ດ່າລາດ, ຫວຸງເຕົ່າ ແລະ ຮ້າລອງ ໄດ້ຮັບລາງວັນນະຄອນທ່ອງທ່ຽວສະອາດອາຊຽນ 2022

07:30 | 15/01/2022

ຍສໝ - ຕາມ​ຂໍ້​ມູນ​ຂອງ​ກົມ​ໃຫຍ່​ທ່ອງ​ທ່ຽວ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ), ນະຄອນດ່າ​ລາດ (​ເລິມ​ດົງ), ນະຄອນ​ຫວຸງ​ເຕົ່າ (ແຂວງບາ​ເຣ້ຍ - ຫວຸງເຕົ່າ) ​ແລະ ນະຄອນ ຮ້າ​ລອງ (​ແຂວງກວາງ​ນິງ) ​ແມ່ນ 3 ນະຄອນ ຕາງໜ້າ​ໃຫ້​ຫວຽດນາມ ​ໄດ້​ຮັບ​ລາງວັນ​ນະຄອນ​ທ່ອງ​ທ່ຽວ​ສະອາດ​ອາ​ຊຽນ 2022 ທີ່​ເວທີ​ປາ​ໄສ​ການທ່ອງທ່ຽວ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ - ATF 2022.

ດ່າລາດ - ລະດູດອກຊາ​ກຸຣະ ດ່າລາດ - ລະດູດອກຊາ​ກຸຣະ
ຜັນຂະຫຍາຍຢ່າງມີຈຸດສຸມ ແລະ ມຸ່ງໄປເຖິງບັນດາໂຄງການເຄື່ອນໄຫວຂອງແນວໂຮມ ໃນປີ 2022 ຜັນຂະຫຍາຍຢ່າງມີຈຸດສຸມ ແລະ ມຸ່ງໄປເຖິງບັນດາໂຄງການເຄື່ອນໄຫວຂອງແນວໂຮມ ໃນປີ 2022

ຫວຽດນາມ ມີ​ຫຼາຍ​ຫົວໜ່ວຍ​ທີ່​ຈະ​ໄດ້​ຮັບ​ລາງວັນ​ໃນ 4/5 ລາຍການຂອງ ATF 2022, ລວມມີ: ​ໂຮງ​ແຮມ​ຂຽວອາ​ຊຽນ; ລາງວັນນະຄອນທ່ອງທ່ຽວສະອາດ ອາຊຽນ; ລາງວັນຂອງສະຖານທີ່ຈັດຕັ້ງ MICE ASEAN; ລາງວັນຜະລິດຕະພັນ ການທ່ອງທ່ຽວແບບຍືນຍົງ (ເຂດຊົນນະບົດ ແລະ ຕົວເມືອງ).

ດ່າລາດ, ຫວຸງເຕົ່າ ແລະ ຮ້າລອງ ໄດ້ຮັບລາງວັນນະຄອນທ່ອງທ່ຽວສະອາດອາຊຽນ 2022
ນະຄອນດ່າລາດ. ພາບ: congly.vn

ນີ້​ແມ່ນ​ລາງວັນຂອງ​ອາ​ຊຽນ ປະກອບສ່ວນ​ເຊີດຊູ ​ແລະ ພັດທະນາ​ບັນດາ​ເຄື່ອງ​ໝາຍ​ການຄ້າຂອງ​ວິ​ສາ​ຫະກິດ, ຜະລິດ​ຕະພັນ ​ແລະ ການ​ບໍລິການ​ທ່ອງ​ທ່ຽວ​ທີ່​ມີ​ຄຸນ​ນະພາ​ບສູງ​ຢູ່​ພາກ​ພື້ນ ​ແລະ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຫົວໜ່ວຍ​ໂຄສະນາ​ເຜີຍ​ແຜ່, ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ສົ່ງເສີມການທ່ອງທ່ຽວຫວຽດນາມ ​ແລະ ເຄື່ອງໝາຍການຄ້າແຫ່ງຈຸດໝາຍ​ປາຍທາງແຫ່ງ​ຊາດ “Vietnam - Timeless Charm” (ຫວຽດ​ນາມ - ຄວາມສວຍງາມທີ່ບໍ່ສິ້ນສຸດ).

ຄະນະ​ຜູ້​ແທນ​ຫວຽດນາມ ຈະ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການທ່ອງທ່ຽວ ອາ​ຊຽນ 2022 ດ້ວຍ​ຫົວ​ຂໍ້ “ປະຊາ​ຄົມ​ເພື່ອສັນຕິພາບ ​ແລະ ອະນາຄົດລວມ” (A Community of Peace and Shared Future). ນີ້​ແມ່ນ​ເຫດການ​ໃຫຍ່​ທີ່​ສຸດ​ໃນ​ຂອບ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ອາ​ຊຽນ.

ຄາດ​ວ່າ​ພິທີ​ມອບ​ລາງວັນ​ການທ່ອງທ່ຽວ​ອາ​ຊຽນຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ມັງກອນ 2022 ຈະມາເຖິງທີ່​ໂຮງແຮມ Sokha Beach Resort, ​ໃນ​ຂອບ​ເຂດ​ໂຄງການ ATF 2022.

ບູນມີ

ເຫດການ
302 Found

Found

The document has moved here.