AFC ຍ້ອງ​ຍໍ​ສັນ​ລະ​ເສີນ​ທ່ານ​ໝໍ​ກິ​ລາ ຫວຽດ​ນາມ 2 ຄົນ

15:17 | 10/01/2022

ຍ​ສ​ໝ - ສະ​ຫະ​ພັນ​ບານ​ເຕະ ອາ​ຊີ (AFC) ຫາ​ກໍ່​ປະ​ກາດ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ທ່ານ​ໝໍ ທີ່​ໄດ້​ຮັບ​ກາ​ນ​ຍ້ອງ​ຍໍ​ສັນ​ລະ​ເສີນ​ຢູ່​ພິ​ທີ​ມອບ​ລາງວັນ ການ​ແພດ AFC ຄັ້ງ​ທີ 3, ຫ​ວຽດ​ນາມ ມີ​ທ່ານ​ໝໍ 2 ຄົນ ມີ​ຄວາມ​ເປັນ​ກຽດ​ໄດ້​ຮັບ​ລາງວັນ​ອຸ​ທິດ​ສ່ວນ 15 ປີ ຂອງ​ຄະ​ນະ​ແພດ​ໝໍ AFC ເຊິ່ງແມ່ນ ທ່ານ​ໝໍ ຫງວຽນ​ຈ້ອງ​​ຮ່ຽນ ແລະ ທ່ານ​ໝໍ ນາງ ຟ້າມ​ທິ​ທຸຍ.

ຮູບ​ແບບຫຼີ້ນ​ກິ​ລາ​ໃໝ່​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ແມ່​ນ້ຳ ເຮົ້າ ຮູບ​ແບບຫຼີ້ນ​ກິ​ລາ​ໃໝ່​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ແມ່​ນ້ຳ ເຮົ້າ
ເຂັ້ມ​ຂົ້ນ​ໄປ​ດ້ວຍສີ​ສັນ​ຂອງ​ຊຸດ​ເສື້ອ​ຍາວ​ ຫວຽດ​ນາມໃນ​ລາຍ​ການ​ສີ​ສັນ​ລະ​ດູ​ບານ​ໃໝ່ 2022 ເຂັ້ມ​ຂົ້ນ​ໄປ​ດ້ວຍສີ​ສັນ​ຂອງ​ຊຸດ​ເສື້ອ​ຍາວ​ ຫວຽດ​ນາມໃນ​ລາຍ​ການ​ສີ​ສັນ​ລະ​ດູ​ບານ​ໃໝ່ 2022
AFC ຍ້ອງ​ຍໍ​ສັນ​ລະ​ເສີນ​ທ່ານ​ໝໍ​ກິ​ລາ ຫວຽດ​ນາມ 2 ຄົນ
ທ່ານ​ໝໍຫງວຽນ​ຈ້ອງ​ຫ໋ຽນ (ພາບ: VFF)

ທ່ານ​ໝໍຫງວຽນ​ຈ້ອງ​ຫ໋ຽນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ທ່ານ​ໝໍ​ທີ່​ມີອາຍຸການ​ເຮັດ​ວຽກ​ມາ​ເປັນຫຼາຍ​ປີ ໃນ​ຂະ​ແໜງ​ການ​ແພດ​ກິ​ລາ ຫວຽດ​ນາມ ດ້ວຍ​ການ​ປະ​ກອບ​ສ່ວນ ແລະ ອຸ​ທິດ​ສ່ວນ​ທີ່​ເຕັມ​ໄປ​ດ້ວຍ​ຄຸນ​ຄ່າ. ທ່ານ​ໝໍ ​ຮ່ຽນ ເຄີຍ​ດຳ​ລົງ​ຕຳ​ແໜ່ງເປັນ​ທ່ານ​ໝໍ​ຂອງ​ທິມ​ບານ​ເຕະ​ຊາຍ​ແຫ່ງ​ຊາດ​ຫວຽດນາມ​ແຕ່​ປີ 1995 – 2012, ພ້ອມ​ທັງ​ແມ່ນ​ສະ​ມາ​ຊິກຂອງຄະ​ນະ​ການ​ແພດ​ສະ​ຫະ​ພັນ​ບານ​ເຕະ ຫວຽດ​ນາມ.

ປັດ​ຈຸ​ບັນ, ທ່ານ​ໝໍ ​ຮ່ຽນ ພວມ​ດຳ​ລົງ​ຕຳ​ແໜ່ງ​ຫົວ​ໜ້າ​ຫ້ອງ​ການ​ແພດ​ສາດກິ​ລາ ສູນ​ຝຶກ​ແອບ​ກິ​ລາ​ແຫ່ງ​ຊາດ ຮ່າ​ໂນ້ຍ.

ທ່ານ​ໝໍ ນາງ ​ຟ້າມ​ທິ​ຖຸຍ ແມ່ນ​ທ່ານ​ໝໍ​ຂອງ​ທິມ​ບານ​ເຕະ​ແຫ່ງ​ຊາດ​ຍິງ ໃນ​ຕະຫຼອດ​ໄລ​ຍະ 18 ປີ​ແຕ່​ປີ 2000 – 2018. ທ່ານ​ໝໍ​ ຖຸຍ ກໍ່​ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ຮອງ​ຫົວ​ໜ້າ​ພະ​ແນກເຂດນອກ, ໂຮງ​ໝໍ​ກິ​ລາ ຫວຽດ​ນາມ.

ພິ​ທີ​ມອບ​ລາງວັນ​ຈະ​ໄດ້​ຈັດ​ຕັ້ງ​ກົງ​ກັບ​ເວ​ລາ​ຈັດກອງປະຊຸມແພດ​ສາດ AFC ຄັ້ງ​ທີ 7 ຢູ່ ກ​າ​ຕາ ແຕ່ວັນທີ 6 ມີນາ ຫາວັນ​ທີ 10 ມີນາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.