ສະຫະພັນລັດເຊຍ ຊົມເຊີຍ ຫວຽດນາມ ທີ່ໄດ້ຈັດສົ່ງກໍາລັງເຂົ້າຮ່ວມ Army Games 2020 ເປັນຈໍານວນຫຼວງຫຼາຍ
ຍສໝ - ສະຫະພັນລັດເຊຍ ຂອບໃຈ ແລະ ຕີລາຄາສູງການສະໜັບສະໜູນຂອງຫວຽດນາມ ໃນສະພາບພະຍາດໂຄວິດ-19 ພວມຜັນແປຢ່າງສັບສົນ ແຕ່ຍັງຈັດສົ່ງກໍາລັງເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.
ຍສໝ - ສະຫະພັນລັດເຊຍ ຂອບໃຈ ແລະ ຕີລາຄາສູງການສະໜັບສະໜູນຂອງຫວຽດນາມ ໃນສະພາບພະຍາດໂຄວິດ-19 ພວມຜັນແປຢ່າງສັບສົນ ແຕ່ຍັງຈັດສົ່ງກໍາລັງເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.
ຍສໝ - ພິທີດັ່ງກ່າວໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ Ibnu Hadi ເອກອັກຄະລັດຖະທູດສາທາລະນະລັດອິນໂດເນເຊຍປະຈຳ ຮ່າໂນ້ຍ. .
ຍສໝ - ທ່ານຫງວຽນຟູຈ້ອງ - ເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ, ທ່ານນາງຫງວຽນທິກິມເງິນ - ປະທານສະພາແຫ່ງຊາດຫວຽດນາມ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ສົ່ງສານອວຍພອນເວັນຊາດ ຂອງ ສ.ເກົາຫຼີ.
ຍສໝ - ທ່ານນາງ Sopheak Thavy ລັດຖະມົນຕີກະຊວງການພົວພັນສະພາແຫ່ງຊາດ, ສະພາສູງ ກຳປູເຈຍແລະຜູ້ກວດກາ, ໄດ້ແບ່ງປັນ: ການມອບລາງວັນໃຫ້ແກ່ທ່ານ ໂງດຽນ ແມ່ນຄວາມຮັບຮູ້ຂອງລັດຖະບານ ແລະປະຊາຊົນກຳປູເຈຍສຳລັບການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດຕໍ່ຜູ້ກໍ່ສ້າງ ແລະພັດທະນາປະເທດ ກຳປູເຈຍ.
ຍສໝ - ສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ຈະເຮັດວຽກຢ່າງໃກ້ຊິດເພື່ອຈັດກອງປະຊຸມສາກົນ ກ່ຽວກັບການກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືພັດທະນາເຊິ່ງກັນ ແລະ ກັນ.
ຍສໝ - ໜັງສືພິມຕ່າງປະເທດຫລາຍສະບັບ ໄດ້ລົງຂ່າວອີກຄັ້ງວ່າ ຫວຽດນາມໄດ້ລົງທະບຽນສັ່ງຊື້ວັກຊີນຕ້ານ COVID-19 ຂອງຣັດເຊຍ, ພາຍຫຼັງທີ່ ປະເທດຣັດເຊຍປະກາດວັກຊີນທີ່ມີຊື່ວ່າ Sputnik V ໃນສະພາບການທົ່ວໂລກໄດ້ບັນທຶກຫລາຍກ່ວາ 21 ລ້ານກໍລະນີທີ່ຕິດເຊື້ອພະຍາດ COVID-19.
