ເພີ່ມຖ້ຽວບິນສາກົນຫຼາຍຖ້ຽວ

07:38 | 19/01/2022

ຍສໝ - ກົມການບິນ​ຫວຽດນາມ ຫາ​ກໍ່​ຕົກລົງ​ເພີ່ມຖ້ຽວບິນສາກົນຫຼາຍຖ້ຽວ​ໄປ​ຍັງ​ຍີ່ປຸ່ນ, ສ.​ເກົາຫຼີ, ​ໄຕ້ຫວັນ (ຈີນ) ​ແລະ ສິງກະ​ໂປ.

ຄວາມອົບອຸ່ນບຸນປີໃໝ່ປະຈໍາຊາດ 2022 ຂອງນັກຮຽນຫວຽດນາມ  ຢູ່ ກຳປູເຈຍ ຄວາມອົບອຸ່ນບຸນປີໃໝ່ປະຈໍາຊາດ 2022 ຂອງນັກຮຽນຫວຽດນາມ ຢູ່ ກຳປູເຈຍ
ທະນາຄານ Standard Chartered ຄາດຄະເນວ່າ GDP ຂອງຫວຽດນາມ ຈະເຕີບໂຕ 6,7% ໃນປີ 2022. ທະນາຄານ Standard Chartered ຄາດຄະເນວ່າ GDP ຂອງຫວຽດນາມ ຈະເຕີບໂຕ 6,7% ໃນປີ 2022.
ພາບປະກອບ: nhipsongdoanhnghiep.cuocsongantoan.vn
ພາບປະກອບ: nhipsongdoanhnghiep.cuocsongantoan.vn

ບັນດາສາຍ​ການ​ບິນ​ເພີ່ມ​ຖ້ຽວ​ບິນ​ໄປຍັງບັນດາ​ຕະຫຼາດ​ຂ້າງ​ເທິງ​ເປັນ 14 ຖ້ຽວ​ຕໍ່​ອາ​ທິດ, ແບ່ງ​ໃຫ້ ສາຍ​ການ​ບິນ 4 ສາຍ ຂຸດຄົ້ນ, ນຳ​ໃຊ້​ຫຼັງ​ວັນ​ທີ 20 ມັງ​ກອນ. ບັນດາຖ້ຽວບິນໄປອົດສະຕຣາລີ, ໄທ, ກໍາປູເຈຍ ແລະ ລາວ ຈະໄດ້ຂຸດຂົ້ນ 10 ຖ້ຽວຕໍ່ອາທິດ; ​ໂດຍ​ສະ​ເພາະ, ​ເສັ້ນທາງ​ໄປ​ໄຕ້ຫວັນ ​ແລະ​ ອາ​ເມ​ລິ​ກາ​ຈະ​ໄດ້ຂຸດຄົ້ນ 4 ຖ້ຽວ​ຕໍ່​ອາທິດ.

ປະຈຸ​ບັນ, ບັນດາ​ຕະຫຼາດ​ດັ່ງກ່າວ​ມີ​ພຽງແຕ່ 4 ຖ້ຽວ​ບິນ, ສ.​ເກົາຫຼີ ​ແມ່ນ 6 ຖ້ຽວ​ຕໍ່​ອາທິດ. ດ້ວຍ​ເສັ້ນທາງການບິນ​ ໄປຍັງ ຍີ່​ປຸ່ນ, ສາຍ​ການ​ບິນ​ຫວຽດ​ນາມ ຈະໄດ້ຂຸດຄົ້ນ 7 ຖ້ຽວ​ຕໍ່​ອາ​ທິດ, Vietjet Air 4 ຖ້ຽວ, Bamboo 2 ຖ້ຽວ, ແລະ Pacific Airlines 1 ຖ້ຽວ. ດ້ວຍເສັ້ນທາງການບິນ​ ໄປຍັງ ສ.ເກົາຫຼີ, ສາຍການບິນ ຫວຽດນາມ ມີ 7 ຖ້ຽວ, Vietjet 5 ຖ້ຽວ, ອີກ 2 ສາຍການບິນທີ່ຍັງເຫຼືອ ມີ 1 ຖ້ຽວ.

ເສັ້ນທາງການບິນ​ໄປຍັງ ອົດ​ສະ​ຕາ​ລີ, ສາຍ​ການ​ບິນ​ຫວຽດ​ນາມ ມີ 6 ຖ້ຽວ​ບິນ, Vietjet ແລະ Bamboo 2 ຖ້ຽວ​ຕໍ່​ອາ​ທິດ. ດ້ວຍ ເສັ້ນທາງການບິນ ໄປຍັງ ຝລັ່ງ, ເຢຍລະມັນ, ອັງກິດ ແລະ ລັດເຊຍ, ພາຍຫຼັງທີ່ມີຄໍາຄິດເຫັນຂອງກະຊວງຄົມມະນາຄົມຂົນສົ່ງ, ກົມການບິນຫວຽດນາມ ຈະປະກາດແຜນການຈັດຕັ້ງບັນດາຖ້ຽວບິນໄປຍັງບັນດາຕະຫຼາດເຫຼົ່ານີ້.

ຕາມ​ກົມ​ການບິນ​ແລ້ວ, ປະຈຸ​ບັນມີຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ປະມານ 140.000 ຄົນ​ ມີຄວາມປາດຖະໜາກັບ​ເມືອ​ປະເທດ​ເພື່ອ​ຕ້ອນຮັບ​ບຸນ​ເຕັດ. ຄາດ​ຄະ​ເນ​ວ່າ ຈຳນວນ​ແຂກ​ທ່ອງ​ທ່ຽວ​ມາຫວຽດນາມ ຈະ​ກາຍ 30.000 ຄົນ​ຕໍ່​ອາທິດ, ​ລວມ​ມີ​ພົນລະ​ເມືອງ​ຫວຽດນາມ, ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ແລະ ບັນດາ​ແຂກນັກ​ການ​ທູດ, ລັດຖະກອນ, ນັກ​ຊ່ຽວຊານ, ນັກ​ລົງທຶນ...

ຕາມ​ແຜນການ​ເປີດ​ເສັ້ນທາງການບິນ​ສາກົນ​ຂອງ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຄືນ​ໃໝ່, ຂະແໜງ​ການບິນ​ໄດ້​ເປີດ​ເສັ້ນທາງການບິນ​ໄປ​ຍັງ 10 ຕະຫຼາດຄື: ປັກ​ກິ່ງ/ກວາງ​ໂຈ່​ວ, ​ໂຕ​ກຽວ, ​ເຊ​ອຸນ, ໄຕ້ຫວັນ, ບາງກອກ, ສິງກະ​ໂປ, ວຽງ​ຈັນ, ພະນົມ​ເປັນ, ຊານ​ຟຣານຊິ​ສໂກ/​ລອສ​ແອ​ງ​ເຈີ​ລິ​ສ, ອົດ​ສະຕຣາລີ.

ໄຊພອນ

ເຫດການ
302 Found

Found

The document has moved here.