ບິນຢູ່ເທິງ "ປະຕູສະຫວັນ" ໃນ "ເມືອງຮ້ອຍປີ"

06:30 | 13/01/2022

ຍສໝ - ​ບໍ່​ພຽງ​ແຕ່​ໄດ້​ປຽບເໝືອນດັ່ງ “ຊາ​ປາ​ແຫ່ງ​ແຂວງເງ້ອານ”, “ດ່າລາດແຫ່ງແຂວງ ເງ້ອານ” ກໍ່ຕາມ, ​ເມືອງ​ລົ໋ງ ຍັງໄດ້ຮູ້ຈັກເຖິງແມ່ນ “ເມືອງ​ຮ້ອຍ​ປີ” ເພາະ​ວ່າ​ລະດັບອາ​ຍຸ​ຍືນ​ຂອງ​ຊາວ​ທ້ອງຖິ່ນຍາມໃດກໍ່​ສູງ​​.

ຄົ້ນພົບພູທີ່ເຕັມໄປດ້ວຍດອກຜັັກກາດຂາວທີ່ສວຍງາມຢູ່ມົກເຈົາ ຄົ້ນພົບພູທີ່ເຕັມໄປດ້ວຍດອກຜັັກກາດຂາວທີ່ສວຍງາມຢູ່ມົກເຈົາ
ບັນດາທົ່ງນາຂັ້ນໄດທີ່ສວຍງາມປະທັບໃຈຜູ້ຄົນຢູ່ ຕາແຫຼ່ງ ບັນດາທົ່ງນາຂັ້ນໄດທີ່ສວຍງາມປະທັບໃຈຜູ້ຄົນຢູ່ ຕາແຫຼ່ງ
ບິນຢູ່ເທິງ
​ໃນຊຸມວັນ​ຕົ້ນ​ປີ 2022, ພາຍຫຼັງ​ຂ້າມ​ຜ່ານ​ເສັ້ນທາງ​ທີ່ຄົດລ້ຽວໂງເງຢູ່ອ້ອມ​ພູ​​ຜາ​ອັນສູງ​ຊັນ, ພວກ​ຂ້າພະ​ເຈົ້າ​ໄດ້​ໄປ​ຮອດ “ປະຕູ​ສະຫວັນ” ຢູ່​ລະດັບ​ຄວາມ​ສູງ 1.500 ​ແມັດ​ເໜືອ​ນ້ຳ​ທະ​ເລ. ​ເບິ່ງ​ຈາກ​ທີ່​ນີ້, ຕາ​ແສງ ເມືອງ​ລົ໋ງ (ເມືອງກີ​ເຊີນ, ​ ເງ້ອານ) ມີ​ຄວາມ​ສະຫງົບ​ງຽບ​ຢູ່​ຮ່ອມ​ພູ​ຂອງສາຍພູຫຼວງ​ທີ່​ໃຫຍ່ໂຕມະໂຫຖານ. ພາບ: tienphong.vn
ບິນຢູ່ເທິງ
ຊາວ​ທ້ອງ​ຖິ່ນ​ມີ​ຄວາມ​ຮັກແພງແຂກຄົນ, ອາກາດ​ເຢັນ​ສະບາຍ, ​ສົດ​ຊື່ນ ​ແລະ ​ໄດ້​ປະດັບ​ປະດາ​ດ້ວຍ​ດອກ​ກຄາຍ ​ແລະດອກ​ໝັ້ນ... ພາບ: tienphong.vn
ບິນຢູ່ເທິງ
ຈຸດ​ທີ່​ພົ້ນ​ເດັ່ນ​ທີ່​ເຂັ້ມຂຸນໄປດ້ວຍມູນເຊື້ອວັດທະນະທໍາຂອງຊາວເຜົ່າມົ້ງຢູ່ເມືອງ ລົ໋ງ ແມ່ນຫຼັງຄາດ້ວຍໄມ້... ພາບ: tienphong.vn
ບິນຢູ່ເທິງ
ຊຸມທົດສະວັດຜ່ານມາ, ເມືອງລົ໋ງ ​ໄດ້​ຮັບ​ຖື​ວ່າ “ເຂດຢາ​ຝິ່ນ” ​ແຕ່ປະຈຸບັນເມື່ອ ເຕື້ອງເຖິງສະຖານທີ່ແຫ່ງນີ້, ​ເຂົາເຈົ້າຈະຮູ້ຈັກເຖິງແມ່ນບ່ອນທີ່ດອກຄາຍ, ດອກໝັ້ນເອກ​ອ້າງເບັ່ງບານ​ສີ​ສັນ. ພາບ: tienphong.vn