ຍສໝ - ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຍັງປາດຖະໜາວ່າ, ໃນໄລຍະຈະມາເຖິງ, ກໍາປູເຈຍ ຈະສືບຕໍ່ສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ, ສະໜັບສະໜູນ ແລະ ໃຫ້ການສົມທົບຢ່າງແໜ້ນແຟ້ນ ເພື່ອໃຫ້ຫວຽດນາມ ສາມາດປະຕິບັດສໍາເລັດໜ້າທີ່ສໍາຄັນຄື ເປັນປະທານ ອາຊຽນ, ປະທານ AIPA 41 ໃນປີ 2020 ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ໄດ້ເນັ້ນໜັກວ່າການລະບາດຂອງ COVID-19 ຍັງເກີດຂື້ນຢ່າງສັບສົນໃນທົ່ວໂລກ, ໃນນັ້ນມີຫວຽດນາມ, ແຕ່ຫວຽດນາມປາດຖະໜາຢາກແບ່ງປັນ ແລະ ໜູນຊ່ວຍ ເພື່ອນມິດໃນພາກພື້ນ ແລະສາກົນຕາມມູນເຊື້ອແຫ່ງຄວາມຮັກແພງກັນ, ຜ້ອນກັນຜ່ານຜ່າຄວາມຫຍຸ້ງຍາກ. ສອງປະເທດ ບັງກລາເທດ ແລະ ສີລັງກາ
ຍສໝ - ທ່ານ ວິໄລວັນ ພົມເຂ ອະດີດລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ລາວ; ອະດີດເລຂາ, ເຈົ້າແຂວງໆສະຫວັນນະເຂດ; ອະດີດເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໄດ້ມີການພົບປະຫຼາຍເທື່ອ ແລະມີຄວາມປະທັບໃຈທີ່ດີງາມຕໍ່ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ.
ຍສໝ - ກໍາລັງລາດຕະເວນສອງຝ່າຍໄດ້ດໍາເນີນການລາດຕະເວນຕາມເສັ້ນຊາຍແດນ ຫວຽດນາມ-ລາວ ແລະຫຼັກໝາຍຊາຍແດນເລກທີ 441, ນີ້ແມ່ນຫຼັກໝາຍທີ່ປັກຢູ່ໄກ, ທາງໄປມາປະສົບຄວາມຫຍຸ້ງຍາກຫຼາຍ.
ຍສໝ - ສະຖານທູດຫວຽດນາມ ປະຈຳຝະລັ່ງ, ອີຕາລີ ແລະ ສ.ເກົາຫຼີ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ເປີດປື້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເລຂາຟຽວ ຂຶ້ນຢ່າງສົມກຽດ.
ຍສໝ - ການຈາກໄປຂອງ ສະຫາຍ ເລຂາຟຽວ ເປັນການສູນເສຍອັນໃຫຍ່ຫລວງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ; ຕະຫລອດໄລຍະຫລາຍທົດສະວັດທີ່ຜ່ານມາ, ສະຫາຍ ເລຂາຟຽວໄດ້ມີການປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນພາລະກິດສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ເຮັດໃຫ້ປະທດຊາດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ.
ຄະນະຜູ້ແທນຂັ້ນສູງພັກ, ລັດຖະບານລາວ ນຳໂດຍ ສະຫາຍທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.
ຍສໝ - ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ຕີລາຄາສູງບັນດາຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ແລະ ຂອບໃຈຫວຽດນາມທີ່ໄດ້ຕັ້ງໜ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.
ຍສໝ - ເນື່ອງໃນໂອກາດນີ້, ທ່ານຟ້າມບິ່ງມິງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ລັດຖະບານ ອາຣັບບິ ຊາອຸດິດທີ່ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຫວຽດນາມອາໄສ ຢູ່ ອາຣັບບິ ຊາອຸດິດ, ສະເໜີໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ອາຣັບບິ ຊາອຸດິດສືບຕໍ່ ເອົາໃຈໃສ່ເປັນພິເສດ, ໜູນຊ່ວຍພົນລະເມືອງຫວຽດນາມ ຮັບປະກັນຊີວິດປະຈຳວັນ ແລະ ສຳຜັດກັບບັນດາບໍລິການສາທາລະນະສຸກ ເມື່ອຈຳເປັນ.
ຍສໝ - ຕາມທ່ານ ຈຸມມາລີ ໄຊຍະສອນແລ້ວ, ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແມ່ນນັກຮົບທີ່ກ້າແກ່ນ, ແມ່ນພະນັກງານທີ່ສະຫຼາດສະຫຼຽວ. ແມ່ນ ພະນັກງານທີ່ໄດ້ຜ່ານຜ່າຄວາມທຸກບາກລຳບາກ ແລະ ປະຕິບັດຫຼາຍບົດບາດຕຳແໜ່ງ, ແຕ່ວ່າຢູ່ຕຳແໜ່ງໃດ ທ່ານກໍ່ລ້ວນແຕ່ປະຕິບັດສຳເລັດໜ້າທີ່ຢ່າງດີເດັ່ນ.
