິກກໍຕາມ, ແຕ່ ອ້າຍບ່າວ ຫງວຽນງອກມິງ ຍັງປະທັງໝົດ ແລ້ວກັບເມືອນະຄອນ ເກິ່ນເທີ startup ຄືນໃໝ່ ດ້ວຍຮູບແບບການບໍລິການທ່ອງທ່ຽວ ກະດານໂຕ້ຄື້ນ SUP (SUP paddle board) ຢູ່ແມ່ນ້ຳ ເຮົ້າ. ການຫັນທິດທີ່ໜ້າແປກໃຈນີ້ ໄດ້ນຳມາເຊິ່ງຜົນສຳເລັດໃນເບື້ອງຕົ້ນໃຫ້ແກ່ ຫງວຽນງອກມິງ ແລະ ຮູບແບບກິລານີ້ກໍພວມດຶງດູດເພື່ອນໜຸ່ມ ແລະ ແຂກທ່ອງທ່ຽວມາຄົ້ນຫາ, ລອງຫຼິ້ນເປັນຈຳນວນຫຼາຍ.

ຄົ້ນຫາ “ນະຄອນຢູ່ຟາກແມ່ນ້ຳສີຂຽວໃສ”

ຄົ້ນຫາ “ນະຄອນຢູ່ຟາກແມ່ນ້ຳສີຂຽວໃສ”

ລາຍການທ່ອງທ່ຽວຄົ້ນຫາ, ຢ້ຽມຊົມຮ່ອງຮອຍປະຫວັດສາດ, ທັດສະນີຍະພາບຢູ່ນະຄອນທຸດຶກ (ນະຄອນໂຮ່ຈີມິນ) ໃນລາຍການທ່ອງທ່ຽວຄົ້ນຫາ “ນະຄອນຢູ່ຟາກແມ່ນ້ຳສີຂຽວໃສ” ໄດ້ປະກອບສ່ວນຟື້ນຟູການທ່ອງທ່ຽວພາຍໃນຂອງນະຄອນໂຮ່ຈີມິນ.

ໄຂ Festival ເຂົ​້າ​ສານ ຫວຽດ​ນາມ ຄັ້​ງ​ທີ V

ໄຂ Festival ເຂົ​້າ​ສານ ຫວຽດ​ນາມ ຄັ້​ງ​ທີ V

ຫວຽດນາມ ເປັນໜຶ່ງໃນບັນດາປະເທດສົ່ງອອກເຂົ້າສານນອນໃນກຸ່ມແຖວໜ້າຂອງໂລກ. ຜະລິດຕະພັນກະເສດປະເພດຕ່າງໆ, ໃນນັ້ນຂະແໜງເຂົ້າສານ ນັບມື້ນັບຢັ້ງຢືນໄດ້ທີ່ຕັ້ງຂອງຕົນຕໍ່ການພັດທະນາເສດຖະກິດຂອງປະເທດຊາດ.

ໝູ່​ບ້ານຕົ້ນໝາກແປ້ນຕື໊ລຽນ​ຫຍຸ້ງກັບ​ວຽກ​ໃນໂອກາດ​ບຸນປີໃໝ່

ໝູ່​ບ້ານຕົ້ນໝາກແປ້ນຕື໊ລຽນ​ຫຍຸ້ງກັບ​ວຽກ​ໃນໂອກາດ​ບຸນປີໃໝ່

​ຍສໝ - ຍັງ​ເວລາ​ເກືອບ 1 ​ເດືອນ ກໍ່ຈະ​ຮອດ​ບຸນປີ​ໃໝ່​ປະຈຳ​ຊາດປີຂານ 2022, ​ເຂດ​ທົ່ງຕົ້ນໝາກແປ້ນ​ຂອງໝູ່​​ບ້ານຕົ້ນໝາກແປ້ນ ຕື໊ລຽນ (ຮ່າ​ໂນ້ຍ) ​ໄດ້​ສຸກ​ເຫຼືອງ, ບັນຍາກາດ​ຄຶກຄື້ນ, ການ​ບົວລະບັດ ​ແລະ ປະດັບ​ປະດາ​ຕົ້ນ​ໄມ້​ປະດັບ​ເພື່ອ​ສະໜອງ​ຕະຫຼາດ​ໃນ​ວັນ​ບຸນ​ປີໃໝ່ປະຈໍາຊາດ ໄດ້ມີຄວາມຄຶກຄື້ນ ໜາແໜ້ນ.

