ຮ່າໂນ້ຍ ຜັນຂະຫຍາຍການສັກຢາວັກຊີນຕ້ານໂຄວິດ-19 ໂດສທີ 3 | |
ບັນດານາມມະຍົດໂລກສໍາລັບການທ່ອງທ່ຽວຫວຽດນາມ ປີ 2021 |
ສະຖານທີ່ທ່ອງທ່ຽວ, ຫໍພິພິທະພັນ, ແລະ ສວນສາທາລະນະຕ່າງໆ ໄດ້ເປີດຄືນໃຫມ່ດ້ວຍລາຍການສີສັນພິເສດຫຼາຍຢ່າງ ເພື່ອຮັບໃຊ້ວັນພັກບຸນປີໃໝ່. ສະນັ້ນ, ໃນວັນທີ 1 ແລະ 2 ມັງກອນ, ໝູ່ບ້ານວັດທະນະທຳ ແລະ ທ່ອງທ່ຽວຊົນເຜົ່າ ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວປະມານ 10.000 ເທື່ອຄົນ, ປ່າສະຫງວນແຫ່ງຊາດ ບາວີ ຕ້ອນຮັບນັກທ່ອງທ່ຽວປະມານ 12.000 ເທື່ອຄົນ, ສວນອຸທິຍານ ບ໋າວເຊີນ ຕ້ອນຮັບນັກທ່ອງທ່ຽວປະມານ 2.300 ເທື່ອຄົນ, ໝູ່ບ້ານທິວທັດຊີວະສັດ ຮົ່ງເວີນ ຕ້ອນຮັບນັກທ່ອງທ່ຽວ 600 ເທື່ອຄົນ, ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ຕ້ອນຮັບນັກທ່ອງທ່ຽວ 500 ເທື່ອຄົນ…
![]() |
ຮ່າໂນ້ຍ ຕ້ອນຮັບນັກທ່ອງທ່ຽວ 60.000 ເທື່ອຄົນໃນໂອກາດບຸນປີໃໝ່ສາກົນ. (ພາບ: VGP) |
ພິເສດ, ໃນໂອກາດບຸນປີໃໝ່ສາກົນ 2022, ຮ່າໂນ້ຍ ມີບັນດາຜະລິດຕະພັນທ່ອງທ່ຽວຫຼາຍຢ່າງ ເພື່ອໃຫ້ນັກທ່ອງທ່ຽວ ໄດ້ຮັບປະກັນຄວາມປອດໄພໃນການຕ້ານໂລກລະບາດໂຄວິດ-19 ເຊັ່ນ: ຫຼິ້ນກະດານໂຕ້ຄື້ນ “SUP” ຢູ່ແມ່ນ້ຳຮົ່ງ, ຂີ່ລົດຖີບທ່ຽວຊົມຮ່າໂນ້ຍ, ກິດຈະກຳຕັ້ງຄ້າຍຢູ່ເຂດຊານເມືອງ.
ໃນວັນທີ 1 ມັງກອນນີ້, ຮ່າໂນ້ຍ ໄດ້ຕ້ອນຮັບຖ້ຽວບິນສາກົນທຳອິດຂອງປີໃໝ່ ຈາກນະຄອນຫຼວງໂຕກຽວ (ຍີ່ປຸ່ນ) ດ້ວຍຜູ້ໂດຍສານ 143 ຄົນລົງຈອດຢູ່ສະໜາມບິນໂນຍບ່າຍ ດ້ວຍບັນຍາກາດເບີກບານມ່ວນຊື່ນ, ເລີ່ມຕົ້ນປີໃໝ່ 2022 ທີ່ຈົບງາມ.
ຫົວໜ້າພະແນກທ່ອງທ່ຽວຮ່າໂນ້ຍ ໃຫ້ຮູ້ວ່າ ຜ່ານການກວດກາ, ໂດຍພື້ນຖານບັນດາສະຖານທີ່ປາຍທາງ ໄດ້ເຄື່ອນໄຫວດ້ວຍຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ໄດ້ຮັບການຮັບປະກັນຄວາມປອດໄພດ້ານຈະລາຈອນ, ຄວາມປອດໄພດ້ານອາຫານ ແລະ ສຸຂະອະນາໄມ. ບັນດາສາຂາ, ຮ້ານອາຫານຖືກຈັດລຽງຢ່າງເປັນລະບຽບ, ຕິດລາຄາຄົບຖ້ວນສົມບູນ... ການປ້ອງກັນ ແລະ ຄວບຄຸມ COVID-19 ໄດ້ຮັບຄວາມເອົາໃຈໃສ່, ຮັບປະກັນການປະຕິບັດມາດຕະການ 5K ສຳລັບນັກທ່ອງທ່ຽວຢ່າງເຂັ້ມງວດ, ຈຳກັດການສຳຜັດໃກ້ຊິດໃນເວລາທ່ຽວຊົມ...
ຄຳຮຸ່ງ