ດ່ານັ້ງ ນໍາໜ້າປະເທດກ່ຽວກັບດັດຊະນີກຳລັງຄວາມສາມາດແກ່ງແຍ້ງ ດ້ານທ່ອງທ່ຽວ

06:26 | 22/01/2022

ຍສໝ - ຕາມ​ສະພາທີ່ປຶກສາການທ່ອງທ່ຽວ (TAB) ປະກາດ​ໃນ​ວັນ​ທີ 18 ມັງກອນ​, ນະຄອນດ່ານັ້ງ ນຳໜ້າ​ປະ​ເທດກ່ຽວກັບດັດຊະນີກຳລັງຄວາມສາມາດແກ່ງແຍ້ງ ການທ່ອງທ່ຽວ ດ້ວຍ 4,7 ຄະແນນ, ຖັດມາ​ແມ່ນກວາງ​ນິງ (4,68 ຄະແນນ), ​ແຂວງ​ແຄ໋ງຮວ່າ (4,56 ຄະແນນ).

ດ່ານັ້ງ ຈັດຕັ້ງການປະກວດຮູບຖ່າຍທາງໄກໃຫ້ນັກທ່ອງທ່ຽວ ສ.ເກົາຫຼີ ດ່ານັ້ງ ຈັດຕັ້ງການປະກວດຮູບຖ່າຍທາງໄກໃຫ້ນັກທ່ອງທ່ຽວ ສ.ເກົາຫຼີ
ດ່ານັ້ງ ໜູນຊ່ວຍ, ສ້າງທຸກເງື່ອນໄຂໃຫ້ແກ່ນັກທ່ອງທ່ຽວໃນບໍລິເວນແຂວງ ດ່ານັ້ງ ໜູນຊ່ວຍ, ສ້າງທຸກເງື່ອນໄຂໃຫ້ແກ່ນັກທ່ອງທ່ຽວໃນບໍລິເວນແຂວງ

ຂໍ້​ມູນ​ຈາກພະແນກ​ທ່ອງ​ທ່ຽວ​ນະຄອນ​ດ່າ​ນັ້ງ​ ໃຫ້​ຮູ້​ວ່າ: ນະຄອນ ຫາກໍ່​ໄດ້​ຈັດ​ອັນ​ດັບ​ສູງ​ສຸດ​ຕາມ​ການ​ຕີ​ລາຄາປະມວນ​ດັດຊະນີ​ກຳລັງຄວາມ​ສາມາດ​ແກ່ງແຍ້ງ​ຈຸດໝາຍ​ປາຍທາງ​ການທ່ອງທ່ຽວຂັ້ນແຂວງ​ຫວຽດນາມ (VTCI), ນີ້​ແມ່ນ​ໝາກຜົນ​ຂອງ​ການ​ຄົ້ນຄວ້າ​ກ່ຽວ​ກັບ​ດັດຊະນີກຳລັງຄວາມສາມາດແກ່ງແຍ້ງ​ການ​ທ່ອງ​ທົດລອງຢູ່ 15 ​ແຂວງ, ນະຄອນ​ຂອງ​ຫວຽດນາມ ​ໂດຍ​ສະພາ​ທີ່​ປຶກສາ​ການທ່ອງທ່ຽວ (TAB) ປະກາດ​ໃນ​ວັນ​ທີ 18 ມັງກອນ​.

ດ່ານັ້ງ ນໍາໜ້າປະເທດກ່ຽວກັບດັດຊະນີກຳລັງຄວາມສາມາດແກ່ງແຍ້ງ ດ້ານທ່ອງທ່ຽວ
ຂົວເຫຼືອງ. ພາບ: TTXVN

ນະຄອນດ່ານັ້ງ ນຳໜ້າ​ປະ​ເທດກ່ຽວກັບດັດຊະນີກຳລັງຄວາມສາມາດແກ່ງແຍ້ງ ການທ່ອງທ່ຽວ ດ້ວຍ 4,7 ຄະແນນ, ຖັດມາ​ແມ່ນກວາງ​ນິງ (4,68 ຄະແນນ), ​​ແຄ໋ງຮວ່າ (4,56 ຄະແນນ), ກວາງນາມ (4,55 ຄະແນນ), ເທື່ອທຽນ-ເຫວ້ (4,52 ຄະແນນ).