ດ່າລາດ - ລະດູດອກຊາ​ກຸຣະ

ດ່າລາດ - ລະດູດອກຊາ​ກຸຣະ

ຍສໝ - ປີນີ້ອາກາດໜາວ, ດອກຊາ​ກຸຣະເບັ່ງບານເຕັມທີ່, ສວຍງາມທີ່ສຸດ. ທັງດ່າລາດ ​ລ້ວນ​ແຕ່​ມີ​ສີ​ຊົມ​ຊື່ນ​ເປັນ​ສີ​ບົວ, ເໝືອນ​ດັ່ງ​ຊຸດ “ນາງສາວ” ທີ່ປິວສະບັດຢ່າງ​ສວຍ​ງາມ​ໃນ​ຊຸດ​ສີ​ບົວ, ມີ​ຄວາມ​ເຍົ້າຍວນທີ່ເປັນໜ້າແປກ.

ນະຄອນ ໂຮ່ຈີມິນ ແລະ ບິ່ງດິງ ໄດ້ຮັບອະນຸຍາດໃຫ້ທົດລອງຮັບນັກທ່ອງທ່ຽວສາກົນ

ນະຄອນ ໂຮ່ຈີມິນ ແລະ ບິ່ງດິງ ໄດ້ຮັບອະນຸຍາດໃຫ້ທົດລອງຮັບນັກທ່ອງທ່ຽວສາກົນ

ຍສໝ - ລັດຖະບານ​ໄດ້​ເຫັນ​ດີ​ເພີ່ມເຕີມ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບິ່ງ​ດິ້ງ ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ບັນດາ​ທ້ອງ​ຖິ່ນທີ່ໄດ້ທົດ​ລອງ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ແຕ່​ຕົ້ນ​ປີ​ນີ້, ພ້ອມ​ກັບ 5 ທ້ອງ​ຖິ່ນຕ່າງໆ​ຄື: ດ່າໜັງ, ກຽນ​ຢາງ, ​ແຄ໋ງຮ່ວາ, ກວາງ​ນາມ ແລະ ກວາງນິງ.

ຮ່າໂນ້ຍ ຕ້ອນຮັບນັກທ່ອງທ່ຽວ 60.000 ເທື່ອຄົນໃນໂອກາດບຸນປີໃໝ່ສາກົນ

ຮ່າໂນ້ຍ ຕ້ອນຮັບນັກທ່ອງທ່ຽວ 60.000 ເທື່ອຄົນໃນໂອກາດບຸນປີໃໝ່ສາກົນ

ຍສໝ - ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ສາກົນ 2022, ນັກ​ທ່ອງ​ທ່ຽວ​ມາ​ຮ່າ​ໂນ້ຍ ປະມານ 60.000 ເທື່ອຄົນ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ຢູ່​ພາຍ​ໃນ​ປະ​ເທດ.

ໄລຍະພັກບຸນປີໃໝ່ສາກົນ 2022 ມີນັກທ່ອງທ່ຽວເກືອບ 20 ພັນຄົນ ມາພັກຜ່ອນທີ່ເທດສະບານຊາປ່າ

ໄລຍະພັກບຸນປີໃໝ່ສາກົນ 2022 ມີນັກທ່ອງທ່ຽວເກືອບ 20 ພັນຄົນ ມາພັກຜ່ອນທີ່ເທດສະບານຊາປ່າ

ຍ​ສ​ໝ - ວັນ​ທີ 3 ມັງ​ກອນ, ທ່ານ ຫ່ວງ​ທິ​ເວື້ອງ ຫົວ​ໜ້າ​ຫ້ອງ​ການ​ວັດ​ທະ​ນະ​ທຳ, ຂໍ້​ມູນ​ຂ່າວ​ສານ ເທດ​ສະ​ບານ​ຊາ​ປ່າ (ແຂວງ​ລ່າວ​ກ່າຍ) ໃຫ້​ຊາບ​ວ່າ: ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ພັກ​ຜ່ອນ​ຕາມ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຊາ​ປ່າ ນັບ​ແຕ່​ວັນ​ທີ 1 ຫາ 3 ມັງ​ກອນ 2022 ບັນ​ລຸ 17.346 ເທື່ອ​ຄົນ, ລາຍ​ໄດ້​ຈາກ​ນັກ​ທ່ອງ​ທ່ຽວ​ບັນ​ລຸ 46 ຕື້​ດົ້ງ, ເພີ່ມ​ຂຶ້ນ​ເຖິງ 7,8 ຕື້​ດົ້ງ ທຽບ​ໃສ່​ໄລ​ຍະ​ພັກ​ບຸນ​ວັນ​ຄ​ຣິດ​ສະ​ມາດ (24 ຫາ 26 ທັນ​ວາ 2021).

|< < 1 2 3 4 5 > >|
ເຫດການ
302 Found

Found

The document has moved here.