ຮູບ​ແບບຫຼີ້ນ​ກິ​ລາ​ໃໝ່​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ແມ່​ນ້ຳ ເຮົ້າ

07:38 | 10/01/2022

ທ່ານຜູ້ຟັງທີ່ເຄົາລົບ! ເຖິງວ່າເຄີຍ startup ດ້ວຍຫຼາຍໂຄງການກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ, ອຸປະກອນເອເລັກໂຕນິກກໍຕາມ, ແຕ່ ອ້າຍບ່າວ ຫງວຽນງອກມິງ ຍັງປະທັງໝົດ ແລ້ວກັບເມືອນະຄອນ ເກິ່ນເທີ startup ຄືນໃໝ່ ດ້ວຍຮູບແບບການບໍລິການທ່ອງທ່ຽວ ກະດານໂຕ້ຄື້ນ SUP (SUP paddle board) ຢູ່ແມ່ນ້ຳ ເຮົ້າ. ການຫັນທິດທີ່ໜ້າແປກໃຈນີ້ ໄດ້ນຳມາເຊິ່ງຜົນສຳເລັດໃນເບື້ອງຕົ້ນໃຫ້ແກ່ ຫງວຽນງອກມິງ ແລະ ຮູບແບບກິລານີ້ກໍພວມດຶງດູດເພື່ອນໜຸ່ມ ແລະ ແຂກທ່ອງທ່ຽວມາຄົ້ນຫາ, ລອງຫຼິ້ນເປັນຈຳນວນຫຼາຍ.

ການ​ຮ່ວມ​ມື​ໂຄ​ສະ​ນາ​ຮູບ​ເງົາ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ Netflix ການ​ຮ່ວມ​ມື​ໂຄ​ສະ​ນາ​ຮູບ​ເງົາ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ Netflix
ກະ​ຊວງ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຮັບ​ສະ​ໝັກ​ນັກ​ສຶກ​ສາ​ ​1000 ທຶນໄປ​ສຶກ​ສາ​ຢູ່​ລັ​ດ​ເຊຍ ກະ​ຊວງ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຮັບ​ສະ​ໝັກ​ນັກ​ສຶກ​ສາ​ ​1000 ທຶນໄປ​ສຶກ​ສາ​ຢູ່​ລັ​ດ​ເຊຍ
ບໍ່ພຽງແຕ່ດຶງດູດແຂກທ່ອງທ່ຽວເທົ່ານັ້ນ, ຮູບແບບຂີ່ SUPຂອງ ອ້າຍ ຫງວຽນງອກມິງ ຍັງເປັນບ່ອນພົວພັນແລກປ່ຽນປະສົບການ, ທັກສະຂອງຜູ້ນິຍົມການຂີ່ SUP ຢູ່ເກີ່ນເທີ ແລະ ບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ອີກດ້ວຍ (ພາບ: VOV)
ບໍ່ພຽງແຕ່ດຶງດູດແຂກທ່ອງທ່ຽວເທົ່ານັ້ນ, ຮູບແບບຂີ່ SUPຂອງ ອ້າຍ ຫງວຽນງອກມິງ ຍັງເປັນບ່ອນພົວພັນແລກປ່ຽນປະສົບການ, ທັກສະຂອງຜູ້ນິຍົມການຂີ່ SUP ຢູ່ເກີ່ນເທີ ແລະ ບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ອີກດ້ວຍ (ພາບ: VOV)

ໂດຍໄດ້ສຶກສາ ແລະ ເຮັດວຽກໃນຂະແໜງການທ່ອງທ່ຽວຢູ່ນະຄອນ ໂຮ່ຈີມິນ ມາເປັນເວລາ 7 ກວ່າປີ, ພິເສດ ເມື່ອໄດ້ຮັບການເລືອກເຟັ້ນໃຫ້ເປັນຜູ້ນຳທ່ຽວໃຫ້ແກ່ຄະນະແຂກທ່ອງທ່ຽວທີ່ຫຼີ້ນ Team Building, ທ້າວ ຫງວຽນງອກມິງ ມີໂອກາດໄດ້ໄປທ່ຽວຫຼາຍເຂດພາກ ແລະ ເຫັນວ່າ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ມີກຳລັງບົ່ມຊ້ອນທີ່ສາມາດຂຸດຄົ້ນເພື່ອພັດທະນາການທ່ອງທ່ຽວ ແລະ ເສດຖະກິດ. ຫງວຽນງອກມິງ ແບ່ງປັນວ່າ:

“ຂ້າພະເຈົ້າໄດ້ໄປຫຼາຍບ່ອນ, ຫຼາຍສະຖານທີ່ ແລະ ເຫັນວ່າກິລາຫຼາຍປະເພດທີ່ຢູ່ພາກຕາເວັນຕົກບ້ານເຮົາຍັງບໍ່ທັນມີ, ສະນັ້ນ, ຂ້າພະເຈົ້າຈຶ່ງຕັດສິນໃຈກັບເມືອ ເກີ່ນເທີ startup. ຂ້າພະເຈົ້າເຫັນວ່າ ກິລາ ເຮືອ SUP ມີຄວາມບົ່ມຊ້ອນຫຼາຍພໍສົມຄວນ, ແຕ່ຍັງບໍ່ທັນມີຜູ້ໃດພັດທະນາໃຫ້ເປັນການບໍລິການທ່ອງທ່ຽວ, ຂ້າພະເຈົ້າກໍເລີຍຕັດສິນໃຈນຳປະເພດກິລາຜະຈົນໄພນີ້ມາຜັນຂະຫຍາຍຢູ່ບ້ານເກີດເມືອງນອນຂອງຕົນ.”

ໂດຍເລີ່ມທົດລອງຮູບແບບກະດານໂຕ້ຄື້ນ SUP ແຕ່ເດືອນ ພຶດສະພາ ປີ 2021 ຢູ່ ເກີນເທີ ແລະ ພາຍຫຼັງສຳຫຼວດພູມມີສາດແມ່ນ້ຳລຳເຊຢູ່ພາກຕາເວັນຕົກມາເປັນຫຼາຍເດືອນ, ງອກມິງ ໄດ້ລົງທຶນກວ່າ 400 ລ້ານດົ່ງເພື່ອຊື້ກະດານໂຕ້ຄື້ນ SUP, ເຄື່ອງຕັ້ງຄ້າຍ, ອຸປະກອນໜູນຊ່ວຍ ແລະ ເຮືອຢາງເປົ່າລົມ ເພື່ອຮັບປະກັນຄວາມປອດໄພ ກໍຄືໜູນຊ່ວຍແຂກທ່ອງທ່ຽວເມື່ອນຳໃຊ້ການບໍລິການ. CATOS Squad ໄດ້ສ້າງລາຍການທ່ອງທ່ຽວຕາມຄວາມຕ້ອງການຂອງລູກຄ້າ ເປັນຕົ້ນແມ່ນ: ລາຍການ ຫຼີ້ນ SUP 4 ຊົ່ວໂມງ; ລາຍການຕັ້ງຄ້າຍຊົມຕາເວັນຕົກ ປະສົມກັບ ຫຼີ້ນ SUP ແຕ່ 6 ຫາ 8 ຊົ່ວໂມງ; ລາຍການຕັ້ງຄ້າຍຊົມຕາເວັນຂຶ້ນ 12 ຊົ່ວໂມງ… ແຕ່ລະລາຍການທ່ອງທ່ຽວຈະມີການບໍລິການອື່ນໆໄປພ້ອມ ບໍ່ວ່າຈະເປັນເຄື່ອງອຸປະກອນ ຫຼື ສະຖານທີ່ທ່ອງທ່ຽວ, ທິມງານ CATOS Squad ລ້ວນແຕ່ໄດ້ກະກຽມຢ່າງລອບຄອບຖີ່ຖ້ວນ. ພິເສດ, ແຂກທ່ອງທ່ຽວສາມາດຄົ້ນຫາຫຼາຍທັກສະ, ນັບແຕ່ການຕັ້ງຄ້າຍ, ແຕ່ງກິນ, ແຄມໄຟ, ຂີ່ SUP ຕອນກາງຄືນ ແລະ ພິເສດແມ່ນທັກສະການເອົາຕົວລອດ.