ຍສໝ - ສອງຝ່າຍໄດ້ເຫັນດີເປັນເອກະພາບຈະແກ້ໄຂບັນດາສິ່ງກີດແຂວງເກີດຈາກໂລກລະບາດ Covid – 19, ເພື່ອແນໃສ່ຍູ້ແຮງການຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃນການປ້ອງກັນຊາດ ທີ່ໄດ້ເຫັນດີເປັນເອກະພາບລະຫວ່າງ ສອງປະເທດໃນໄລຍະທີ່ຜ່ານມາ, ພ້ອມທັງຄົ້ນຄ້ວາບັນດາເນື້ອໃນ, ຮູບແບບການຮ່ວມມືໃຫ້ເໝາະສົມກັບສະພາບການໃໝ່.
ຍສໝ - ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກໍ່ໄດ້ຮັບໂທລະເລກ ແລະຈົດໝາຍແບ່ງເບົາຄວາມເສົ້າສະຫຼົດໃຈຂອງຄະນະບໍລິຫານງານສູນກາງພັກແນວໂຮມປົດປ່ອຍຊາດ ຊານດີໂນ, ທ່ານປະທານາທິບໍດີ ແລະທ່ານຮອງປະທານາທິບໍດີ ສ. ນິກາຣາກວາ; ຄະນະບໍລິຫານງານສູນກາງພັກກອມມູນິດອິນເດຍມາກຊິດ; ການນຳພັກສັງຄົມນິຍົມເອກະພາບ ເວເນຊູເອລາ; ການນຳແນວໂຮມປົດປ່ອຍ ຟາຣາບູນໂດມາກຕິນ; ການນໍາພັກກອມມູນິດ ບຣາຊິນ...
ຍສໝ - ສ່ວນທ່ານເລຂາທິຫານໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສະແດງຄວາມຂອບໃຈລາວ ທີ່ໄດ້ສົມທົບກັບຫວຽດນາມຢ່າງແໜ້ນແຟ້ນໃນຂອບເຂດສອງຝ່າຍກໍ່ຄື ການຮ່ວມມືໃນອາຊຽນ; ທ່ານກໍ່ຕີລາຄາສູງຕໍ່ການນຳພາຂອງພັກ, ລັດຖະບານ ຄວາມສາມັກຄີຂອງປະຊາຊົນລາວ ໃນການຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ຢ່າງຂ້ຽວຂາດ ແລະ ຮັບປະກັນການພັດທະນາເສດຖະກິດສັງຄົມ.
ຍສໝ - ສອງຝ່າຍສະແດງຄວາມປິຕິຊົມຊື່ນເມື່ອເຫັນໄດ້ວ່າ ມີຫຼາຍບັນຫາແລກປ່ຽນກັນຢູ່ກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດໄດ້ສົມທົບກັນແກ້ໄຂແລ້ວ.
ຍສໝ - ສະຖານກົງສຸນໃຫຍ່ຂອງສະຫະພັນລັດເຊຍ ປະຈຳນະຄອນໂຮ່ຈີມິນ ແລະ ທີ່ປຶກສາທູດຂອງສະຖານກົງສຸນໃຫຍ່ຣັດເຊຍ ປະຈຳນະຄອນໂຮ່ຈີມິນໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃຫ້ສາຍພົວພັນຫວຽດນາມ - ລັດເຊຍ.
ຍສໝ - ທ່ານ ຮ່ວາງຊວັນຫ໋າຍ ກໍ່ເນັ້ນໜັກເຖິງການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງ ຫວຽດນາມ - ແອັດສະປາຍ ໃນຊຸມປີຜ່ານມາ, ຄວາມໄວ້ເນື້ອເຊື່ອໃຈໃນການຮ່ວມມືໃນຫຼາຍດ້ານລະຫວ່າງ ແອັດສະປາຍ ແລະ ບັນດາປະເທດອາຊີ - ປາຊີຟິກ, ໃນນັ້ນ ຫວຽດນາມ ຈະກັບຄືນທ່າພັດທະນາ ແລະ ເປີດກ້ວາງກ່ວາອີກໃນໄລຍະຈະມາເຖິງ.
