ປັບປຸງພື້ນຖານໂຄງລ່າງ ແລະ ຜະລິດຕະພັນ, ປະກອບສ່ວນພັດທະນາການທ່ອງທ່ຽວແບບຍືນຍົງ

07:07 | 17/01/2022

ຍສໝ - ທ້ອງຖິ່ນທ່ອງທ່ຽວທີ່ສຳຄັນຫຼາຍແຫ່ງ ໃຫ້ບຸລິມະສິດປະຕິບັດບັນດາວິທີແກ້ໄຂ ເພື່ອແນໃສ່ເພີ່ມທະວີການດຶງດູດການລົງທຶນພື້ນຖານໂຄງລ່າງ, ຫັນບັນດາຜະລິດຕະພັນເພື່ອແນໃສ່ສ້າງການພັດທະນາແບບຍືນຍົງໃຫ້ແກ່ຂະແໜງເສດຖະກິດທົ່ວໄປນີ້.

700 ສະຖານ​ທີ່​​ພັກ​ຢູ່​ຫວຽດນາມ ​ໄດ້​ຮັບ​ກາໝາຍການທ່ອງທ່ຽວ​ແບບ​ຍືນ​ຍົງ 700 ສະຖານ​ທີ່​​ພັກ​ຢູ່​ຫວຽດນາມ ​ໄດ້​ຮັບ​ກາໝາຍການທ່ອງທ່ຽວ​ແບບ​ຍືນ​ຍົງ
ເປີດໂຕປະຕູຖານຂໍ້ມູນຂ່າວສານການທ່ອງທ່ຽວ ແລະ ໜ້າຕ່າງ App “ທ່ອງທ່ຽວກຸ່ຍເຍີນ-ບິ່ງດິງ” ເປີດໂຕປະຕູຖານຂໍ້ມູນຂ່າວສານການທ່ອງທ່ຽວ ແລະ ໜ້າຕ່າງ App “ທ່ອງທ່ຽວກຸ່ຍເຍີນ-ບິ່ງດິງ”

ໄລຍະ 2020-2025, ນະຄອນ​ໂຮ່ຈິ​ມິນ ພັດທະນາ​ຫຼາຍ​ໂຄງການ​ເຄື່ອນ​ໄຫວ, ​ໃນ​ນັ້ນ, ສືບ​ຕໍ່​ກຳນົດ​ທິດ ​ແລະ ກຳນົດ​ບົດບາດ​ສຳຄັນ​ຂອງ​ຂະ​ແໜງ​ການທ່ອງທ່ຽວ​ຂອງ​ນະຄອນ. ນີ້​ແມ່ນ​ປະຖົມປັດໄຈ ​ແລະ “​ເຄື່ອງ​ມື” ​ເພື່ອ​ໃຫ້​ນະຄອນ​ສ້າງ ​ແລະ ນຳ​ໃຊ້​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ກົງ​ໄປ​ກົງ​ມາ ​ໂດຍ​ພື້ນຖານ ​ແລະ ລະອຽດ ​ເພື່ອ​ດຶງ​ດູດ​ການ​ລົງທຶນ ​ແລະ ພັດທະນາ​ຂະ​ແໜງ​ການທ່ອງທ່ຽວ ​ໃຫ້​ສົມ​ກັບ​ທ່າ​ແຮງ ​ແລະ ຄວາມສາມາດບົ່ມຊ້ອນ.

ປັບປຸງພື້ນຖານໂຄງລ່າງ ແລະ ຜະລິດຕະພັນ, ປະກອບສ່ວນພັດທະນາການທ່ອງທ່ຽວແບບຍືນຍົງ
ປັບປຸງພື້ນຖານໂຄງລ່າງ ແລະ ຜະລິດຕະພັນ, ປະກອບສ່ວນພັດທະນາການທ່ອງທ່ຽວແບບຍືນຍົງ. (ພາບ: vietnamplus)

ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ​ແຂວງ ກຽນ​ຢາງ ລະດົມ​ແຫຼ່ງກຳລັງ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ ຄົມມະນາຄົມ​ຈາກ​ເສັ້ນທາງບົກ, ທາງ​ນ້ຳ ​ແລະ ທາງ​ທະ​ເລ. ແຂວງກຽນ​ຢາງ ໄດ້ເພີ່ມໂຄງການກໍ່ສ້າງພື້ນຖານໂຄງລ່າງການທ່ອງທ່ຽວ ແລະ ຈັດຕັ້ງປະຕິບັດໂຄງການຍ່ອຍການພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ ເພື່ອຊ່ວຍໃຫ້ແກ່ການເຕີບໂຕຂອງອະນຸພາກພື້ນແມ່ນ້ຳຂອງເປີດກວ້າງຢ່າງຮອບດ້ານ.

ແຂວງບ່າເຣ້ຍ-ຫວຸງເຕົ່າ ສືບຕໍ່ເສີມຂະຫຍາຍທ່າໄດ້ປຽບຂອງທ້ອງຖິ່ນ ດ້ວຍແຫຼ່ງທ່ອງທ່ຽວຫຼາຍແຫ່ງທີ່ຕິດພັນກັບເຂດຕາເວັນອອກສ່ຽງໃຕ້, ພິເສດແມ່ນລະບົບນິເວດທະເລ ແລະ ແຄມທະເລທີ່ຫຼາກຫຼາຍ. ແຂວງບ່າເຣ້ຍ-ຫວຸງເຕົ່າ ສືບຕໍ່ປະຕິບັດທັດສະນະການທ່ອງທ່ຽວຢ່າງວ່ອງໄວ ຕາມທິດຍືນຍົງ ແລະ ມີຄຸນນະພາບສູງ, ເຮັດໃຫ້ການທ່ອງທ່ຽວເປັນໜຶ່ງໃນສີ່ເສົາຄໍ້າເສດຖະກິດທີ່ສຳຄັນຂອງທ້ອງຖິ່ນ.

​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ ​ແລະ ​ເພີ່ມ​ທະວີ​ຄວາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ບັນດາ​ທ້ອງ​ຖິ່ນ​ມີ​ຄວາມ​ສົນ​ໃຈ​ຂຸດ​ຄົ້ນ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ປະ​ເພດ​ຕ່າງໆ ດ້ວຍ​ທ່າແຮງ​ສະ​ເພາະຂອງຕົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.