ເຊື່ອມຕົວເຂົ້າກັບບັນຍາກາດບຸນປີໃໝ່ປະຈຳຊາດຢູ່ງານວາງສະແດງ “ບຸນເຕັດໃນເມື່ອກ່ອນ”

11:31 | 17/01/2022

ພິທີໄຂງານວາງສະແດງ “ບຸນເຕັດໃນເມື່ອກ່ອນ” ເພື່ອແນໃສ່ວາດພາບສ່ວນໜຶ່ງຂອງບຸນປີໃໝ່ປະຈຳຊາດ ຫວຽດນາມ ຜ່ານເອກະສານທີ່ໄດ້ເກັບຮັກສາ.

ຫວຽດນາມ ມອບປ້ອມຕໍາຫຼວດຊາຍແດນຢູ່ແຂວງຫົວພັນໃຫ້ລາວ ຫວຽດນາມ ມອບປ້ອມຕໍາຫຼວດຊາຍແດນຢູ່ແຂວງຫົວພັນໃຫ້ລາວ
ກິລາຫວຽດນາມ ສູ້ຊົນຍາດຫຼຽນຄຳໃຫ້ໄດ້ 3 ເຖິງ 5 ຫຼຽນຢູ່ ASIAD 19 ກິລາຫວຽດນາມ ສູ້ຊົນຍາດຫຼຽນຄຳໃຫ້ໄດ້ 3 ເຖິງ 5 ຫຼຽນຢູ່ ASIAD 19
ເຊື່ອມຕົວເຂົ້າກັບບັນຍາກາດບຸນປີໃໝ່ປະຈຳຊາດຢູ່ງານວາງສະແດງ “ບຸນເຕັດໃນເມື່ອກ່ອນ”
(ບັນຍາກາດບຸນເຕັດໃນເມື່ອກ່ອນ)

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສູນເກັບຮັກສາສຳເນົາເອກະສານແຫ່ງຊາດເລກ I - ກົມສຳເນົາເອກະສານແຫ່ງລັດ ໄດ້ຈັດພິທີໄຂງານວາງສະແດງ “ບຸນເຕັດໃນເມື່ອກ່ອນ” ເພື່ອແນໃສ່ວາດພາບສ່ວນໜຶ່ງຂອງບຸນປີໃໝ່ປະຈຳຊາດ ຫວຽດນາມ ຜ່ານເອກະສານທີ່ໄດ້ເກັບຮັກສາ.

ງານວາງສະແດງ ພ້ອມກັບບັນດາເຫດການໄດ້ວາດພາບສ່ວນໜຶ່ງຂອງບັນຍາກາດບຸນເຕັດໃນເມື່ອກ່ອນ ດ້ວຍຮີດຄອງປະເພນີ “ກິນເຕັດ”, “ພິທີບຸນເຕັດ” ແລະ “ຫຼິ້ນບຸນເຕັດ” ຂອງລຸ້ນປູ່ລຸ່ນພໍ່. ຕາມທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນວັນຮຸຍ, ອະດີດຫົວໜ້າຫໍພິພິດຕະພັນຊົນເຜົ່າວິທະຍາ ຫວຽດນາມ ແລ້ວ, ເຖິງວ່າປະຈຸບັນ ບັນດາຮີດຄອງປະເພນີໃນໂອກາດບຸນເຕັດມີການປ່ຽນແປງຫຼາຍຢ່າງກໍ່ຕາມ ແຕ່ບຸນປີໃໝ່ປະຈຳຊາດຍັງແມ່ນວັນບຸນສຳຄັນ, ອົບອຸ່ນທີ່ສຸດຂອງທັງຊາດ ຫວຽດນາມ:

“ງານວາງສະແດງກ່ຽວກັບບຸນເຕັດແມ່ນມ່ວນທີ່ສຸດ, ໄດ້ຊ່ວຍໃຫ້ພວກເຮົານຶກຄິດບຸນເຕັດໃນເມື່ອກ່ອນ ແລະ ບຸນເຕັດທີ່ພວກເຮົາພວມຕ້ອນຮັບໃນປະຈຸບັນ, ບຸນເຕັດຍາມເກີດໂລກລະບາດໂຄວິດ-19 ແມ່ນຄືແນວໃດ. ຂ້າພະເຈົ້າຄິດວ່າ, ຜ່ານການເວລາ, ຜ່ານການຜັນແປທາງດ້ານເສດຖະກິດ - ສັງຄົມ, ບຸນເຕັດຂອງພວກເຮົາມີການປ່ຽນແປງຫຼາຍຢ່າງ ແຕ່ສິ່ງສຳຄັນແມ່ນບັນດາຄຸນຄ່າຂອງບຸນເຕັດຍັງໄດ້ຮັກສາໄວ້ເໝືອນເດີມ”.

ງານວາງສະແດງຈະເປີດປະຕູໄປຮອດວັນທີ 15 ມີນາ ຈຶ່ງອັດລົງ.

vovworld.vn

ເຫດການ
302 Found

Found

The document has moved here.