ກົມ​ໃຫຍ່​ກິ​ລາກາຍ​ຍະ​ກຳ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບວຽກ​ງານ​ປີ 2021 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2022 ຂອງ ກິ​ລາ ຫວຽດ​ນາມ

06:30 | 18/01/2022

ຍສ​ໝ - ຫວ່າງແລ້ວນີ້, ກົມ​ໃຫຍ່​ກິ​ລາກາຍ​ຍະ​ກຳ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບວຽກ​ງານ​ປີ 2021 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2022 ຂອງ ກິ​ລາ ຫວຽດ​ນາມ.

ກິລາຫວຽດນາມ ສູ້ຊົນຍາດຫຼຽນຄຳໃຫ້ໄດ້ 3 ເຖິງ 5 ຫຼຽນຢູ່ ASIAD 19 ກິລາຫວຽດນາມ ສູ້ຊົນຍາດຫຼຽນຄຳໃຫ້ໄດ້ 3 ເຖິງ 5 ຫຼຽນຢູ່ ASIAD 19
ຈີນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ຢາງ​ພາ​ລາ​ຈາກ​ຫວຽດ​ນາມ ຈີນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ຢາງ​ພາ​ລາ​ຈາກ​ຫວຽດ​ນາມ
ກົມ​ໃຫຍ່​ກິ​ລາກາຍ​ຍະ​ກຳ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບວຽກ​ງານ​ປີ 2021 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2022 ຂອງ ກິ​ລາ ຫວຽດ​ນາມ
ພາບ​ປະ​ກອບ: tuoitre.vn

ຕາມ​ບົດ​ລາຍ​ງານ​ສະ​ຫຼຸບແລ້ວ, ປີ 2021 ຍ້ອນ​ຜົນ​ກະ​ທົບ​ຂອງ ໂລກ​ລະ​ບາດ​ໂຄວິດ - 19, ກິ​ລາ ຫວຽດ​ນາມ ພຽງ​ແຕ່​ຈັດ​ຕັ້​ງ​ໄດ້ 72 ການ​ແຂ່ງ​ຂັນ​ກິ​ລາ​ແຫ່ງ​ຊາດ. ບັນ​ດາ​ທິມ​ຊາດ​ກິ​ລາ ຫວຽດ​ນາມ ຄ້​ວາ​ໄດ້ຫຼຽນ​ຄຳ 38 ຫຼຽນ, ຫຼຽນ​ເງິນ 15 ຫຼຽນ, ຫຼຽນ​ທອງ 14 ຫຼຽນ​ບົນ​ເວ​ທີ​ສາ​ກົນ. ໝາກ​ຜົນ​ທີ່​ພົ້ນ​ເດັ່ນ​ໃນ​ປີ 2021 ຂອງ​ກິ​ລາ ຫວຽດ​ນາມ ແມ່ນ: ຄ້​ວາ​ໄດ້ ຫຼຽນ​ເງິນ 1 ຫຼຽນ​ຢູ່ Paralympic Tokyo. ທິມ​ຊາດ ບານ​ເຕະ ຫວຽດ​ນາມ ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ລອດ​ເຂົ້າ​ການ​ຄັດ​ເລືອກ​ຮອບ​ທີ 3 World Cup. ປີ 2022, ກິ​ລາ ຫວຽດ​ນາມ ຕັດ​ສິນ​ໃຈ​ຈັດ​ຕັ້ງ​ SEA Games 31 ຢູ່​ຮ່າ​ໂນ້ຍ ແລະ 11 ແຂວງ, ນະ​ຄອນ​ໃກ້​ຄຽງ​ໃຫ້​ສຳ​ເລັດ​ຜົນ. ປີ 2022 ກິ​ລາ ຫວຽດ​ນາມ ກໍ່​ຈະ​ເຂົ້າ​ຮ່ວມ Olympic ແລະ Paralympic ລະ​ດູ​ໜາວ, Asiad 19 ແລະ Asian Para Games ຢູ່ ຈີນ, ງານ​ມະ​ຫາ​ກຳ​ກິ​ລາວັດ​ທະ​ນະ​ທຳ ນຳ​ໃຊ້​ພາ​ສາ​ຝ​ລັ່ງ… ເປົ້າ​ໝາ​ຍ​ຂອງ ກິ​ລາ ຫວຽດ​ນາມ ແມ່ນ​ຄ້​ວາ ໄດ້​ແຕ່ 3 – 5 ຫຼຽນ​ຄຳ​ຢູ່ Asiad 19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.