ກວາງນາມ ຈະເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2022

19:46 | 10/01/2022

ຍສໝ - ແຂວງ ກວາງ​ນາມ ໄດ້​ຈັດ​ຕັ້ງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2022 ຢ່າງ​ເປັນ​ທາງ​ການ ດ້ວຍ​ຫົວ​ຂໍ້ “ກວາງ​ນາມ - ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວສີ​ຂຽວ”. ຄາດ​ວ່າ​ພິທີ​ໄຂ​ງານ​ວາງສະ​ແດງ​ຈະ​ຈັດ​ຂຶ້ນ​ຢູ່​ແຂວງ​ກວາງ​ນາມ​ ໃນ​ເດືອນ ມີນາ 2022.

ມອບທຶນການສຶກສາ 41 ທຶນ ໄປຮຽນຕໍ່ຢູ່ ອາເມລິກາ ໃຫ້ແກ່ນັກຮຽນມັດທະຍົມຕອນປາຍ ແຂວງ ກຽນຢາງ ມອບທຶນການສຶກສາ 41 ທຶນ ໄປຮຽນຕໍ່ຢູ່ ອາເມລິກາ ໃຫ້ແກ່ນັກຮຽນມັດທະຍົມຕອນປາຍ ແຂວງ ກຽນຢາງ
ກຳປູເຈຍລະນຶກເຖິງໄຊຊະນະວັນທີ 7 ມັງກອນ: ຈາລຶກໄວ້ສະເໝີເຖິງບຸນຄຸນຂອງກອງກຳລັງອາສາສະໝັກຫວຽດນາມ ກຳປູເຈຍລະນຶກເຖິງໄຊຊະນະວັນທີ 7 ມັງກອນ: ຈາລຶກໄວ້ສະເໝີເຖິງບຸນຄຸນຂອງກອງກຳລັງອາສາສະໝັກຫວຽດນາມ
ພາບປະກອບ:
ພາບປະກອບ: thanhnien.vn

ຂໍ້ມູນດັ່ງກ່າວ ໄດ້ກ່າວເຖິງໃນບັນດາເອກະສານຂອງກົມໃຫຍ່ທ່ອງທ່ຽວ (ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ) ລົງວັນທີ 6 ມັງກອນນີ້ ເຊິ່ງໄດ້ສົ່ງເຖິງພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ກົມໃຫຍ່ກິລາ-ກາຍຍະກຳ, ຄະນະຄຸ້ມຄອງວັດທະນະທໍາ ແລະ ທ່ອງທ່ຽວ ບັນດາ​ເຜົ່າ​ຂອງ​ຫວຽດນາມ ຫລື ກອງ​ທຶນ​ໜູນ​ຊ່ວຍ​ການ​ພັດທະນາ​ການທ່ອງທ່ຽວ ​ກໍ່ຄື​ຂະ​ແໜງ​ການທ່ອງທ່ຽວ​ຢູ່​ບັນດາ​ທ້ອງ​ຖິ່ນ.

ປະຈຸ​ບັນ, ກົມ​ໃຫຍ່​ການທ່ອງທ່ຽວ​ແຫ່ງ​ຊາດ​ພວມ​ສົມທົບ​ກັບບັນດາພາກສ່ວນທີ່ກ່ຽວຂ້ອງເພື່ອ​ສ້າງ​ຮ່າງ​ໂຄງການສັງລວມ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ - ກວາງ​ນາມ 2022.

ກ່ອນ​ໜ້າ​ນີ້, ການທ່ອງທ່ຽວ​ສີຂຽວ​ໄດ້​ເຂົ້າຮອບ​ໃນ 10 ​ເຫດການ​ທີ່ເປັນສັນຍະລັກຂອງ​ແຂວງ ກວາງ​ນາມ ​ໃນ​ປີ 2021 ດ້ວຍ​ຫົວ​ຂໍ້​ວ່າ “ກວາງ​ນາມ​ແມ່ນ​ທ້ອງ​ຖິ່ນ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ​ທີ່ໄດ້​ປະກາດໃຊ້​ຊຸດມາດຖານ​ການທ່ອງທ່ຽວ​ສີຂຽວ”.

ການ​ທ່ອງ​ທ່ຽວ​ຍັງ​ສືບຕໍ່​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ໂລກ​ລະ​ບາດ Covid-19. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ການກໍານົດວ່າ ການທ່ອງທ່ຽວ​ເປັນ​ປາຍແຫຼມ​ຂອງ​ແຂວງ, ​ໃນ​ປີ 2021 ກວາງ​ນາມ ຍັງ​ຈະ​ສືບ​ຕໍ່​ຊຸກຍູ້ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ເຊື່ອມຕໍ່​ການ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຫຼາຍ​ຢ່າງ.

ສົມທົບກັບ 3 ທ້ອງຖິ່ນ (ເທື່ອທຽນເຫ້ວ, ດ່າໜັງ ແລະ ກວາງບິ່ງ) ປະຕິບັດໂຄງການແນະນຳການທ່ອງທ່ຽວເຂດມໍລະດົກມະຫັດສະຈັນ - Amazing Central Heritage ຢູ່ຮ່າໂນ້ຍ; ໂຄງການແນະນຳການທ່ອງທ່ຽວຢູ່ນະຄອນໂຮ່ຈີມິນ.

ຄະນະ​ພັກ​ແຂວງ ​ໄດ້​ປະກາດໃຊ້​ມະຕິ​ບັນຫາສະເພາະກ່ຽວ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ແຂວງ ກວາງ​ນາມ ຮອດ​ປີ 2025.

ຊຸດ​ມາດຖານ​ການ​ທ່ອງ​ທ່ຽວ​ຂຽວ​ຂອງ​ແຂວງ ກວາງ​ນາມ ​ໄດ້​ປະກາດໃຊ້​ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ປະຖົມປັດໄຈ​ສຳຄັນ​ເພື່ອ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ການທ່ອງທ່ຽວ​ກວາງ​ນາມ​ໃນ​ໄລຍະ​ໃໝ່.

ໄຊພອນ

ເຫດການ
302 Found

Found

The document has moved here.