ທົດ​ລອງການ​ທ່ອງ​ທ່ຽວ “ໜັງສືຜ່ານແດນວັກ​ຊິນ”, ນະ​ຄອນ​ຝຸກວັກ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 1000 ເທື່ອ​ຄົນ

16:30 | 19/01/2022

ຍ​ສ​ໝ - ວັນ​ທີ 17 ມັງ​ກອນ, ພະ​ແນ​ກ​ການ​ທ່ອງ​ທ່ຽວ​ແຂວງ ກຽນ​ຢາງ​ ໃຫ້​ຮູ້​ວ່າ ພາຍ​ຫຼັງ​ການ​ປະ​ຕິ​ບັດ​ໄລ​ຍະທີ 1 ໂຄງ​ການ​ທົດ​ລອງ​ການ​ທ່ອງ​ທ່ຽວ “ໜັງສືຜ່ານແດນວັກ​ຊິນ” ມາ​ເປັນ​ເວ​ລາ 1 ເດືອນ, ນະ​ຄອນ​ຝຸກວັກ​ ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່​ຽວ​ປະ​ມານ 1000 ຄົນ ທີ່ມາ​ຈາກ ສ.ເກົາຫຼີ, ໄທ, ລາວ, ອຸດ​ເບ​ກິດ​ສະ​ຖານ ແລະ ກາ​ຊັກ​ສະ​ຖານ. ໃນ​ນັ້ນ​ມີ 4 ກຸ່ມ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ໄປ​ຍັງຝຸກວັກ ດ້ວຍ​ເຮືອ​ບິນ​ສ່ວນ​ຕົວ.

ຫ້າສະ​ຖານ​ທີ່​ທ່ອງ​ທ່ຽວ ທີ່​ເໝາະ​ສົມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ກິນ​ເຈ ຢູ່ ຫວຽດ​ນາມ ຫ້າສະ​ຖານ​ທີ່​ທ່ອງ​ທ່ຽວ ທີ່​ເໝາະ​ສົມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ກິນ​ເຈ ຢູ່ ຫວຽດ​ນາມ
ນະ​ຄອນ​ຮ່າ​ໂນ້ຍ ແມ່ນ 1 ໃນ​ຈຳ​ນວນ 10 ນະ​ຄອນ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ​ທີ່​ສຸດ​ໃນ​ໂລກສຳລັບຊາວ​ຕ່າງ​ປະ​ເທດ ນະ​ຄອນ​ຮ່າ​ໂນ້ຍ ແມ່ນ 1 ໃນ​ຈຳ​ນວນ 10 ນະ​ຄອນ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ​ທີ່​ສຸດ​ໃນ​ໂລກສຳລັບຊາວ​ຕ່າງ​ປະ​ເທດ
ທົດ​ລອງການ​ທ່ອງ​ທ່ຽວ “ໜັງສືຜ່ານແດນວັກ​ຊິນ”, ນະ​ຄອນ​ຝຸກວັກ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 1000 ເທື່ອ​ຄົນ
ພາບ​ປະ​ກອບ: HT

ໂດຍ​ສັງ​ເກດ​ໄດ້​ວ່າ ແຂກ​ທ່ອງ​ທ່ຽວ​ສາ​ກົນ ລ້ວນ​ແຕ່​ມີ​ການ​ສ່ອງ​ແສງ​ຄືນ​ຢ່າງ​ຕັ້ງ​ໜ້າ ພາຍ​ຫຼັງ​ການ​ຄົ້ນ​ຄ້​ວາ ແລະ ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ ຕໍ່​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ປອດ​ໄພໃຫ້​ແກ່​ແຂກ​ທ່ອງ​ທ່ຽວ ເມື່ອ​ມາ​ເກາະຢົກ ​ຝຸກວັກ ເພື່ອ​ລະຫຼິ້ນ​ບັນ​ເທີງ, ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ.

ກະ​ຊວງວັດ​ທະ​ນະ​ທຳ - ກິ​ລາ - ທ່ອງ​ທ່ຽວ ຖື​ວ່າ ບັນ​ດາ​ຖ້ຽວ​ບິນ​ຄັ້ງ​ທຳ​ອິດ​ນຳ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ມາ​ບັນ​ດາ​ທ້ອງ​ຖິ່ນ ໃນ​ໄລ​ຍະທີ 1 ແມ່ນ​ສັນ​ຍານ​ທີ່​ຕັ້ງ​ໜ້າ ໃຫ້​ແກ່​ຂະ​ແໜງ​ທ່ອງ​ທ່ຽວ ຫວຽດ​ນາ​ມ, ພິ​ສູດ​ໃຫ້​ເຫັນ​ວ່າ ໃນ​ໄລ​ຍະ​ປັດ​ຈຸ​ບັນ, ການ​ເປີດ​ປະ​ຕູ​ທ່ອງ​ທ່ຽວ ແມ່ນ​ໜ້າ​ທີ່​ຮີ​ບ​ດ່ວນ ເພື່ອ​ຊ່ວຍຟື້ນ​ຟູ​ຂະ​ແໜງ​ການ​ທ່ອງ​ທ່ຽວ​, ມຸ່ງ​ໄປ​ເຖິງ​ການ​ເປີດ​ປະ​ຕູ​ທົ່ວ​ຂະ​ແໜງ​ທ່ອງ​ທ່ຽວ​ສາ​ກົນ.

ປັດ​ຈຸ​ບັນ, ຫວຽດ​ນາມ ຮັບ​ຮູ້ໜັງສືຜ່ານແດນວັກ​ຊິນຂອງ ກ່​ວາ 70 ປະ​ເທດ ແລະ ເຂດ​ແຄ້ວນ, ກໍ່​ຄື​ພວມ​ຕັ້ງ​ໜ້າ​ແລກ​ປ່ຽນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ກ່ຽວ​ກັບ​ການ​ຮັບ​ຮູ້​ເຊິ່ງ​ກັນ ແລະ ກັນ, ສຳ​ລັບ​ໜັງສືຜ່ານແດນ​ວັກ​ຊິນ.

ທ່ານ ບຸຍກວັກ​ທ໊າຍ ໃຫ້​ຮູ້​ຕື່ມ​ອີກວ່າ ປັດ​ຈຸ​ບັນ​ຂະ​ແໜງ​ທ່ອງ​ທ່ຽວ​ກຽນ​ຢາງ ພວມ​ສືບ​ຕໍ່​ການ​ໂຄສະ​ນາ​ເຜີຍ​ແຜ່ການ​ທົດ​ລອງ​ເປີດ​ການ​ທ່ອງ​ທ່ຽວ​ສາ​ກົນ, ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ຕໍ່​​ກັບ​ອົງ​ການ​ສື່ມວນ​ຊົນ​ສາ​ກົນ, ເຮັດ​ວຽກ​ກັບ​ອົງ​ການ​ການ​ທູດ ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ ເພື່ອ​ຍູ້​ແຮງ​ແຜນ​ການ​ໂຄ​ສະ​ນາ, ຮັບ​ປະ​ກັນ​ຂໍ້​ມູນ​ຂ່າວ​ໃດ​ກໍ່​ອັບ​ເດດ​ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ, ສືບ​ຕໍ່​ຮັກ​ສາ​ການ​ສົ່ງ​ເສີມ, ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ທາງ​ໄກ ແລະ ໃນ​ທຸກ​ຊ່ອງ​ທາງ​ສາ​ກົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.