ບໍ່ພຽງແຕ່ດຶງດູດແຂກທ່ອງທ່ຽວເທົ່ານັ້ນ, ຮູບແບບດັ່ງກ່າວຂອງ ອ້າຍ ຫງວຽນງອກມິງ ຍັງເປັນບ່ອນພົວພັນແລກປ່ຽນປະສົບການ, ທັກສະຂອງຜູ້ນິຍົມການຂີ່ SUP ຢູ່ເກີ່ນເທີ ແລະ ບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ອີກດ້ວຍ ແລະ ໄດ້ສ້າງຕັ້ງເປັນສະໂມສອນຂີ່ SUP ຢູ່ທີ່ນີ້. ເພື່ອນ ເຈິ່ນຮວ່າງດັງຄວາ, ອາຍຸ 14 ປີ ຢູ່ ເມືອງ ກາຍຣັງ, ເກີ່ນເທີ, ສະມາຊິກຂອງສະໂມສອນຂີ່ SUP ໃຫ້ຮູ້ວ່າ:

“ຂ້າພະເຈົ້າເຫັນວ່າ ກິລາປະເພດນີ້ໄດ້ທັງຊ່ວຍຝຶກຊ້ອມທັກສະ, ທັງຊ່ວຍເຮົາໄດ້ທົດລອງກັບຫຼາຍສິ່ງຫຼາຍຢ່າງ ແລະ ໃກ້ຊິດກັບທຳມະຊາດຫຼາຍກວ່າ. ເມື່ອເລີ່ມເຂົ້າເປັນສະມາຊິກຂອງສະໂມສອນນີ້, ທຳອິດ ຂ້າພະເຈົ້າຕ້ອງຝຶກໃຫ້ເກັ່ງກ່ອນ, ຫຼັງຈາກນັ້ນ ຂ້າພະເຈົ້າຈະແນະນຳໃຫ້ແຂກທ່ອງທ່ຽວ ແລະ ແບ່ງປັນກ່ຽວກັບການຂີ່ຢູ່ແມ່ນ້ຳເປັນແນວໃດ, ສິ່ງທີ່ຄວນຮູ້ຄວນເອົາໃຈໃສ່ເມື່ອຂີ່ SUP ລວມໄປເຖິງການປົກປັກຮັກສາສິ່ງແວດລ້ອມອີກດ້ວຍ”.

ນອກຈາກນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດແລ້ວ, ອ້າຍ ຫງວຽນງອກມິງ ຍັງຢາກເຊື່ອມຕໍ່, ແບ່ງປັນຄວາມຮູ້ຊ່ວຍແຂກທ່ອງທ່ຽວ ແລະ ສະມາຊິກໃນສະໂມສອນໃຫ້ມີຄວາມເຂົ້າໃຈຕື່ມອີກກ່ຽວກັບສິ່ງແວດລ້ອມ, ກ່ຽວກັບການຫຼີ້ນກິລາໃນເງື່ອນໄຂທີ່ອາກາດບໍ່ດີອີກດ້ວຍ. ເພື່ອນ ຫງວຽນງອກມິງຈາງ (ເກີດປີ 1999), ມາຈາກນະຄອນ ລອງຊວຽນ, ແຂວງ ອານຢາງ ກໍໄດ້ເຂົ້າຮ່ວມການຂີ່ຕົວຈິງ ພ້ອມກັບທິມງາມ CATOS Squad, ແບ່ງປັນວ່າ:

“ນ້ອງຮູ້ຈັກ ແລະ ຫຼີ້ນກິລາປະເພດນີ້ຜ່ານທາງເຟສບຸກ, ຢູ່ ລອງຊວຽນ ຍັງບໍ່ທັນມີຮູບແບບນີ້ເທື່ອ ແລະ ນ້ອງເຫັນວ່າ ນີ້ແມ່ນຈຸດແປກໃໝ່ຢູ່ ເກິ່ນເທີ. ຄວາມຮູ້ສຶກຕອນທຳອິດຂອງນ້ອງແມ່ນມັນແປກໃໝ່, ນຳມາເຊິ່ງຄວາມມ່ວນຊື່ນເມື່ອໄດ້ເຊື່ອມຕົວເຂົ້າກັບແມ່ນ້ຳລຳເຊ, ເຊື່ອມຕົວເຂົ້າກັບທຳມະຊາດ. ທຳອິດນ້ອງຄິດວ່າ ຍາກທີ່ນ້ອງຈະຫຼີ້ນໄດ້ ຍ້ອນນ້ອງລອຍນ້ຳບໍ່ເປັນ, ສະນັ້ນຮູ້ສຶກຢ້ານກົວ, ແຕ່ເມື່ອຫຼີ້ນກິລາປະເພດນີ້ແລ້ວ, ນ້ອງເຫັນວ່າ ເຖິງວ່າເຮົາລອຍບໍ່ເປັນກໍຕາມ ແຕ່ເຮົາຍັງສາມາດຫຼີ້ນໄດ້ ແລະ ຄວາມປອດໄພຂອງເຮົາກໍໄດ້ຮັບປະກັນຢູ່ໃນລະດັບສູງ”.

ການສ້າງຕັ້ງສະໂມສອນ SUP ຢູ່ ເກີ່ນເທີ ໄດ້ຊ່ວຍໃຫ້ ຫງວຽນງອກມິງ ບຳລຸງສ້າງ ກໍຄືຊອກຫາໄດ້ຜູ້ທີ່ມີຄວາມມົວເມົາກັບກິລາປະເພດນ້ຳນີ້ ແລະ ພັດທະນາກິລາປະເພດນີ້ຢູ່ຫຼາຍແຂວງທາງພາກຕາເວັນຕົກ ຫວຽດນາມ.

“ໃນໄລຍະຈະມາເຖິງ, ຂ້າພະເຈົ້າຈະຮ່ວມສຳພັນຈັດບັນດາການເຄື່ອນໄຫວຄົ້ນຫາທີ່ສະຫງວນໃຫ້ແກ່ນ້ອງໆນັກຮຽນຊັ້ນປະຖົມ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ ທີ່ປະສົມກັບການຂີ່ SUP ຢູ່ແມ່ນ້ຳ ແລະ ນຳໃຊ້ພາສາ ອັງກິດ ອີກດ້ວຍ. ຄູຝຶກຈະນຳໃຊ້ພາສາອັງກິດ ເພື່ອສອນເພື່ອນໜຸ່ມມີທັກສະໃນການເອົາຕົວລອດ. ແຜນການຂອງຂ້າພະເຈົ້າແມ່ນ ນັບແຕ່ນີ້ຮອດບຸນປີໃໝ່ປະຈຳຊາດ, ເມື່ອສະພາບການໂລກລະບາດໄດ້ຮັບການຄວບຄຸມ, ໃນຕົ້ນປີ 2022, ຂ້າພະເຈົ້າຈະພັດທະນາຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ”.

ເພື່ອໃຫ້ຮູບແບບຂອງຕົນມີຄວາມໃໝ່ອ່ຽມກວ່າ, ອ້າຍ ຫງວຽນງອກມິງ ພວມປະສົມການຂີ່ SUP ກັບບັນດາການເຄື່ອນໄຫວອື່ນ ເພື່ອສ້າງເປັນລະບົບທ່ອງທ່ຽວແບບຄົ້ນຫາຄື: ຂີ່ SUP ປະສົມກັບການຜັກຜ່ອນບຳລຸງສຸຂະພາບ ຢູ່ Homestay, ຊົມຕາເວັນຕົກ, ຕາເວັນຂຶ້ນຢູ່ແມ່ນ້ຳ ເຮົ້າ… ເສັ້ນທາງແຫ່ງການ startup ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ ຫງວຽນງອກມິງ ຍັງໝົກມຸ່ມເມົາມົວ, ຍ້ອນວ່າ ມິງ ໄດ້ລົງທຶນທັງເວລາ ເຫື່ອແຮງ ກໍຄືຄວາມສຸດຈິດສຸດໃຈຂອງຕົນ ເພື່ອກຳແໜ້ນຂົງເຂດນີ້ທີ່ຕົນໄດ້ເລືອກໃຫ້ເປັນຢ່າງດີ.

vovworld.vn

ເຫດການ
302 Found

Found

The document has moved here.