​ໃນ​ຈຳນວນ 15 ​ແຂວງ, ນະຄອນ, ສອງ​ໃຈກາງ​ໃນ​ທົ່ວ​ປະ​ເທດ ​ຄື: ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມິນ ຢືນ​ອັນ​ດັບ​ທີ 6 ​ແລະ 8 ຕາມ​ລຳດັບ.

ດ່າໜັງ ​ໄດ້​ຮັບ​ການຈັດ​ອັນ​ດັບ​ສູງ​ຍ້ອນ​ບັນດາທ່າແຮງບັນດາເສົາຄໍ້າ ຄື: ສາທາລະນະ​ສຸກ ​ແລະສຸຂະ​ອະນາ​ໄມ, ລະດັບຄວາມ​ພ້ອມ​ດ້ານ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ລະດັບບຸລິມະສິດ​ດ້ານ​ການທ່ອງທ່ຽວ, ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ທ່ອງ​ທ່ຽວ, ພື້ນຖານ​ໂຄງ​ລ່າງ​ການ​ບໍລິການ​ທ່ອງ​ທ່ຽວ, ຄວາມ​ຍືນ​ຍົງ​ດ້ານ​ສິ່ງ​ແວດ​ລ້ອມ…

ທ່ານ​ຮອງ​ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວດ່າ​ນັ້ງ ຫງວຽນ​ຊວນ​ບິ່ງ ​ແບ່ງປັນ​ວ່າ ໂດຍໝາກຜົນ​ຂອງ​ການ​ຕີ​ລາຄາ​ນີ້​ຈະ​ຊ່ວຍ​ໃຫ້​ຂະ​ແໜງ​ທ່ອງ​ທ່ຽວ​ທ້ອງ​ຖິ່ນ​ສືບ​ຕໍ່​ປັບປຸງ​ຄຸນ​ນະພາ​ບ ​ແລະ ແກ້ໄຂບັນດາ​ຂໍ້​ຈຳກັດ...

ໂຄງການ​ສ້າງປະມວນ​ດັດຊະນີ​ກຳລັງຄວາມ​ສາມາດແກ່ງແຍ້ງ​ຈຸດໝາຍ​ປາຍທາງ​ການທ່ອງທ່ຽວ ​ຂັ້ນແຂວງຫວຽດນາມ (VTCI) ​ແມ່ນ​ໄດ້​ຮັບ​ການອຸປະຖໍາ ແລະ​ສະໜັບສະໜູນ​ຈາກ​ຄະນະຜູ້ຕາງໜ້າ EU ​ແລະ ໜູນ​ຊ່ວຍ​ດ້ານ​ເຕັກນິກ​ໃຫ້ສະພາ​ທີ່​ປຶກສາ​ການທ່ອງທ່ຽວ (TAB) ​ແຕ່​ປີ 2019.

​ໂຄງການ​ເພື່ອ​ແນ​ໃສ່​ຊຸກຍູ້ຍົກ​ສູງກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງດ້ານ​ການທ່ອງທ່ຽວ​ຂອງ​ແຕ່ລະ​ທ້ອງ​ຖິ່ນ, ຜ່ານນັ້ນ ກໍປະກອບສ່ວນ​ຍົກ​ສູງ​ກຳລັງ​ຄວາມສາມາດແກ່ງ​ແຍ້​ງຂອງ​ການທ່ອງທ່ຽວ ຫວຽດນາມ ​ໃນ​ການ​ພັດທະນາ​ເສດຖະກິດ​ການທ່ອງທ່ຽວ, ສ້າງການກໍານົດ​ທິດ​ພັດທະນາ​ໃນ​ອະນາຄົດ.

ບູນມີ

ເຫດການ
302 Found

Found

The document has moved here.