ບິນຢູ່ເທິງ
ທິວ​ທັດທີ່​ສວຍ​ສົດ​ງົດ​ງາມ​ກວ່າ​ເມື່ອໃກ້ຈະຮອດບຸນເຕັດ, ລະດູ​ລະດູ​ບານໃໝ່ ວຽນມາ, ເມື່ອ​ຕົ້ນ​ໝັ້ນແຕກໜໍ່ຈໍ່ດອກ​, ດອກຄາຍເບັ່ງບານໃຕ້ແດດສີເຫຼືອງ. ພາບ: tienphong.vn
ບິນຢູ່ເທິງ
ເດັກ​ນ້ອຍ​ຢູ່​ເມືອງລົ໋ງ ​​ມັກ​ຫຼິ້ນ​ຢູ່​ໃຕ້​ຕົ້ນດອກໝັ້ນ ແລະ​ຕົ້ນ​ດອກຄາຍທີ່ເກົ່າແກ່. ພາບ: tienphong.vn
ບິນຢູ່ເທິງ
ກຸ່ມຊຸມຊົນຢູ່ເມືອງລົ໋ງເບິ່ງຈາກ Flycam. ພາບ: tienphong.vn
ບິນຢູ່ເທິງ
ມູມໜຶ່ງຂອງເມືອງລົ໋ງໃນປະຈຸບັນ. ພາບ: tienphong.vn
ບິນຢູ່ເທິງ
ຮ່ອມພູເມືອງລົ໋ງ ພວມຟື້ນຟູຢ່າງແຮງ ແລະກາຍເປັນດວງດອກໄມ້ທີ່ສວຍງາມຢູ່ທ່າມກາງສາຍພູຫຼວງ. ພາບ: tienphong.vn
ບິນຢູ່ເທິງ
ຊ່ອງພູທີ່ຄົດລ້ຽວໂງເງ. ພາບ: tienphong.vn
ບິນຢູ່ເທິງ
​ໃນ 1 ​ວັນ​ຢູ່​ເມືອງ​ລົ໋ງ ​ມີ 4 ລະດູ; ຕອນເຊົ້າແມ່ນນ້ຳໝອກຂອງລະດູບານໃໝ່; ຕອນທ່ຽງແສງຕາເວັນທີ່ອົບອຸ່ນຄືລະດູຮ້ອນ; ຕອນບ່າຍແມ່ນອາກາດຂອງລະດູ ໃບໄມ້ຫຼົ່ນ ແລະຕອນຄໍ່າເຢັນຄືກັບລະດູໜາວ. ພາບ: tienphong.vn
ບິນຢູ່ເທິງ
ດ້ວຍ​ຄວາມ​ໂປດ​ປານ​ຂອງ “ແມ່ທຳ​ມະ​ຊາດ” ພ້ອມກັບຄວາມດຸໝັ່ນອອກ ແຮງງານ, ອາຍຸທີ່ຍືນຂອງປະຊາຊົນເມືອງລົ໋ງ ຍາມໃດກໍ່ຢູ່ໃນລະດັບສູງ. ທົ່ວ​ຕາ​ແສງ​ມີ​ຜູ້​ເຖົ້າ 8 ຄົນ​ທີ່​ມີ​ອາຍຸ​ສູງກວ່າ 100 ປີ ແລະມີ 20 ຄົນທີ່ມີອາຍຸເກືອບ 100 ປີ. ສ່ວນ​ຜູ້​ເຖົ້າ​ທີ່​ມີ​ອາຍຸ 80 ປີ, ​ເມືອງ​ລອງ​ມີ 68 ຄົນ. ນອກຈາກປຽບເໝືອນດັ່ງ “ຊາ​ປາ​ແຫ່ງ​ແຂວງເງ້ອານ”, “ດ່າລາດແຫ່ງແຂວງ ເງ້ອານ” ແລ້ວ, ເມືອງລົ໋ງ ຍັງຖືກເອີ້ນວ່າ “ເມືອງຮ້ອຍປີ”. ພາບ: tienphong.vn

ບູນມີ

ເຫດການ
302 Found

Found

The document has moved here.