ຮ່າລອງ ໄດ້ຮັບລາງວັນເມືອງທ່ອງທ່ຽວສະອາດອາຊຽນ 2022

11:34 | 15/01/2022

ຍສໝ - ຕາມ​ຂໍ້​ມູນ​ຂອງ​ກົມ​ໃຫຍ່​ທ່ອງ​ທ່ຽວ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ) ແລ້ວ, ນະຄອນ ຮ່າ​ໂນ້ຍ ​ແມ່ນ​ໜຶ່ງ​ໃນ 3 ນະຄອນ​ທີ່​ຕາງໜ້າ​ໃຫ້​ຫວຽດນາມ ​ໄດ້​ຮັບ​ລາງວັນ​ນະຄອນ​ທ່ອງ​ທ່ຽວ​ສະອາດ​ອາ​ຊຽນ 2022 ທີ່​ເວທີ​ປາ​ໄສ​ການທ່ອງທ່ຽວ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ - ATF ປີ 2022; ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 18-20 ມັງ​ກອນ 2022, ຢູ່​ນະ​ຄອນ Sihanoukville, ປະ​ເທດ​ກຳ​ປູ​ເຈຍ.

ຟື້ນຟູ, ພັດທະນາຂະແໜງທ່ອງທ່ຽວ ຫວຽດນາມ ໃນສະພາບການໃໝ່ ຟື້ນຟູ, ພັດທະນາຂະແໜງທ່ອງທ່ຽວ ຫວຽດນາມ ໃນສະພາບການໃໝ່
ຟື້ນຟູຂະແໜງທ່ອງທ່ຽວ, ເສດຖະກິດນະຄອນ ໂຮ່ຈີມິນ ຟື້ນຟູຂະແໜງທ່ອງທ່ຽວ, ເສດຖະກິດນະຄອນ ໂຮ່ຈີມິນ

ຍັງສອງນະຄອນ​ຂອງ​ຫວຽດນາມ ​ທີ່​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້​ແມ່ນ​ນະຄອນ​ດ່າ​ລາດ (​ແຂວງ​ເລິມ​ດົ່ງ) ​ແລະ ນະຄອນວູງເຕົ່າ (ແຂວງບາເຣັຍ - ວູງເຕົ່າ).

ຮ່າລອງ ໄດ້ຮັບລາງວັນເມືອງທ່ອງທ່ຽວສະອາດອາຊຽນ 2022
ຮ່າລອງ, ນະຄອນ​ດ່າ​ລາດ, ນະຄອນວູງເຕົ່າ ໄດ້ຮັບລາງວັນເມືອງທ່ອງທ່ຽວສະອາດອາຊຽນ 2022. (ພາບ: thanhnien)

ນີ້​ແມ່ນ​ລາງວັນ​ອາ​ຊຽນ ປະກອບສ່ວນ​ຍົກ​ສູງ ​ແລະ ພັດທະນາ​ບັນດາ​ເຄື່ອງ​ໝາຍ​ຂອງ​ວິ​ສາ​ຫະກິດ, ຜະລິດ​ຕະພັນ ​ແລະ ການ​ບໍລິການ​ທ່ອງ​ທ່ຽວ​ທີ່​ມີ​ຄຸນ​ນະພາ​ບສູງ​ຢູ່​ພາກ​ພື້ນ ​ແລະ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຫົວໜ່ວຍ​ໂຄສະນາ​ເຜີຍ​ແຜ່, ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ໂຄສະນາ​ການທ່ອງທ່ຽວ ຫວຽດນາມ ​ແລະ ຈຸດໝາຍ​ແຫ່ງ​ຊາດ. ຍີ່​ຫໍ້ ““Vietnam - Timeless Charm” (ຫວຽດ​ນາມ - ຄວາມ​ງາມ​ທີ່​ບໍ່​ສິ້ນ​ສຸດ).

ຄາດ​ວ່າ​ພິທີ​ມອບ​ລາງວັນ​ການທ່ອງທ່ຽວ​ອາ​ຊຽນ ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ມັງກອນ 2022 ທີ່​ໂຮງແຮມ Sokha Beach Resort ​ໃນ​ຂອບ​ເຂດ​ໂຄງການ ATF 2022.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.