ນະ​ຄອນ​ຮ່າ​ໂນ້ຍ ແມ່ນ 1 ໃນ​ຈຳ​ນວນ 10 ນະ​ຄອນ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ​ທີ່​ສຸດ​ໃນ​ໂລກສຳລັບຊາວ​ຕ່າງ​ປະ​ເທດ

07:38 | 18/01/2022

ຍ​ສ​ໝ - ເຖິງວ່າ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແຕ່​ມີຫຼາຍ​ອົງ​ການ​ຈັດ​ຕັ້ງ, ອົງ​ການ​ສື່ມວນ​ຊົນ​ທ່ອງ​ທ່ຽວ​ສາ​ກົນ ຍັງ​ຕີ​ລາ​ຄາ, ຈັດ​ຮ່າ​ໂນ້ຍ​ເຂົ້າ​ກຸ່ມ​ບັນ​ດາ​ນະ​ຄອນ​ທ່ອງ​ທ່ຽວທີ່​ດຶງ​ດູດ​ໃຈ​ທີ່​ສຸດ​ໃນ​ໂລກ.

ຫ້າສະ​ຖານ​ທີ່​ທ່ອງ​ທ່ຽວ ທີ່​ເໝາະ​ສົມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ກິນ​ເຈ ຢູ່ ຫວຽດ​ນາມ ຫ້າສະ​ຖານ​ທີ່​ທ່ອງ​ທ່ຽວ ທີ່​ເໝາະ​ສົມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ກິນ​ເຈ ຢູ່ ຫວຽດ​ນາມ
ຮ່າ​ໂນ້ຍ ໄດ້​ເຂົ້າ​ໃນກຸ່ມ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ທີ່​ສຸດ​ໃນ​ໂລກ ຮ່າ​ໂນ້ຍ ໄດ້​ເຂົ້າ​ໃນກຸ່ມ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ທີ່​ສຸດ​ໃນ​ໂລກ
ນະ​ຄອນ​ຮ່າ​ໂນ້ຍ ແມ່ນ 1 ໃນ​ຈຳ​ນວນ 10 ນະ​ຄອນ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ​ທີ່​ສຸດ​ໃນ​ໂລກສຳລັບຊາວ​ຕ່າງ​ປະ​ເທດ
ພາບປະກອບ: travelmag.vn

ຕາມ​ເວັບ​ໄຊ Trip Advisor ຈັດ​ອັນ​ດັບ​ນະ​ຄອນ​ຮ່າ​ໂນ້ຍ ຢືນ​ຢູ່ ອັນ​ດັບທີ 2 ໃນ​ບັນ​ຊີ​ລາຍ​ຊື່ ທອບ 25 ນະ​ຄອນ​ທ່ອງ​ທ່ຽວ ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ທີ່​ສຸດ​ຢູ່ ອາ​ຊີ ແລະ ຍືນ​ຢູ່​ອັນ​ດັ​ບ​ທີ 6 ໃນ​ບັນ​ຊີ​ລາຍ​ຊື່ ທອບ 26 ນະ​ຄອນ​ທ່ອງ​ທ່ຽວທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ທີ່​ສຸດ​ໃນ​ໂລກ.

ເວັບ​ໄຊ​ທ່ອງ​ທ່ຽວ​ທາງ​ໄກ Worldpackers (ອາ​ເມ​ລິ​ກາ) ແນະ​ນຳ​ວ່າ ນະ​ຄອນ​ຮ່າ​ໂນ້ຍ ແມ່ນ 1 ໃນ​ຈຳ​ນວນ 10 ນະ​ຄອນ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ​ທີ່​ສຸດ​ໃນ​ໂລກສຳລັບຊາວ​ຕ່າງ​ປະ​ເທດ.

ວາ​ລະ​ສານ Time ອາ​ເມ​ລິ​ກາ ຄັດເລືອກ ຮ່າ​ໂນ້ຍ ແມ່ນ 1 ໃນ 3 ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ ຫວຽດ​ນາມ ນອນ​ໃນ 100 ສະ​ຖານ​ທີ່​ທ່ອງ​ທ່ຽວ​ດີ​ທີ່​ສຸດ​ໃນ​ໂລກ, 3 ສ​ະ​ຖານ​ທີ່​ນັ້ນ​ແມ່ນ: ນະ​ຄອນ​ຮ່າ​ໂນ້ຍ, ນະ​ຄອນ ໂຮ່​ຈີ​ມິນ, ນະ​ຄອນ ຝຸກວັກ (ກຽນ​ຢາງ).

ເວັ​ບ​ໄຊ Holidu (ອັງ​ກິດ) ລົງ​ເລິກ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ສາ​ກົນ, ຈັດ​ນະ​ຄອນ​ຮ່າ​ໂນ້ຍ ເຂົ້າ​​ອັນ​ດັບ​ທີ 18 (ນະ​ຄອນ​ໂຮ່​ຈີ​ມິນ ອັນ​ດັບ​ທີ 21, ໂຮ້ຍ​ອານ​ອັນ​ດັບ​ທີ 32) ໃນ​ບັນ​ຊີ​ລາຍ​ຊື່ 147 ນະ​ຄອນ ດີ​ທີ່​ສຸດ ເພື່ອ​ເຮັດ​ວຽກ ແລະ ພັກ​ຜ່ອນ​ບຳ​ລຸງ​ໃນ​ໂລກ.

ອົງ​ການ​ວິ​ເຄາະ Deep Knowledge Analytics (DKA) ຈັດ​ອັນ​ດັບ​ນະ​ຄອນ ຮ່າ​ໂນ້ຍ ໃນ​ບັນ​ຊີ​ລາຍ​ຊື່ 50 ນະ​ຄອນ ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ດີ​ທີ່​ສຸດ​ໃນ​ໂລກ, ຢູ່​ອັນ​ດັບ​ທີ 44, ໃນ​ຈຳ​ນວນ 72 ນະ​ຄອນ ທ່ອງ​ທ່ຽວ DKA ໄດ້ວິ​ເຄາະ, ຈັດ​ອັນ​ດັບ​ຢູ່​ສຸງກວ່າ Athen ຂອງ ເອ​ຢິບ ແລະ Bucharest ຂອງຣູ​ມາ​ນີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.