ຍສໝ - ຫວຽດນາມ ແລະ ອິນເດຍໄດ້ແບ່ງປັນນຳກັນຫຼາຍບົດຮຽນ, ປະສົບການທີ່ກ່ຽວຂອ້ງເຖິງການຮັບມືກັບໂລກລະບາດ Covid – 19 ດ້ວຍຮູບການທາງອອນລາຍ ແລະ ເຊີນຄູ່ຮ່ວມມືຫວຽດນາມເຂົ້າຮ່ວມ.
ຍສໝ - ເພື່ອເພີ່ມທະວີການປະສານສົມທົບລະຫວ່າງ ອຳນາດການປົກຄອງຂອງສອງປະເທດໃນການຄຸ້ມຄອງ ແລະ ສະໜັບສະໜູນ ນັກເຝິກງານຫວຽດນາມ, ທ່ານລັດຖະມົນຕີ Kato ສະເໜີສ້າງຕັ້ງສາຍດ່ວນ ລະຫວ່າງ ກະຊວງ ແລະ ສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ. ຕາມທ່ານແລ້ວ, ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມປາດຖະໜາໃນການ “ປົກປ້ອງ ແລະ ຊ່ວຍເຫຼືອນັກສຶກສາ ຫວຽດນາມ” ຂອງລັດຖະບານຍີ່ປຸ່ນ.
ຍສໝ - ວັນທີ 12 ສິງຫາ, ທ່ານ ເວືອງດີ່ງເຫວ້, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ, ຫົວໜ້າ ຄະນະຜູ້ແທນສະພາແຫ່ງຊາດນະຄອນຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບ ທ່ານ Chay Navuth ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ ປະຈຳ ຫວຽດນາມ.
ຍສໝ - ວັນທີ 11 ສິງຫາ, ອົງການອາຊຽນ ແລະ ປະເທດການາດາ ໄດ້ຈັດກອງປະຊຸມສົນທະນາທາງອອນລາຍຄັ້ງທີ 17. ນີ້ແມ່ນກອງປະຊຸມປະຈຳປີ ໃນຂອບການພົວພັນຄູ່ເຈລະຈາອາຊຽນ - ການາດາ ເພື່ອແລກປ່ຽນ ແລະ ກຳນົດທິດທາງການຮ່ວມມືອາຊຽນ - ການາດາ, ແລກປ່ຽນການປະເມີນຜົນກ່ຽວກັບບັນຫາສາກົນ ແລະ ພາກພື້ນທີ່ມີຄວາມສົນໃຈເຊິ່ງກັນ ແລະ ກັນ, ແລະ ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ - ການາດາໃນເດືອນກັນຍາ.
ຍສໝ - ຊຸດອຸປະຖຳການເງິນຂອງ IFC ໄດ້ຖືວ່າເປັນການລົງທືນຄັ້ງທຳອິດ ໃນຂະແໜງການເກັບທ້ອນໄວ້ສິນຄ້າຂອງຫວຽດນາມ, ແລະ ຈະຊ່ວຍໃຫ້ ITL Corp ຫັນປ່ຽນ ແລະ ເຕີບໃຫຍ່ຜ່ານການເພີ່ມເຕີມຊັບສິນ.
ຍສໝ - ທ່ານ Choi Joo Ho ໄດ້ສະແດງຄວາມປາດຖະໜາກຢາກລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງ ກຸ່ມບໍລິສັດ Samsung ເພື່ອປະກອບສ່ວນເຂົ້າການເຕີບໂຕເສດຖະກິດຫວຽດນາມໃຫ້ຫຼາຍກ່ວາອີກ.
ຍສໝ - ກອງປະຊຸມສຳມະນາມີແຂກຖືກເຊີນ ເກືອບ 60 ຄົນ ແລະ ບັນດານັກວິສາຫະກິດ, ນັກທຸລະກິດ ຫວຽດນາມ ແລະ ເວເນຊູເອລາເຂົ້າຮ່ວມ.
ຍສໝ - ມາຮອດປະຈຸບັນ, ໄທແມ່ນໜຶ່ງໃນ 10 ນັກລົງທືນຕ່າງປະເທດຢູ່ຫວຽດນາມດ້ວຍຍອດຈຳນວນເງິນລົງທຶນກ່ວາ 12.3 ຕື້ ໂດລາສະຫະລັດ, ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຄົນງານ ແລະ ພັດທະນາເສດຖະກິດ.